ຂະບວນການລົບລ້າງການກືກທັກສະດິຈິຕອນໃນຊາວຫນຸ່ມຄົນພິການ

(VOVWORLD) - ມີຫລາຍຫ້ອງຮຽນເຊິ່ງຫນ້າ ແລະທາງໄກ ກ່ຽວກັບປັນຍາປະດິດ (AI), ການຫັນປ່ຽນດິຈິຕອນ ພວມໄດ້ຮັບການຜັນຂະຫຍາຍໃຫ້ແກ່ຊາວຫນຸ່ມ ຫວຽດນາມ, ໃນນັ້ນ ມີຊາວຫນຸ່ມແມ່ນຄົນພິການ. ບັນດາຜູ້ຊ່ຽວຊານກ່ຽວກັບ AI, Digital Creator ທີ່ມີຊື່ສຽງ ໄດ້ແບ່ງປັນສິ່ງພື້ນຖານທີ່ສຸດ, ແທດຈິງທີ່ສຸດ ແລະງ່າຍດາຍທີ່ສຸດໃນການໝູນໃຊ້ໃນວຽກງານປະຈຳວັນໃຫ້ແກ່ຄົນພິການ.
ຂະບວນການລົບລ້າງການກືກທັກສະດິຈິຕອນໃນຊາວຫນຸ່ມຄົນພິການ - ảnh 1ອ້າຍ ຟ້າມວັນແທ່ງ, ປະທານ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມ ແບ່ງປັນທີ່ເຫດການ. (ພາບ:Phương Thoa/VOV)

 ເຖິງວ່າໄປມາຕ້ອງໃຊ້ລົດເຂັນກໍຕາມ,ແຕ່ ອ້າຍ ດ່ວານງອັກຈຽນ ຢູ່ ຮ່າຕິງ ບໍ່ປະລະຊຸດອົບຮົມໃດຈາກບັນດາຜູ້ຊ່ຽວຊານ. ແຕ່ລະເທື່ອທີ່ເຂົ້າຮ່ວມຊຸດຮຽນລົບລ້າງການກືກທັກສະດິຈິຕອນໂດຍ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມຈັດຕັ້ງ, ອ້າຍຈຽນ ລ້ວນແຕ່ຕັ້ງໃຈຮັບຟັງ ແລະຈົດຄວາມຮູ້ໃຫມ່ທີ່ມີຄວາມຈຳເປັນໃຫ້ແກ່ວຽກງານຂອງຕົນ.

“ວຽກງານຕົ້ນຕໍຂອງຂ້າພະເຈົ້າ ແມ່ນດຳເນີນທຸລະກິດຮ້ານ Petshop. ຂ້າພະເຈົ້າເຫັນວ່າ ການດຳເນີນທຸລະກິດຜ່ານດິຈິຕອນປະຈຸບັນ ພວມພັດທະນາທີ່ສຸດ ພິເສດຜ່ານ tiktok, ຂ້າພະເຈົ້າ ປາດຖະຫນາວ່າ ສາມາດນຳໃຊ້ເຕັກໂນໂລຊີປັນຍາປະດິດເຂົ້າໃນການພັດທະນາບັນດາເນື້ອໃນ, ສ້າງບັນດາເນື້ອໃນ, video viral. ເມື່ອໄດ້ຮູ້ຂ່າວວ່າ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມຈັດຕັ້ງລາຍການລົບລ້າງການກືກທັກສະດິຈິຕອນໃຫ້ແກ່ຄົນພິການ, ຂ້າພະເຈົ້າໄດ້ຈົດທະບຽນເຂົ້າຮ່ວມ.”

ຕາມບັນດາຜູ້ຊ່ຽວຊານ, ໃນຊຸມປີຈະມາເຖິງ,  ມີ 65% ວຽກງານປະຈຸບັນ ຈະຖືກປ່ຽນແທນດ້ວຍເຕັກໂນໂລຊີ. ເລື່ອງສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມ ສ້າງຖັນແຖວ “ລົບລ້າງການກືກທັກສະດິຈິຕອນ” ໂດຍເຕົ້າໂຮມບັນດາຜູ້ຊ່ຽວຊານແຖວຫນ້າຢູ່ ຫລາຍຂົງເຂດແຕກຕ່າງກັນ ຄື: ປັນຍາປະດິດ (AI), (Blockchain), ຄວາມປອດໄພ ແລະຄວາມປິດລັບດ້ານຂໍ້ມູນຂ່າວສານ, Digital Creator....ເຂົ້າຮ່ວມການບຳລຸງສ້າງໃຫ້ແກ່ຊາວຫນຸ່ມຄົນພິການແມ່ນມີຄວາມໝາຍທີ່ສຸດ. ອ້າຍ ຟ້າມວັນແທ່ງ, ປະທານ ສະມາຄົມຊາວຫນຸ່ມຄົນພິການ ຫວຽດນາມໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈັດຕັ້ງບັນດາຊຸດຮຽນເຊິ່ງຫນ້າ ແລະທາງໄກໃນເວລາ 3 ເດືອນຈະມາເຖິງ. ຄຽງຄູ່ກັນນັ້ນ ພວກຂ້າພະເຈົ້າກໍ່ສົມທົບກັບບັນດາຫົວຫນ່ວຍມີບັນດາມີບັນດາ Platform, ພວກເພື່ອນອາດຈະມາຮຽນວິທີນຳໃຊ້ກ່ຽວກັບປັນຍາປະດິດ (AI) ແລະ Platform ຕ້ານການລອກລວງ, ຍາມໃດກໍ່ອັບເດັດບັນດາຂໍ້ມູນຂ່າວສານກ່ຽວກັບຄວາມປອດໄພທາງຂໍ້ມູນຂ່າວສານ, ຄວາມລັບດ້ານຂໍ້ມູນຂ່າວສານກໍ່ຄືບັນດາຊຸດຮຽນໂດຍກົງ ຈະຊ່ວຍ ຂະບວນການລົບລ້າງການກືກທັກສະດິຈິຕອນທີ່ສະຫງວນໃຫ້ແກ່ຊາວຫນຸ່ມຄົນພິການຫວຽດນາມ ຢ່າງມີປະສິດທິຜົນ”

ຂະບວນການລົບລ້າງການກືກທັກສະດິຈິຕອນໃນຊາວຫນຸ່ມຄົນພິການ - ảnh 2ອ້າຍ ເລກົງແທ່ງ (ເບື້ອງຊ້າຍ) ຜູ້ກໍ່ຕັ້ງໂຄງການ ຂະບວນການລົບລ້າງການກືກທັກສະດິຈິຕອນ ແບ່ງປັນກ່ຽວກັບ AI. (ພາບ:Phương Thoa/VOV)

ໂດຍແມ່ນຜູ້ເຂົ້າຮ່ວມການສິດສອນຢູ່ ຊຸດຮຽນດັ່ງກ່າວ, ອ້າຍ ເລກົງແທ່ງ, ຜູ້ກໍ່ຕັ້ງໂຄງການ “ຂະບວນການລົບລ້າງການກືກທັກສະດິຈິຕອນ” ແລະ ອ້າຍ ຮ່ວາງແອັງກວັນ, Digital Creator ແບ່ງປັນວ່າ:

 “ທຸກຄົນເປັນຜູ້ອອກແຮງງານໃນສັງຄົມລ້ວນແຕ່ຕ້ອງນຳໃຊ້ປັນຍາປະດິດ, ຢູ່ຫລາຍລະດັບແຕກຕ່າງກັນ. ສະນັ້ນ ທັກສະນຳໃຊ້ເຄື່ອງມືປັນຍາປະດິດທັນສະໄຫມ ແມ່ນທັກສະສຳຄັນ. ເຖິງຢ່າງໃດກໍຕາມ ຍັງບໍ່ທັນມີຫລາຍຄົນພວມນຳໃຊ້ AI. ຂ້າພະເຈົ້າປາດຖະຫນາວ່າ ຢາກເຜີຍແຜ່ຄວາມຮູ້ດ້ານປັນຍາປະດິດບໍ່ພຽງແຕ່ໃຫ້ແກ່ຄົນພິການຫລາຍຄົນເທົ່ານັ້ນ ຫາກສາມາດແບ່ງປັນຄວາມຮູ້ໃຫ້ແກ່ບັນດາຜູ້ທີ່ຍັງບໍ່ທັນຮູ້ກ່ຽວກັບເຕັກໂນໂລຊີ”

“ປະຈຸບັນ ລຸ້ນຄົນຄືພວກຂ້າພະເຈົ້າ ລ້ວນແຕ່ພວມຫາເງິນຈາກ Platform ສື່ສັງຄົມອອນລາຍ ແລະ Platform ດິຈິຕອນ ດ້ວຍບົດຮຽນປະສົບການທີ່ຂ້າພະເຈົ້າພວມມີ. ຜ່ານຫນ້າຈໍຄອມພິວເຕີ, ຂ້າພະເຈົ້າສາມາດສົ່ງສານ ແລະບົດຮຽນຊ່ວຍໃຫ້ຄົນພິການສາມາດຫາເງິນຈາກ Platform ດິຈິຕອນ.”

ການຫັນເປັນດິຈິຕອນ ພວມແຜ່ລາມອອກສູ່ວົງກວ້າງໃນທຸກຂົງເຂດ, ເປີດຫລາຍກາລະໂອກາດເພື່ອໃຫ້ຫລາຍຄົນ, ໃນນັ້ນ ມີຄົນພິການ ມີຄວາມເປັນເຈົ້າການກວ່າໃນການເຂົ້າເຖິງ, ຮັບມື ແລະ ເຊືື່ອມຕົວ. ບັນດາຊຸດຮຽນຄືດັ່ງກ່າວ ພວມນັບມື້ນັບແຜ່ຂະຫຍາຍປັນຍາດິຈິຕອນໃນຊາວຫນຸ່ມຄົນພິການເວົ້າສະເພາະ ກໍ່ຄືໃນທົ່ວປວງຊົນເວົ້າລວມ, ຊ່ວຍ ຫວຽດນາມ ສ້າງສັງຄົມດິຈິຕອນທັນສະໄຫມ, ເຊື່ອມໂຍງ ແລະ ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ