“ຊາຍຄາກຳມະບານ” ນຳມາເຊິ່ງຄວາມປິຕິຊົມຊື່ນໃຫ້ແກ່ຜູ້ອອກແຮງງານຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ອຽນບາຍ

(VOVWORLD) -ໃນຊຸມປີຜ່ານມາ, ຢູ່ ແຂວງອຽນບາຍ, ໂຄງການ “ຊາຍຄາກຳມະບານ” ໂດຍສະຫະພັນແຮງງານແຂວງ ສົມທົບກັບບັນດາຫົວຫນ່ວຍ ຜັນຂະຫຍາຍການປະຕິບັດທີ່ໄດ້ມີກຳລັງແຜ່ຂະຫຍາຍຢ່າງເລິກເຊິ່ງກວ້າງຂວາງ. ຮູບແບບນີ້ ໄດ້ປະກອບສ່ວນຫັນຄວາມໄຝ່ຝັນຂອງຜູ້ອອກແຮງງານຫລາຍໆຄົນທີ່ປະສົບກັບຄວາມຫຍຸ້ງຍາກໃຫ້ປະກົດຜົນເປັນຈິງ. 

“ຊາຍຄາກຳມະບານ” ນຳມາເຊິ່ງຄວາມປິຕິຊົມຊື່ນໃຫ້ແກ່ຜູ້ອອກແຮງງານຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ອຽນບາຍ - ảnh 1ມອບ ເຮືອນຫນູນຊ່ວຍຈາກໂຄງການ "ຊາຍຄາ ກຳມະບານ" ໃຫ້ແກ່ ອ້າຍຫລາງອັກເຊີນ.(ພາບ:VOV)

ອ້າຍ ຫລາງອັກເຊີນ ແລະຄອບຄົວ ຫາກໍ່ຍ້າຍມາດຳລົງຊີວິດຢູ່ເຮືອນຊັ້ນດຽວ ໂດຍໄດ້ກໍ່ສ້າງແບບຖາວອນ ຢູ່ ຕາແສງ ອຽນທິ້ງ ນະຄອນ ອຽນບາຍ. ນີ້ແມ່ນເຮືອນຫລັງທີ່ຜົວເມຍອ້າຍ ມີຄວາມໄຝ່ຝັນແຕ່ດົນນານແລ້ວ ເພາະຄອບຄົວອ້າຍແມ່ນຂຶ້ນກັບຄອບຄົວປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ເມຍບໍ່ມີວຽກເຮັດງານທຳເປັນປົກກະຕິ, ລູກຍັງນ້ອຍຢູ່, ລາຍຮັບຕົ້ນຕໍຂອງຄອບຄົວແມ່ນພຽງແຕ່ອີງໃສ່ເງິນເດືອນກຳມະກອນຂອງອ້າຍ ສະນັ້ນ ບໍ່ມີເງື່ອນໄຂເພື່ອປຸກສ້າງເຮືອນຢູ່. ໂດຍເຫັນໄດ້ເຖິງຄວາມຫຍຸ້ງຍາກຂອງຜູ້ອອກແຮງງານ, ປີ 2023 ສະຫະພັນແຮງງານ ນະຄອນ ອຽນບາຍ ແລະບໍລິສັດຫຸ້ນສ່ວນກໍ່ສ້າງຄົມມະນາຄົມ ອຽນບາຍ, ຊື່ງແມ່ນບ່ອນອ້າຍເຊີນ ພວມເຮັດວຽກ ໄດ້ຫນູນຊ່ວຍ ຊ່ວຍເຫລືອຄອບຄົວອ້າຍປຸກສ້າງເຮືອນຫລັງໃຫມ່ນີ້.

“ດ້ວຍລາຍຮັບຄືປະຈຸບັນຂອງຜົວເມຍຂ້າພະເຈົ້າ ຕ້ອງໃຊ້ເວລາອີກ 10 - 15 ປີ ຈຶ່ງຈະສາມາດປຸກສ້າງເຮືອນໄດ້. ພວກຂ້າພະເຈົ້າຂໍຂອບອົກຂອບໃຈອົງການສຳນັກງານ, ອົງການຈັດຕັ້ງມະຫາຊົນ (ກົມກອງລວມໝູ່) ທີ່ໄດ້ຊ່ວຍເຫລືອປຸກສ້າງເຮືອນຫລັງໃຫມ່ໃຫ້ຄອບຄົວຂ້າພະເຈົ້າ. ມີເຮືອນຢູ່ຖາວອນແລ້ວ ຈະມີຄວາມອຸ່ນອ່ຽນໃຈທຳມາຫາກິນ”.

“ຊາຍຄາກຳມະບານ” ນຳມາເຊິ່ງຄວາມປິຕິຊົມຊື່ນໃຫ້ແກ່ຜູ້ອອກແຮງງານຜູ້ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ອຽນບາຍ - ảnh 2ການນຳ ສະຫະພັນແຮງງານ ແຂວງ ອຽນບາຍ ພ້ອມກັບຜູ້ຕາງຫນ້າບັນດາຫົວຫນ່ວຍ ມອບເຮືອນຫລັງໃຫມ່ຈາກໂຄງການ "ຊາຍຄາກຳມະບານ" ໃຫ້ແກ່ ອ້າຍ ຮວ່າງວັນຫາຍ.(ພາບ: VOV)

ອ້າຍ ຮ່ວາງວັນຫາຍ ຢູ່ຕາແສງ ດົ້ງກວານ ເມືອງລຸກອຽນ ແຂວງອຽນບາຍ ກໍ່ມີຄວາມປິຕິຊົມຊື່ນຄືອ້າຍເຊີນ ເມື່ອຫາກໍ່ໄດ້ຮັບເຮືອນຫລັງໃຫມ່ ແຕ່ຕົ້ນເດືອນ ພຶດສະພາ ໂດຍສະຫະພັນແຮງງານແຂວງ ອຽນບາຍ, ກຳມະບານບໍລິສັດ  ອຽນເຊີນ, ກຳມະບານເຂດອຸດສາຫະກຳແຂວງ ສົມທົບກັນຫນູນຊ່ວຍຄອບຄົວອ້າຍຫາຍ ກໍ່ສ້າງດ້ວຍມູນຄ່າແມ່ນ 160 ລ້ານດົ່ງ.                               

“ເຮືອນຫລັງນີ້ແມ່ນມີຄວາມໝາຍສຳລັບນ້ອງ, ຊ່ວຍໃຫ້ຄອບຄົວມີບ່ອນຢູ່ຖາວອນ, ພໍ່ແມ່ຂອງພວກຂ້າພະເຈົ້າກໍ່ມີບ່ອນພັກເມື່ອເຈັບເປັນ. ມີເຮືອນຫລັງໃຫມ່ນີ້ ຊ່ວຍໃຫ້ພວກນ້ອງມີຄວາມເຊື່ອໝັ້ນຕົນເອງກວ່າ, ອຸ່ນອ່ຽນໃຈກວ່າເພື່ອທຳມາຫາກິນ ແລະ ສ້າງຄອບຄົວ”.

ໄລ່ລວມ 5 ປີຜ່ານມາ, ກຳມະບານແຂວງ ອຽນບາຍ ໄດ້ສ້າງກອງທຶນ “ສັງຄົມກຳມະບານ” ດ້ວຍຈຳນວນເງິນປະມານ 286,800 USD, ກໍ່ສ້າງເຮືອນ “ຊາຍຄາກຳມະບານ” ເກືອບ 100 ຫລັງໃຫ້ແກ່ສະມາຊິກກຳມະບານ. ໄລຍະຜ່ານມາ ແຂວງກໍ່ໄດ້ຫນູນຊ່ວຍໃຫ້ແກ່ສະມາຊິກກຳມະບານກວ່າ 5.000 ຄົນ, ມອບຂອງຂວັນກວ່າ 17.000 ພູດໃຫ້ແກ່ນັກຮຽນຢູ່ເຂດພູສູງ, ລູກຫລານຂອງຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກ ດ້ວຍຍອດມູນຄ່ານັບສິບໆຕື້ດົ່ງ.

ນອກນັ້ນ ຊຸມປີຜ່ານມາ ຢູ່ແຂວງ ອຽນບາຍ, ບັນດາການເຄື່ອນໄຫວຫນູນຊ່ວຍສະມາຊິກກຳມະບານ ກໍ່ໄດ້ຮັບການຜັນຂະຫຍາຍຢ່າງຄົບຊຸດ, ມີປະສິດທິຜົນ ນັບແຕ່ຂັ້ນແຂວງລົງຮອດຮາກຖານທຸກຂັ້ນ. ທ່ານ ຫງວຽນວັນຮົ່ງ, ປະທານກຳມະບານຮາກຖານ ບໍລິສັດຫຸ້ນສ່ວນກໍ່ສ້າງຄົມມະນາຄົມ ອຽນບາຍ ໃຫ້ຮູ້ວ່າ: ທາງບໍລິສັດມີສະມາຊິກກຳມະບານກວ່າ 200 ຄົນ. ກຳມະບານຂອງບໍລິສັດ ໄດ້ສົມທົບກັບການນຳບໍລິສັດມີຄວາມເອົາໃຈໃສ່ຜູ້ອອກແຮງງານເປັນປະຈຳ ແລະ ກໍ່ສ້າງເຮືອນ 10 ຫລັງໃຫ້ແກ່ສະມາຊິກກຳມະບານທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່.

 “ໄລຍະຈະມາເຖິງ ກຳມະບານຂອງບໍລິສັດ ຈະສືບຕໍ່ພະຍາຍາມເອົາໃຈໃສ່ຜູ້ອອກແຮງງານກວ່າອີກ ເປັນຕົ້ນແມ່ນຜູ້ປະສົບກັບຄວາມຫຍຸ້ງຍາກ. ພ້ອມກັນນັ້ນ ກໍ່ເຂົ້າຮ່ວມກັບຫົວຫນ່ວຍນຳໃຊ້ຜູ້ອອກແຮງງານ ເພື່ອສ້າງ, ຕິດຕາມການປະຕິບັດລະດັບເງິນເດືອນ, ການກຳນົດຊັ້ນແຮງງານ, ຂໍ້ກຳນົດທີ່ກ່ຽວຂ້ອງເຖິງເງິນເດືອນ, ເງິນບຳເນັດ. ກຳມະບານຈະມາພະຍາຍາມແກ້ໄບັນຫາກ່ຽວຂ້ອງເຖິງສິດຜົນປະໂຫຍດ, ພັນທະຂອງຜູ້ອອກແຮງງານ, ຊ່ວຍໃຫ້ຜູ້ອອກແຮງງານ ມີຄວາມອຸ່ນອ່ຽນໃຈເຮັດວຽກ ແລະ ຕິດພັນຍາວນານກັບບໍລິສັດ”.

ທ່ານ ຫງວຽນເຈືອງຟາດ, ປະທານ ສະຫະພັນແຮງງານ ແຂວງ ອຽນບາຍ ໃຫ້ຮູ້ວ່າ:

 “ສະຫະພັນແຮງງານ ແຂວງ ຈະເພີ່ມທະວີການຜັນຂະຫຍາຍວຽກງານເບິ່ງແຍງດູແລຊີວິດການເປັນຢູ່ໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານຢ່າງມີປະສິດທິຜົນ. ຈຸດສຸມແມ່ນຂົນຂວາຍປະຕິບັດ “ຊາຍຄາກຳມະບານ” ເພື່ອກໍ່ສ້າງເຮືອນຢູ່ໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກ ບືນຕົວຂຶ້ນໃນຊີວິດ”.

   ບັນດາເຮືອນຫລັງທີ່ຖາວອນ ໄດ້ຮັບການກໍ່ສ້າງຈາກ ໂຄງການ “ຊາຍຄາກຳມະບານ” ພ້ອມກັບຄວາມເອົາໃຈໃສ່ຍົກສູງຊີວິດດ້ານວັດຖຸ, ຈິດໃຈ ໃຫ້ແກ່ສະມາຊິກກຳມະບານຂອງ ສະຫະພັນແຮງງານ ແຂວງ ອຽນບາຍ ໄດ້ຊ່ວຍໃຫ້ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກມີມານະຈິດບືນຕົວຂຶ້ນໃນຊີວິດ. /.

 

ຕອບກັບ

ຂ່າວ/ບົດ​ອື່ນ