ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ປະກອບສ່ວນບັນເທົາຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ

(VOVWORLD) - ປີນີ້ ແມ່ນ 63 ປີແຫ່ງວັນກອງທັບ ອາເມລິກາ ຫວ່ານທາດພິດສີສົ້ມລົງໃສ່ພາກໃຕ້ ຫວຽດນາມ (1961 - 2024).  ໃນໄລຍະກວ່າ 60 ປີຜ່ານມາ, ມີຫລາຍຄອບຄົວ ຢູ່ ຫວຽດນາມ ຍັງຄົງຖືກຜົນສະທ້ອນຢ່າງຫນັກຫນ່ວງຍ້ອນທາດພິດນີ້. ອຳນາດການປົກຄອງບັນດາທ້ອງຖິ່ນ ພວມມານະພະຍາຍາມຮ່ວມເດີນທາງພ້ອມກັບເຂົາເຈົ້າໃນການແກ້ໄຂຜົນຮ້າຍຢ້ອນຫລັງຈາກທາດພິດສີສົ້ມ/ດິໂອຊິນ.

ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ປະກອບສ່ວນບັນເທົາຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 1ຢື້ຢາມຖາມຂ່າວ ມອບຂອງຂວັນໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊິນ. ພາບ:Tuấn Kiệt/TTXVN

ນະຄອນ ດ່າຫນັງ ແມ່ນຫນຶ່ງໃນຈຳນວນຫລາຍທ້ອງຖິ່ນໃນທົ່ວປະເທດ ພວມປະຕິບັດວຽກງານນີ້ເປັນຢ່າງດີ. ປະຈຸບັນ ນະຄອນ ມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມປະມານ 5.000 ຄົນ, ໃນນັ້ນ ເດັກນ້ອຍແມ່ນ 1.400 ຄົນ.  ຫລາຍຄອບຄົວມີ 2-3 ຄົນແມ່ນຖືກຜົນສະທ້ອນຈາກທາດພິດສີສົ້ມ. ຊຸມປີຜ່ານມາ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຂອງນະຄອນ ໄດ້ຂົນຂວາຍບັນດາອົງການການກຸສົນ, ຜູ້ໃຈບຸນໃຈກຸສົນ ປະກອບສ່ວນຈຳນວນເງິນນັບຮ້ອຍໆຕື້ດົ່ງ ເພື່ອຊ່ວຍເຫລືອຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຜ່ານຜ່າຄວາມຫຍຸ້ງຍາກ. ເອື້ອຍ ໂຮ່ທິລາງ ຢູ່ ຕາແສງ ຮວ່າເຟືອກ ເມືອງຮວ່າວາງ ເປັນຄົນພິການ ແລະ ກໍ່ແມ່ນຫນຶ່ງໃນຈຳນວນ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫລາຍຄົນ ທີ່ໄດ້ຮັບການຫນູນຊ່ວຍຈາກທ້ອງຖິ່ນ.

ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຂອງນະຄອນ ໄດ້ຫນູນຊ່ວຍຂ້າພະເຈົ້າ ປຸກສ້າງເຮືອນຢູ່, ຊ່ວຍຄອບຄົວມີບ່ອນຢູຸ່ທີ່ຖາວອນ, ຫລົບພາຍຸລົມຝົນ, ໄພນ້ຳຖ້ວມ. ອຳນາດການປົກຄອງທ້ອງຖິ່ນກໍ່ໄດ້ຊ່ວຍເຫລືອດ້ານທຶນຮອນເພື່ອທຳມາຫາກິນ, ຊ່ວຍໃຫ້ຂ້າພະເຈົ້າຜ່ານຜ່າຄວາມຫຍຸ້ງຍາກ, ມີກຳລັງຫນູນຕື່ມອີກກວ່າໃນການດຳລົງຊີວິດ”.

ສ່ວນຢູ່ ແຂວງ ຊອກຈັງ, ໄລ່ສະເພາະ 6 ເດືອນຕົ້ນປີນີ້, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ທຸກຂັ້ນໃນແຂວງ ກໍ່ໄດ້ປະຕິບັດການປຸກສ້າງເຮືອນຫລັງໃຫມ່ 14 ຫລັງ, ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງຫນູນຊ່ວຍ ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ດ້ວຍຍອດຈຳນວນເງິນເກືອບ 396.500 USD. ທ່ານ ຫງວຽນຮຸ່ງ, ປະທານ  ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ແຂວງ ຊອກຈັງ ໃຫ້ຮູ້ວ່າ:

“ໃນຫລາຍປີຜ່ານມາ, ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໄດ້ຜັນຂະຫຍາຍການເຄື່ອນໄຫວຫລາຍຢ່າງເພື່ອຂົນຂວາຍແຫລ່ງກຳລັງຫນູນຊ່ວຍປຸກສ້າງເຮືອນຢູ່, ຫນູນຊ່ວຍດ້ານທຶນຮອນໃຫ້ແກ່ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ເພື່ອໃຫ້ເຂົາເຈົ້າມີເງື່ອນໄຂທຳມາຫາກິນລ້ຽງຊີບ  ກໍ່ຄືຫລາຍໂຄງການອື່ນເພື່ອຊ່ວຍເຂົາເຈົ້າຫລຸດຜ່ອນຄວາມຫຍຸ້ງຍາກໃນການດຳລົງຊີວິດ, ຊ່ວຍເຂົາເຈົ້ນບືນຕົວຂຶ້ນເຊື່ອມຕົວເຂົ້າກັບວົງຄະນາຍາດ. ນັ້ນແມ່ນຄວາມຮັບຜິດຊອບທາງສະມາຄົມ ຍາມໃດກໍ່ສູ້ຊົນຜັນຂະຫຍາຍທຸກປີ”.

ມີການເຄື່ອນໄຫວຫລາຍຢ່າງທີ່ແທດຈິງ ປະກອບສ່ວນບັນເທົາຄວາມເຈັບປວດໃຫ້ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ - ảnh 2ພົນຕີ ຫງວຽນຫືວຈິງ, ປະທານ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊິນ. ພາບ:TTXVN

ພົນຕີ ຫງວຽນຫືວຈິງ, ປະທານ ສະມາຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊິນ ຫວຽດນາມ ຮຽກຮ້ອງ:

“ປະຈຸບັນ ຫວຽດນາມ ຍັງມີຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມຫລາຍລ້ານຄົນ, ໃນຮ່າງກາຍຂອງເຂົາເຈົ້າຖືກຕິດຫລາຍໆພະຍາດຫນັກ  ດ້ວຍຄວາມເຈັບປວດທາງຮ່າງກາຍ ແລະ ຈິດໃຈ. ເຂົາເຈົ້າຕ້ອງການມີການແບ່ງປັນ ແລະ ຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ເພື່ອບັນເທົາຄວາມເຈັບປວດ, ຄວາມຫຍຸ້ງຍາກນັ້ນ.

           ພ້ອມກັບ ການຫນູນຊ່ວຍຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ໃນການທຳມາຫາກິນ, ແຕ່ປີ 2010  ມີນັກຮົບເກົ່າ, ອະດີດຊາວຫນຸ່ມຕະລຸມບອນ ຫວຽດນາມ ຫລາຍໆຄົນ ໄດ້ເຂົ້າຮ່ວມລາຍການຮົມຢາລ້າງສານພິດ ຢູ່ ສູນອຸປະກະລະສັງຄົມຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຢູ່ ບັນດາແຂວງ, ນະຄອນ ປະກອບສ່ວນປັບປຸງສ່ວນໃດຫນຶ່ງໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊິນ.

          ນອກຈາກການເຄື່ອນໄຫວຮົມຢາລ້າງສານພິດຢູ່ ສູນ, ບັນດາຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ ຍັງໄດ້ຮັບການເບິ່ງແຍງດູແລສຸຂະພາບ, ຫັດກາຍ ພ້ອມກັນນັ້ນ ສູນຍັງຈັດຕັ້ງຊຸດຮຽນວິຊາຊີບ, ແນະນຳອາຊີບໃຫ້ແກ່ຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ.

ມີການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ ເພື່ອແນໃສ່ຊ່ວຍຊີວິດການເປັນຢູ່ຂອງຜູ້ປະສົບເຄາະຮ້າຍຈາກທາດພິດສີສົ້ມ/ດິໂອຊິນ ພວມໄດ້ຮັບການຜັນຂະຫຍາຍຢູ່ຫລາຍທ້ອງຖິ່ນຂອງຫວຽດນາມ. ການຮ່ວມແຮງຮ່ວມໃຈຂອງທົ່ວສັງຄົມ ໄດ້ສ້າງກຳລັງຫນູນ, ຊ່ວຍບັນດາຜູ້ປະສົບເຄາະຮ້າຍ ແລະ ຄອບຄົວເຂົາເຈົ້າບືນຕົວຂຶ້ນໃນຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ