(VOVWORLD) - ຕົ້ນລະດູບານໃຫມ່ປີ ມະເສັງ, ຫລາຍຄອບຄົວຢູ່ເຂດພູດອຍ ແຂວງ ອຽນບາຍ ຍິ່ງມີຄວາມປິຕິຊົມຊື່ນ ເພາະເຂົາເຈົ້າໄດ້ມີເຮືອນຫລັງໃຫມ່ທີ່ຖາວອນ. ນີ້ແມ່ນໝາກຜົນຈາກຄວາມມານພະຍາຍາມຂອງອຳນາດການປົກຄອງທຸກຂັ້ນ, ການຮ່ວມແຮງຮ່ວມໃຈຂອງທັງວົງຄະນາຍາດໃນການປະຕິບັດແຜນຮ່າງລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພ ໂດຍລັດຖະບານປະກາດໃຊ້.
ເຮືອນຊົ່ວຄາວ ໄດ້ຮັບການປ່ຽນແທນເປັນເຮືອນຫລັງໃຫມ່ທີ່ໃຫຍ່ໂຕສວຍງາມ. (ພາບ:Đình Tuấn/VOV) |
ເຮືອນຫລັງໃຫມ່ຂອງ ອ້າຍ ຈິງວັນຫຽນ ຢູ່ ບ້ານ 2 ຕາແສງ ເຫງ້ຍໂລະ ເທດສະບານ ເຫງ້ຍໂລະ ກວ້າງເກືອບ 100 ຕາແມັດ ດ້ວຍ 3 ຫ້ອງນອນ, 1 ຫ້ອງຮັບແຂກ ແລະ 1 ເຮືອນຄົວ.
ກ່ອນນີ້ ອ້າຍເປັນຊ່າງໄມ້ສີມືດີ ລາຍຮັບທີ່ອ້າຍເກັບມາໄດ້ແມ່ນລ້ຽງ 4 ຄົນໃນຄອບຄົວ. ແຕ່ສອງສາມປີກ່ອນ, ອ້າຍຖືກອຸບັດຕິເຫດ ສະນັ້ນສຸຂະພາບອ່ອນເພຍລົງ, ເສດຖະກິດຄອບຄົວຕົກເຂົ້າສູ່ສະພາບຫຍຸ້ງຍາກລຳບາກທີ່ສຸດ, ຄວາມໄຝ່ຝັນຂອງອ້າຍລ້ວນແຕ່ຖືກປະໄວ້ໝົດ, ໃນນັ້ນ ມີເລື່ອງປຸກສ້າງເຮືອນໃຫມ່ກໍ່ບໍ່ສາມາດປະຕິບັດໄດ້. ປີນີ້ ໂຊກດີຫລາຍ, ຕາມແຜນຮ່າງກໍ່ສ້າງເຮືອນໃຫ້ຄອບຄົວທຸກຍາກໄລຍະ 2023 -2025 ຂອງແຂວງ ອຽນບາຍ ຄອບຄົວອ້າຍໄດ້ຮັບເງິນຈຳນວນ 50 ລ້ານດົ່ງຈາກການຫນູນຊ່ວຍຂອງລັດ ພ້ອມກັບການສະຫນັບສະຫນູນຂອງບັນດາອົງການ, ສ່ວນບຸກຄົນ, ພີ່ນ້ອງ ແລະ ເງິນກູ້ຢຶມຕື່ມ ສະນັ້ນ ເຮືອນຫລັງໃຫມ່ຂອງອ້າຍໄດ້ກໍ່ສ້າງສຳເລັດ ດ້ວຍຄວາມປິຕິຊົມຊື່ນຂອງທຸກຄົນໃນຄອບຄົວ.
“ລັດ ແລະ ບັນດາໝູ່ຄະນະ ໄດ້ຊ່ວຍຂ້າພະເຈົ້າປຸກສ້າງເຮືອນຫລັງໃຫມ່ຖາວອນ ຂ້າພະເຈົ້າດີໃຈຫລາຍ. ຜົວເມຍ ພວກຂ້າພະເຈົ້າຈະພະຍາຍາມສູ້ຊົນເພື່ອຫລຸດພົ້ນອອກຈາກຄວາມທຸກຍາກໂດຍໄວ”.
ກໍ່ເຊັ່ນດຽວກັນກັບອ້າຍ ຫຽນ, ອ້າຍ ຊຸ່ງອາຄວາງ ຊາວເຜົ່າມົ້ງ ຢູ່ ຕາແສງ ຮ່າເຫົ້າ, ເມືອງ ວັນອຽນ ແຂວງ ອຽນບາຍ ກໍ່ມີເຮືອນຫລັງໃຫມ່ທີ່ຖາວອນ, ອ້າຍໃຫ້ຮູ້ວ່າ: ມີເຮືອນຖາວອນຄືແນວນີ້ ແມ່ນຄວາມໄຝ່ຝັນຂອງຄອບຄົວໃນຫລາຍປີກ່ອນ ແລະ ປີນີ້ໄດ້ປະກົດຜົນເປັນຈິງແລ້ວ.
“ຄອບຄົວຂ້າພະເຈົ້າໄດ້ຮັບການຫນູນຊ່ວຍຈາກລັດ, ຜູ້ໃຈບຸນໃຈກຸສົນ ແລະ ອຳນາດການປົກຄອງທ້ອງຖິ່ນ ຫນູນຊ່ວຍ 70 ລ້ານດົ່ງ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຫລາຍໆ”.
ໂດຍແມ່ນແຂວງ ພູດອຍ, ເງື່ອນໄຂເສດຖະກິດຍັງປະສົບກັບຄວາມຫຍຸ້ງຍາກ ແຕ່ແຂວງ ອຽນບາຍ ໄດ້ປະກາດໃຊ້ຫລາຍແຜນຮ່າງ, ນະໂຍບາຍ ເພື່ອປະຕິບັດວຽກງານຫລຸດຜ່ອນຄວາມອຶດຫິວທຸກຍາກແບບຍືນຍົງ, ເອົາໃຈໃສ່ເບິ່ງແຍງດູແລໃຫ້ຜູ້ທຸກຍາກ ແລະ ບັນດາເປົ້າໝາຍນະໂຍບາຍຢ່າງມີປະສິດທິຜົນ. ສະເພາະແຜນຮ່າງຫນູນຊ່ວຍເຮືອນຢູ່ໃຫ້ແກ່ຄອບຄົວທຸກຍາກ, ໃກ້ທຸກຍາກໄລຍະ 2023 – 2025, ພາຍຫລັງ 2 ປີແຫ່ງການປະຕິບັດ, ທົ່ວແຂວງ ໄດ້ຫນູນຊ່ວຍກໍ່ສ້າງໃຫມ່ ແລະ ສ້ອມແປງກວ່າ 3.000 ຫລັງ, ສຳເລັດ 100% ຄາດໝາຍທີ່ວາງອອກ. ຍອດງົບປະມານລະດົມແມ່ນສູງກວ່າທົບ 2,5 ເທົ່າເມື່ອທຽບໃສ່ງົບປະມານຄາດຄະເນ. ນອກນັ້ນ ແຂວງຍັງຫນູນຊ່ວຍກວ່າ 750 ຫລັງທີ່ຢູ່ນອກແຜນຮ່າງ.
ແບ່ງປັນກ່ຽວກັບວິທີເຮັດເພື່ອປະຕິບັດແຜນຮ່າງໃຫ້ມີປະສິດທິຜົນ, ທ່ານ ເລືອງແມ້ງຫ່າ, ຮອງປະທານ ຄະນະກຳມະການປະຊາຊົນ ເທດສະບານ ເຫງ໊ຍໂລະ ແຂວງ ອຽນບາຍ ໃຫ້ຮູ້ວ່າ:
“ເທດສະບານ ເຫງ້ຍໂລະ ໄດ້ລະດົມແຫລ່ງກຳລັງຫນູນຊ່ວຍເປັນຫລາຍຮູບແບບ. ນອກຈາກງົບປະມານສະຫນັບສະຫນູນຈາກລັດ, ປະຊາຄົມແລ້ວ, ທ້ອງຖິ່ນ ໄດ້ຍູ້ແຮງການຂົນຂວາຍປະກອບສ່ວນ, ຊ່ວຍເຫລືອຂອງວົງຕະກຸນ, ຄອບຄົວ, ສົມທົບກັບການຊ່ວຍເຫລືອຈາກກຳລັງຕຳຫລວດ, ທະຫານ ແລະ ບັນດາອົງການຈັດຕັ້ງມະຫາຊົນ”.
ການນຳ ແຂວງອຽນບາຍ ສືບຕໍ່ບໍລິຈາກເງິນເພື່ອຫນູນຊ່ວຍລົບລ້າງເຮືອນຢູ່ຊົ່ວຄາວ, ເຮືອນຮົ່ວເພໃນບໍລິເວນແຂວງ ປີ 2025. (ພາບ:Đình Tuấn/VOV) |
ທ່ານນາງ ເລືອງທິຊວຽນ, ຮອງປະທານ ຄະນະກຳມະການປະຊາຊົນ ເມືອງ ໝູ່ກາງຈ໋າຍ ແຂວງອຽນບາຍ ໃຫ້ຮູ້ວ່າ:
“ພວກຂ້າພະເຈົ້າໄດ້ລະດົມແຫລ່ງກຳລັງຢູ່ກັບທີ່ ຄື: ລະດົມການປະກອບສ່ວນຂອງວົງຄະນາຍາດ, ບ້ານເມືອງ, ພີ່ນ້ອງ. ມີບາງຄອບຄົວຢູ່ໂດດດ່ຽວທີ່ປະສົບກັບຄວາມຫຍຸ້ງຍາກທີ່ສຸດ ຫລື ຜູ້ເຖົ້າຜູ້ແກ່ບໍ່ມີບ່ອນເພິ່ງພາ ພວກຂ້າພະເຈົ້າໄດ້ມອບໃຫ້ບັນດາອົງການ, ສະມາຄົມມາຊ່ວຍເຫລືອ”.
ປີ 2025 ແຂວງ ອຽນບາຍ ສູ້ຊົນຫລຸດຜ່ອນ 2,57% ອັດຕາຄອບຄົວທຸກຍາກ ເມື່ອທຽບໃສ່ປີ 2024 (ເທົ່າກັບ 2.849 ຄອບຄົວ). ບັນດາຫລັງເຮືອນທີ່ໃຫຍ່ໂຕສວຍງາມໄດ້ຮັບການກໍ່ສ້າງຂຶ້ນ ແລະ ມອບໃຫ້ບັນດາຄອບຄົວທຸກຍາກຢູ່ ແຂວງພູດອຍ ອຽນບາຍ ແມ່ນກຳລັງຫນູນ, ກາຍເປັນທີ່ເພິ່ງ ເພື່ອໃຫ້ເຂົາເຈົ້າດຳລົງຊີວິດເປັນປົກກະຕິ, ບືນຕົວຂຶ້ນຫລຸດຜ່ອນຄວາມທຸກຍາກ, ປະກອບສ່ວນສຳຄັນ ນຳແຂວງ ອຽນບາຍ ນຳຫນ້າບັນດາແຂວງໃນເຂດໄຕບັກ ກ່ຽວກັບການກໍ່ສ້າງຊົນນະບົດໃຫມ່.