IFS ດ້ວຍບົດບາດໜ້າທີ່ເຊື່ອມຕໍ່ຄວາມຮັກແພງ

(VOVWORLD) - ເຖິງວ່າຫາກໍ່ໄດ້ຮັບການສ້າງຕັ້ງໃນເດືອນ ພຶດສະພາ 2017 ກໍ່ຕາມ, ແຕ່ມາຮອດປະຈຸບັນ, ພາຍຫຼັງເຄື່ອນໄຫວມາເປັນເວລາ 1 ປີ, ອົງການ “ນ້ຳໃຈມິດຕະພາບວັດທະນະທຳຫຼາຍຮູບແບບ/Intercultural Friendship Society” (IFS) ໄດ້ຈັດຕັ້ງການໄປປະຕິບັດງານຢູ່ບັນດາປະເທດໃຫ້ບັນດາສະມາຊິກໄດ້ 12 ຄັ້ງຢ່າງສຳເລັດຜົນ.
IFS ດ້ວຍບົດບາດໜ້າທີ່ເຊື່ອມຕໍ່ຄວາມຮັກແພງ - ảnh 1 ການເຄື່ອນໄຫວຂອງ IFS ຢູ່ ຫວຽດນາມ

ນັ້ນແມ່ນບັນດາລາຍການເຄື່ອນໄຫວເພື່ອການກຸສົນ ແນໃສ່ໜູນຊ່ວຍສະມາຊິກໃນຄະນະໃຫ້ມີຄວາມເຂົ້າໃຈກ່ວາກ່ຽວກັບຊີວິດການເປັນຢູ່ຂອງບັນດາບຸກຄົນທີ່ດ້ອຍໂອກາດ. ບັນດາເພື່ອນໜຸ່ມຊາວ ອິນໂດເນເຊຍ ມີອາຍຸແຕ່ 17 30 ປີລ້ວນແຕ່ສາມາດເຂົ້າຮ່ວມລາຍການ. ບົດຂຽນຂອງ ງວຽນຮ່າ ກ່ຽວກັບອົງການ IFS.

        “ພວກຂ້າພະເຈົ້າໄດ້ສຸມໃສ່ເຂົ້າໃນການພັດທະນາຄວາມສາມາດບົ່ມຊ້ອນຂອງບັນດາເພື່ອນໜຸ່ມ ອິນໂດເນເຊຍ ໃນບັນດາບັນຫາສັງຄົມ, ການສຶກສາ ແລະ ວັດທະນະທຳ, ບໍ່ພຽງແຕ່ຢູ່ ອິນໂດເນເຊຍ ເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ. ໃນນັ້ນມີລາຍການ “Friendship from Indonesia/IFF”, ເພື່ອແນໃສ່ຈຸດປະສົງແກ້ໄຂ ແລະ ຍົກອອກບັນດາມາດຕະການເພື່ອໜູນຊ່ວຍເຊິ່ງກັນ ແລະ ກັນ. ຜ່ານບັນດາການປະຕິບັດງານຢູ່ຕ່າງປະເທດ, ພວກຂ້າພະເຈົ້າປາດຖະໜາຈະໄດ້ຮັບບັນດາຄວາມຮູ້ເພື່ອໝູນໃຊ້ຢູ່ ອິນໂດເນເຊຍ”

        Nurul Hudayah, ຮັບຜິດຊອບດ້ານການສື່ສານຂອງ IFS ຍາມໃດກໍ່ຮ່ວມເດີນທາງພ້ອມກັບບັນດາສະມາຊິກໃນການໄປປະຕິບັດງານຢູ່ປະເທດຕ່າງໆ. ກ່ອນນີ້, Nurul ແມ່ນນັກສຶກສາຂະແໜງບັນຊີຂອງມະຫາວິທະຍາໄລ Yogyakarta, ຍ້ອນຄວາມເມົາມົວກັບວຽກງານສັງຄົມ, ນາງສາວຄີງບາງຮ່າງນ້ອຍ, ອາຍຸ 22 ປີນີ້ຈຶ່ງຕັດສິນໃຈຕິດພັນກັບ IFS. ຍາມໃດລາວກໍ່ແມ່ນໜຶ່ງໃນບັນດາສະມາຊິກຕັ້ງໜ້າຂອງອົງການນີ້ນັບແຕ່ຊຸມວັນທຳອິດສ້າງຕັ້ງມາຮອດປະຈຸບັນ. ລາວພ້ອມກັບບັນດາຜູ້ນຳໜ້າອົງການແມ່ນເອື້ອຍ Rani Wulandari ແລະ ພາລະກອນ 15 ຄົນອື່ນຍາມໃດກໍ່ມະນາພະຍາຍາມໜູນຊ່ວຍເພື່ອຈັດຕັ້ງການໄປປະຕິບັດງານໃຫ້ບັນດາເພື່ອນໜຸ່ມເປັນຢ່າງດີ. ຄິດສະເລ່ຍໃນແຕ່ລະເດືອນ IFS ໄດ້ຈັດຕັ້ງການໄປເຮັດວຽກງານອາສາສະໝັກຢູ່ປະເທດຕ່າງໆ 1 - 2 ເທື່ອ ແລະ ຫຼາຍການເຄື່ອນໄຫວເພື່ອການກຸສົນອື່ນໆພາຍໃນປະເທດ. ໂດຍເປັນອົງການບໍ່ຫວັງຜົນກຳໄລດັ່ງນັ້ນ, ເພື່ອເຂົ້າຮ່ວມລາຍການຂອງ IFS, ບັນດາສະມາຊິກຕ້ອງກຸ້ມຕົນເອງໃນການກິນ, ການຢູ່, ການເຄື່ອນໄຫວຕ່າງໆ. ເພື່ອນ Nurul Hadayah, ໃຫ້ຮູ້ວ່າ:

        “ຍາມໃດພວກຂ້າພະເຈົ້າກໍ່ມີໜັງສືຕິດຄັດພ້ອມເພື່ອຝາກເຖິງບັນດາສະມາຊິກເຂົ້າຮ່ວມ FFI. ໜັງສືສະບັບນີ້ຊ່ວຍໃຫ້ເຂົາເຈົ້າຊອກຫາແຫຼ່ງເງິນອຸປະຖຳ. ດັ່ງນັ້ນ, ບໍ່ແມ່ນວ່າທຸກໆຄົນທີ່ເຂົ້າຮ່ວມອົງການລ້ວນແຕ່ແມ່ນຄອບຄົວຮັ່ງມີ.  ເພື່ອມີເງິນເຂົ້າຮ່ວມການເຄື່ອນໄຫວນີ້, ພວກເພື່ອນເກືອບທັງໝົດ ຕ້ອງຊອກຫາແຫຼ່ງອຸປະຖຳຈາກແຫຼ່ງອື່ນໆ.”

        ພາຍຫຼັງໄດ້ຮັບການສ້າງຕັ້ງເປັນເວລາ 6 ເດືອນ, ເດືອນ ພະຈິກ 2017, IFS ໄດ້ຈັດຕັ້ງລາຍການທຳອິດໄປ ຫວຽດນາມ  ຢ້ຽມຢາມໝູ່ບ້ານມິດຕະພາບ ຫວຽດນາມ. ນະທີ່ນີ້, ຄະນະມີໂອກາດໄດ້ພົບປະ ແລະ ຊອກຮູ້ຊີວິດການເປັນຢູ່ຂອງບັນດາຜູ້ດ້ອຍໂອກາດໃນສັງຄົມ, ນັ້ນແມ່ນລູກຫຼານຂອງນັກຮົບເກົ່າ ແລະ ນັກຮົບເກົ່າຜູ້ຖືກປະສົບເຄາະຮ້າຍຈາກທາດພິດສີສົ້ມ/ ດີໂອຊິນ ໃນສົງຄາມຕ້ານຈັກກະພັດ ອາເມລິກາ ຢູ່ ຫວຽດນາມ. ພາຍຫຼັງການຢ້ຽມຢາມ ຄັ້ງນີ້, IFS ສືບຕໍ່ຊອກຮູ້ບັນດາອົງການຢູ່ ຫວຽດນາມ ທີ່ຕ້ອງການຮັບຄວາມຊ່ວຍເຫຼືອຂອງສັງຄົມ. ແລະ ໃນການຢ້ຽມຢາມເປັນເວລາ 4 ວັນຢູ່ ຫວຽດນາມ ໃນເດືອນ ເມສາ ຜ່ານມາ, ຄະນະໄດ້ໄປຢ້ຽມຢາມສູນລ້ຽງເດັກມິດຕະພາບ ດົ໋ງດາ ແລະ ບ້ານເດັກ SOS ຮ່າໂນ້ຍ.

IFS ດ້ວຍບົດບາດໜ້າທີ່ເຊື່ອມຕໍ່ຄວາມຮັກແພງ - ảnh 2 ສະມາຊິກໃນກຸ່ມລະຫລິ້ນກັບເດັກໃນບ້ານເດັກ SOS

        ນັ້ນແມ່ນບັນຍາກາດຂອງຫ້ອງຮຽນຂອງເດັກນ້ອຍອາຍຸ 4 ປີ ຢູ່ບ້ານເດັກ SOS ເມື່ອມີບັນດາອ້າຍເອື້ອຍໃນຄະນະ IFS ມາຢ້ຽມຢາມ. ເດັກນ້ອຍ 30 ຄົນພ້ອມກັບສະມາຊິກ ໃນຄະນະໄດ້ຮ້ອງເພງ, ລະຫຼິ້ນແລ້ວ ພ້ອມກັນຖ່າຍຮູບ… ບໍ່ພຽງແຕ່ໄປຢ້ຽມຢາມ, ຊອກຮູ້ຊີວິດການເປັນຢູ່ຂອງບ້ານເດັກ SOS ເທົ່ານັ້ນ, ໃນການຢ້ຽມຢາມຄັ້ງນີ້, ສະມາຊິກ 25 ຄົນຂອງຄະນະ IFS ໄດ້ປະກອບສ່ວນເຂົ້າສານ 100 ກິໂລກຼາມ ແລະ ນ້ຳນົມ 3 ແກັດມອບໃຫ້ບັນດາຄອບຄົວຢູ່ແຫ່ງນີ້. ເປັນຄັ້ງທຳອິດທີ່ໄດ້ໄປຢ້ຽມຢາມບ້ານເດັກ SOS ຮ່າໂນ້ຍ, ເພື່ອນ Rina Sulistiana, ສະມາຊິກຂອງ IFS, ແບ່ງປັນດ້ວຍຄວາມສະເທືອນໃຈວ່າ:

        “ຂ້າພະເຈົ້າຮູ້ສຶກໂຊກດີຫຼາຍເມື່ອໄດ້ໄປຢ້ຽມຢາມພວກນ້ອງ, ແຕ່ຂ້າພະເຈົ້າກໍ່ຮູ້ສຶກເສຍໃຈຍ້ອນສະພາບການເດັກນ້ອຍຫາກໍ່ເກີດຖືກປະປ່ອຍຢູ່ ຫວຽດນາມ ກໍ່ຄ້າຍຄືກັນກັບ ອິນໂດເນເຊຍ. ໂຊກດີມີບັນດາອົງການຄື SOS ເພື່ອຊ່ວຍໃຫ້ພວກນ້ອງມີບ່ອນເພິ່ງພາອາໄສ”

        ໂດຍຕີລາຄາສູງການເຄື່ອນໄຫວຂອງຄະນະ, ທ່ານ ຫງວຽນວັນຊິງ, ຜູ້ອຳນວຍການບ້ານເດັກ SOS ຮ່າໂນ້ຍ ໃຫ້ຮູ້ວ່າ:

        “ສຳລັບນັກສຶກສາ, ພິເສດແມ່ນບັນດາອົງການສັງຄົມນັ້ນ, ເມື່ອສ້າງຕັ້ງ, ເຂົາເຈົ້າລ້ວນແຕ່ມີຈຸດປະສົງ ເພື່ອຊອກຫາວັດທະນະທຳ, ສັງຄົມ ກໍ່ຄືຫຼາຍບັນຫາກ່ຽວຂ້ອງເຖິງຊີວິດການເປັນຢູ່, ເບິ່ງລວມແລ້ວ ແມ່ນການເຄື່ອນໄຫວທີ່ດີ. ທີສອງ, ເມື່ອໄປຢ້ຽມຢາມບັນດາຮາກຖານສັງຄົມນັ້ນ, ພວກເພື່ອນໄດ້ມີການປະກອບສ່ວນໃດໜຶ່ງ, ນັ້ນແມ່ນສິ່ງທີ່ເປັນໜ້າເຄົາລົບນັບຖື. ຂ້າພະເຈົ້າກໍ່ຕີລາຄາສູງບັນດາສະມາຊິກໃນຄະນະທີ່ພວກເພື່ອນໄດ້ເປັນເຈົ້າການໃນການຊອກຮູ້ຊີວິດການເປັນຢູ່ ກໍ່ຄືການເຄື່ອນໄຫວຂອງບ້ານແຫ່ງນີ້.”

        ປະຈຸບັນ, ສະມາຊິກທັງໝົດຂອງ IFS ໄດ້ເພີ່ມຂຶ້ນເຖິງ 200 ຄົນ. ໃນເດືອນເມສາ ຜ່ານມາ, ພາຍຫຼັງໄປທີ່ ຫວຽດນາມ ແລ້ວ, IFS ຍັງໄດ້ຈັດຕັ້ງການເຄື່ອນໄຫວໄປ ສ. ເກົາຫຼີ ແລະ ໃນເດືອນ ພຶດສະພາ ແມ່ນລາຍການເຄື່ອນໄຫວເພື່ອການກຸສົນ ຢູ່ ກຳປູເຈຍ ແລະ ມາເລເຊຍ. ດ້ວຍນ້ຳໃຈ ແລະ ຄວາມມານະພະຍາຍາມຂອງຕົນ, ບັນດາສະມາຊິກໃນ IFS ສືບຕ່ໍພາລະກິດນຳຄວາມຮັກແພງມາໃຫ້ບັນດາຜູ້ດ້ອຍໂອກາດໃນສັງຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ