​ຊື່​ສຽງ​ຮຽງ​ນາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ດັງ​ກ້ອງ​ກັງ​ວານ​ໃນ​ໃຈ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຕະຫຼອດ​ໄປ

(VOVWORLD) - ການຈາກໄປຂອງທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ  ແມ່ນຄວາມເສົ້າສະຫຼົດໃຈອັນສຸດຊື້ງສຳລັບຫຼາຍຄົນບໍ່ພຽງແຕ່ສຳລັບປະຊາຊົນ ຫວຽດນາມ ເທົ່ານັ້ນຫາກຍັງນັບທັງປະຊາຊົນໃນພາກພື້ນ ແລະ ໃນໂລກອີກດ້ວຍໃນນັ້ນ ມີປະຊາຊົນລາວບັນດາເຜົ່າອ້າຍນ້ອງວັນທີ 25 – 26 ກໍລະກົດຜ່ານມາພັກລັດ ແລະ  ປະຊາຊົນລາວ  ໄດ້ໄວ້ອາໄລລະດັບຊາດເພື່ອອາໄລຫາເພິ່ນສິ່ງນັ້ນ ໄດ້ສະແດງໃຫ້ເຫັນເຖິງນ້ຳໃຈອັນພິເສດຂອງປະຊາຊົນ ລາວ ບັນດາເຜົ່າທີ່ມີຕໍ່ທ່ານຜູ້ນຳທີ່ແສນເຄົາລົບຮັກຮູບພາບຂອງເພິ່ນ ຍາມໃດກໍຝັງເລິກໃນຈິດສຳນຶກຂອງປະຊາຊົນດິນແດນແຫ່ງດອກຈຳປາຕະຫຼອດໄປ.

ເມື່ອໄດ້ຮັບຂ່າວວ່າ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຖິງແກ່ມໍລະນະກຳ, ຮ້ອຍໂທ ທິບພະວົງ ສຸມາວັດ (ເກີດປີ 1994), ພະນັກງານກອງທັບປະຊາຊົນລາວ ບໍ່ອາດກັ້ນນ້ຳຕາໄວ້ໄດ້. ລາວໄດ້ສົ່ງອັນລະບ້ຳພາບໃນໂທລະສັບຂອງລາວໃຫ້ບັນນາທິການພາກພາສາລາວເບິ່ງ. 1 ສ່ວນ 3 ໃນຈຳນວນພາບທັງໝົດຂອງອັນລະບ້ຳນັ້ນ ແມ່ນພາບຂອງປະທານ ໂຮ່ຈີມິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຜູ້ນຳສອງທ່ານທີ່ປີຊາສາມາດຂອງພັກກອມມູນິດ ຫວຽດນາມ ເຊິ່ງລາວມີຄວາມເຄົາລົບນັບຖືທີ່ສຸດ. ເຖິງວ່າ ຫາກໍໄດ້ພົບທ່ານເລຂາທິການໃຫຍ່ເທື່ອດຽວ ແຕ່ຄາວຍັງເປັນນັກສຶກສາ ໄປຕ້ອນຮັບເພິ່ນມາຢ້ຽມຢາມລາວ ເມື່ອປີ 2014 ກໍຕາມ, ແຕ່ເຫດການນັ້ນ ໄດ້ກາຍເປັນບາດລ້ຽວເຮັດໃຫ້ ທິບພະວົງ ຕັດສິນໃຈຮຽນພາສາ ຫວຽດ ດ້ວຍຕົນເອງ ເພື່ອຊອກຮູ້ ແລະ ຮ່ຳຮຽນກ່ຽວກັບແບບແຜນການດຳລົງຊີວິດ ແລະ ວິທີການເຮັດວຽກຂອງເພິ່ນ.

​ຊື່​ສຽງ​ຮຽງ​ນາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ດັງ​ກ້ອງ​ກັງ​ວານ​ໃນ​ໃຈ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຕະຫຼອດ​ໄປ - ảnh 1ຮ້ອຍໂທ ທິບພະວົງ ສຸມາວັດ ໄດ້ຮຽນເອົາຈິດໃຈສຶກສາຄົ້ນຄວ້າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ

“ຂ້າພະເຈົ້າໄດ້ຮູ້ຈັກທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເມື່ອຫຼາຍປີຫຼັງນີ້, ເມື່ອທ່ານມາຢ້ຽມຢາມປະເທດ ລາວຂອງ ພວກເຮົາ. ຕ້ອນນັ້ນຂ້າພະເຈົ້າກໍ່ເປັນນັກສຶກສາຜູ້ໜຶ່ງທີ່ໄດ້ເຂົ້າໄປຕ້ອນຮັບເພິ່ນ ແລະ ໄດ້ຟັງເພິ່ນປາໄສບັນຍາຍຢູ່ໃນກອງປະຊຸມດັ່ງກ່າວ ໂດຍສະເພາະແມ່ນສາຍສຳພັນການສູ້ຮົບລາວ - ຫວຽດນາມ. ບົດປາໄສດັ່ງກ່າວໄດ້ເຮັດໃຫ້ຂ້າພະເຈົ້າຫຼົງໄຫຼເຖິງຄວາມເປັນຜູ້ນຳຂອງທ່ານ. ຫຼັງຈາກນັ້ນ, ຂ້າພະເຈົ້າກໍໄດ້ສຶກສາປະຫວັດຂໍ້ມູນສ່ວນຕົວຂອງເພິ່ນ ແລະ ຮູ້ວ່າ ເພິ່ນກໍເຄີຍເຮັດວຽກງານທີ່ຕິດພັນກັບໜັງສືພິມ, ວາລະສານຕ່າງໆ ຍິ່ງເຮັດໃຫ້ຂ້າພະເຈົ້າຫຼົງໄຫຼເພິ່ນໄປອີກ ເພາະວ່າຂ້າພະເຈົ້າກໍເປັນຜູ້ມັກຂຽນມັກອ່ານ. ຂ້າພະເຈົ້າກໍໄດ້ຕິດຕາມຂ່າວທາງໂທລະພາບ ແລະ ມັກເບິ່ງຄຳປາໄສຂອງເພິ່ນໃນກອປະຊຸມຕ່າງໆ, ເພາະວ່າໃນເນື້ອໃນດັ່ງກ່າວນັ້ນ ຈະມີຄຳສອນ, ສະຕິເຕືອນໃຈຫຼາຍໆຢ່າງ ທີ່ເປັນສິ່ງກະຕຸ້ນໃຫ້ເຮົາໃນການເຮັດວຽກໃນປັດຈຸບັນ.”

ກໍເຊັ່ນດຽວກັນກັບຮ້ອຍໂທ ທິບພະວົງ, ເອື້ອຍ ທອງມີ ສີຫາວົງ - ນັກຄົ້ນຄວ້າປະລິນຍາເອກຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກໍມີຄວາມຕື້ນຕັນໃຈເມື່ອໄດ້ຮັບຂໍ້ມູນອັນລ້ຳຄ່າຈາກປຶ້ມເຫຼັ້ມຕ່າງໆເຊິ່ງທ່ານເລຂາທິການໃຫຍ່ປະໄວ້ໃຫ້.

​ຊື່​ສຽງ​ຮຽງ​ນາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ດັງ​ກ້ອງ​ກັງ​ວານ​ໃນ​ໃຈ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຕະຫຼອດ​ໄປ - ảnh 2ເອື້ອຍ ທອງມີ ສີຫາວົງ - ນັກຄົ້ນຄວ້າປະລິນຍາເອກຢູ່ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ

“ສຳລັບຂ້າພະເຈົ້າແລ້ວ, ເຖິງແມ່ນວ່າບໍ່ໄດ້ມີໂອກາດໄດ້ພົບປະກັບທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ກໍຕາມ, ແຕ່ໄດ້ຕິດຕາມຜົນງານການຂຽນປຶ້ມອັນລ້ຳຄ່າ ແລະ ຜົນງານການບໍລິຫານປະເທດ ໂດຍຜ່ານສື່ອອນໄລຕ່າງໆ. ຂ້າພະເຈົ້າໄດ້ຮຽນຮູ້ແບບແຜນການຊີ້ນຳນຳພາຂອງທ່ານ  ແລະ ກໍໄດ້ນຳເອົາຂໍ້ມູນຫຼາຍຢ່າງມາໝູນໃຊ້ເຂົ້າໃນການຄົ້ນຄວ້າຮ່ຳຮຽນທິດສະດີເພື່ອພັດທະນາຕົນເອງ, ພັດທະນາກົມກອງທ້ອງຖິ່ນ ແລະ ພັດທະນາປະເທດຊາດ, ທັງເປັນຂໍ້ມູນທີ່ແໜ້ນແກ່ນທີ່ມີຜົນປະໂຫຍດທີ່ສຸດສຳລັບຂ້າພະເຈົ້າເວົ້າສະເພາະ ແລະ ຄົນລຸ້ນຫຼັງເວົ້າລວມ.”

ເຖິງວ່າພວມຢູ່ໃນໄລຍະພັກແລ້ງກໍຕາມ, ແຕ່ໃນຊຸມວັນຜ່ານມາ, ທ່ານ ສົມພອນ ວັນນະລາດ, ຜູ້ອຳນວຍການໂຮງຮຽນ ມັດທະຍົມຕອນປາຍ ສີທ່ານາໄຊ ຢູ່ເມືອງປາກຊັນ, ແຂວງ ບໍລິຄຳໄຊ ພັດຫຼາຍວຽກກວ່າທຸກໆມື້. ນັບແຕ່ເມື່ອຮູ້ຂ່າວທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ - ຜູ້ທີ່ມອບຂອງຂວັນກິດຈະກຳກໍ່ສ້າງໂຮງຮຽນແຫ່ງດັ່ງກ່າວ (ເມື່ອປີ 2016) ໄດ້ເຖິງແກ່ມໍລະນະກຳ, ທ່ານໄດ້ຮັບໂທລະສັບນັບຮ້ອຍສາຍຕໍ່ມື້ຈາກຄູອາຈານ, ຜູ້ປົກຄອງນັກຮຽນ ທີ່ໂທມາຖາມຂ່າວ ແລະ ຝາກສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊື້ງຕໍ່ການສູນເສຍອັນໃຫຍ່ຫຼວງນີ້. ອາຈານ ສົມພອນ ວັນນະລາດ ແບ່ງປັນວ່າ: ຍ້ອນໄດ້ຮັບການຊ່ວຍເຫຼືອຈາກທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຄູອາຈານ ແລະ ນັກຮຽນໃນໂຮງຮຽນ ຈຶ່ງມີເງື່ອນໄຂທີ່ສະດວກກວ່າ ເພື່ອຮ່ຳຮຽນ ແລະ ສິດສອນ, ຕົວຊີ້ວັດການສຶກສາຂອງແຂວງໃນຊຸມປີມໍ່ໆມານີ້ກໍເພີ່ມຂຶ້ນຫຼາຍພໍສົມຄວນ.

   “ຂ້າພະເຈົ້າໄດ້ຕີລາຄາສູງຕໍ່ນ້ຳໃຈ ແລະ ການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຂົ້າໃນຂົງເຂດການສຶກສາຂອງທ້ອງຖິ່ນ. ພ້ອມນີ້ ຍັງເປັນສັນຍາລັກແຫ່ງການພົວພັນຮ່ວມມືລະຫວ່າງສອງພັກ, ສອງລັດ ຂອງພວກເຮົາອີກດ້ວຍ, ຈະເສີມຂະຫຍາຍການພົວພັນຮ່ວມມື ລາວ - ຫວຽດນາມ ໃຫ້ກວ້າງຂວາງ ແລະ ຍືນຍົງ. ໂຮງຮຽນແຫ່ງນີ້ໄດ້ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ລູກຫຼານປະຊາຊົນໃນທ້ອງຖິ່ນໄດ້ເຂົ້າມາສຶກສາຮ່ຳຮຽນເອົາຄຳຮູ້ທາງດ້ານວິທະຍາສາດ, ວິຊາການເພື່ອກຽມຄວາມພ້ອມເຂົ້າໄປສຶກສາຕໍ່ໃນລະບົບອາຊີວະ ແລະ ການສຶກສາຂັ້ນສູງຕາມເງື່ອນໄຂຂອງເຂົາເຈົ້າ; ເປັນການສະໜັບສະໜູນວຽກງານພັດທະນາຊົນນະບົດແບບຍືນຍົງຂອງພັກ, ລັດຖະບານແຫ່ງ ສປປ.ລາວ. ທ່ານເລຂາທິການໃຫຍ່ໄດ້ຝາກຂອງຂວັນອັນນີ້ໄວ້ເປັນຄວາມຊົງຈຳ ແລະ ເປັນຊັບສິນທີ່ມີຄຸນຄ່າສູງໄວ້ໃຫ້ລູກຫຼານປະຊາຊົນບັນດາເຜົ່າຢູ່ແຂວງ ບໍລິຄຳໄຊ ທີ່ບໍ່ອາດຫຼົງລື່ມໄດ້ຕະຫຼອດໄປ”
​ຊື່​ສຽງ​ຮຽງ​ນາມ​ຂອງທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫງວຽນ​ຝູ​ຈ້ອງ ດັງ​ກ້ອງ​ກັງ​ວານ​ໃນ​ໃຈ​ປະ​ຊາ​ຊົນ​ລາວ​ບັນ​ດາ​ເຜົ່າ​ຕະຫຼອດ​ໄປ - ảnh 3ອາຈານ ສົມພອນ ວັນນະລາດ ຜູ້ອຳນວຍການໂຮງຮຽນ ມັດທະຍົມຕອນປາຍ ສີທ່ານາໄຊ

ພາບໂຕະເຮັດວຽກທີ່ມີແຕ່ປຶ້ມກັບເອກະສານ, ພາບເສື້ອຜືນເກົ່າໆ ແລະ ຄຳເວົ້າຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງນັ້ນ ບໍ່ພຽງແຕ່ມີກຳລັງແຮງແຜ່ກະຈາຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກເພື່ອນໜຸ່ມລາວຫຼາຍຄົນຄື ທິບພະວົງ ຍັງໄດ້ສົ່ງໃຫ້ຕໍ່ໆກັນ ເພື່ອຮ່ຳຮຽນ ແລະ ປະຕິບັດຕາມແບບແຜນການດຳລົງຊີວິດທີ່ລຽບງ່າຍ, ໃກ້ຊິດສະໜິດສະໜົມ, ຈິດໃຈສຶກສາຄົ້ນຄວ້າຢ່າງບໍ່ຢຸດບໍ່ເຊົາຂອງເພິ່ນອີກດ້ວຍ.

  ສຳລັບຄຳເວົ້າ ຫຼື ສູນທອນພົດຂອງທ່ານ ຫວງຽນຟູ້ຈ້ອງ ທີ່ຂ້າພະເຈົ້າປະທັບໃຈທີ່ສຸດແມ່ນເພິ່ນໄດ້ກ່າວໄວ້ວ່າ: “ ຊີວິດມີພຽງຄັ້ງດຽວ ເຮັດແນວໃດເພື່ອດໍາລົງຊີວິດໃຫ້ມີຄວາມໝາຍ, ເພື່ອບໍ່ໃຫ້ກິນແໜງແທງໃຈ ເພາະການກະທໍາທີ່ເຊື່ອມຊາມ, ເນົ່າເໝັນ, ໝົດຄຸນນະທຳ,  ເງິນຄຳມີຫຼາຍເພື່ອເຮັດຫຍັງ, ຕາຍໄປບໍ່ສາມາດຖືໄປໄດ້ ກຽດສັກສີນັ້ນຈຶ່ງແມ່ນສິ່ງສັກສິດ, ສິ່ງທີ່ສູງສົ່ງທີ່ສຸດ “ ຄຳເວົ້ານີ້ເຖີງແມ່ນວ່າຈະສັ້ນກະທັດຫັດກໍຕາມ ແຕ່ຫາກເຕັມໄປດ້ວຍເນື້ອໃນຄວາມໝາຍທີ່ເລິກເຊິ່ງ ໃຫ້ແກ່ທຸກຄົນໃນການດຳລົງຊີວິດຢູ່ໃນສັງຄົມ. ສ່ວນຕົວຂ້າພະເຈົ້າເອງກໍ່ໄດ້ຖືເປັນຄະຕິສອນໃຈ ແລະ ເປັນເຂັ້ມທິດເຍືອງທາງອັນໜຶ່ງໃນການປະຕິບັດໜ້າທີ່ວຽກງານຂອງຕົນ. ການຈາກໄປຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ຖືວ່າເປັນການສູນເສຍຄັ້ງຍິ່ງໃຫຍ່ ລະຫວ່າງພັກ, ລັດ, ປະຊາຊົນ ຫວຽດນາມ ກໍຄືເພື່ອມິດໃນໂລກຮັກຫອມເພິ່ນ, ແຕ່ວ່າຊື່ສຽງ, ຜົນງານ, ຄຸນງາມຄວາມດີ, ຄຸນສົມບັດສິນທຳປະຕິວັດ, ແບບແຜນການເຮັດວຽກຂອງເພິ່ນ ຈະເປັນແວນແຍງອັນໃສແຈ້ງເພື່ອໃຫ້ຄົນລຸ້ນຫຼັງ ນຳເອົາໄປໃຊ້ເຂົ້າໃນຊີວິດຕົວຈິງໃນປັຈຸບັນ ແລະ ຊີວິດ, ພາລະກິດຂອງເພິ່ນຈະຢູ່ໃນຄວາມຊົງຈຳຂອງພວກເຮົາຕະຫຼອດໄປ.”./.

ຕອບກັບ

ຂ່າວ/ບົດ​ອື່ນ