ຕະຫລາດ Tanah Abang, ອິນໂດເນເຊຍ- ສູນຄ້າຂາຍຜ້າແພໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້


(vovworld)- “​ຖ້າ​ຫາກບໍ່​ທັນ​ໄປ​ຢ້ຽມ​ຢາມ​ຕະ​ຫລາດ Tanah Abang ໝາຍ​ຄວາມ​ວ່າ​ທ່ານ​ຍັງ​ບໍ່​ທັນ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫລວງ ຈາ​ກາ​ຕາ ປະ​ເທດ ອິນ​ໂດ​ເນ​ເຊຍ​ເທື່ອ”. ນັ້​ນ​ແມ່ນ​ຄຳ​ເຫັນ​ຂອງ​ນັກ​ທ່ອງ​ທ່ຽວ​ຫລາຍ​ຄົນ​ເມື່ອ​ໄປ​ຢ້ຽມ​ຢາມ​ນະ​ຄອນ​ນີ້. Tanah Abang ແມ່ນ​ຕະ​ຫລາດ​ທີ່​ເປັນ​ມູນ​ເຊື້ອ​ຖືກ​ຕັ້ງຢູ່ ໃຈ​ກາງນະ​ຄອນ​ຫລວງ ຈາ​ກາ​ຕາ ແລະ ໄດ້​ຮັບ​ການກໍ່​ສ້າງ​ກ່ອນນີ້ 280 ປີ ພາຍ​ໃຕ້​ການ​ຄອບ​ຄອງ​ຂອງ​ໂຮນ​ລັງ. ຕະ​ຫລາດ​ແຫ່ງນີ້ ແມ່ນ​ສູ​ນ​ຄ້າ​ຂາຍ​ແຫ່ງ​ໃຫຍ່ກວ່າ​ໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ດ້ວຍ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ​ແມ່ນ​ຜ້າ Batik.

ຕະຫລາດ Tanah Abang, ອິນໂດເນເຊຍ- ສູນຄ້າຂາຍຜ້າແພໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 1
ຕະ​ຫລາດ Tanah Abang

        ເວ​ລາ 9 ໂມງ​ເຊົ້າ ຢູ່ ຕະ​ຫລາດ Tanah Abang ບັນ​ຍາ​ກາດ​ຊື້​ຂາຍດ​ຳ​ເນີນ​ໄປ​ຢ່າງ​ຟົດ​ຟື້ນ ເຖິງວ່າ ຕະ​ຫລາດ​ຫາ​ກໍ​ເປີດ​ປະ​ຕູ​ພຽງ 2 ຊົ່ວ​ໂມງ​ກໍ​ຕາມ ແຕ່ຂະ​ບວນ​ລົດ angkutan, ຊື່ງ​ແມ່ນ​ລົດ​ຂົນ​ສົ່ງ​ຂະ​ຫນາດ​ນ້ອຍ​ຂອງ ອິນ​ໂດ​ເນ​ເຊຍ ບັນ​ທຸກ​​ສິນ​ຄ້າ​ ເຕັມ ໄດ້​ຫລັ່ງ​ໄຫລຕິດ​ຕໍ່​ກັນ​ເຂົ້າ​ຕະ​ຫລາດ.  ຕະ​ຫລາດ​ແຫ່ງນີ້​ປະ​ກອບ​ດ້ວຍອາ​ຄານຫລາຍ​ຊັ້ນ 3 ຫລັງໄດ້ຊື່ງຮັບ​ການກໍ່​ສ້າງ​ໃນ​ເນື້ອ​ທີ່ 2 ເຮັກ​ຕາ. ຢູ່​ໃຈ​ກາງ ແມ່ນ​ອາ​ຄານສູງກວ່າ​ໝູ່​ປະ​ກອບ​ດ້ວຍ 18 ຊັ້ນ ແລະ ຢູ່​ທາງ​ຫນ້າ​ແມ່ນຕິດ​ປ້າຍ​ໂຄ​ສະ​ນາ​ດ້ວຍ​ແຖວ​ຫນັງ​ສື​ວ່າ: Blok A- ສູນ​ຄ້າ​ຂາຍ​ແຜ່ນ​ແພ ແລະ ໂສ້​ງ​ເສື້ອ”. ອາ​ຄານ​ຫລັງ​ນີ້ ລວມ​ມີ: 5 ຊັ້ນລຸ່ມ ແມ່ນ​ຮັບ​ໃຊ້​ການ​ຈອດ​ລົດ, ຫນຶ່ງຊັ້ນ​ ແມ່ນ​ບໍ​ລິ​ການ​ກິນ​ດື່ມ, 11 ຊັ້ນ ແມ່ນ​ສະ​ຫງວນ​ໃຫ້​ແກ່​ການ​ຄ້າ​ຂາຍ​​ສິນ​ຄ້າ ແລະ ຊັ້ນ​ສູງ​ສຸດ ແມ່ນ​ໂບດ ​ທີ່ສາ​ມາດ​ບັນ​ຈຸ ກວ່າ 2000 ຄົນ.

        ອ້າຍ Heri ແມ່ນ​ເຈົ້າ​ຂອງ​ຮ້ານ​ຂາຍ​ເຄື່ອງ 6 ຮ້ານ ແລະ ກໍ​ແມ່ນ​ຜູ້​ສະ​ຫນອງ ເສື້ອ batik ຫລາຍກວ່າ​ໝູ່ ຢູ່ ຕະ​ຫລາດ Tanah Abang. ຮ້ານ​ຂາຍ​ເຄື່ອງ​ຕົ້ນ​ຕໍ​ຂອງ​ອ້າຍ​​ແມ່ນ​ຕັ້ງຢູ່ ຊັ້ນ 7 ມີ​ລວງກວ້າງ​ປະ​ມານ 15 ຕາ​ແມດ, ອາ​ທ​ິດ​ຫນຶ່ງ ອ້າຍ​ສາ​ມາດ​ຂາຍເສື້ອ batik ​ໄດ້ປະ​ມານ 20.000 ຜືນ  ແລະ ລາຍ​ຮ​ັບ​ເກັບ​ມາ​ໄດ້​ແມ່ນ 500-700.000 rupia/ມື້ (ເທົ່າ​ກັບ 40-60 USD/ມື້). ການດ​ຳ​ເນີນ​ທຸ​ລະ​ກິດ​ຂອງ ອ້າຍ Heri ຢູ່​ຕະ​ຫລາດ​ແຫ່ງນີ້ ນັບ​ມື້​ນັບ​ພັດ​ທະ​ນາ​ ນັບ​ແຕ່​ເມື່ອ​ອ້າຍ​ເລີ່ມ​ຄ້າ​ຂາຍ​ສິນ​ຄ້າ​ກ່ອນນີ້ 9 ປີ.

        “ຂ້າ​ພະ​ເຈົ້າ​ຍັງບໍ່​ທັນ​ຄາດ​ຄະ​ເນ​​ລ່ວງ​ຫນ້າໄດ້​​​ວ່າ ການ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ຕົນໃນອະ​ນາ​ຄົດ​ຈະ​ຄື​ແນວ​ໃດ ແຕ່​ກ່ອນ​ອື່ນ​ໝົດ ຂ້າ​ພະ​ເຈົ້າ​ກໍ​ມີ​ແຜນ​ການ​ສຸມ​ໃສ່ ​ປະ​ເພດ​ສິນ​ຄ້າ​ທີ່ມີ​ຄຸນ​ນະ​ພາບ​ສູງ. ສະ​ນັ້ນ ຢູ່ ຮ້ານ​ຂາຍ​ເຄື່ອງ​ຂອງ​ຂ້າ​ພະ​ເຈົ້າ​ບໍ່​ຂາຍ​ສິນ​ຄ້າ​​ທີ່​ມີຄຸນ​ນະ​ພາບ​ຕ່ຳ. ລາຍ​ຮັບ​ຂອງ​ຂ້າ​ພະ​ເຈົ້າ​ເປັນ​ປົກ​ກະ​ຕິ​ສົມ​ຄວນ. ໃນ​ຊຸມມື້​ງານ​ບຸນ, ເປັນ​ຕົ້ນ​ພາຍ​ຫລັງ​ງານ​ບຸນ lebaran(ອົດ​ອາ​ຫານ) ລາຍ​ຮັບ​ເກັບ​ມາ​ໄດ້​ແມ່ນ​ສູງກວ່າ.”

ຕະຫລາດ Tanah Abang, ອິນໂດເນເຊຍ- ສູນຄ້າຂາຍຜ້າແພໃຫຍ່ກວ່າໝູ່ຢູ່ ອາຊີຕາເວັນອອກສ່ຽງໃຕ້ - ảnh 2
ຮ້ານ​ຂາຍ​ຜ້າ batik

        ຕະ​ຫລາດ Tanah Abang ມີ​ພໍ່​ຄ້າ​ຊາວ​ຂາຍກວ່າ 8000 ຄົນ ແລະ​ສ່ວນ​ຫລາຍ​ແມ່ນຂາຍ​ຜ້າ ແລະ ໂສ້ງເສື້ອ batik ຄື​​ກັນ​ກັບອ້າຍ Heri.  ​ຕະ​ຫລາດ​ແຫ່ງນີ້​ແມ່ນ​ບ່ອນ​ຈຳ​ຫນ່າຍ​ຜ້າ​ແພ​ຂອງ​ບັນ​ດາ​ໂຮງ​ງານ​ຜະ​ລິດ​ຜ້າ​ແພ ແລະ ທັງ​ແມ່ນ​ສູນຄ້າ​ຂາຍ​ໃຫຍ່ກວ່າ​ໝູ່​ໃນ​ທົ່ວ​ປະ​ເທດ ສະ​ນັ້ນ ລາ​ຄາ​ຜ້າ​ແພຢູ່​ຕະ​ຫລາດ​ແຫ່ງນີ້​ແມ່ນ​ຖືກກວ່າ​​ຢູ່​ຕະ​ຫລາດ​ແຫ່ງ​ອື່ນ. ເອື້ອຍ Anna Santosa, ນັກ​ທ່ອງ​ທ່ຽວ​ມາ​ຈາກ ມາ​ເລ​ເຊຍ ແບ່ງ​ປັນ​ວ່າ:

        “​ລາ​ຄາ​ຜະ​ລິດ​ຕະ​ພັນ​ຜ​້າ batik ຢູ່ ຕະ​ຫລາດ​ແຫ່ງນີ້​ແມ່ນ​ຖືກກວ່າ​ຢູ່ ມາ​ເລ​ເຊຍ. ເສື້ອ​ batik ຜືນ​ຫນຶ່ງ​ຢູ່ ມາ​ເລ​ເຊຍ ມີ​ລາ​ຄາປະ​ມານ 10 ringgit ໃນ​ຂະ​ນະ​ນັ້ນ ຊື້​ຢູ່ ​ຕະ​ຫລາດTanah Abang ພຽງ 2 ringgit. ນັ້ນ​ແມ່ນ​ສາຍ​ເຫດ​​ພ​າໃຫ້​ຊາວ ມາ​ເລ​ເຊຍ ແລະ ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ນິ​ຍົມ​ໄປ​ຢ້ຽມ​ຢາມ Tanah Abang ເພື່ອ​ຊື້​ເຄື່ອງ​ຂອງ.”

        ໂດຍ​ໄດ້​ຮັບ​ການກໍ່​ສ້າງ​ເມື່ອ​ປີ 1736, ເບື້ອງ​ຕົ້ນ​ຕະ​ຫລາ​ດ​ແຫ່ງນີ້ ມີ​ຊື່​ວ່າ Pasar Sabtu ພາ​ສາ​ອິນ​ໂດ​ເນ​ເຊຍ ເອີ້ນ​ວ່າ ຕະ​ຫລາດ​ວັນ​ເສົາ ເພາະ​ວ່າ ພຽງ​ເປີດ​ປະ​ຕູ​ໃນ​ວັນ​ເສົາ​ປະ​ຈຳ​ອາທິດ​ເທົ່າ​ນັ້ນ. ​ຫລັງ​ຈາກນັ້ນ ຕະ​ຫລາດ​ແຫ່ງນີ້​ຖືກ​ປ່ຽນ​ຊື່​​ເປັນ Tanah Abang ແລະ ເປີດ​ປະ​ຕູ​ທຸກມື້​ປະ​ຈຳ​ອາ​ທິດ. ທ່ານ Harry Supriyatna, ຜູ້​ຄຸ້ມ​ຄອງ​ຕະ​ຫລາດ​ໃຫ້​ຮູ້​ວ່າ:

        “ເຖ​ິງວ່າ Tanah Abang ແມ່ນ​ຕະ​ຫລາດ​ແຫ່ງ​ຫນຶ່ງ​ແຕ່​ໄດ້​ຮັບ​ການກໍ່​ສ້າງ ພັດ​ທະ​ນາ ແລະ ຄຸ້ມ​ຄອງ​ຕາມ​ທິດ​ທັນ​ສະ​ໄຫມ, ມີ​ລີບ ​ແລະ ແອ​ເຢັນອ​ີກ. ນອກນັ້ນ ມີ​ລະ​ບົບ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປອດ​ໄພ ດ້ວຍ​ພາ​ລະ​ກອນປ້ອງ​ກັນຄວາມ​ສະ​ຫງົບ​ກວ່າ 200 ຄົນ.”

        ພື້ນ​ຖານ​ໂຄງ​ລ່າງ​ຂອງ​ຕະ​ຫລາດ​ແຫ່ງນີ້​ແມ່ນ​ເທົ່າ​ທຽມ​ກັບ​ສູນ​ຊື້​ຂາຍ​ແຫ່ງ​ຫນຶ່ງທັນ​ສະ​ໄຫມ, ລາ​ຄາ​ສິ​ນ​ຄ້າ​ຖືກ ແລະ ມີ​ຫລາຍ​ຮູບ​ຫລາຍ​ແບບ, ແຕ່​ລະ​ປີ ຕະ​ຫລາດ Tanah Abang ​ໄດ້ດຶງ​ດູດ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ແລະ ຊື້​ເຄື່ອງ​ຂອງກວ່າ 70 ລ້ານ​ເທື່ອ​ຄົນ. ຕະ​ຫລາດ​ແຫ່ງນີ້ ຍັງ​ໄດ້​ຮັບ​ການ​ຂະ​ຫນານ​ນາມ​ວ່າ “ແດນ​ສະ​ຫວັນ​ຜ້າ batik`” ບໍ່​ພຽງ​ແຕ່​ສຳ​ລັບ ​ຊາວ ອິນ​ໂດ​ເນ​ເຊຍ ເທົ່າ​ນັ້ນ ຫາກ​ນັບ​ທັງ​ແຂກ​ຕ່າງ​ປະ​ເທດ​ອີກ​ດ້ວຍ. Eric Flores, ນັກ​ສຶກ​ສາ​ມາ​ຈາກ ອາ​ເມ​ເລິ​ກາ ແບ່ງ​ປັນ​ວ່າ:

        “ເມື່ອ​ຂ້າ​ພະ​ເຈົ້າ​ຫາ​ກໍ​ມາ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ ຂ້າ​ພະ​ເຈົ້າ​ຖືກ​ເຊີນ​ເຂົ້າ​ຮ່ວມ​ພິ​ທີ​ຫນຶ່ງ ແລະ ຂ້າ​ພະ​ເຈົ້າ​ບໍ່​ມ​ີ​ເສື້ອ batik ທີ່​ເປັນ​ມູນ​ເຊື້ອ​ຂອງ ອິນ​ໂດ​ເນ​ເຊຍ. ໝູ່ເພື່ອນ​ໄດ້​ພາ​ຂ້າ​ພະ​ເຈົ້າ​ໄປ​ຕະ​ຫລາດ Tanah Abang ເພາະ​ວ່າ ຕະ​ຫລາດ​ແຫ່ງນີ້​ແມ່ນ ແດນ​ສະ​ຫວັນ​ແຫ່ງ​ການ​ຊື້​ຂາຍ​ຜ້າ batik. ໄປ​ຮອດ​ຕະ​ຫລາດ​ນີ້ ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ມີ​ຮ້ານ​ຂາຍ​ເສື້ອ batik ເປັນ​ຈຳ​ນວນ​ຫລວງ​ຫລາຍ, ຜ່ານນັ້ນ ຂ້າ​ພະ​ເຈົ້າ​​ຈຶ່ງເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ຂອງ ອິນ​ໂດ​ເນ​ເຊຍ.”

        ຮອດ​ເວ​ລາ 5 ໂມງ​ແລງ ນັກ​ທ່ອງ​ທ່ຽວ​ກໍ​ຄ່ອຍໆ​ອອກ​ຈາກ​ຕະ​ຫລາດ, ບັນ​ດາ​ຮ້ານ​ຂາຍ​ເຄື່ອງໄດ້​ເລີ່ມ​ມ້ຽນ​ມັດ​ສິນ​ຄ້າ ເພື່ອ​ກະ​ກຽມ​​ຂາຍໃນ​ມື້​ຕໍ່​ໄປ.

        ມາ​ຢ້ຽມ​ຢາມ ອິນ​ໂດ​ເນ​ເຊຍ, ຖ້າ​ທ່ານ​ຢາກ​ຊອກ​ຮູ້​ກ່ຽວ​ກັບ​ວັດ​ທະ​ນະ​ທຳ​ສາ​ສະ​ຫນາ​ອິດ​ສະ​ລາມ, ກ່ຽວ​ກັບ​ຊຸດ​ອາ​ພອນ​ທີ່​ເປັນ​ມູນ​ເຊື້ອ ແລະ ຊື້​ບັນ​ດາ​ຜະ​ລິ​ດ​ຕະ​ພັນ​ຜ້າ batik ດ້ວຍ​ລາ​ຄາ​ຖືກ ​ທ່ານຢ່າ​ລືມ​ແວ່​ຢາມ​ຕະ​ຫລາດ Tanah Abang.

ຕອບກັບ

ຂ່າວ/ບົດ​ອື່ນ