ທ່ານ Chea Yuthea - ຊ່າງ​ປະ​ຕິ​ມາ​ກຳ​ທອງ ຈິດ​ໜຶ່ງ​ໃຈ​ດຽວຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຂະ​ແມ

(VOVWORLD) - ປະຕິມາກຳທອງ ແມ່ນປະເພດສິລະປະທີ່ເປັນເອກະລັກເຂັ້ມຄົ້ນໄປດ້ວຍສີສັນວັດທະນະທຳຂອງ ກຳປູເຈຍພວກເຮົາສາມາດພົບເຫັນບັນດາຜົນງານປະຕິມາກຳໄດ້ທົ່ວໄປດ້ວຍຮູບຊົງລວດລາຍທີ່ເປັນເອກະລັກຢູ່ຕາມວັດວາອາຮາມແຫ່ງຕ່າງໆໃນທົ່ວປະເທດ ກຳເຈຍພິເສດແມ່ນເຂດຮ່ອງຮອຍ ອັງກໍວັດແລະ ມາຮອດທຸກວັນນີ້ທ່ານ Chea Yuthea, ຊ່າງປະຕິມາກຳທອງ ອາຍຸ 70 ປີ ແຕ່ໄດ້ຕິດພັນກັບອາຊີບນີ້ເປັນເວລາເກືອບ 60 ປີ ຢູ່ເມືອງ Ponhea Leu ຂອງແຂວງ Kandal ຍັງສືບຕໍ່ປະຕິບັດພາລະກຳຮັກສາ ແລະ ຖ່າຍທອດອາຊີບທີ່ເປັນມູນເຊື້ອນີ້ໃຫຄົນລຸ້ນຫຼັງ.
ທ່ານ Chea Yuthea - ຊ່າງ​ປະ​ຕິ​ມາ​ກຳ​ທອງ ຈິດ​ໜຶ່ງ​ໃຈ​ດຽວຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຂະ​ແມ - ảnh 1ທ່ານ Chea Yuthea - ຊ່າງປະຕິມາກຳທອງ

ປະຕິມາກຳທອງທີ່ເປັນມູນເຊື້ອຂອງ ອັງກໍ ແມ່ນປະເພດສິລະປະທີ່ຍາກ, ຮຽກຮ້ອງຕ້ອງໃຊ້ເວລາຫຼາຍ ກໍຄືຄວາມພິຖີພິຖັນ. ເພື່ອສາມາດປະຕິບັດສຳເລັດໜຶ່ງຜົນງານປະຕິມາກຳນັ້ນ ຕ້ອງເສຍເວລາຢ່າງໜ້ອຍສຸດ 2 ເດືອນ ຫຼື ບາງເທື່ອກໍດົນກວ່າອີກ, ແລ້ວແຕ່ແຕ່ລະປະເພດ ແລະ ຂອບຂະໜາດ, ເພາະວ່າ ທຸກຂັ້ນຕອນລ້ວນແຕ່ໄດ້ເຮັດດ້ວຍມື ໂດຍບໍ່ນໍາໃຊ້ເຄື່ອງຈັກທັນສະໄໝໃດໆ. ທ່ານ Chea Yuthea ໃຫ້ຮູ້ວ່າ:

ແຕ່ລະຜະລິດຕະພັນໄດ້ເຮັດເປັນຫຼາຍມື້ຈຶ່ງຈະສຳເລັດ, ບາງຜະລິຕະພັນຕ້ອງໃຊ້ເວລາແຕ່ 4 ຫາ 5 ເດືອນ. ຂັ້ນຕອນໃນການເຮັດທັງໝົດ ລ້ວແຕ່ໃຊ້ກຳລັງແຮງຂອຄົນ. ແຕລະລວດລາຍໃນແຕ່ລະຜະລິດຕະພັນລ້ວນແຕ່ໄດ້ວາດພາບກ່ອນ ແລະ ແກສະຫຼັກດ້ວຍມື. ກ່ອນຈະປະຕິບັດ, ຕ້ອງມີການກະກຽມ, ຄິດໄລ່ຢ່າງລອຄອບຖີ່ຖ້ວນ ແລະ ຕ້ອງມີຄວາມສຸຈິດສຸມໃຈເປັນຢ່າງສູງ ຈຶ່ງສ້າງເປັນຜົນງານໃຫ້ສຳເລັດໄດ້. ຄັນວ່າເຮົາລະເຫຼີງໜ້ອຍໜຶ່ງ ເຄາະຜິດໜ້ອຍໜຶ່ງ ກໍຈະເຮັດໃຫ້ຜະລິດຕະພັນນັ້ນເພໝົດເລີຍ, ຊ້ຳບໍ່ໜຳຕ້ອງເຮັດຄືນໃໝ່ແຕ່ທຳອິດອີກດ້ວຍ.

ທ່ານ Chea Yuthea - ຊ່າງ​ປະ​ຕິ​ມາ​ກຳ​ທອງ ຈິດ​ໜຶ່ງ​ໃຈ​ດຽວຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຂະ​ແມ - ảnh 2ສິລະປະແກ້ສະຫຼັກ ອັງກໍ 

ແຕ່ລະຜະລິດຕະພັນປະຕິມາກຳທີ່ເປັນມູນເຊື້ອຕ້ອງໃຊ້ເວລາຫຼາຍເພື່ອປະຕິບັດ, ດັ່ງນັ້ນ, ແຕ່ລະປີ, ທ່ານ Chea Yuthea ສາມາດເຮັດ ແລະ ຂາຍໄດ້ຈຳນວນໜ້ອຍທີ່ສຸດ.  ເພື່ອສາມາດຊື້ໄດ້ຜະລິດຕະພັນຂອງທ່ານ Chea Yuthea ນັ້ນ ແມ່ນບໍ່ງ່າຍເລີຍ. ມີຫຼາຍລູກຄ້າທີ່ມາຈາກ ອາເມລິກາ, ອົດສະຕາລີ, ໄທ ກໍໄດ້ຊອກຫາທ່ານຜ່ານທາງອິນເຕີເນັດເພື່ອສັ່ງຊື້. ແຕ່ລະຜະລິດຕະພັນມີລາຄາແຕ່ 1.000 USD ຫາ 10.000 USD ໂດຍຂຶ້ນກັບຂອບຂະໜາດ ແລະ ຮູບເຊິ່ງລູກຄ້າຕ້ອງການ. ນອກຈາກນຳມາເຊິ່ງມຸູນຄ່າດ້ານເສດຖະກິດແລ້ວ, ບັນດາຜົນງານຂອງທ່ານຍັງປະກອບສ່ວນຮັກສາ, ເສີມຂະຫຍາຍຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອ ຂະແມ ກໍຄືຢັ້ງຢືນພາບພົດຂອງ ວັດ ອັງກໍ ເຖິງແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດອີກດ້ວຍ. ດ້ວຍຄວາມຮັກມັກ, ຄວາມສາມາດ ແລະ ຄວາມພິທິພິຖັນ, ທ່ານໄດ້ຮັບນາມມະຍົດວ່າ “ມໍລະດົກມີຊີວິດ”.

ໃນທຸກມື້ນີ້, ມີນາຍຊ່າງປະຕິມາກຳຫຼາຍຄົນໄດ້ແກະສະຫຼັກດ້ວຍຫຼາຍວັດຖຸດິບ ແລະ ປະເພດທີ່ແຕກຕ່າງກັນ. ເຖິງຢ່າງໃດກໍຕາມ, ມີໜ້ອຍຄົນທີ່ເດີນຕາມມູນເຊື້ອ ອັງກໍ ຂ້າພະເຈົ້າຖືວ່າ ຕ້ອງອະນຸລັກຮັກສາ ແລະ ພັດທະນາສິລະປະແກ້ສະຫຼັກ ອັງກໍ ທີ່ເປັນມູນເຊື້ອ ເພື່ອໃຫ້ລູກຫຼາຍລຸ້ນຫຼັງໄດ້ຮັບຮູ້ວ່າ ນີ້ແມ່ນຜະລິດຕະພັທີ່ໄດ້ເຮັດມາຈາກສີມືອັນຄ່ອງແຄວ້ຂອງພໍ່ແມ່ປະຊາຊົນ ຂະແມ”.

ທ່ານ Chea Yuthea - ຊ່າງ​ປະ​ຕິ​ມາ​ກຳ​ທອງ ຈິດ​ໜຶ່ງ​ໃຈ​ດຽວຮັກ​ສາ​ມໍ​ລະ​ດົກ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ ຂະ​ແມ - ảnh 3ແຕ່ລະຜົນງານໄດ້ແກ້ຄວັດສະຫຼັກດ້ວຍມືຢ່າງພິຖິພິຖັນ

 ທ່ານ Chea Yuthea  ແບ່ງປັນວ່າ, ເມື່ອກ່ອນນີ້, ທ່ານກໍໄດ້ຮັບສຳມະນາກອນຫຼາຍຄົນເພື່ອສືບທອດອາຊີບ. ເຖິງຢ່າງໃດກໍຕາມ, ຍ້ອນວ່າ ໃນສະໄໝນັ້ນຍັງບໍ່ທັນມີຕະຫຼາດ, ລາຄາຂາຍບັນດາຜະລິດຕະພັນປະຕິມາກຳຍັງຕ່ຳ, ບໍ່ສາມາດຕອບສະໜອງຄ່າຄອງຊີບໄດ້, ສະນັ້ນ ລູກສິດຂອງເພິ່ນສ່ວນຫຼາຍໄດ້ປະລະອາຊີບນີ້ເພື່ອໄປເຮັດອາຊີບອື່ນ. ມາຮອດປັດຈຸບັນ, ເມື່ອມີຫຼາຍຄົນຮູ້ຈັກເຖິງອາຊີບປະຕິມາກຳທອງ, ໄດ້ນຳມາເຊິ່ງລາຍຮັບທີ່ໝັ້ນຄົງກວ່າ, ນັບມື້ນັບມີໄວໜຸ່ມຫຼາຍຄົນມາຂໍຮຽນອາຊີບນີ້ນຳເພິ່ນ. ທ່ານ Sros Chomran, ຜູ້ທີ່ຮຽນອາຊີບປະຕິມາກທອງນຳທ່ານ Chea Yuthea ເປັນເວລາກວ່າ  20 ປີ ໄດ້ແບ່ງປັນວ່າ, ທ່ານຕັດສິນໃຈເດີນຕາມອາຊີບນີ້ຈົນເຖິງທີ່ສຸດ, ເພາະວ່າ ນີ້ແມ່ນມໍລະດົກຂອງຄົນລຸ້ນພໍ່ລຸ້ນອ້າຍທີ່ໄດ້ປະໄວ້ໃຫ້.

ອາຈານໄດ້ຖ່າຍທອດຄວາມຮູ້ ແລະ ເຕັກນິກໃຫ້ຂ້າພະເຈົ້າ, ຈາກສິ່ງທີ່ອາຈານໄດ້ສອນນັ້ນ, ຂ້າພະເຈົ້າກໍມີຄວາມເຂົ້າໃຈຕື່ມອີກຫຼາຍຢ່າງ. ນັບແຕ່ຂັ້ນຕອນກະກຽມ, ການວາດພາບ, ການຄິດໄລ່, ການແກະສະຫຼັກຈາກລວດລາຍທີ່ງ່າຍຫາລວດລາຍຍາກ”.

ການຮຽນອາຊີບປະຕິມາກຳເງິນ ແລະ ທອງ ບໍ່ແມ່ນເລື່ອງງ່າຍ. ປະເພດປະຕິມາກຳຕ່າງໆຮຽກຮ້ອງໃຫ້ຜູ້ຮຽນຕ້ອງໃຊ້ເວລາປະມານ 1 ປີ ເພື່ອກຳແໜ້ນຫຼັກການຂອງອາຊີບ. ແຕ່ສຳລັບອາຊີບປະຕິມາກຳທອງ, ຜູ້ຮຽນຕ້ອງມີຄວາມເມົາມົວ ແລະ ມີຄວາມຕັດສິນໃຈສູງ. ດ້ວຍຄວາມປາດຖະໜາຢາກນຳປະເພດສິລະປະທີ່ເປັນມູນເຊື້ອນີ້ໃຫ້ໄດ້ຮັບການຮັບຮອງຈາກທັງພາຍໃນ ແລະ ຕ່າງປະເທດນັ້ນ, ທ່ານ Chea Yuthea ຍັງສືບຕໍ່ພາລະກິດຖ່າຍທອດອາຊີບໃຫ້ຄົນລຸ້ນຫຼັງ./.

ຕອບກັບ

ຂ່າວ/ບົດ​ອື່ນ