ພະນົມເປັນ ສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວຫວຽດນາມ


(vovworld)- ພາຍຫລັງກະກຽມມາເປັນເວລາຫລາຍວັນ, ກຸ່ມໝູ່ເພື່ອນຂອງ ອ້າຍວັນນາມ ລວມມີ ສະມາຊິກ 5 ຄົນ ພວມເຮັດວຽກຢູ່ຫລາຍຂະແຫນງ ແລະ  ມາຈາກຫລາຍແຂວງ, ນະຄອນ ແຕ່ ລ້ວນແຕ່ດຳລົງຊີວິດ ແລະ ເຮັດວຽກ ຢູ່ ນະຄອນ ໂຮ່ຈິມີນ ແລະ ນິຍົມໄປທ່ອງທ່ຽວ. ສະນັ້ນ ໃນລາຍການທ່ອງທ່ຽວທ້າຍສັບປະດາ, ພວກເພື່ອນໄດ້ເລືອກເຟັ້ນ ພະນົມເປັນ ແມ່ນສະຖານທີ່ທ່ອງທ່ຽວທຳອິດໃນລາຍການທ່ອງທ່ຽວຂອງຕົນ. ໃນລາຍການຊາຍຄາອາຊຽນພາກນີ້ ພວກເຮົາເຊີນທ່ານພ້ອມກັບນັກຂ່າວ ບີກງອກ ຄົ້ນຫານະຄອນຫລວງ ພະນົມເປັນ ໃນເວລາມື້ຫນຶ່ງ ຜ່ານບົດຂຽນທີ່ມີຫົວຂໍ້ວ່າ:   ພະນົມເປັນ ສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວຫວຽດນາມ

ພະນົມເປັນ ສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວຫວຽດນາມ - ảnh 1 Angkor Wat (ພາບ:  travel.com.vn)

       ໂດຍຕັ້ງຢູ່ ທາງຫລວງ Preah Sisowath ມຸ່ງຫນ້າສູ່ແມ່ນ້ຳ Tonle Sap ທີ່ສວຍງາມ, ລາຊະວັງ ກຳປູເຈຍ ແມ່ນສະຖານທີ່ທຳອິດຊື່ງກຸ່ມໝູ່ເພື່ອນອ້າຍວັນນາມແວ່ຢາມເມື່ອໄປຮອດ ພະນົມເປັນ. ລາຊະວັງ ຖືກຕັ້ງຢູ່ສະຫນາມຫລວງທີ່ກວ້າງໃຫຍ່ ມຸ່ງຫນ້າສູ່ແມ່ນ້ຳ. ອ້າຍ ແທງຈູງ, ຜູ້ທີ່ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບປະເທດກຳປູເຈຍ ໄດ້ແນະນຳໃຫ້ເພື່ອນຂອງຕົນກ່ຽວກັບກິດຈະກຳທີ່ລືຊື່ແຫ່ງນີ້.

        “ສະຫນາມຫລວງ ນີ້ມີແມ່ນ້ຳອ້ອມຮອບ. ເບື້ອງຫລັງ ແມ່ນສະຖານທີ່ສຳຄັນຂາດບໍ່ໄດ້ສຳລັບນັກທ່ອງທ່ຽວເມື່ອມາຢ້ຽມຢາມນະຄອນຫລວງ ພະນົມເປັນ ກໍຄື ຢ້ຽມຢາມ ກຳປູເຈຍ. ນີ້ກໍແມ່ນພະລາຊະວັງຂອງເຈົ້າຊີວິດກຳປູເຈຍ, ບ່ອນທີ່ ເຈົ້າຊີວິດ ດຳເນີນເຫດການຂອງລາຊະວົງ ແລະ ເປັນບ່ອນຕ້ອນຮັບແຂກ, ເພື່ອນມິດສາກົນ. ພະລາຊະວັງໄດ້ຮັບການກໍ່ສ້າງເມື່ອປີ 1866.”

        ລາຊະວັງ ແມ່ນຫນຶ່ງໃນບັນດາກິດຈະກຳສະຖາປັດຕະຍະກຳພົ້ນເດັ່ນຂອງວັດທະນະທຳ ຂະແມ ຢູ່ ກຳປູເຈຍ. ໃນລາຊະວັງ, ນອກຈາກ ເຂດເຮືອນໃຫຍ່ເພື່ອປືກສາຫາລືວຽກງານສຳຄັນຂອງປະເທດຊາດ, ສະຖານທີ່ທ່ອງທ່ຽວດູດດື່ມທີ່ສຸດແມ່ນ ວັດຄຳ, ວັດເງິນ. ເມື່ອເຂົ້າວັດ ທ່ານຈຶ່ງເຫັນໄດ້ວ່າ ນີ້ແມ່ນ “ສ້າງວັດຖຸສິ່ງຂອງປະເສີດ  ແຫ່ງຊາດ” ຂອງກຳປູເຈຍ. ວັດແຫ່ງນີ້ມີຊື່ວ່າ ວັດຄຳ, ຍ້ອນຢູ່ໃນວັດມີພະພຸດທະຮູບໃຫຍ່ຫລໍ່ດ້ວຍຄຳແທ້ ແລະ ມີຂະຫນາດເທົ່າກັບຄົນ ຕິດແກ້ວມະນີຫລາຍເມັດ. ພື້ນ ຂອງວັດຖືກປູດ້ວຍກະໂລ ເງິນ 5000 ປ່ຽງ, ແຕ່ລະປ່ຽງມີນ້ຳຫນັກກວ່າ 1 ກິໂລກາມ. ນີ້ກໍແມ່ນສິ່ງທີ່ດຶງດູດນັກທ່ອງທ່ຽວມາຢ້ຽມຊົມເປັນຈຳນວນຫລວງຫລາຍ.

        ອອກຈາກລາຊະວັງໃນຍາມຕອນແລງ, ກຸ່ມໝູ່ເພື່ອນຂອງວັນນາມ ພ້ອມກັນຂີ່ລົດຕຸກຕຸກໄປເຖິງ ອະນຸສາວາລີເອກະລາດ ຊື່ງແມ່ນສັນຍາລັກສວຍງາມຂອງພະນົມເປັນ. ອະນຸສາວາລີນີ້ ໄດ້ຮັບການກໍ່ສ້າງເມື່ອປີ 1958 ແລະ ໄດ້ຮັບການອອກແບບ ເປັນ 4 ດ້ານ, ແຕ່ລະດ້ານແມ່ນຄືກັນໝົດ. ຈາກອະນຸສາວາລີ ເອກະລາດ ກຸ່ມໝູ່ເພື່ອນວັນນາມ ພ້ອມກັນໄປເຖິງທ່າກຳປັ່ນ ຂີ່ເຮືອລ່ອງຕາມແມ່ນ້ຳເພື່ອຊົມທິວທັດຂອງນະຄອນເມື່ອຍາມສາຍັນລົງມາ. ຢູ່ທ່າກຳປັ່ນທີ່ຄັບຄາຫນາແຫນ້ນນີ້ ບັນດາເຮືອກາໂນຄວາມໄວສູງ ພວມລໍຖ້າແຂກ, ກຸ່ມໝູ່ເພື່ອນວັນນາມ ສືບຕໍ່ລາຍການທ່ອງທ່ຽວຂອງຕົນ. ອ້າຍວັນນາມແບ່ງປັນວ່າ:

        “ນະຄອນພະນົມເປັນແມ່ນສວຍງາມດ້ວຍວັດ, ທາດຕ່າງໆ, ນະຄອນນີ້ ມີແມ່ນ້ຳ ຄື: ແມ່ຂອງ, Bassac, Tonle Sap ໄຫລຜ່ານ ສະນັ້ນ ປະຊາຊົນ ກຳປູເຈຍ ຈື່ງເອີ້ນວ່າ ນະຄອນອອ້ມຮອບດ້ວຍ  ແມ່ນ້ຳ 4  ລຳ. ມາຢ້ຽມຢາມພະນົມເປັນ ນອກຈາກໄປຢ້ຽມຊົມວັດຄຳ, ວັດເງິນແລ້ວ, ນັກທ່ອງທ່ຽວຍັງນິຍົມລາຍການທ່ອງທ່ຽວຂີ່ເຮືອລ່ອງຕາມ ລຳແມ່ນ້ຳເພື່ອຊົມທິວທັດນະຄອນພະນົມເປັນ.”

ພະນົມເປັນ ສະຖານທີ່ທ່ອງທ່ຽວດູດດື່ມສຳລັບນັກທ່ອງທ່ຽວຫວຽດນາມ - ảnh 2 ພະລາດຊະວັງ ລາຊະອານາຈັກ ກໍາປູເຈຍ (ພາບ: travel.com.vn)

        ພາຍຫລັງຂີ່ເຮືອລ່ອງຕາມແມ່ນ້ຳ Tonle Sap ທີ່ສວຍງາມໃນເວລາ 1 ຊົ່ວໂມງ, ກຸ່ມໝູ່ເພື່ອນ ວັນນາມ ສືບຕໍ່ລາຍການທ່ອງທ່ຽວຂອງຕົນ ເມື່ອແວ່ຢາມຕະຫລາດ Phsa Thmey ຊື່ງແມ່ນຕະຫລາດແຫ່ງໃຫຍ່ສຸດຢູ່ ພະນົມເປັນ ເພື່ອຊອກຊື້ເຄື່ອງທີ່ລະນຶກ. ຕະຫລາດແຫ່ງນີ້ໄດ້ຂາຍສິນຄ້າຫລາຍປະເພດ, ໃນນັ້ນ ມີບາງປະເພດແມ່ນສິນຄ້າເປັນເອກະລັກສະເພາະຂອງກຳປູເຈຍ. ຮ່າທື, ສະມາຊິກໃນກຸ່ມໝູ່ເພື່ອນໄປຢ້ຽມຢາມກຳປູເຈຍ ໄດ້ແບ່ງປັນວ່າ:

        “ຕະຫລາດແຫ່ງນີ້ຂາຍເຄື່ອງທີ່ລະນຶກຫລາຍປະເພດ, ພວກເຮົາສາມາດຊື້ຈານມີສັນຍາລັກຂອງ ກຳປູເຈຍ ຫລື ພະພຸດທະຮູບເພື່ອປະດັບປະດາໃນເຮືອນ. ເຄື່ອງທີ່ລະນຶກວາງຂາຍໃນຕະຫລາດນີ້ ມີລາຄາບໍ່ແພງ, ພຽງ 25.000 ເທົ່ານັ້ນ.”

        ລາຊະວັງ ກຳປູເຈຍ ທີ່ ເລິກລັບ, ແມ່ນ້ຳ Tonle Sap ສວຍງາມ ຫລື ຕະຫລາດ Phsa Thmey ຄັບຄາຫນາແຫນ້ນ ແມ່ນສິ່ງທີ່ສ້າງຄວາມປະທັບໃຈເມື່ອໄປຢ້ຽມຢາມ ພະນົມເປັນ ຂອງກຸ່ມໝູ່ເພື່ອນ ວັນນາມ. ຍ້ອນຄວາມງາມແບບເລິກລັບ ແລະ ດູດດື່ມນັ້ນ ໃນ 6 ເດືອນຕົ້ນປີ 2015, ກຳປູເຈຍ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 2 ລ້ານເທື່ອຄົນ ແລະ ຫວຽດນາມ ແມ່ນປະເທດມີນັກທ່ອງທ່ຽວມາຢ້ຽມຢາມ ກຳປູເຈຍ ຫລາຍກວ່າໝູ່.

ຕອບກັບ

ຂ່າວ/ບົດ​ອື່ນ