Hun Many ແລະ ພາ​ລະ​ກຳ ຂອງ​ຊ​າວ​ໜຸ່ມ ໃນ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ

(VOVWORLD) - ວ່ອງໄວ, ສຸດຈິດສຸດໃຈ, ມີຄວາມຮັບຜິດຊອບ - ນັ້ນແມ່ນຄວາມຮັບຮູ້ຂອງທຸກຄົນເມື່ອໄດ້ພົບປະແລະໂອ້ລົມກັບທ່ານ Hun Many ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການບໍລິການພົນລະເມືອງ, ປະທານສະຫະພັນຊາວໜຸ່ມກຳປູເຈຍ. ພາຍຫຼັງ 16 ປີທີ່ດຳລົງຕຳແໜ່ງເປັນປະທານສະຫະພັນຊາວໜຸ່ມກຳປູເຈຍ, ທ່ານ Hun Many  ເຫັນໄດ້ພາລະກຳຂອງຕົນ - ຂອງລຸ້ນໜຸ່ມໃນການເພີ່ມທະວີການພົວພັນສາມັກຄີ, ມິດຕະພາບ, ຕ່າງຝ່າຍຕ່າງມີຜົນປະໂຫຍດລະຫວ່າງຫວຽດນາມ - ກຳປູເຈຍ.

Hun Many ແລະ ພາ​ລະ​ກຳ ຂອງ​ຊ​າວ​ໜຸ່ມ ໃນ​ການ​ເພີ່​ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ກຳ​ປູ​ເຈຍ - ảnh 1ທ່ານ Hun Many ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການບໍລິການພົນລະເມືອງ, ປະທານສະຫະພັນຊາວໜຸ່ມກຳປູເຈຍ

ຂ້າພະເຈົ້າໄດ້ຊອກຮູ້ ແລະ ຮັບຟັງຫຼາຍເລື່ອງລາວຂອງຊາວໜຸ່ມລຸ້ນກ່ອນ - ເຊິ່ງແມ່ນການນຳໃນປັດຈຸບັນ ກ່ຽວກັບການພົວພັນ ກຳປູເຈຍ - ຫວຽດນາມ. ລຸ້ນໜຸ່ມ ກຳປູເຈຍ ຍາມໃດກໍ່ຖືການຮັກສາ, ເສີມຂະຫຍາຍນ້ຳໃຈມິດຕະພາບນັ້ນ ແມ່ນຄວາມຮັບຜິດຊອບອັນຍິ່ງໃຫຍ່ຂອງແຕ່ລະຄົນ. ດ້ວຍບົດບາດເປັນຊາວໜຸ່ມ, ພວກເຮົາຕ້ອງຊອກຮູ້ກ່ຽວກັບກາລະໂອກາດຮ່ວມມື ລະຫວ່າງສອງປະເທດ ໃນໄລຍະຫັນເປັນໂລກາພິວັດ ແລະ ທັງເປັນປະເທດ ບ້ານໃກ້ເຮືອນຄຽງ, ມີຫຼາຍປັດໄຈກ່ຽວກັບເສດຖະກິດ, ອຸດສາຫະກຳ, ການຄ້າ… ອາດຈະຮ່ຳຮຽນເອົານຳກັນ, ຮ່ວມມືສອງຝ່າຍ ແລະ ພາກພື້ນ.

Hun Many ເກີດປີ 1982, ຢູ່ແຂວງ Kampong Cham (ປັດຈຸບັນແມ່ນ ແຂວງ Tbong Khmum), ກຳປູເຈຍ, ທ່ານເປັນລູກຊາຍຫຼ້າຂອງທ່ານ Hun Sen ອະດີດນາຍົກລັດຖະມົນຕີ, ປະທານສະພາສູງ ກຳປູເຈຍ. ນັບແຕ່ຄາວຍັງນ້ອຍ, Hun Many ໄດ້ຮັບຄວາມເອົາໃຈໃສ່ຈາກຄອບຄົວເຖິງການຮຽນ ແລະ ຕັ້ງຄວາມຫວັງຕໍ່ອະນາຄົດທີ່ສົດໄສ. ປີ 2005, ທ່ານໄດ້ຮັບໃບປະກາດສະນີຍະບັດ ປະລິນຍາຕີ ຂະແໜງວິທະຍາສາດການເມືອງ ຢູ່ມະຫາວິທະຍາໄລ Hofstra, ຝລັ່ງ. ປີ 2007, ທ່ານ ກໍ່ໄດ້ຮັບໃບປະກາດສະນີຍະບັດ ປະລິນຍາໂທ ການພົວພັນສາກົນ ຢູ່ມະຫາວິທະຍາໄລ Melbourne, ອົດສະຕາລີ. ພາຍຫຼັງໄລຍະໜຶ່ງທີ່ໄດ້ຮັບການບຳລຸງສ້າງຢູ່ຕ່າງປະເທດ, ປີ 2008 Hun Many ໄດ້ກັບເມືອປະເທດ ເລີ່ມຕົ້ນພາລະກຳການເມືອງດ້ວຍການດຳລົງຕຳແໜ່ງເປັນຜູ້ຊ່ວຍວຽກຂອງ ນາຍົກລັດຖະມົນຕີ. ທ່ານເຄີຍດຳລົງຕຳແໜ່ງເປັນປະທານກຸ່ມສະມາຊິກລັດຖະສະພາໜຸ່ມ ກຳປູເຈຍ, ຫົວໜ້າກຳມາທິການ ການສຶກສາ, ຊາວໜຸ່ມ, ກິລາ, ວັດທະນະທຳ, ສາສະໜາ ແລະ ການທ່ອງທ່ຽວຂອງສະພາແຫ່ງຊາດ. ປັດຈຸບັນ, ທ່ານພວມດຳລົງຕຳແໜ່ງເປັນຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການບໍລິການພົນລະເມືອງ, ປະທານສະຫະພັນຊາວໜຸ່ມ ກຳປູເຈຍ. ເຖິງວ່າດຳລົງຕຳແໜ່ງໃດ ທ່ານກໍ່ມານະພະຍາຍາມ ເພື່ອຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - ກຳປູເຈຍ.

ໃນຊຸມປີມໍ່ໆມານີ້, ການແລກປ່ຽນການຄ້າລະຫວ່າງສອງປະເທດ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ສະພາບການໃໝ່ຮຽກຮ້ອງໃຫ້ໄວໜຸ່ມຕ້ອງມີຄວາມຮັບຮູ້ໃໝ່ເພື່ອປັບຕົວ ແລະ ພັດທະນາ. ແລະ ທ່ານ Hun Many ເຂົ້າໃຈສິ່ງນັ້ນ ຢ່າງເລິກເຊິ່ງ.

ຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ແລະ ການຄ້າ ຂອງສອງປະເທດ ແມ່ນສິ່ງເຊິ່ງໄວໜຸ່ມ ຕ້ອງຊອກຮູ້ຫຼາຍກ່ວາອີກ. ການພົວພັນຮ່ວມມືລະຫວ່າງສອງລັດຖະບານ ຫວຽດນາມ ແລະ ກຳປູເຈຍ, ພິເສດແມ່ນໃນຂົງເຂດສາທາລະນະສຸກ ເພື່ອສ້າງເງື່ອນໄຂໃຫ້ແກ່ປະຊາຊົນ ກຳປູເຈຍ ທີ່ພວມດຳລົງຊີວິດ ຢູ່ເຂດຊາຍແດນ ອາດສາມາດມາ  ຫວຽດນາມ ປິ່ນປົວພະຍາດໄດ້ຢ່າງສະດວກ, ບໍ່ປະສົບກັບຄວາມຫຍຸ້ງຍາກໃດ. ບໍ່ພຽງແຕ່ເທົ່ານັ້ນ, ຫວຽດນາມ ຍັງໜູນຊ່ວຍພວກຂ້າພະເຈົ້າໃນຂົງເຂດການສຶກສາ. ມີນັກສຶກສາ ກຳປູເຈຍ ຫຼາຍຄົນ ພາຍຫຼັງໄລຍະຮ່ຳຮຽນຢູ່ ຫວຽດນາມ ໄດ້ກັບຄືນເມືອປະເທດ ແລະ ມີການປະກອບສ່ວນສຳຄັນໃຫ້ແກ່ປະເທດຊາດ.

ດ້ວຍບົດບາດເປັນປະທານກຸ່ມສະມາຊິກລັດຖະສະພາໜຸ່ມ ກຳປູເຈຍ, ຫົວໜ້າກຳມາທິການ ການສຶກສາ, ຊາວໜຸ່ມ, ກິລາ, ວັດທະນະທຳ, ສາສະໜາ ແລະ ການທ່ອງທ່ຽວ ຂອງສະພາແຫ່ງຊາດ ໄລຍະ 2013 – 2023, ທ່ານ Hun Many ເປັນຜູ້ຕາງໜ້າໃຫ້ແກ່ ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ກຳປູເຈຍ ເພື່ອເຂົ້າຮ່ວມບັນດາການພົບປະເຈລະຈາ, ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຂົງເຂດການສຶກສາ ແລະ ເປົ້າໝາຍພັດທະນາແບບຍືນຍົງ (SDG) ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນ. ເປັນຕົ້ນແມ່ນໃນປີ 2022, ເນື່ອງໃນໂອກາດສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (1967 – 2022). ທ່ານ Hun Many ໄດ້ມາຫວຽດນາມ ເພື່ອແລກປ່ຽນບັນດາບັນຫາສຳຄັນ ກັບກຸ່ມສະມາຊິກສະພາແຫ່ງຊາດ ໜຸ່ມ ຫວຽດນາມ:

ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ກຳປູເຈຍ ແລະ ກຸ່ມສະມາຊິກລັດຖະສະພາໜຸ່ມ ຫວຽດນາມ ໄດ້ປຶກສາຫາລື ຈັດບັນດາການເຄື່ອນໄຫວໃນຕົວຈິງ ພ້ອມກັນມຸ່ງໄປເຖິງອະນາຄົດ, ເພີ່ມທະວີການຮ່ວມມືໃນຜ່ານບັນດາກົນໄກຂອງສະພາແຫ່ງຊາດສອງປະເທດ. ກ່ຽວກັບການຮ່ວມມືໃນພາກພື້ນ, ສອງຝ່າຍໄດ້ແລກປ່ຽນໃນຂອບເຂດກຸ່ມສະມາຊິກລັດຖະສະພາໜຸ່ມ AIPA, ໃນນັ້ນ ສອງຝ່າຍໄດ້ສະໜັບສະໜູນຂໍ້ລິເລີ່ມກົນໄກກອງປະຊຸມລັດຖະສະພາໜຸ່ມ ຢູ່ AIPA ໂດຍສະພາແຫ່ງຊາດ ສະເໜີ ຢູ່ສະມັດຊາໃຫຍ່ AIPA 41 ແລະ ຍົກອອກກົນໄກສະມາຊິກລັດຖະສະພາໜຸ່ມ AIPA ກາຍເປັນກອງປະຊຸມຂັ້ນກຳມາທິການ.

ຄວາມສຸດຈິດສຸດໃຈ, ມີໄຫວພິບຂອງທ່ານ Hun many ແມ່ນແບບຢ່າງທີ່ດີໃຫ້ແກ່ ຊາວໜຸ່ມສອງປະເທດ ປະຕິບັດຕາມ. ບໍ່ພຽງແຕ່ມີຄວາມເອົາໃຈໃສ່ເຖິງການປັບປຸງຊີວິດດ້ານຈິດໃຈໃຫ້ແກ່ສະມາຊິກ, ເພື່ອໃຫ້ໄວໜຸ່ມເສີມຂະຫຍາຍໄດ້ກຳລັງແຮງໃນເກນອາຍຸຄຳເທົ່ານັ້ນ, ທ່ານຍັງຊ່ວຍເຫຼືອ, ໜູນຊ່ວຍຊາວໜຸ່ມຫຼາຍຄົນ ພັດທະນາເສດຖະກິດ. ທ່ານ Thong Savin ສະມາຊິກສະຫະພັນຊາວໜຸ່ມ ກຳປູເຈຍ ແບ່ງປັນວ່າ:

ທ່ານ Hun many ແມ່ນຜູ້ສຸດຈິດສຸດໃຈໃນການປະຕິບັດວຽກງານຂອງສະມາຄົມ. ທ່ານໄດ້ຊີ້ນຳນຳພາ ແລະ ຊ່ວຍເຫຼືອພວກຂ້າພະເຈົ້າໃຫ້ສາມາດຮັບຮູ້ໄດ້ເຖິງຄວາມຮັບຜິດຊອບຂອງຕົນ. ສຳລັບພວກຂ້າພະເຈົ້າແລ້ວ, ທ່ານມີຄວາມສະໜິດສະໜົມ, ມີການຮັບຟັງ, ມີຄວາມເຂົ້າໃຈ, ຊ່ວຍເຫຼືອພວກຂ້າພະເຈົ້າແກ້ໄຂບັນດາຄວາມຫຍຸ້ງຍາກ ໃນວຽກງານ ແລະ ຊີວິດປະຈຳວັນ, ຊ່ວຍໃຫ້ພວກຂ້າພະເຈົ້າມີໂອກາດ ມາຫວຽດນາມ ເພື່ອຮ່ຳຮຽນ. ຈາກນັ້ນ, ຂ້າພະເຈົ້າຍິ່ງຮັກວຽກງານຂອງຕົນກ່ວາເກົ່າ.

ທ່ານ Hun many ມີຄວາມເອົາໃຈໃສ່ເປັນພິເສດເຖິງການພັດທະນາການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ກຳປູເຈຍ ໃນທຸກຂົງເຂດ. ໃນຖານະບົດບາດໃໝ່, ທ່ານປາດຖະໜາວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ບຳລຸງສ້າງ ແລະ ຊ່ວຍຊາວໜຸ່ມ ກຳປູເຈຍ, ເພື່ອໃຫ້ໄວໜຸ່ມສອງປະເທດ ເພີ່ມທະວີຄວາມເຂົ້າໃຈເຊິ່ງກັນແລະກັນ. ທ່ານກໍ່ສັ່ງ ຊາວໜຸ່ມ ກຳປູເຈຍ ໄວ້ວ່າ ຍາມໃດກໍ່ຕ້ອງມີຄວາມສາມັກຄີ, ຮັດແໜ້ນນ້ຳໃຈມິດຕະພາບລະຫວ່າງສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ