ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ອຸ​ປະ​ທູດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ Timor – Leste ປະ​ຈຳ ຮ່າ​ໂນ້ຍ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ປະຈຳ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ເປັນຂົວຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາດ, ລັດຖະສະພາບັນດາປະເທດ; ຢັ້ງຢືນສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະໜັບສະໜູນເລື່ອງລັດຖະບານ ຫວຽດນາມ ສືບຕໍ່ຊຸກຍູ້ ແລະ ຍົກລະດັບການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້. 
ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຈິ່ນ​ແທັງ​ເໝິນ ຕ້ອນ​ຮັບ​ບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ, ​ອຸ​ປະ​ທູດ​ຂອງ​ບັນ​ດາ​ປະ​ເທດ ອາ​ຊຽນ ແລະ Timor – Leste ປະ​ຈຳ ຮ່າ​ໂນ້ຍ - ảnh 1ການຕ້ອນຮັບ (ພາບ: TTXVN)

ທີ່ການຕ້ອນຮັບບັນດາເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ອາຊຽນ ແລະ Timor – Leste ປະຈຳ ຮ່າໂນ້ຍ, ຕອນເຊົ້າວັນທີ 13 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ປາດຖະໜາວ່າ ເອກອັກຄະລັດຖະທູດ, ອຸປະທູດບັນດາປະເທດ ປະຈຳ ຫວຽດນາມ ຈະສືບຕໍ່ສະໜັບສະໜູນ ແລະ ເປັນຂົວຕໍ່ສຳຄັນໃນການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບສະພາແຫ່ງຊາ, ລັດຖະສະພາບັນດາປະເທດ; ຢັ້ງຢືນສະພາແຫ່ງຊາດ ຫວຽດນາມ ຍາມໃດກໍເອົາໃຈໃສ່ ແລະ ສະໜັບສະໜູນເລື່ອງລັດຖະບານ ຫວຽດນາມ ສືບຕໍ່ຊຸກຍູ້ ແລະ ຍົກລະດັບການພົວພັນກັບບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້, ເພື່ອແນໃສ່ປັບປຸງຄວາມໄວ້ເນື້ອເຊື່ອໃຈ, ຄວາມສາມັກຄີ, ເພີ່ມພູນຄູນສ້າງໄມຕີຈິດມິດຕະພາບ, ການພົວພັນຮ່ວມມື, ຄວາມສະໜິດຕິດພັນລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກ ອາຊຽນ, ເພື່ອການພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ວັດທະນາຖາວອນຂອງປະຊາຄົມ ອາຊຽນ.

        ໂດຍຕາງໜ້າໃຫ້ເອກອັກຄະລັດຖະທູດ, ອຸປະທູດ ແລະ ຜູ້ຕາງໜ້າບັນດາປະເທດສະມາຊິກ ອາຊຽນ ແລະ Timor – Leste ປະຈຳ ຫວຽດນາມ, ທ່ານນາງ ຄຳເພົາ ເອີນທະວັນ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ ໄດ້ສະແດງຄວາມຊົມເຊີຍຕໍ່ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ທີ່ໄດ້ຮັບຄວາມໄວ້ວາງໃຈເລືອກຕັ້ງໃຫ້ດຳລົງຕຳແໜ່ງໃໝ່; ຂອບໃຈບັນດາປະເທດສະມາຊິກ ອາຊຽນ, ພິເສດແມ່ນ ຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອລາວປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ 2024 ແລະ ກອງປະຊຸມສະມັດຊາໃຫຍ່ລັດຖະສະພາ ອາຊຽນ ຄັ້ງທີ 45 (AIPA – 45), ປະກອບສ່ວນເພື່ອໃຫ້ອາຍຸການປະທານ ອາຊຽນ ຂອງລາວ ປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ