ສື່ມວນຊົນ ໄທ - ຫວຽດນາມ ມຸ່ງໄປເຖິງພື້ນຖານສື່ມວນຊົນ ອາຊຽນ ສາມັກຄີ ແລະ ມີປະສິດທິຜົນ

(VOVWORLD) - ບັນດາສິ່ງທ້າທາຍໂດຍປັນຍາປະດິດສ້າງຂຶ້ນ ພວມສົ່ງຜົນສະທ້ອນຢ່າງຮອບດ້ານຕໍ່ສັງຄົມ, ກໍຄືສື່ມວນຊົນເວົ້າສະເພາະ, ເມື່ອສື່ສັງຄົມອອນລາຍມີຂ່າວປອມເປັນຈຳນວນຫຼາຍ.
ສື່ມວນຊົນ ໄທ - ຫວຽດນາມ ມຸ່ງໄປເຖິງພື້ນຖານສື່ມວນຊົນ ອາຊຽນ ສາມັກຄີ ແລະ ມີປະສິດທິຜົນ - ảnh 1(ທ່ານ ເລກວັກມິງ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢີນ ແລະ ທ່ານນະຄອນ ວີຣະປະວັດ, ປະທານ CTJ)

ໃນ ສະ ພາບ ທີ່ ສື່ມວນ ຊົນ ທົ່ວ ໂລກ ພວມ ປະ ເຊີນ ໜ້າ ກັບ ສິ່ງ ທ້າ ທາຍ ໃໝ່ ຫຼາຍ ຢ່າງ, ພິ ເສດ ແມ່ນ ປັນ ຍາ ປະ ດິດ (AI) ແລະ ຂ່າວ ປອມ, ເລື່ອງເຈາະຈີ້ມໃຫ້ເປີດ ກວ້າງ ບັນ ດາ   ທິດທາງຮ່ວມ ມື ແລະ ມຸ່ງ ໄປ ເຖິງ ພື້ນ ຖານ ສື່ມ ວນ ຊົນ ອາ ຊຽນ ສາ ມັກ ຄີ ແລະ ມີ ປະ ສິດ ທິ ຜົນ ກວ່າ ໃນ ອະ ນາ ຄົດ ແມ່ນ ເນື້ອ ໃນ ເຊິ່ງ ສະ ຫະ ພັນສື່ມວນຊົນແຫ່ງປະເທດ ໄທ (CTJ) ມີ ຄວາມເອົາໃຈໃສ່, ແບ່ງ ປັນ ກັບ ອົງ ການ ສື່ມວ  ຊົນ ຫວຽດ ນາມ.

ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເມື່ອທ້າຍເດືອນ ຕຸລາ ຜ່ານມາ, ຄະນະການນຳສະຫະພັນສື່ມວນຊົນແຫ່ງປະເທດ ໄທ (CTJ) ໄດ້ເຮັດວຽກກັບສະມາຄົມນັກຂ່າວ ຫວຽດນາມ (VJA) ກໍ່ຄືກັບອົງການສື່ມວນຊົນໃຫຍ່ຈຳນວນໜຶ່ງ, ຄື: ວິທະຍຸກະຈາຍສຽງ ຫວຽດນາມ (VOV), ໜັງສືພິມ ແລະ ກະຈາຍສຽງ, ໂທລະພາບແຂວງ ກວາງນິງ ເພື່ອແບ່ງປັນບົດຮຽນໃນການເຄື່ອນໄຫວສື່ມວນຊົນຂອງ 2 ປະເທດ. ທີ່ການໂອ້ລົມສົນທະນາກັບຄະນະນັກຂ່າວ ໄທ, ທ່ານ ເລກວັກມິງ, ກຳມະການສູນກາງພັກ, ຫົວໜ້າບັນນາທິການໜັງສືພິມ ເຍິນເຢີນ (ປະຊາຊົນ), ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ, ປະທານສະມາຄົມນັກຂ່າວ ຫວຽດນາມ ໄດ້ແບ່ງປັນກ່ຽວກັບບັນດາສິ່ງທ້າທາຍເຊິ່ງສື່ມວນຊົນທົ່ວໂລກພວມປະເຊີນໜ້າ, ພິເສດແມ່ນຕໍ່ໜ້າການລະເບີດຂຶ້ນຂອງປັນຍາປະດິດ ແລະ ຂ່າວປອມ.

“ບັນດາສິ່ງທ້າທາຍໂດຍປັນຍາປະດິດສ້າງຂຶ້ນ ພວມສົ່ງຜົນສະທ້ອນຢ່າງຮອບດ້ານຕໍ່ສັງຄົມ, ກໍຄືສື່ມວນຊົນເວົ້າສະເພາະ, ເມື່ອສື່ສັງຄົມອອນລາຍມີຂ່າວປອມເປັນຈຳນວນຫຼາຍ. ໃນສະພາບການນັ້ນ, ພວກຂ້າພະເຈົ້າເຫັນໄດ້ໂອກາດຫຼາຍຢ່າງຂອງບັນດາອົງການສື່ມວນຊົນ. ນັ້ນແມ່ນເລື່ອງຕ້ອງກັບຄືນມາສຸມໃສ່ການຜະລິດບັນດາເນື້ອໃນທີ່ມີຄຸນນະພາບສູງ, ຕ້ອງຮູ້ວິທີນຳໃຊ້ວິທະຍາສາດເຕັກໂນໂລຊີ, ນະວັດຕະກຳ ເພື່ອສາມາດດຶງດູດຜູ້ນຳໃຊ້”.

ໂດຍເຫັນດີຕໍ່ທັດສະນະຂອງປະທານສະມາຄົມນັກຂ່າວ ຫວຽດນາມ, ທ່ານ ນະຄອນ ວີຣະປະວັດ (Nakorn Veerapravati), ປະທານ CTJ, ໃຫ້ຮູ້ວ່າ: ເພື່ອປະເຊີນໜ້າກັບບັນດາສິ່ງທ້າທາຍໃນການຫັນເປັນດີຈີຕອນໃນປະຈຸບັນຂອງສື່ມວນຊົນ, ໄທ ກໍ່ພວມຕັ້ງໜ້າຈັດບັນດາຊຸດຝຶກອົບຮົມກ່ຽວກັບ AI ໃຫ້ແກ່ບັນດານັກຂ່າວ, ພິເສດແມ່ນເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງກວດກາ, ຢັ້ງຢືນຂໍ້ມູນເມື່ອຂຸດຄົ້ນຂໍ້ມູນຈາກບັນດາພື້ນຖານ AI.

(ທ່ານ Nakorn Veerapravati , ປະ ທານ CTJ)

ບໍ່ພຽງແຕ່ສະເໜີການຮ່ວມມືໃນລະດັບສອງຝ່າຍ 2 ສະມາຄົມ, ທ່ານ ເລກວັກມິງ, ປະທານສະມາຄົມນັກຂ່າວ ຫວຽດນາມ ກໍ່ຍົກອອກບັນດາຂໍ້ສະເໜີຮ່ວມມືໃຫ້ກວ້າງກວ່າຢູ່ລະດັບພາກພື້ນ.

“ເດືອນ ເມ ສາ 2026 ຈະ ຈັດ ກອງ ປະ ຊຸມ ສະ ຫະ ພັນ ນັກ ຂ່າວ ອາ ຊຽນ ຢູ່ ມາ ເລ ເຊຍ. ນີ້ ຈະ ແມ່ນ ໂອ ກາດ ເພື່ອ ໃຫ້   ມາ ຄົມ ນັກ ຂ່າວ ບັນ ດາ ປະ ເທດ ອາ ຊຽນ ພົບ ປະ, ອັບ ເດດ ຂໍ້ ມູນ ສະ ພາບ ການ ຂອງ ແຕ່ ລະ ປະ ເທດ, ວິ ທີ ເຮັດ ທີ່ ດີ, ມີ ປະ ສິດ ທິ ຜົນ, ບົດ ຮຽນ ເພື່ອ ໃຫ້ ບັນ ດາ ປະ ເທດ ທາ  ທາມ. ການ ຮ່ວມ ມື ລະ ຫວ່າງ ບັນ ດາ ສະ ມາ ຄົມ ແລະ ອົງ ການ ສື່ມວນ ຊົນ ໃນປະ ຈຸ ບັນ ມີ ຄວາມ ສຳ ຄັນ ທີ່ ສຸດ. ຍ້ ອນ ເຫດ ການ ເກີດ ຂຶ້ນ ຢູ່ ປະ ເທດ ໃດ ໜຶ່ງ ກໍ່ ສົ່ງ ຜົນ ສະ ທ້ອນ ເຖິງ ບັນ ດາ ປະ ເທດ ອື່ນ, ຄື: ການ ປ່ຽນ ແປງ ຂອງ ດິນ ຟ້າ ອາ ກາດ, ການ ຄ້າ ມະ ນຸດ, ການລອກ ວງ… ສະ ນັ້ນ, ຕ້ອງ ມີ ການ ຮ່ວມ ມື ລະ ຫວ່າງ ບັນ ດາ ອົງ ການ ສື່ມວນ ຊົນ ເພື່ອ ໃຫ້ ພວກ ເຮົາ ສ່ອງແສງ, ສືບ ສວນ ບັນ ດາ ການ ເຄື່ອນ ໄຫວ ຂ້າມ ຊາຍ ແດນ ຄື ແນວນັ້ນ…”

ປະຈຸບັນ, ສະມາຄົມນັກຂ່າວ ຫວຽດນາມ ພວມຜັນຂະຫຍາຍລາຍການບຳລຸງສ້າງກ່ຽວກັບ AI ດ້ວຍຂອບຂະໜາດໃຫຍ່ໃຫ້ແກ່ນັກຂ່າວ, ດ້ວຍເປົ້າໝາຍແມ່ນຝຶກອົບຮົມດ້ານທັກສະກ່ຽວກັບການນຳໃຊ້ AI ຢ່າງມີປະສິດທິຜົນໃຫ້ນັກຂ່າວ ແລະ ບັນນາທິການນັບພັນຄົນ, ໃນຂະນະທີ່ຍັງຮັບປະກັນລັກສະນະຊັດເຈນ ແລະ ຈັນຍາບັນວິຊາຊີບ. ທ່ານ ຊະວະຣົງ ລິມປັດທະມະປານີ (Chavarong Limpattamapanee), ທີ່ປຶກສາອາວຸໂສ CTJ, ປະທານສະພາສື່ມວນຊົນແຫ່ງປະເທດ ໄທ, ໃຫ້ຮູ້ວ່າ:

(ທ່ານ ຊະວະຣົງ ລິມປັດທະມະປານີ, ທີ່ ປຶກ ສາ ອາວຸໂສ CTJ)

2 ຝ່າຍໃຫ້ຄຳໝັ້ນສັນຍາຈະສືບຕໍ່ແບ່ງປັນບັນດາຮູບແບບການຄຸ້ມຄອງ ແລະ ວິຊາການທີ່ໄດ້ບັນລຸຜົນສຳເລັດ, ເພື່ອຊ່ວຍໃຫ້ວົງການສື່ມວນຊົນພາກພື້ນຮັບມືກັບສະພາບສື່ມວນຊົນທີ່ພວມມີການປ່ຽນແປງຢ່າງວ່ອງໄວ. ພິເສດ, 2 ຝ່າຍຍັງປຶກສາຫາລືກ່ຽວກັບຄວາມອາດສາມາດທີ່ຈະເຊື້ອເຊີນ Timor-Leste ເຂົ້າຮ່ວມສະຫະພັນນັກຂ່າວ ອາຊຽນ ດ້ວຍຖານະເປັນນັກສັງເກດການ, ສະແດງໃຫ້ເຫັນຈິດໃຈເປີດກວ້າງ ແລະ ສະໜິດຕິດພັນຂອງວົງການນັກຂ່າວພາກພື້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ