ຫວຽດນາມ ໄລຍະທາງ 17 ປີແຫ່ງການເຂົ້າເປັນສະມາຊິກ ອາຊຽນ

(vovworld) - ​​ໂດຍແມ່ນ​ສະມາຊິກ​ຂອງ ອາ​ຊຽນ, ຍາມ​ໃດ​ຫວຽດນາມ​ກໍ​ມີ​ຄວາມ​ຮັບຜິດຊອບ ​ແລະ ປະຕິບັດສຳ​ເລັດ​ຫນ້າ​ທີ່​​ໂດຍອາ​ຊຽນມອບ​ໝາຍ​ໃຫ້ ກໍ​ຄື​ມານະ​ພະ​ຍາ​ຍາມ​ປະກອບ​ສ່ວນ​ເພື່ອ​ນຳ ອາ​ຊຽນ ພັດທະນາກ້າວ​ຂຶ້ນ - ນີ້​ແມ່ນ​ເນື້ອ​​ໃນ​ການ​ຕອບ​ສຳ​ພາດ​ຂອງ​ທ່ານ​ນາງ ​ໂຕນ​ທິງ​ອກ​ເຮືອງ, ຮອງ​ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ ຫວຽດນາມ ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ແຫ່ງ​ຊາດ ລາວ ຫວ່າງ​ແລ້ວ​ນີ້ ຢູ່ ຮ່າ​ໂນ້ຍ.

        ​ເມື່ອ​ແບ່ງປັນ​ກ່ຽວກັບ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ສຳລັບ ອາ​ຊຽນ​ໃນ 17 ປີຜ່ານມາ, ທ່ານ​ນາງ​ໂຕນ​ທິງ​ອກ​ເຮືອງ, ຮອງ​ຫົວຫນ້າ​ກົມ​ອາ​ຊຽນ ​ໃຫ້​ຮູ້​ວ່າ: ຫວຽດນາມ ມີ​ທັດ​ສະ​ນະ​ວ່າ:​ ອາ​ຊຽນ ມີ​ຄວາມສາມັກຄີ, ​​ເຂັ້ມ​ແຂງ ​ແລະ ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນຈະສວມ​ບົດບາດ​ສຳຄັນ​ໃນ​ການ​ຊຸກຍູ້​ສັນຕິພາບ, ສະຖຽນ​ລະ​ພາບ, ມິດຕະພາບ ​ແລະ ການ​ຮ່ວມ​ມື​ຢູ່​ພາກ​ພື້ນ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດລວມ​ໃຫ້​ແກ່​ປະ​ເທດ​ສະມາຊິກ​ທັງ​ໝົດ. ​ເພາະສະ​ນັ້ນ, ນັບ​ແຕ່​ເມື່ອ​ກາຍ​ເປັນ​ສະມາຊິກ​ຂອງ ອາ​ຊຽນ ຢ່າງ​ເປັນ​ທາງ​ການ​ນັບ​ແຕ່​​ປີ 1995 ມາ​ຮອດ​ປະຈຸ​ບັນ, ຍາມ​ໃດ ຫວຽດນາມ ກໍ​ມີ​ສະຕິ​ ​ຄວາມ​ຮັບຜິດຊອບ​ສູງ ​ແລະ ປະຕິ​ບັດພັນທະ​ຂອງ​ປະ​ເທດ​ສະມາຊິກ​ ອາ​ຊຽນ, ມານະ​ພະຍາຍາມ​ປະຕິບັດ​ບັນດາ​ວຽກ​ງານ​ຊື່​ງ ອາ​ຊຽນມອບ​ໝາຍ​ໃຫ້​ເປັນ​ຢ່າງ​ດີ.

        “ຫວຽດນາມ ​ໄດ້​ມານະ​ພະຍາຍາມ​ຊຸກຍູ້​​ເພື່ອສຳ​ເລັດ​ແນວ​ຄວາມ​ຄິດ​ສ້າງ​ອາ​ຊຽນ 10 ລວມມີ 10 ປະ​ເທດ​ຢູ່ ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,​​ໃນ​ນັ້ນ ມີ​ການ​ປະສານ​ສົມທົບ​ກັບ ​ປະ​ເທດລາວ ​ແລະ ມ້ຽນ​ມາ ​ເພື່ອຮັບ​ສອງ​ປະ​ເທດ​ນີ້​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ໃນ​ປີ 1997. ທີ​ສອງ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ 6 ຢູ່ ຮ່າ​ໂນ້ຍ ​ເມື່ອ​ປີ 1998 ສຳ​ເລັດ​ຜົນ, ​ໄດ້ມີ​ຂໍ​້ລິ​ເລີ່​ມ ​ແລະ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ຮັບຮອງ​ເອົາ​ໂຄງການ​ດຳ​ເນີນ​ງານ​ຮ່າ​ໂນ້ຍ 1998 - 2003, ປະຕິບັດ​ວິ​ໄສ​ທັດ ອາ​ຊຽນ 2020 ກໍ​ຄື​ປະກອບສ່ວນ​ນຳ​ອາ​ຊຽນຜ່ານ​ຜ່າ​ຄວາມ​ໄລຍະ​ຫຍຸ້ງຍາກ​ຈາກວິ​ກິດ​ການ​ເສດຖະກິດ​​ໃນພາກ​ພື້ນ.”

ຫວຽດນາມ ໄລຍະທາງ 17 ປີແຫ່ງການເຂົ້າເປັນສະມາຊິກ ອາຊຽນ - ảnh 1
ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 16
ພາບ: internet

        ​ໃນ​ອາຍຸ​ການ​ເປັນ​ປະທານ​ຄະນະ​ກຳມະການ​ປະ​ຈຳ ອາ​ຊຽນ 2000 - 2001, ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳຄັນ​ຂັ້ນ​ລັດຖະມົນຕີ​ຄັ້ງ​ຕ່າງໆ​ຂອງ ອາ​ຊຽນ ​ແລະ ລະຫວ່າງ​ອາ​ຊຽນກັບ​ບັນດາ​ປະ​ເທດ​ຄູ່​ເຈ​ລະ​ຈາ​ຢູ່​ຮ່າ​ໂນ້ຍ ​ເມ່ືອ​ເດືອນ 7/2001 ສຳ​ເລັດ​ຜົນ. ຕາມ​ທ່ານ​ນາງ ​ໂຕນ​ທິງ​ອກ​ເຮືອງ, ຮອງ​ຫົວຫນ້າ​ກົມ​ອາ​ຊຽນ ​ແລ້ວ, ການ​ປະກອບສ່ວນ​ທີ່​ພົ້ນ​ເດັ່ນ​ຂອງ​ຫວຽດນາມໃນ​ການ​ເຄື່ອນ​ໄຫວ​ຂອງອາ​ຊຽນ ນັ້ນ​ແມ່ນ​ບົດບາດ​​ເປັນປະທານ​ອາ​ຊຽນ​ໃນ​ປີ 2010. ທ່ານ​ນາງ ​ໂຕນ​ທິງ​ອກ​ເຮືອງ ​ໃຫ້​ຮູ້​ວ່າ:

        “​ອາຍຸການ​ເປັນ​ປະທານ ອາ​ຊຽນ 2010 ຂອງ ຫວຽດນາມ, ນັ້ນ​ແມ່ນ​ຈຸດ​ເວລາ​ບານພັບ ​ໄລຍະ 5 ປີ ຂອງ ອາ​ຊຽນ ​ແລະ ຫົວ​​ເລື່ອງ​ທີ່ຫວຽດນາມ ຍົກ​ອອກມາ ນັ້ນ​ແມ່ນ​ຍູ້​ແຮງ​ການ​ດຳ​ເນີນ​ງານ​ເພື່ອ​ຫັນ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015 ​ໃຫ້​ປະກົດ​ຜົນ​ເປັນ​ຈິງ. ດ້ວຍ​ບົດບາດ​​ເປັນ​ປະທານ​ອາ​ຊຽນ, ຫວຽດນາມ ​ໄດ້​ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ວາງ​ອອກ​ຫລາຍ​ມາດ​ຕະການ ​ແລະ ລັດຖະນະ​ໂຍບາຍ​ສຳຄັນ, ​ເປີດ​ກວ້າງ ​ແລະ ​ເຮັດ​ໃຫ້ການ​ພົວພັນ​ກັບ​ບັນດາ​ຄູ່​ເຈລະຈາ​ພາຍ​ນອກ​ເລິກ​ເຊິ່ງກວ່າ​ອີກ ພ້ອມ​ທັງ​ຊຸກຍູ້​ການ​ຮ່ວມ​ມື​​ໃນ​ພາກ​ພື້ນ​ເພື່ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ທີ່​ພວມ​ເກິ​ດຂຶ້ນ. ປີ 2010 ​ແມ່ນ​ປີ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​​ແມ່ນ​ປີປະສົບ​ຜົນ​ເລັດ​ຂອງ​ອາ​ຊຽນ, ອັນ​ໄດ້ສ້າງ​ບາດກ້າວ​ຫັນປ່ຽນ​ສຳຄັນ​ໃຫ້ອາ​ຊຽນ ນັບ​ທັງ​ການ​ຮ່ວມ​ມື​ພາຍ​ໃນ​ກຸ່ມ​ກໍ​ຄື​ການ​ພົວພັນ​ກັບຕ່າງປະ​ເທດ, ປັບປຸງ​ບົດບາດ, ທີ່​ຕັ້ງ​ໃຈກາງ​ຂອງ​ອາ​ຊຽນ ຢູ່ ພາກ​ພື້ນ​ອີກ​ບາດກ້າວ​ຫນຶ່ງ.”

        ​ໃນ​ແຕ່​ລະບາດ​ກ້າວ​ແຫ່ງ​ການ​ພັດທະນາ​ໃຫມ່​ຂອງ ອາ​ຊຽນ,​ ຍາມ​ໃດ​ຫວຽດນາມ​ກໍ​ສະ​ແດງ​​ໃຫ້​ເຫັນຄວາມ​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບຜິດຊອບ ​ແລະ ມີ​ ຫົວຄິດ​ປະດິດ​ສ້າງ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ສະ​ເຫ​ນີ​ແນວ​ຄວາມ​ຄິດ, ຂໍ້​ລິ​ເລີ່​ມ ​ເພື່ອ​ຫັນ​ບັນດາ​ທິດ​ທາງ, ລັດຖະນະ​ໂຍບາຍ​ທີ່​ມີ​ລັກສະນະ​ຍຸດ​ທະ​ສາດ​ສຳລັບ ອາ​ຊຽນ ​ເປ​ັນລະອຽດ​ຄື: ວິ​ໄສ​ທັດ ອາ​ຊຽນ 2020, ຈຸດ​ໝາຍ​ສ້າງ​ປະຊາ​ຄົມ ອາ​ຊຽນ ​ໃນ​ປີ 2015, ກົດ​ບັດ ອາ​ຊຽນ, ວິວັດທະນາ​ການ​ສ້າງ​ປະຊາ​ຄົມ ອາ​ຊຽນ... ທ່າ​ນນາງ​ໂຕນ​ທິງ​ອກ​ເຮືອງ, ​ໃຫ້​ຮູ້​ວ່າ:  ​ການ​ປະກອບສ່ວນ​ຂອງ ຫວຽດນາມ ​ໃນ​ອາ​ຊຽນ ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ປະ​ເທດສະມາຊິກ:

        “ນອກຈາກ​ການ​ປະກອບສ່ວນ​ທີ່​ກ່າວ​ມາ​ຂ້າງ​ເທິງ​ນັ້ນ, ​ໃນ​ຖານະ​ເປັນ​ປະ​ເທດ​ປະສານ​ງານ​ການ​ຕ່າງປະ​ເທດ​ຂອງ ອາ​ຊຽນ ກັບ​ບັນດາ​ຄູ່​ເຈ​ລະ​ຈາ​ສຳຄັນ​ຄື: ຍີ​ປຸ່ນ, ລັດ​ເຊຍ, ອາ​ເມ​ລິ​ກາ,​ອົດ​ສະ​ຕາ​ລີ ​ແລະ ຫວ່າງ​ແລ້ວ​ນີ້ ​ແມ່ນ​ຈີນ (2009 - 2012) ຫວຽດນາມ ບັນລຸ​ໄດ້​ຫລາຍບາດກ້າວ​ທີ່ຕັ້ງຫນ້າ ຊື່​ງ​ໄດ້​ຮັບ​ການ​ຮັບ​ຮູ້​ຈາກ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ ​ແລະ ຄູ່​ເຈລະຈາ.”

        ຫວຽດນາມ ກຳນົດ​ວ່າ ອາ​ຊຽນ ​ໄດ້ ​ແລະ ຈະ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເສົາ​ຄ້ຳ​ສຳຄັນ​ໃນ​ແນວທາງ​ການ​ຕ່າງປ​ະ​ເທດ​​ເປີດກ້ວາງ, ຫລາຍ​ຮູບ​ຫລາຍ​ແບບ ​ແລະ ຫລາຍ​ຝ່າຍ ​ແລະ ​ເປັນ​ເຈົ້າ​ການ​ເຊື່ອ​ມ​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ສາກົນ ຂອງ​ຫວຽດນາມ. ກ່ຽວກັບ​ການ​ປະກອບ​ສ່ວນ​ຂອງ ຫວຽດນາມ ​ໃຫ້​ແກ່ ອາ​ຊຽນ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາງ​ໂຕນ​ທິງ​ອກ​ເຮືອງ ​ໃຫ້​ຮູ້​ວ່າ: ຫວຽດນາມ ຈະ​ສືບ​ຕໍ່​ເຂົ້າຮ່ວມ ​ແລະ ປະກອບສ່ວນ​​ໃຫ້​ແກ່ ອາ​ຊຽນ ບົນ​ຈິດ​ໃຈ​ເປັ​ນ​ເຈົ້າ​ການ,​ ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ, ​ໃນພາຍ​ພາກ​ຫນ້າ ​ແມ່ນ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດຂອງ​ຕົນພ້ອມ​ກັບ​ບັນດາ​ປະ​ເທດ​​ເພື່ອນ​ມິດ​ໃນ​ອາ​ຊຽນ ປະຕິບັດ​ຈຸດໝາຍ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ສຳ​ເລັດ​ຜົນ​ໃນ​ປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ