ເວ​ທີ​ປາ​ໄສ​ປະ​ຊາ​ທິ​ປະ​ໄຕ ບາ​ລີ 12 ຍົກ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ແມ່​ຍິງ ແລະ​ ຊາວ​ໜຸ່ມ

(VOVWORLD) -        ໃນຕົ້ນເດືອນທັນວາ, ເວທີປາໄສ ປະຊາທິປະຕິໄຕ ບາລີ ຄັ້ງທີ 12 ໄດ້ໄຂຂຶ້ນຢູ່ເກາະ ບາລີ, ປະເທດ ອິນໂດເນເຊຍ. ດ້ວຍຫົວຂໍ້ “ພື້ນຖານປະຊາທິປາໄຕ ແລະ ລັກສະນະກວມລວມ”, ເວທີປາໄສ ປະຊາທິປະໄຕ ບາລີ (BDF) ຄັ້ງທີ 12 ໄດ້ເນັ້ນໜັກເຖິງການເຂົ້າຮ່ວມຂອງທຸກພາກສ່ວນສັງຄົມເຂົ້າໃນການກໍ່ສ້າງພື້ນຖານປະຊາທິປະໄຕ.
ເວ​ທີ​ປາ​ໄສ​ປະ​ຊາ​ທິ​ປະ​ໄຕ ບາ​ລີ 12 ຍົກ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ແມ່​ຍິງ ແລະ​ ຊາວ​ໜຸ່ມ - ảnh 1 ບັນດາຜູ້ແທນເຂົ້າຮ່ວມເວທີປາໄສ 

        ເວທີປາໄສ ບາລີ ປີ 2019 ໄດ້ດຶງດູດການເຂົ້າຮ່ວມຂອງຜູ້ແທນທີ່ມາຈາກ 90 ກວ່າປະເທດ ແລະ ອົງການຈັດຕັ້ງສາກົນ. ກ່າວຄຳເຫັນຂໍ່ານັບຮັບຕ້ອນຜູ້ແທນມາເຂົ້າຮ່ວມເວທີປາໄສ ແລະ ກ່າວກ່ຽວກັບຄວາມໝາຍຂອງເວທີປາໄສຄັ້ງນີ້, ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍໃຫ້ຮູ້ວ່າ:

        “ປະຊາທິປະໄຕ ແມ່ນປັດໄຈສ້າງສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ ມາໃຫ້ແກ່ທຸກຄົນ. ຜົນສຳເລັດຂອງພື້ນຖານປະຊາທິປະໄຕມີສ່ວນກ່ຽວຂ້ອງຢ່າງສະໜິດແໜ້ນກັບລະດັບການກວມລວມ, ບ່ອນທີ່ທຸກໆຄົນລ້ວນແຕ່ມີສິດເຂົ້າຮ່ວມການປະກອບສ່ວນເຂົ້າໃນວິວັດການສ້າງພື້ນຖານປະຊາທິປະໄຕ ແລະ ຕ່າງກໍໄດ້ຮັບຜົນປະໂຫຍດຈາກພື້ນຖານປະຊາທິປະໄຕຄືກັນ. ຖ້າຫາກວ່າປະເທດໃດມີຄວາມເສລີພາບ ແລະ ມີລັກສະນະກວມລວມແມ່ນພື້ນຖານປະຊາທິປະໄຕຂອງປະເທດນັ້ນ ຈະມີທ່າອ່ຽງຫຼຸດຜ່ອນລົງໜ້ອຍກວ່າ”.

ເວ​ທີ​ປາ​ໄສ​ປະ​ຊາ​ທິ​ປະ​ໄຕ ບາ​ລີ 12 ຍົກ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ແມ່​ຍິງ ແລະ​ ຊາວ​ໜຸ່ມ - ảnh 2ທ່ານນາງ Retno Marsudi ລັດຖະມົນຕີກະຊວງການຕ່າງປະເທດ ອິນໂດເນເຊຍ 

        ຕາມທ່ານນາງລັດຖະມົນຕີການຕ່າງປະເທດ ອິນໂດເນເຊຍ ແລ້ວ, ບໍ່ຄວນມີການຈຳແນກເພດຍິງ - ຊາຍ, ວັດທະນະທຳ, ເຊື້ອຊາດຜິວພັນ ຫຼື ສາສະໜາ ໃດໆ ສຳລັບບັນດາພາກສ່ວນທີ່ເຂົ້າຮ່ວມວິວັດທະນາການກໍ່ສ້າງພື້ນຖານປະຊາທິປະໄຕ, ພິເສດ ຕ້ອງເອົາໃສ່ເຖິງການມອບສິດໃຫ້ແກ່ແມ່ຍິງ ແລະ ລຸ້ນໜຸ່ມ. ຍ້ອນເຫດນັ້ນ ວາລະປະຊຸມດ້ວຍຫົວຂໍ້ “ການນຳພາຂອງແມ່ຍິງ, ລັກສະນະກວມລວມ ແລະ ປະເທດປະຊາທິປະໄຕ” ໄດ້ເນັ້ນໜັກວ່າ ບົດບາດສຳຄັນຂອງແມ່ຍິງ ແມ່ນໜຶ່ງໃນບັນດາເສົາຄໍ້າຂອງພື້ນຖານປະຊາທິປະໄຕ. ນັກປາຖະກະຖາຂອງກອງປະຊຸມສຳມະນາ ແມ່ນ ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດຂອງ ອິນໂດເນເຊຍ, ອົດສະຕາລີ, ເຄນຢາ, ນາມີເບຍ ແລະ ການນຳເພດຍິງຫຼາຍທ່ານ ໄດ້ແບ່ງປັນບັນດາເລື່ອງລາວກ່ຽວກັບການເຂົ້າຮ່ວມຂອງແມ່ຍິງໃນຂົງເຂດການເມືອງ, ໃນການວາງແຜນນະໂຍບາຍສາທາລະນະ, ຈາກນັ້ນເນັ້ນໜັກເຖິງບົດບາດນຳພາຂອງແມ່ຍິງໃນພື້ນຖານປະຊາທິປະໄຕ, ພິເສດແມ່ນໃນອຳນາດການປົກຄອງ. ທ່ານນາງລັດຖະມົນຕີການຕ່າງປະເທດ ເຄນຢາ Monica Juma ແບ່ງປັນວ່າ:

        “ຢູ່ປະເທດຂ້າພະເຈົ້າ, ແມ່ຍິງໄດ້ເຂົ້າຮ່ວມໃນຫຼາຍຂົງເຂດ, ໃນນັ້ນມີຂົງເຂດການເມືອງ. ແມ່ຍິງ ເຄນຢາ ຫຼາຍຄົນ ໄດ້ເລີ່ມກາຍເປັນບັນດາຜູ້ນຳ. ຂ້າພະເຈົ້າຖືວ່າ, ການເຂົ້າຮ່ວມຂອງແມ່ຍິງໃນປັດຈຸບັນ ແມ່ນສຳຄັນຫຼາຍ, ຊ້ຳບໍ່ໜຳແມ່ນຕ້ອງບຸລິມະສິດ. ຂ້າພະເຈົ້າຢາກຮຽກຮ້ອງໃຫ້ແມ່ຍິງ ຈົ່ງກ້າຫານກວ່າ ແລະ ແບກຫາບບັນດາໜ້າທີ່ສຳຄັນໃນສັງຄົມ”.

        ໄປຄຽງຄູ່ກັນນັ້ນ, ແມ່ຍິງ ແລະ ຊາວໜຸ່ມ ກໍໄດ້ສວມບົດບາດສຳຄັນໃນພື້ນຖານປະຊາທິປະໄຕ. ແຕ່ປີ 2017, ເວທີປາໄສປະຊາທິປະໄຕ ບາລີ ໄດ້ເປີດກວ້າງຕື່ມ ໂດຍຈັດຕັ້ງເວທີປາໄສນັກສຶກສາ ປະຊາທິປະໄຕ ບາລີ ດ້ວຍຈຸດປະສົງ ສົ່ງສານກ່ຽວກັບຄຸນຄ່າຂອງປະຊາທິປະໄຕໃຫ້ແກ່ຄົນລຸ້ນໜຸ່ມ ແລະ ຮັບເອົາທັດສະນະຂອງໄວໜຸ່ມ ກ່ຽວກັບພື້ນຖານປະຊາທິປະໄຕ. ປີນີ້, ເວທີປາໄສຊາວໜຸ່ມປະຊາທິປະໄຕ ບາລີ ຄັ້ງທີ 3 ກໍໄດ້ຈັດຂຶ້ນ ດ້ວຍຫົວຂໍ້ “ໄວໜຸ່ມ ແລະ ລັກສະນະກວມລວມຂອງປະຊາທິປະໄຕເຕັກນິກດີຈີຕອນ”. ນາງ ຫງວຽນທິງອກແອັງ, ນັກສຶກສາປີ ທີ 3, ພະແນກສາກົນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ ແບ່ງປັນສູ່ຟັງວ່າ:

        “ນ້ອງຮູ້ສຶກເປັນກຽດເມື່ອໄດ້ເຂົ້າຮ່ວມເວທີປາໄສນັກສຶກສາປະຊາທິປະໄຕ ບາລີ ຢູ່ ອິນໂດເນເຊຍ. ໃນວາລະປະຊຸມສຳລັບນັກສຶກສາ, ນ້ອງໄດ້ແບ່ງປັນບາງຄຳຄິດເຫັນກ່ຽວກັບເລື່ອງປະສົມປະສານລະຫວ່າງປະຊາທິປະໄຕ ກັບລະບົບເຕັກນິກດີຈີຕອນ ຢູ່ຫວຽດນາມ ໄດ້ສົ່ງຜົນສະທ້ອນເຖິງໄວໜຸ່ມຄືແນວໃດ. ໄປຄຽງຄູ່ກັນນັ້ນ, ນ້ອງກໍໄດ້ຄວາມຮູ້ ແລະ ຮັບຟັງການແບ່ງປັນຫຼາຍສິ່ງຫຼາຍຢ່າງຈາກເພື່ອນມິດສາກົນ ກ່ຽວກັບການໝູນໃຊ້ພື້ນຖານປະຊາທິປະໄຕເຂົ້າໃນຂົງເຂດຕ່າງໆ. ນ້ອງປາດຖະໜາວ່າ ເວທີປາໄສຄັ້ງນີ້ ຈະຊ່ວຍໃຫ້ນ້ອງມີຄວາມເຂົ້າໃຈເລິກເຊິ່ງກວ່າກ່ຽວກັບພື້ນຖານປະຊາທິປະໄຕ”.

ເວ​ທີ​ປາ​ໄສ​ປະ​ຊາ​ທິ​ປະ​ໄຕ ບາ​ລີ 12 ຍົກ​ສູງ​ບົດ​ບາດ​ນຳ​ພາ​ຂອງ​ແມ່​ຍິງ ແລະ​ ຊາວ​ໜຸ່ມ - ảnh 3 ນາງ ຫງວຽນທິງອກແອັງ, ນັກສຶກສາປີ ທີ 3, ພະແນກສາກົນ, ມະຫາວິທະຍາໄລແຫ່ງຊາດ ຮ່າໂນ້ຍ

        ຈຸດໃໝ່ຂອງເວທີປາໄສປະຊາທິປະໄຕບາລີ ຄັ້ງນີ້ ແມ່ນວາລະປຶກສາຫາລື ສະເພາະແກ່ບັນດານັກທຸລະກິດ ດ້ວຍຫົວຂໍ້ “ລັກສະນະກວມລວມຂອງເສດຖະກິດ” ເຊິ່ງໄດ້ປຶກສາຫາລືກ່ຽວກັບປະຊາທິປະໄຕໃນການເຄື່ອນໄຫວດຳເນີນທຸລະກິດ.

        ໄປຄຽງຄູ່ກັນນັ້ນ, ຍັງມີອີກວາລະປຶກສາຫາລືໜຶ່ງ ໂດຍມີການເຂົ້າຮ່ວມຂອງສັງຄົມພົນລະເຮືອນ ດ້ວຍຫົວຂໍ້ “ລັກສະນະກວມລວມ ແລະ ການຫຼຸດໜ້ອຍຖອຍລົງຂອງພື້ນຖານປະຊາທິປະໄຕ”. ນະທີ່ນີ້ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ແລະ ສື່ມວນຊົນ ໄດ້ປຶກສາຫາລືກ່ຽວກັບສາຍພົວພັນລະຫວ່າງລັກສະນະກວມລວມ ແລະ ພື້ນຖານປະຊາທິປະໄຕ.

        ນອກຈາກນັ້ນ, ເວທີປາໄສປະຊາທິປະໄຕ ບາລີ ຄັ້ງນີ້ ກໍໄດ້ເຊີນຄະນະກຳມະການເລືອກຕັ້ງແຫ່ງຊາດ ອິນໂດເນເຊຍ ແລະ ອິນເດຍ ມາແບ່ງປັນປະສົບການ ແລະ ພຶດຕິກໍາຕົວຈິງຈາກສອງປະເທດປະຊາທິປະໄຕໃຫຍ່ໃນການຈັດຕັ້ງການເລືອກຕັ້ງ ອີກດ້ວຍ.

        ເວທີປາໄສປະຊາທິປະໄຕ ບາລີ ແມ່ນເວທີປາໄສລະຫວ່າງລັດຖະບານ ຖືກຈັດຂຶ້ນປະຈຳປີ ໂດຍລັດຖະບານ ສາທາລະນະລັດ ອິນໂດເນເຊຍ ລິເລີ່ມ ເມື່ອປີ 2008. ໃນຕະຫຼອດໄລຍະ 12 ປີ ຜ່ານມາ, ເວທີປາໄສດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການກໍ່ສ້າງໂຄງປະກອບປະຊາທິປະໄຕຢູ່ພາກພື້ນອາຊີ ປາຊີຟິກ, ສ້າງເງື່ອນໄຂໃຫ້ບັນດາປະເທດແບ່ງປັນປະສົບການ ແລະ ສະພາບການຕົວຈິງໃນການຄຸ້ມຄອງລັດ, ສົ່ງເສີມຄວາມສະເໝີພາບລະຫວ່າງຍິງ - ຊາຍ, ມີຄວາມເຂົ້າໃຈ ແລະ ເຄົາລົບເຊິ່ງກັນ ແລະ ກັນ./.

ຕອບກັບ

ຂ່າວ/ບົດ​ອື່ນ