ກອງ​ປະ​ຊຸມ​ເຈ​ລະ​ຈາປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 11: ການ​ບໍ​ລິ​ຫານ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ AI ຢູ່ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ​

(VOVWORLD) - ທ່ານ Nararya Soeprapto ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມ ແລະ ບັນດາບັນຫາວິສາຫະກິດ ໄດ້ເນັ້ນໜັກວ່າ AI ມີກຳລັງບົ່ມຊ້ອນ ປະກອບສ່ວນແຕ່ 10 – 18% ໃຫ້ແກ່ການເຕີບໂຕ GDP ຂອງພາກພື້ນ ອາຊຽນ, ລວມມູນຄ່າເກືອບ 1.000 ຕື້ USD ໃນປີ 2030.
ກອງ​ປະ​ຊຸມ​ເຈ​ລະ​ຈາປະ​ຊາ​ຄົມ​ເສດ​ຖະ​ກິດ ອາ​ຊຽນ ຄັ້ງ​ທີ 11: ການ​ບໍ​ລິ​ຫານ​ເພື່ອຊຸກ​ຍູ້​ການ​ພັດ​ທະ​ນາ AI ຢູ່ ອາ​ຊຽນ ຢ່າງ​ມີ​ປະ​ສິດ​ທິ​ຜົນ​ - ảnh 1ກອງປະຊຸມເຈລະຈາປະຊາຄົມເສດຖະກິດ ອາຊຽນ (AEC) ຄັ້ງທີ 11 (ພາບ: VOV)

ກອງປະຊຸມເຈລະຈາປະຊາຄົມເສດຖະກິດ ອາຊຽນ (AEC) ຄັ້ງທີ 11 ໄດ້ດຳເນີນໃນວັນທີ 4 ມິຖຸນາ ຢູ່ ຈາກາຕາ, ອິນໂດເນເຊຍ. ກ່າວຄຳເຫັນທີ່ພິທີໄຂ, ທ່ານ Nararya Soeprapto ຮອງເລຂາທິການໃຫຍ່ ອາຊຽນ ຮັບຜິດຊອບປະຊາຄົມ ແລະ ບັນດາບັນຫາວິສາຫະກິດ ໄດ້ເນັ້ນໜັກວ່າ AI ມີກຳລັງບົ່ມຊ້ອນ ປະກອບສ່ວນແຕ່ 10 – 18% ໃຫ້ແກ່ການເຕີບໂຕ GDP ຂອງພາກພື້ນ ອາຊຽນ, ລວມມູນຄ່າເກືອບ 1.000 ຕື້ USD ໃນປີ 2030.  ໃນກອງປະຊຸມເຈລະຈາ, ບັນດາຜູ້ແທນໄດ້ປຶກສາຫາລືກ່ຽວກັບບັນດາທຳນຽມທີ່ດີທີ່ສຸດໃນການບໍລິຫານ AI ແລະ ຄວາມສຳຄັນຂອງການພົວພັນຄູ່ຮ່ວມມືພາກລັດ ແລະ ເອກະສານ ເພື່ອຊຸກຍູ້ການພັດທະນາ AI ຢ່າງມີຄວາມຮັບຜິດຊອບ. ຕາງໜ້າປະຊາຄົມວິສາຫະກິດ ແບ່ງປັນວ່າ: AI ແມ່ນລູກກຸນແຈເພື່ອເປີດບັນດາໂອກາດເສດຖະກິດສັງຄົມທີ່ມີກຳລັງບົ່ມຊ້ອນຢູ່ ອາຊຽນ ແລະ ບັນດາວິສາຫະກິດກຽມພ້ອມຮ່ວມມືກັບລັດຖະບານເພື່ອຜັນຂະຫຍາຍລະບົບນິເວດ AI ທີ່ມີຄຸນສົມບັດ.

        ຢູ່ນອກກອງປະຊຸມເຈລະຈາ, ມີບັນດາຮ້ານວາງສະແດງ, ແນະນຳກຳລັງແຮງການຫັນປ່ຽນຂອງ AI  ໃນສະພາບການດຳເນີນທຸລະກິດທັນສະໄໝ ແລະ ຄວາມສາມາດຫັນການເຄື່ອນໄຫວໃຫ້ເປັນຢ່າງດີທີ່ສຸດ, ສ້າງມາດຕະການປະດິດຄິດສ້າງຂອງ AI ໃນຫຼາຍຂະແໜງການ.

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ