ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ

(VOVWORLD) - ໂດຍເຂົ້າຮ່ວມການເຄື່ອນໄຫວປະຕິວັດນຳພໍ່ ແລະ ເອື້ອຍ ນັບແຕ່ຄາວອາຍຸຫາກໍໄດ້ 12 ປີ, ທ່ານພັນເອກ ຟານຢິງ ກໍເຊື່ອມຊຶມແນວຄິດໂຮ່ຈີມິນ ກ່ຽວກັບນ້ຳໃຈສາມັກຄີສາກົນທີ່ວ່າ “ຊ່ວຍເພື່ອນແມ່ນຊ່ວຍຕົນເອງ” ຢ່າງເລິກເຊິ່ງໂດຍໄວ. ໂດຍຕິດພັນກັບປະເທດລາວ ເກືອບທັງຊີວິດຂອງຕົນ ແລະ ຮັບດຳລົງຫຼາຍໜ້າທີ່ແຕກຕ່າງກັນ ບໍ່ວ່າຈະເປັນເດັກສົ່ງຈົດໝາຍ, ທະຫານສືບລາຊະການລັບ, ເລຂາຂອງທ່ານປະທານ ໄກສອນ ພົມວິຫານ, ນັກຊ່ຽວຊານດ້ານການທະຫານ... ຍິ່ງເຮັດໃຫ້ ທ່ານ ມີຄວາມຮັກຕໍ່ກັບດິນແດນແຫ່ງດອກຈຳປານີ້ຢ່າງເລິກເຊິ່ງ  ແລະ ຄວາມຮັກເຫຼົ່ານັ້ນ ຍັງສືບຕໍ່ໄດ້ຮັບການເສີມຂະຫຍາຍ ແລະ ແຜ່ກະຈາຍໄປເລື້ອຍໆ.
ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ - ảnh 1ປ້າ ຟ້າມທິງອກຢຽບ, ພັນລະຍາຂອງ ທ່ານ ຟານຢິງ ກຳລັງອ່ານຄືນປຶ້ມບັນທຶກປະຈຳວັນ

“ສຳລັບ ອ້າຍ ຢິງ ແລ້ວ, ປະເທດລາວ ກໍຄືປະເທດ ຫວຽດນາມ, ຊ້ຳບໍ່ໜຳ ແມ່ນຍັງມີຄວາມເປັນຫ່ວງຫຼາຍກວ່າ ຍ້ອນວ່າ ໜ້າທີ່ຂອງຢູ່ຫັ້ນ. ເມື່ອພັກບຳນານແລ້ວ, ຕອນໃດສຸຂະພາບແຂງແຮງ, ເພິ່ນກໍຢາກໄປ ຢາມ ລາວ, ປີໃດ ເພິ່ນກໍຢາກໄປ, ສູ້ຊົນໄປຈົນໄດ້. ປີສຸດທ້າຍ, ກ່ອນທີ່ເພິ່ນສິ້ນລົມຫາຍໃຈນັ້ນ, ເພິ່ນກໍບອກກັບຂ້າພະເຈົ້າວ່າ ຂ້ອຍຢາກໄປຢາມ ລາວ.  ຂ້ອຍຢາກໄປ ລາວ ເທື່ອສຸດທ້າຍ. ເມື່ອໄປລາວ, ເພິ່ນກໍໄປຢ້ຽມຢາມທົ່ວທຸກບ່ອນ, ເພິ່ນໄປຮອດໃສ ກໍມີຄວາມສະໜິດຄືຄອບຄົວດຽວກັນ. ພໍເຫັນໜ້າ, ບັນດາເພື່ອນລາວ ກໍແລ່ນມາກອດ, ຕ້ອນຮັບດ້ວຍຄວາມປິຕິຊົມຊື່ນ. ເພິ່ນກໍດີໃຈຫຼາຍ. ຜ່ານນັ້ນ, ຂ້າພະເຈົ້າຈຶ່ງເຫັນໄດ້ເຖິງການເສຍສະຫຼະສຳລັບປະເທດ ລາວ ກໍຄື ສຳລັບປະເທດ ຫວຽດນາມ ແຫ່ງບ້ານເກີດເມືອງນອນຂອງອ້າຍ ຢິງ ມັນແມ່ນຄືແນວໃດ”.

ນັ້ນແມ່ນຄຳແບ່ງປັນຂອງປ້າ ຟ້າມທິງອກຢຽບ, ພັນລະຍາຂອງ ທ່ານ ຟານຢິງ ຫຼື ຊື່ລາວເອີ້ນວ່າ ຄຳສິງ. ຄອບຄົວຂອງເພິ່ນທັງສອງ ລ້ວນແຕ່ອົບພະຍົບໄປຢູ່ປະເທດລາວ ແຕ່ຊຸມປີ 1940 ແລະ ເຂົ້າຮ່ວມການເຄື່ອນໄຫວປະຕິວັດ, ຕອນນັ້ນ, ຟານຢິງ ອາຍຸຫາກໍໄດ້ 12 ປີ. ເຖິງວ່າຫາກໍ່ເປັນນັກຮຽນມັດທະຍົມຜູ້ໜຶ່ງກໍຕາມ, ແຕ່ຄາວນັ້ນ, ທ່ານ ຟານຢິງ ກໍຊ່ວຍພໍ່ສົ່ງຈົດໝາຍລັບສະບັບຕ່າງໆ ແລະ ອີກບໍ່ດົນ, ເພິ່ນກໍກາຍເປັນທະຫານອາສາສະໝັກ. ຍ້ອນວ່າມີສະຕິຕື່ນຕົວຕໍ່ກັບອຸດົມການປະຕິວັດນັບແຕ່ຄາວຍັງນ້ອຍ, ພ້ອມທັງມີຄວາມຮູ້ສຶກໄວ, ເພິ່ນໄດ້ຮັບການຄັດເລືອກເຂົ້າໃນຖັນແຖວພະນັກງານສືບສອດແນມທາງການທະຫານ. ເຖິງວ່າເພິ່ນທັງສອງໄດ້ເປັນຜົວເມຍກັນແຕ່ປີ 1960 ແຕ່ຫຼັງຈາກນັ້ນເກືອບ 40 ປີ, ເມື່ອ ທ່ານ ຟານຢິງ ພັກບຳນານ (1993), ເພິ່ນຈຶ່ງໄດ້ຢູ່ນຳຄອບຄົວ.

“ທັງຊີວິດ, ເບິ່ງຄືວ່າໄດ້ພົບກັນບໍ່ເທົ່າໃດເທື່ອ, ເຮືອນຂອງຂ້າພະເຈົ້າຍາມໃດກໍຂາດເງົາຂອງຜົວ. ຈົນຮອດຕອນທີ່ເພິ່ນພັກບຳນານ, ພວກຂ້າພະເຈົ້າ ຈຶ່ງໄດ້ຢູ່ໃກ້ກັນແທ້, ແຕ່ນັ້ນກໍແມ່ນຈຸດເວລາທີ່ສຸຂະພາບຂອງເພິ່ນອ່ອນເພຍລົງ ແລະ ຖືກປ່ວຍຕະຫຼອດ”.

ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ - ảnh 2ອ້າຍຟ້ານເຈື່ອງເຊີນ - ລູກຊາຍກົກຂອງທ່ານ ຟານຢິງ

“ອາດເວົ້າໄດ້ວ່າ, ນັບແຕ່ເມື່ອຂ້າພະເຈົ້າໄດ້ເກີດມາຈົນຮອດຕອນຂ້າພະເຈົ້າມີອາຍຸໄດ້ 8 ປີ, ຂ້າພະເຈົ້າເຫັນພາບກ່ຽວກັບພໍ່ຂ້າພະເຈົ້າ ແມ່ນບໍ່ແຈ້ງປານໃດ. ກ່ອນໜ້ານັ້ນ, ຂ້າພະເຈົ້າຮູ້ແຕ່ວ່າ ພໍ່ເປັນທະຫານ, ແຕ່ບໍ່ຮູ້ລະອຽວ່າ ພໍ່ເຮັດຫຍັງ. ຂ້າພະເຈົ້າໄດ້ພົບພໍ່ ບໍ່ເທົ່າໃດຄັ້ງ ນັບບໍ່ໝົດຮອດນີ້ວມື”.

 

ອ້າຍ ຟານເຈື່ອງເຊີນ ແລະ ເອື້ອຍ ຟານທິແທັງຫາຍ, ລູກຊາຍກົກ ແລະ ລູກຜູ້ທີ 2 ຂອງເພິ່ນ, ແບ່ງປັນວ່າ: ເມື່ອໄປເຮັດວຽກຢູ່ໄກຈາກບ້ານ, ພໍ່ໄດ້ຂຽນຈົດໝາຍສົ່ງມາໃຫ້ກຳລັງໃຈເປັນປະຈຳ ແລ້ວເລົ່າເລື່ອງລາວກ່ຽວກັບນ້ຳໃຈໄມຕີຈິດ ຫວຽດນາມ - ລາວ ພ້ອມດ້ວຍບັນດາບັ້ນເຄື່ອນໄຫວທີ່ລຳບາກ, ອັນຕະລາຍສູ່ ແມ່ ແລະ ລູກໃຫ້ໄດ້ຮັບຊາບນຳ. ເມື່ອໄດ້ຢູ່ໃກ້, ພໍ່ກໍຈະພາແມ່ ແລະ ລູກໄປພົບປະກັບເພື່ອນໆຄົນລາວອີກດ້ວຍ. ຕາມການເວລາ, ທັງເມຍ ແລະ ລູກທັງສາມຂອງເພິ່ນ ລ້ວນແຕ່ມີຄວາມເຂົ້າໃຈກ່ຽວກັບຊີວິດ, ພາລະກິດຂອງພໍ່ ແມ່ນນ້ຳໃຈຮັກແພງ, ຄວາມສະໜິດສະໜົມລະຫວ່າງ ຫວຽດນາມ - ລາວ ຢ່າງຈະແຈ້ງ.

“ພໍ່ເອງເປັນຜູ້ທີ່ສົ່ງແຮງບັນດານໃຈ ແລະ ແຜ່ກະຈາຍນ້ຳໃຈຂອງພໍ່ທີ່ມີຕໍ່ປະເທດ ລາວ ໃຫ້ບັນດາສະມາຊິກໃນຄອຄົວຢ່າງຕໍ່ເນື່ອງ.  ພໍ່ເລົ່າສູ່ພວກຂ້າພະເຈົ້າຟັງເລື່ອງລາວຫຼາຍຢ່າງກ່ຽວກັບປະເທດລາວ. ແຕ່ລະເທື່ອທີ່ກັບມາຫວຽດນາມ, ພໍ່ໄປໃສ, ເຮັດຫຍັງກັບເພື່ອນລາວ ພໍ່ກໍພາຂ້າພະເຈົ້າໄປນຳ. ຍາມໃດພໍ່ກໍສະແດງໃຫ້ເຫັນວ່າ, ພໍ່ຢາກໃຫ້ບັນດາສະມາຊິກໃນຄອບຄົວເຂົ້າໃຈກ່ຽວກັບປະເທດລາວ ຢ່າງສະໜິດສະໜົມຄືເພື່ອນມິດສະຫາຍອ້າຍນ້ອງໃນຄອບຄົວດຽວກັນ. ຄອບຄົວຂ້າພະເຈົ້າ ໄດ້ພົບເພື່ອນລາວ ຕອນໃດ ກໍຮູ້ສຶກດີໃຈຫຼາຍ, ເຖິງວ່າຂ້າພະເຈົ້າກໍບໍ່ຮູ້ພາສາລາວ ກໍຕາມ. ພິເສດແມ່ນແມ່ຂອງຂ້າພະເຈົ້າ, ເມື່ອໄປຢາມ ລາວ, ກໍຄືກັນກັບພໍ່ຂ້າພະເຈົ້າ, ເບິ່ງຄື ປາພົບນ້ຳ”.

“ເຖິງວ່າພໍ່ຂ້າພະເຈົ້າໄປເຮັດວຽກຢູ່ລາວ ຕະຫຼອດ, ແຕ່ລະເທື່ອທີ່ໄດ້ກັບມາຫວຽດນາມ, ພໍ່ຂ້າພະເຈົ້າກໍຍາດເວລາເບິ່ງແຍງດູແລຄອຍຄົວ, ແນະນຳລູກຮຽນໜັງສື ແລະ ກໍດຸຂຽນຈົດໝາຍສົ່ງມາໃຫ້ກຳລັງໃຈ, ເລົ່າເລື່ອງລາວຕ່າງໆໃຫ້ເມຍ ແລະ ລູກໄດ້ຮັບຊາບນຳ”.

ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ - ảnh 3ອ້າຍ ຟານເຈື່ອງກວາງ - ລູກຊາຍຫຼ້າຂອງເພິ່ນ ແນະນຳການນຳຂັ້ນສູງ ແລະ ເພື່ອນຄົນລາວ ແຕ່ລະຄົນ ທີ່ພໍ່ຂອງຕົນເຄີຍຜູກພັນ 

ອ້າຍ ຟານເຈື່ອງກວາງ - ລູກຊາຍຫຼ້າຂອງເພິ່ນ ໄດ້ນັ່ງແນະນຳການນຳຂັ້ນສູງ ແລະ ເພື່ອນຄົນລາວ ແຕ່ລະຄົນ ທີ່ພໍ່ຂອງຕົນເຄີຍຜູກພັນ ຜ່ານຮູບຖ່າຍແຕ່ລະແຜ່ນໃນປຶ້ມອາລະບ້ຳທີ່ໜາໆ ບັນຈຸຮູບຖ່າຍນັບຮ້ອຍແຜ່ນ. ອ້າຍແບ່ງປັນວ່າ: “ເຖິງວ່າພໍ່ ໄດ້ຈາກພວກເຮົາໄປແລ້ວກໍຕາມ, ແຕ່ບັນດາເລື່ອງລາວ, ອາລົມຈິດຄວາມຮັກແພງທີ່ ເພິ່ນ ແລະ ຄອບຄົວມີຕໍ່ປະເທດລາວ ທີ່ສວຍງາມນັ້ນ ແມ່ນບໍ່ມີວັນຈືດຈາງຫາຍໄປ”. ນັ້ນແມ່ນສາຍເຫດຕົ້ນຕໍທີ່ເຮັດໃຫ້ອ້າຍ ຕັດສິນໃຈຮຽນພາສາລາວ ເພື່ອຈະໄດ້ຜູກພັນກັບປະເທດລາວ ຫຼາຍກວ່າອີກ. ອ້າຍ ກວາງ ແບ່ງປັນຕື່ມອີກວ່າ, ພໍ່ເຖົ້າຂອງ ອ້າຍ ກໍເປັນທະຫານອາສາສະໝັກ ຫວຽດນາມ ທີ່ເສຍສະຫຼະຢູ່ ໜອງຕອນ, ລາວ ເມື່ອປີ 1953 ແລະ ແມ່ຂອງອ້າຍ - ປ້າຢຽບ ກໍໄດ້ເກີດຢູ່ ວຽງຈັນ. ປ້າເວົ້າພາສາ ລາວ ເກັ່ງ ແລະ ແຕ່ງອາຫານ ລາວ ແຊບຫຼາຍ.

“ໃນເຮືອນຄົວຂອງຂ້າພະເຈົ້າ, ຍາມໃດກໍຕ້ອງມີ ປາແດກ ແລະ ໃບຂີ້ຫູດ. ແມ່ຂ້າພະເຈົ້າແຕ່ງອາຫານລາວແຊບຫຼາຍ, ໂດຍສະເພາະແມ່ນຕຳໝາກຮຸ່ງ, ຕົ້ມຍຳ, ແກງກະທິ ແມ່ນແຊບທີ່ສຸດ”. 

ຖ້າຫາກວ່າ ປາແດກ, ໃບຂີ້ຫູດ, ສາກ, ຄົກ, ຫວດ ແລະ ໝໍ້ໜື້ງເຂົ້າ ແມ່ນບັນພາຊະນະ ແລະ ເຄື່ອງປຸງທີ່ຂາດບໍ່ໄດ້ໃນເຮືອນຄົວຂອງຄົນລາວນັ້ນ, ຄອບຄົວຂອງທ່ານ ຟານຢ້ງ ແລະ ປ້າ ຢຽບ ກໍເຊັ່ນດຽວກັນ. ນອກຈາກບັນດາເຍື່ອງອາຫານທີ່ເປັນເອກະລັກຂອງ ຫວຽດນາມ ແລ້ວ, ໃນພາເຂົ້າຕ້ອນຮັບແຂກ, ໝູ່ເພື່ອນ ຫຼື ລູກຫຼານໃນຄອບຄົວນັ້ນ ກໍ່ບໍ່ສາມາດຂາດອາຫານລາວໄປໄດ້, ຈະຕ້ອງມີຈັກ 1 – 2 ເຍື່ອງ. ຕາມການເວລາ, ລູກໃພ້ຂອງ ປ້າ ກໍສາມາດແຕ່ງອາຫານລາວເປັນ, ໂດຍບໍ່ນ້ອຍໜ້າກວ່າປ້າ. ເອື້ອຍ ເລບິກແຫ້ງ, ລູກໃພ້ກົກຂອງປ້າ ຢຽບ ແບ່ງປັນວ່າ:

“ແມ່ຂອງຂ້າພະເຈົ້າແຕ່ງອາຫານລາວເກັ່ງຫຼາຍ ແລະ ຂ້າພະເຈົ້າກໍຢາກຮຽນນຳ. ແຕ່ລະເທື່ອເຫັນແມ່ເຮັດ, ຂ້າພະເຈົ້າກໍຖາມ, ສັງເກດ ແລ້ວເຮັດຕາມ, ດົນໄປ ຂ້າພະເຈົ້າກໍສາມາດເຮັດເອງໄດ້ ແລະ ແຕ່ງເປັນ ເຊັ່ນ ຕຳໝາກຮຸ່ງ, ຕົ້ມຍຳ, ລາບ. ເມື່ອຮູ້ຈັກອ້າຍ ເຊີນ ແລ້ວກາຍເປັນສະມາຊິກໃນຄອບຄົວຂອງອ້າຍ, ກໍໄດ້ຊ່ວຍໃຫ້ຂ້າພະເຈົ້າມີຄວາມເຂົ້າໃຈກ່ຽວກັບວັດທະນະທຳ ລາວ, ປະເທດລາວ ຫຼາຍກວ່າອີກ”.

ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ - ảnh 4ປ້າຢຽບ ຖະໜຸຖະໜອມ ແລະ ເຊັດອະນາໄມບັນດາວັດຖຸພັນ, ເຄື່ອງທີ່ລະນຶກກ່ຽວກັບປະເທດລາວ
ສະມາຊິກທຸກຄົນໃນຄອບຄົວຂອງທ່ານ ຟານຢິງ ແລະ ປ້າຢຽບ ນັບແຕ່ລູກໃພ້ຕະຫຼອດຮອດຫຼານໆທັງຍິງ ແລະ ຊາຍ ຕາງກໍໄດ້ໄປຢາມປະເທດລາວ ຢ່າງໜ້ອຍສຸດ 1 ຄັ້ງ. ເຂົາເຈົ້າລ້ວນແຕ່ຮູ້ສຶກໄດ້ເຖິງຄວາມງາມຂອງປະເທດລາວ, ຄວາມໃກ້ຊິດສະໜິດສະໜົມ, ຮັກແພງແຂກຄົນຂອງປະຊາຊົນ ລາວ ແລະ ນ້ຳໃຈຜູກພັນແບບພິເສດລະຫວ່າງ ຫວຽດນາມ - ລາວ. ຈົນມາຮອດທຸກມື້ນີ້, ມື້ໃດກໍເຊັ່ນດຽວກັນ, ປ້າຢຽບ ຍັງຄົງຖະໜຸຖະໜອມ ແລະ ເຊັດອະນາໄມບັນດາວັດຖຸພັນ, ເຄື່ອງທີ່ລະນຶກກ່ຽວກັບປະເທດລາວ ທີ່ໄດ້ວາງຢູ່ໂຕະຮັບແຂກນັ້ນ. ສວ່ນລູກຂອງປ້າ, ກໍຊອກທຸກວິທີເພື່ອເກັບຮັກສາບັນດາວັດຖຸພັນ, ຫັນຂໍ້ມູນ, ເອກະສານຕ່າງໆທີ່ກ່ຽວຂ້ອງເຖິງ ພໍ່, ກ່ຽວຂ້ອງເຖິງນ້ຳໃຈ ຫວຽດນາມ - ລາວ ເປັນດີຈີຕອນ./.
ຄອ​ບ​ຄົວ​ຊ​າວ ຫວຽດ​ນາມ ທີ່​ເຕັມ​ໄປ​ດ້ວຍ​ນ້ຳ​ໃຈ​ຄວາມ​ຮັກ​ແພງ​ຕໍ່​ປະ​ເທດ​ ລາວ ອ້າຍ​ນ້ອງ - ảnh 5ປ້າຢຽບ ພ້ອມດ້ວຍລູກຊາຍ, ລູກສາວ ແລະ ລູກໃພ້ກົກ

ຕອບກັບ

ຂ່າວ/ບົດ​ອື່ນ