ນາຍຄູ ຈິ້ງງອກຈີງ ພົນລະເມືອງດີເດັ່ນຂອງນະຄອນຫລວງ ຮ່າໂນ້ຍປີ 2018

(VOVWORLD) -ນາຍຄູ ຈິ້ງງັອກຈີ່ງ ແມ່ນຜູ້ສຸດຈິດສຸດໃຈ ແລະ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ຂະແຫນງການສຶກສາ. ປີນີ້ ທ່ານ ມີອາຍຸ 84 ປີແລ້ວ, ແຕ່ ທ່ານຍັງດຳລົງຕຳແຫນ່ງເປັນຜູ້ອຳນວຍການສູນຫນູນຊ່ວຍພັດທະນາການສຶກສາເຂດພູດອຍ (HEDO) ທີ່ຢູ່ ເຮືອນເລກທີ 4 ຖະຫນົນຈີ້ງຮ່ວາຍດຶກ ຮ່າໂນ້ຍ. ນາຍຄູ ຈິ້ງງອກຈີງ ຫາກໍ່ໄດ້ຮັບການເຊີດຊູແມ່ນຫນຶ່ງໃນຈຳນວນພົນລະເມືອງດີເດັ່ນ 10 ຄົນຂອງນະຄອນຫລວງ ຮ່າໂນ້ຍປີ 2018.

ທ່ານຈິ້ງງອກຈີງ  ມີບ້ານເກີດເມືອງນອນຢູ່ ແຂວງ ນີງບີງ, ໃນຄາວເຍົາໄວ, ປີ 1945 ເມື່ອມີອາຍຸ 11 ປີ,  ຈິ້ງງັອກຈີ່ງ ໄດ້ອາສາສະໝັກເປັນຜູ້ຕິດຕໍ່ນໍາທາງໃຫ້ທະຫານ, ເຂົ້າຮ່ວມການຕໍ່ຕ້ານຕ້ານຈັກກະພັດ ອາເມລິກາ. ໃນຄັ້ງຫນຶ່ງທີ່ໄປສົ່ງຈົດໝາຍທ່ານຖືກສັດຕູສະກັດຕີ, ເຖິງວ່າແຂນເບື້ອງຫນຶ່ງຖືກລູກປືນຍິງ ຈົນມຸ່ນຍ່ອຍຍັບກໍຕາມ …. ແຕ່ຈິ້ງງັອກຈີ່ງ ກໍອົດກັ້ນຄວາມເຈັບປວດແລ່ນໄປຕໍ່ອີກ 3 ກິໂລແມັດເພື່ອເຮັດສຳເລັດຫນ້າທີ່ທີ່ໄດ້ຮັບການມອບຫມາຍ. ນັບແຕ່ນັ້ນ ແຂນຂອງທ່ານແມ່ນຖືກທ່ານໝໍຕັດອອກເບື້ອງຫນຶ່ງ.

ນາຍຄູ ຈິ້ງງອກຈີງ ພົນລະເມືອງດີເດັ່ນຂອງນະຄອນຫລວງ ຮ່າໂນ້ຍປີ 2018 - ảnh 1ນາຍຄູ ຈິ້ງງັອກຈີ່ງ ແມ່ນຜູ້ສຸດຈິດສຸດໃຈ ແລະ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນໃຫ້ແກ່ຂະແຫນງການສຶກສາ 

ໄລຍະຕໍ່ຕ້ານຈັກກະພັດ ອາເມລິກາ, ທ່ານ ຈິ້ງງັອກຈີ່ງ  ເປັນອາຈານສອນ ຢູ່ເຂດພູດອຍເຂດໄຕບັກ (ໝາຍເຖິງທາງທິດຕາເວັນຕົກສ່ຽງເຫນືອ) ຫວຽດນາມ ມາເປັນເວລາຫລາຍປີ. ມີໄລຍະຫນຶ່ງທ່ານເປັນຄູສອນຢູ່ມະຫາວິທະຍາໄລສ້າງຄູຮ່າໂນ້ຍ, ທ່ານໄດ້ພ້ອມກັບໝູ່ຄະນະ ໃນຄະນະບໍລິຫານງານຄະນະຊາວຫນຸ່ມໂຮງຮຽນ ໄດ້ລິເລິ່ມ ແລະ ປຸກລະດົມຂະບວນການ  “ ສາມກຽມພ້ອມ”. ຂະບວນການນີ້ ໄດ້ແຜ່ລາມອອກກາຍເປັນຂະບວນການແຂ່ງຂັນຮັກຊາດໃນທົ່ວປະເທດ. ທ່ານ ຈິ້ງງັອກຈີ່ງ ໃຫ້ຮູ້ວ່າ:

“ຕອນຄ່ຳວັນທີ 30 ເມສາປີ 1964 ພະນັກງານ, ຄູອາຈານ, ນັກສຶກສາຢູ່ ມະຫາວິທະຍາໄລສ້າງຄູຮ່າໂນ້ຍ ໄດ້ປຸກລະດົມຂະບວນການ ສາມກຽມພ້ອມ. ນັ້ນແມ່ນກຽມພ້ອມຕີຊະນະຈັກກະພັດອາເມລິກາ, ກຽມພ້ອມສູ້ຮົບປົກປັກຮັກສາພາກເຫນືອ, ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບ. ກຽມພ້ອມອອກໄປເຖິງບໍ່ວ່າບ່ອນໃດ, ເຮັດບໍ່ວ່າວຽກງານໃດຊື່ງພັກ, ປະຊາຊົນ ແລະ ປະເທດຊາດມອບໝາຍໃຫ້.”

ປີ 1965, ທ່ານຍ້າຍມາເຮັດວຽກຢູ່ສູນກາງຄະນະຊາວຫນຸ່ມກອມມູນິດໂຮ່ຈີມີນ ຮອດປີ 1975 ທ່ານ ມາຮັບຫນ້າທີ່ເປັນຫົວຫນ້າຫ້ອງວຽກງານການເມືອງຢູ່ ມະຫາວິທະຍາໄລສ້າງຄູ. ທີ່ນີ້ ທ່ານໄດ້ສະເຫນີສ້າງຕັ້ງ ພະແນກ “ການສຶກສາສະຖານະການ ນະໂຍບາຍ” ແລະ ທ່ານເປັນຫົວຫນ້າພະແນກ ແລະ ເປັນຜູ້ສອນກ່ຽວກັບແຜນນະໂຍບາຍ, ນະໂຍບາຍ, ແນວທາງຂອງພັກ, ລັດ ໂດຍກົງໃຫ້ນັກສຶກສາ.

ເດືອນ ມີນາປີ 1990 ມາຮອດປະຈຸບັນ,ທ່ານ ຈິ້ງງອກຈີງ ດຳລົງຕຳແຫນ່ງເປັນຜູ້ອຳນວຍການສູນຫນູນຊ່ວຍພັດທະນາການສຶກສາເຂດພູດອຍ. ທ່ານໄດ້ພ້ອມກັບພະນັກງານສູນ ຕັ້ງຫນ້າຂົນຂວາຍ, ຮຽກຮ້ອງບັນດາອົງການຈັດຕັ້ງສາກົນ ແລະ ພາຍໃນປະເທດ ຊ່ວຍຍົກສູງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຢູ່ເຂດພູດອຍ. ມາຮອດປະຈຸບັນ ມີໂຮງຮຽນກວ່າ 200 ໂຄງການ ໄດ້ຮັບໃຊ້ຊາວຊົນເຜົ່າສ່ວນຫນ້ອຍ ທີ່ດຳລົງຊີວິດຢູ່ 43 ແຂວງ, ນະຄອນໃນທົ່ວປະເທດ, ໃນນັ້ນສ່ວນຫລາຍແມ່ນບັນດາໂຄງການສຶກສາ. ທ່ານ ຈິ້ງງັອກຈີ່ງ  ໃຫ້ຮູ້ວ່າ:

“ປະຈຸບັນ ພວກຂ້າພະເຈົ້າຊ່ວຍໂຮງຮຽນມັດທະຍົມຕອນຕົ້ນ ນີງທັ໊ງ ຕາແສງ ນີງທ້ວນ ເມືອງ ຮວາລື ແຂວງ ນີງບີ່ງ ກໍ່ສ້າງສູນຄອມພິວເຕີ ດ້ວຍຄອມພິວເຕີ 10 ເຄື່ອງ. ພວກຂ້າພະເຈົ້າໄດ້ສ້າງຕັ້ງກອງທຶນ ທຶນການສຶກສາ ໃຫ້ໂຮງຮຽນປະຖົມ, ມັດທະຍົມ ນີງທັ໊ງ ແຕ່ລະໂຮງຮຽນແມ່ນ 150 ລ້ານດົງ ເພື່ອຍ້ອງຍໍນັກຮຽນທຸກຍາກແຕ່ຮຽນເກັ່ງ, ນັກຮຽນຖືກຕິດຈາກທາດພິດສີສົ້ມ, ນັກຮຽນກຳພ້າ. ແລະ ນອກນັ້ນຍັງມີໂຄງການອື່ນ ແມ່ນກໍ່ສ້າງສູນພາສາອັງກິດອັດສະລິຍະອີກດ້ວຍ.”

ສູນຫນູນຊ່ວຍພັດທະນາການສຶກສາເຂດພູດອຍ ໄດ້ຈັດຕັ້ງບັນດາກອງປະຊຸມ, ກອງປະຊຸມສຳມະນາກ່ຽວກັບການພັດທະນາການສຶກສາເຂດພູດອຍ. ຜ່ານນັ້ນ ຖອດຖອນບົດຮຽນຈາກພຶດຕິກຳຕົວຈິງ ເພື່ອໃຫ້ການເຄື່ອນໄຫວນັບມື້ນັບມີປະສິດທິຜົນ ສູນ ຍັງຫນູນຊ່ວຍຊາວຊົນເຜົ່າສ່ວນຫນ້ອຍຢູ່ເຂດພູດອຍ ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ, ພັດທະນາເສດຖະກິດສັງຄົມແບບຍືນຍົງ. ທ່ານ ຈິ້ງງັອກຈີ່ງ  ໃຫ້ຮູ້ວ່າ:

“ໂຄງການເປັນແບບຢ່າງນັ້ນແມ່ນໂຄງການກະສິກຳຢູ່ຕາແສງ ເກື່ອງເລີ້ຍ ແລະ ຕາແສງ ຕາມງື ເມືອງ ນາຣີ່ ແຂວງ ບັກກ້ານ. ພວກຂ້າພະເຈົ້າໄດ້ຊ່ວຍຊາວກະສິກອນປູກໝາກຖົ່ວເຫລືອງເພື່ອລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກ. ຫລັງຈາກນັ້ນ ພວກຂ້າພະເຈົ້າກໍ່ທະວີຄູນໄປທົ່ວເມືອງ ນາຣີ່ ດ້ວຍເນື້ອທີ່ກວ່າ 80 ເຮັກຕາ ແລະ ປະຈຸບັນ ໄດ້ຂຶ້ນເຖິງນັບຮ້ອຍໆເຮັກຕາ. ພວກຂ້າພະເຈົ້າຍັງໄດ້ຈັດສົ່ງສາດສະດາຈານ, ນັກວິສະວະກອນດ້ານກະສິກຳ ລົງໄປແນະນຳໃຫ້ພໍ່ແມ່ພີ່ນ້ອງຊົນເຜົ່າອີກດ້ວຍ.”

ດ້ວຍການປະກອບສ່ວນອັນແທດຈິງໃຫ້ແກ່ວົງຄະນາຍາດ, ພັກ, ລັດ ໄດ້ມອບຫລຽນໄຊແຮງງານຊັ້ນສອງໃຫ້ ທ່ານຈິ້ງງັອກຈີ່ງ. ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງ, ລັດຖະມົນຕີ ຫົວຫນ້າ ຄະນະກຳມະການຊົນເຜົ່າ ກໍ່ໄດ້ມອບໃບຍ້ອງຍໍໃຫ້ທ່ານ.

 

ຕອບກັບ

ຂ່າວ/ບົດ​ອື່ນ