ອ້າຍບ່າວສ້າງມານະຈິດໃຫ້ແກ່ຄົນພິການ

(VOVWORLD) -     ທ້າວ ຟ້າມກວາງຄວັດ ຮອງປະທານສະມາຄົມຄົນພິການນະຄອນ ຮ່າໂນ້ຍ, ປະທານສະມາຄົນພິການເມືອງ ຮວ່າງມາຍ ມີຊື່ສຽງແມ່ນຊາຍໜຸ່ມຜູ້ຫ້າວຫັນເຂົ້າຮ່ວມບັນດາການເຄື່ອນໄຫວໜູນຊ່ວຍຄົນພິການ. ເຖິງວ່າຂາທັງສອງເບື້ອງຖືກເປັນຫຼ່ອຍກໍ່ຕາມ ແຕ່ດ້ວຍມະນາຈິດບໍ່ເປັນທຳມະດາ ທ້າວ ຟ້າມກວາງຄວັດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລະ ຕັ້ງໜ້າໜູນຊ່ວຍຄົນພິການໃນຕະຫຼອດ 16 ປີທີ່ຜ່ານມາ
ອ້າຍບ່າວສ້າງມານະຈິດໃຫ້ແກ່ຄົນພິການ - ảnh 1ອ້າຍ ຟ້າມກວາງຄວັດ

     ຟ້າມກວາງຄວັດ ອາຍຸ 35 ປີ ບ້ານເກີດຢູ່ແຂວງ ຮ່ານາມ ຂາທັງສອງເບື້ອງເປັນລ່ອຍນັບແຕ່ຄາວຍັງນ້ອຍ ການໄປມາຮັບໃຊ້ຊີວິດປະຈຳວັນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ແຕ່ ຄວັດ ບໍ່ທໍໍ້ຖອຍໃຈ ແລະ ຍາມໃດກໍ່ມານະພະຍາຍາມສູ້ຊົນບືນຕົວຂຶ້ນໃນການດຳລົງຊີວິດ. ປີ 2008 ຄວັດ ຂຶ້ນໄປຢູ່ ຮ່າໂນ້ຍ ຮຽນມະຫາວິທະຍາໄລ. ໃນໄລຍະນີ້ສະມາຄົມຄົນພິການ ເມືອງຮວ່າງມາຍ ໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຟ້າມກວາງຄັວດ ໄດ້ເປັນອາສາມະໝັກຂອງສະມາຄົນ. ພາຍຫຼັງຜູກພັນມາເປັນເວລາ 10 ປີ ຮອດປີ 2018 ຟ້າມກວາງຄວັດ ໄດ້ຮັບການເລືອກຕັ້ງເປັນປະທານສະມາຄົມຄົນພິການເມືອງ ຮວ່າງມາຍ ແລະ ຮອດປີ 2022 ຄວັດ ໄດ້ຮັບເລືອກຕັ້ງເປັນຮອງປະທານສະມາຄົມຄົນພິການນະຄອນ ຮ່າໂນ້ຍ. ທ່ານ ນາງ ດິງທິຖຸຍຢຸງ ຮອງປະທານຜູ້ປະຈຳການສະມາຄົມຄົນພິການເມືອງ ຮວ່າງມາຍ ຖືວ່າ:

     “ສະມາຄົມ ຄົນພິການ ເມືອງຮວ່າງມາຍ ພັດທະນາຄືວັນນີ້ ກໍ່ຍ້ອນມີກຳລັງເຫື່ອແຮງຂອງ ຟ້າມກວາງຄວັດ ຢາ່ງຫຼວງຫຼາຍ. ເມື່ອໄດ້ລົງມືປະຕະບັດງານ ຄວັດ ບໍ່ຄຳນຶງເຖິງຕົນເອງ ພຽງແຕ່ຄຳນຶງເຖິງທຸກໆຄົນ”.

     ໃນຊຸມປີທີ່ຜ່ານມາ, ຟ້າມກວາງຄວັດ ພ້ອມກັບຄະນະບໍລິຫານງງານສະມາຄົມ ໄດ້ຊ່ວຍຍົກສູງຄວາມສາມາດໃຫ້ແກ່ສະມາຊິກສະມາຄົມຫຼາຍກວ່າ 16.000 ຄົນ ແລະ ບຳລຸງກໍ່ສ້າງວິຊາຊີບໃຫ້ແກ່ຊາວໜຸ່ມພິການຫຼາຍກ່ວາ 2.000 ຄົນ ພ້ອມກັນນັ້ນກໍ່ຈັດຕັ້ງໂຄສະນາໃຫ້ແກ່ແມ່ຍິງຫຼາຍກວ່າ 8.300 ຄົນ ດ້ວຍຂໍ້ລິເລີ່ມ “ຍົກສູງລະດັບຄວາມຮັບຮູ້ ແລະ ຊຸກຍູ້ການໃຫ້ຄຳປຶກສາໜູນຊ່ວຍດ້ານນິຕິກຳ ກ່ຽວກັບກົດໝາຍວ່າດ້ວຍການຮັກສາສິ່ງແວດລ້ອມປີ 2020 ໃຫ້ແກ່ແມ່ຍິງ ແລະ ຄົນພິການໃນບໍລະເວນເມືອງ ຮວ່າງມາຍ”. ນາງ ຫງວຽນທິກີມຈີ ສັງກັດສະມາຄົມຄົນພິການເມືອງ ຮວ່າງມາຍ ແບ່ງປັນວ່າ:

     “ຟ້າມກວາງຄວັດ ແມ່ນແບບຢ່າງທີ່ດີ, ບໍ່ມີໃຜສາມາດປະກອບເຫື່ອແຮງ ແລະ ສະຫງວນວັນເວລາເພື່ອທຸກໆຄົນເຊັ່ນນັ້ນ.ຖ້າຫາກວ່າບໍ່ມີຄວາມສຸດຈິດສຸດໃຈ ກໍ່ບໍ່ສາມາດເຮັດໄດ້ຄື ຄວັດ”.

    ທ່ານ ນາງ ດວ່ານທິຫງອກລານ ຮອງປະທານຜູ້ປະຈຳການສະມາຄົມຄົນພິການນະຄອນ ຮ່າໂນ້ຍ ຢືນຢັນວ່າ: ຟ້າມກວາງຄວັດ ແມ່ນແບບຢ່າງທີ່ມີອຸດົມການ ມີຄວາມຄາດຫວັງ ແລະ ສົມເປັນຊາວໜຸ່ມຍຸກ ໂຮ່ຈີມິນ ຢ່າງແທ້ຈິງ. ນາງ ລານ ເວົ້າວ່າ:

       “ອ້າຍ ຟ້າມກວາງຄວັດ ແມ່ນພະນັກງານການນຳໜຸ່ມ ມີຄວາມສາມາດ ແລະ ທັກສະເຮັດວຽກຢ່າງມີແບບມີແຜນ ຄວັດ ບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກ ເຮັດວຽກຢ່າງມີຫົວຄິດປະດິດສ້າງ. ໃນການດຳລົງຊີວິດ ຄວັດ ຍາມໃດກໍ່ແມ່ນຜູ້ຮ່ວມເດີນທາງສ້າງແຫຼ່ງບັນດານໃຈໃຫ້ແກ່ທຸກໆຄົນ”.

      ພາຍຫຼັງມີຄວາມມານະພະຍາຍາມຫຼາຍຢ່າງ, ອ້າຍ ຟ້າມກວາງຄວັດ ມີຄວາມເປັນກຽດໄດ້ຮັບໃບຍ້ອງຍໍຂອງນາຍົກລັດຖະມົນຕີ ກ່ຽວກັບຜົນງານດີເດັ່ນໃນການຮ່ຳຮຽນ ແລະ ເຮັດຕາມແບບຢ່າງ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ. ຟ້າມກວາງຄວັດ ໃຫ້ຮູ້ວ່າ:

       “ຂ້າພະເຈົ້າເຫັນວ່າຕົນເອງສາມາດໜູນຊ່ວຍໃຫ້ແກ່ຫຼາຍຄົນ ໃນວົງຄະນາຍາດຄົນພິການເວົ້າລວມ ແລະ ຄົນພິການເມືອງ ຮວ່າງມາຍ ເວົ້າສະເພາະ. ສຳລັບຊາວໜຸ່ມເວົ້າລວມ ແລະ ຊາວໜຸ່ມຄົນພິການເວົ້າສະເພາະ ພວກຂ້າພະເຈົ້າຍາມໃດກໍ່ນຳໜ້າໃນທຸກຂະບວນການ ເພື່ອໜູນຊ່ວຍໃຫ້ແກ່ວົງຄະນາຍາດ ໃຫ້ແກ່ຄົນພິການ”.

           ໂດຍເປັນຕົວແທນໃຫ້ແກ່ຊາວໜຸ່ມຄົນພິການທີ່ມີມານະຈິດ, ອ້າຍ ຟ້າມກວາງຄວັດ ເປັນຜູ້ໄດ້ສ້າງຄວາມຫວັງ ຄວາມປາດຖະໜາ ເພື່ອໃຫ້ຄົນພິການທຸກໆຄົນ ມີໂອກາດຢ່າງສະເໝີພາບຄືດັ່ງຄົນທຳມະດາອື່ນໆ. 

ຕອບກັບ

ຂ່າວ/ບົດ​ອື່ນ