89 ປິ​ແຫ່ງວັນ​ສ້າງ​ຄະ​ນະ​ຊາວ​ໜຸ່ມ​ພັກ​ກອມ​ມູ​ນິດ ຫວຽດ​ນາມ

(VOVWORLD) -ໃນອາທິດຜ່ານມາພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍອີແມວ ຫຼາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄືແອັດສະປາຍອັງກິດຍີ່ປຸ່ນກຳປູເຈຍໄທລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.

89 ປິ​ແຫ່ງວັນ​ສ້າງ​ຄະ​ນະ​ຊາວ​ໜຸ່ມ​ພັກ​ກອມ​ມູ​ນິດ ຫວຽດ​ນາມ - ảnh 1ສະມາຊິກຊາວໜຸ່ມໂຮ່ຈີມິນແຈກຢາຍຜ້າອັດປາກ - ອັດດັງໃຫ້ແກ່ປະຊາຊົນ

(ພາບ: .thanhdoan.hochiminhcity.gov.vn/

ກ່ອນທີ່ຈະຂຶ້ນຕົ້ນລາຍການ, ພວກຂ້າພະເຈົ້າຂໍສົ່ງຄຳອວຍພອນໄປຍັງບັນດາທ່ານຜູ້ຟັງລາວເນື່ອງໃນໂອກາດສະເຫຼີມສະຫຼອງ 65 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ (22 ມີນາ 1965 – 22 ມີນາ 2020). ໃນໄລຍະຕໍ່ສູ້ຍາດເອົາເອກະລາດ, ຍ້ອນມີການນຳພາອັນສະຫຼາດສ່ອງໃສຂອງພັກປະຊາຊົນປະຕິວັດລາວປະຊາຊົນ ລາວ ເວົ້າສະເພາະແລະ ປະເທດ ລາວ ເວົ້າລວມຍາດໄດ້ໄຊຊະນະອັນຍິ່ງໃຫຍ່ປົດປ່ອຍປະເທດຊາດຢ່າງສົມບູນ, ທ້ອນໂຮມປະເທດຊາດເປັນເອກະພາບໃນປີ 1975. 65 ປີຜ່ານພົ້ນໄປ, ພັກປະຊາຊົນປະຕິວັດ ລາວ ບັນລຸໄດ້ບັນດາຜົນງານອັນຍິ່ງໃຫຍ່ໃນຫຼາຍຂົງເຂດ, ໃນນັ້ນມີການນຳພາປະຊາຊົນໃນພາລະກິດສ້າງສາແລະ ປົກປັກຮັກປະເທດຊາດ. ຊີວິດການເປັນຢູ່ຂອງປະຊາຊົນລາວບັນດາເຜົ່ານັບມື້ນັບໄດ້ຮັບການຍົກສູງຂຶ້ນ, ປະເທດຊາດນັບມື້ນັບຮັ່ງມີເຂັ້ມແຂງແລະວັດທະນາຖາວອນ. ພວກຂ້າພະເຈົ້າກໍ່ຄືປະຊາຊົນຫວຽດນາມຫລາຍຄົນຍາມໃດກໍ່ມີຄວາມເຊື່ອໝັ້ນວ່າປະເທດລາວ ຈະບັນລຸໄດ້ຜົນງານຢ່າງຫຼວງຫຼາຍກ່ວາອີກໃນທຸກໆຂົງເຂດ.

ເພື່ອນໃຈ ວິຕູ, ນັກສຶກສາກຳປູເຈຍ ພວມຮ່ຳຮຽນຢູ່ມະຫາວິທະຍາໄລຊົນລະປະທານຫວຽດນາມໃຫ້ຮູ້ວ່າຂ້າເຈົ້າມັກMVປະກອບບົດເພງ “Ghen  Co vy” ທີ່ສຸດ. ບົດເພງບໍ່ພຽງແຕ່ດຶງດູດຄວາມສົນໃຈຈາກທ່ານຜູ້ັງຫວຽດນາມເທົ່ານັ້ນຫາກຍັງນັບທັງປະຊາຊົນທົ່ວໂລກອີກດ້ວຍ. ຍິ່ງໄປກວ່ານັ້ນ, ບົດເພງນີ້ຍັງໄດ້ຖືວ່າແມ່ນແບບຢ່າງໃນການເຜີຍແຜ່ ຂໍ້ມູນຂ່າວສານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໄປຍັງປະຊາຊົນຜ່ານສຽງດົຕີ, ບົດເພງມ່ວນໆປະກອບສ່ວນໂຄສະນາໃຫ້ວົງຄະນະຍາດຈົ່ງພ້ອມກັນເປັນເຈົ້າການໃນການປະຕິບັດການປ້ອງກັນ, ສະກັດກັ້ນໂລກລະບາດແລະແຜ່ຂະຫຍາຍບັນດາສິ່ງທີ່ດີງາມ, ເພື່ອເອົາຊະນະໂລກລະບາດ. ຂອບໃຈເພື່ອນໃຈວິຕູຕໍ່ໄປນີ້ພວກເຮົາຂໍເຊີນທ່ານຜູ້ຟັງຮັບຟັງບົດເພງ Ghen Covy ອີກຄັ້ງໃຫມ່.

ທ່ານບຸນຄົງມາຈາກແຂວງໄຊຍະບູລີ ໄດ້ສົ່ງຂໍ້ຄວາມມຍັງລາຍການຜ່ານທາງ Face book ດ້ວຍເນື້ອໃນທີ່ວ່າ: ້າພະເຈົ້າໄດູ້້ວ່າເດືອນມີນານີ້ຢູ່ຫວຽດນາມ ຍັງໄດ້ເອີ້ນວ່າເດືອນຊາວໜຸ່ມ, ສະນັ້ນຢູ່ຫວຽດາມຈຶ່ງໄດ້ຈັດຕັ້ງການເຄື່ອນໄຫວຫຼາຍຢ່າງກ່ຽວກັບຊາວໜຸ່ມໃນເດືອນນີ້. ໄລຍະທີ່ຜ່າມາ, ຂ້າພະເຈົ້າຄ້າງຄາກັບວຽກງານຫຼາຍຢ່າງກ່ຽວກັການປ້ອງກັນ, ກັດກັ້ນໂລກລະບາດ Covid 19 ດັ່ງນັ້ນຈຶ່ງບໍ່ມີເວລາຕິດຕາມລາຍການຢ່າງຄົບຖ້ວນໄດ້. ໂດຍແມ່ນຜູ້ໜຶ່ງທີ່ພວມເຮັດວຽກຢູ່ຫ້ອງການຂັ້ນແຂວງ, ຂ້າພະເຈົ້າມີຄວາມສົນໃຈທີ່ສຸດຕໍ່ບັນດາການເຄື່ອນໄຫວທີ່ກ່ຽວຂ້ອງເຖິງຊາວໜຸ່ມ, ດັ່ງນັ້ນຂ້າພະເຈົ້າຫວັງວ່າບັນດາອ້າຍເອື້ອຍບັນນາທິການລາຍການ ພາສາລາວ ຈະແນະນຳໃຫ້ແກ່ຂ້າພະເຈົ້າບັນດາການເຄື່ອນໄຫວຂອງຊາວໜຸ່ມທີ່ໄດ້ຈັດຕັ້ງໃນເດືອນມີນາ ປີນີ້? ຂໍຂອບໃຈ.

ເພື່ອນບຸນຄົງທີ່ຮັກແພງ! ໃນເດືອນມີນານີ້, ຢູ່ ຫວຽດນາມ ມີການເຄື່ອນໄຫວຫຼາຍຢ່າງທີ່ຟົດຟື້ນແລະເປັນປະໂຫຍດຂອງຊາວໜຸ່ມ ເຊິ່ງໄດ້ຮັບການຈັດຕັ້ງຂຶ້ນເພື່ອແນໃສ່ແຜ່ຂະຫຍາຍຄວາມຮັກແພງກັນ, ເຊື່ອມຕໍ່ວົງຄະນະຍາດ. ນັບແຕ່ຊຸມມື້ຕົ້ນເດືອນ ມີນາ, ມີຫຼາຍນະຄອນ, ແຂວງໃນທົ່ວປະເທດໄດ້ຈັດຕັ້ງພິທີເລີ່ມເຄື່ອນໄຫວໃນເດືອນຊາວໜຸ່ມປີ 2020 ດ້ວຍການເຄື່ອນໄຫວຮັບປະກັນຊີວິດສັງຄົມທີ່ມີຄວາມໝາຍຫຼາຍຢ່າງໃນສະພາບການໂລກລະບາດ Covid – 19 ພວມຜັນແປຢ່າງສັບສົນ. ຕໍ່ໄປເຊີນທ່ານຕິດຕາມ ການເຄື່ອນໄຫວຕ່າງໆຢູ່ບັນດາແຂວງ, ນະຄອນຂອງຫວຽດນາມ.

ຄະນະຊາວໜຸ່ມນະຄອນຮ່າໂນ້ຍໄດ້ເລີ່ມຕົ້ນເຄື່ອນໄຫວເດືອນຊາວໜຸ່ມດ້ວຍຮູບການຖ່າຍທອດສົດໃນ Fanpage ຂອງຄະນະຊາວໜຸ່ມນະຄອນຮ່າໂນ້ຍແລະມີ 100% ບັນດາຮາກຖານຄະນະຊາວໜຸ່ມຕິດຕາມ comment ຢູ່fanpage ຂອງອົງການ. ນີ້ແມ່ນຮູບການຢ່າງມີຫົວຄິດປະດິດສ້າງໃນການເລີ່ມຕົ້ນເຄື່ອນໄຫວເດືອນຊາວໜຸ່ມເພື່ອແນໃສ່ປະຕິບັດການຊີ້ນຳຂອງຄະນະເລຂາສູນກາງຄະນະຊາວໜຸ່ມໃນສະພາບການໂລກລະບາດ Covid 19 ພວມມີການຜັນແປຢ່າງສັບສົນ, ຫຼີກລ້ຽງການເຕົ້າໂຮມຫຼາຍຄົນ.

ຢູ່ແຂວງອຽນບ໊າຍ, ຄະນະປະຈຳຄະນະຊາວໜຸ່ມແຂວງໄດ້ສຸມໃສ່ປະຕິບັດບັນດາໂຄງການ, ພາກສ່ວນວຽກງານຂອງຊາວໜຸ່ມຢ່າງລະອຽດ, ແທດຈິງເພື່ອຮັບໃຊ້ປະຊາຊົນຄື: ໃຫ້ຄຳປຶກສາດ້ານສຸຂະພາບ, ກວດສຸຂະພາບ, ແຈກຢາຍຢາປົວພະຍາດ, ມອບຂອງຂວັນໃຫ້ແກ່ຜູ້ປະສົບກັບຄວາມຫຍຸ້ງຍາກແລະເປົ້າໝາຍນະໂຍບາຍ, ໜູນຊ່ວຍເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກ, ຈັດຕັ້ງການບໍລິຈາກເລືອດດ້ວຍຄວາມສະໝັກໃຈ…

ຄະນະຊາວໜຸ່ມນະຄອນໂຮ່ຈີມິນໄດ້ຜັນຂະຫຍາຍໂຄງການລະດັບນະຄອນ 5 ແຫ່ງ, ໃນນັ້ນມີຫຼາຍແຫ່ງມຸ່ງໄປສູ່ວຽກງານພ້ອມກັບນະຄອນຮ່ວມແຮງຮ່ວມໃຈຍູ້ໂລກລະບາດ Covid – 19 ໃຫ້ຖອຍໄປ.

ທີ່ແຂວງເບັ໊ນແຈ, ທ່ານ ຮ່າກວ໊ກເກື່ອງ, ເລຂາຄະນະຊາວໜຸ່ມແຂວງເບັ໊ນແຈໃຫ້ຮູ້ວ່າໄດ້ຍາດແຍ່ງເອົາຊຸມວັນທີ່ມີລະດັບນ້ຳທະເລຊຶມຢູ່ລະດັບຕ່ຳ, ມີນ້ຳຈືດສະນັ້ນສະມາຊິກຊາວໜຸ່ມນັບສິບຄົນຈຶ່ງໄດ້ໜູນຊ່ວຍປະຊາຊົນປ້ານຄັນຄູສະກັດກັ້ນນ້ຳທະເລຊຶມ, ເກັບຮັກສານ້ຳຈືດໄວ້ໃນຄອງເໝືອງ, ຮົ້ວສວນເພື່ອນຳໃຊ້ເຂົ້າໃນການດຳເນີນຊີວິດແລະຫົດນ້ຳໃຫ້ຕົ້ນໄມ້.

ທ່ານຜູ້ຟັງທີ່ຮັກແພງ! ພາຍຫຼັງປຸກລະດົມການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”ມາເປັນເວລາ 1 ອາທິດພວກຂ້າພະເຈົ້າໄດ້ຮັບຄວາມສົນໃຈຈາກທ່ານຜູ້ຟັງເປັນຈຳນວນຫຼາຍໃນທົ່ວໂລກ. ໃນນັ້ນ, ລາຍການພາກພາສາລາວໄດ້ຮັບຄຳອວຍພອນ, ບົດເຂົ້າຮ່ວມການເສັງແລະບັນດາຄຳຖາມກ່ຽວກັບຂໍ້ມູນການເສັງຂອງທ່ານຜູ້ຟັງລາວຈຳນວນໜຶ່ງ. ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍຂອບໃຈບັນດາຄຳອວຍພອນອັນດີງາມຂອງພວກເພື່ອນ. ກ່ຽວກັບຄຳຖາມທີ່ກ່ຽວຂ້ອງເຖິງການເສັງ, ພວກເພື່ອນສາມາດເຂົ້າໄປເບິ່ງໃນເວັບໄຊ vovworld.vn ໃນລາຍການໂອ້ລົມກັບເພື່ອນລາວ, ຫວຽດນາມ - ລາວ. ຂໍຂອບໃຈ!

ທ່ານຜູ້ຟັງທີ່ຮັກແພງ, ລາຍການ ໂອ້ລົມກັບເພື່ອນລາວຂອງພວກເຮົາໃນມື້ນີ້ສິ້ນສຸດລົງຽງເທົ່ານີ້.ຖ້າຫາກຜູ້ອ່ານຜູ້ຊົມທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ