ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ ຢູ່​ຫວຽດ​ນາມ

(VOVWORLD) - ວັນທີ 8 ເມສາທີ່ຜ່ານມາ, ຢູ່ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລດ່ານັ້ງ ໄດ້ຈັດຕັ້ງວັນບຸນວັດທະນະທຳ ຫວຽດນາມ - ລາວ ປີ 2022 ເພື່ອຕ້ອນຮັບບຸນປີໃໝ່ ຂອງປະຊາຊົນລາວ ບັນດາເຜົ່າ, ແນໃສ່ເຊື່ອມຕໍ່, ພົວພັນແລກປ່ຽນວັດທະນະທຳລະຫວ່າງນັກສຶກສາ ຫວຽດນາມ ແລະ ລາວ.
ການ​ຕ້ອນ​ຮັບ​ບຸນ​ປີ​ໃໝ່​ລາວ ຢູ່​ຫວຽດ​ນາມ - ảnh 1ນັກສຶກສາລາວສະແດງສິລະປະ (ພາບ: danang.gov.vn)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 336 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 43 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວຫລາຍຄົນໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນ ຢາກຊອກຮູ້ກ່ຽວກັບການເຄື່ອນໄຫວລະຫວ່າງ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ.

ທ່ານ Diego Echeverri ,ຢູ່ໂກລົມເບຍ ໄດ້ສົ່ງຈົດໝາຍສົ່ງມາຫາ VOV5 ໂດຍຂຽນວ່າ: “ກໍ່ຄືກັນກັບປົກກະຕິ, ຂ້າພະເຈົ້າຢາກສະແດງຄວາມຊົມເຊີຍຕໍ່ພວກເພື່ອນ ຍ້ອນມີບັນດາລາຍການທີ່ດີກ່ຽວກັບພາສາແອັດສະປາຍ. ບັນດາລາຍການນີ້ເຮັດໃຫ້ VOV ກາຍເປັນໜຶ່ງໃນບັນດາວິທະຍຸກະຈາຍສຽງສາກົນ ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດໃນທົ່ວໂລກ. ຂໍຂອບໃຈພວກເພື່ອນທີ່ສ້າງລາຍການໃຫ້ແກ່ທ່ານຜູ້ຟັງ”

ຈາກເມັກຊີໂກ, ທ່ານ Gabriel Hernandez Perez ສະແດງວ່າ: ຂ້າພະເຈົ້າມັກລາຍການຂອງພວກເພື່ອນທີ່ສຸດ. ຍ້ອນບັນດາລາຍການນີ້ ຂ້າພະເຈົ້າຈຶງມີຄວາມເຂົ້າໃຈຫຼາຍກ່ວາອີກກ່ຽວກັບປະເທດຫວຽດນາມ ແລະ ໄດ້ທຳຄວາມລື້ງເຄີຍຮູ້ຈັກກັບເພື່ອນໃໝ່ຫຼາຍຄົນທີ່ມີຄວາມນິຍົມຊົມຊອບຟັງວິທະຍຸເຊັ່ນດຽວກັນ.

ທ່ານ Ian José Silva ຊາວບຣາຊິນ ໃຫ້ຮູ້ວ່າ: ຢູ່ບຣາຊິນ, ຍ້ອນມີການສັກວັກຊິນກັນໂຄວິດ - 19 ໃຫ້ເດັກນ້ອຍ ສະນັ້ນໂຮງຮຽນຫຼາຍແຫ່ງຢູ່ນະຄອນຕ່າງໆໄດ້ເປີດປະຕູຄືນໃໝ່ເກືອບທັງໝົດແລ້ວ, ຂ້າພະເຈົ້າກໍ່ກັບຄືນມາເຮັດວຽກງານສິດສອນຂອງຕົນ, ແຕ່ຂ້າພະເຈົ້າຍັງ ສະຫຼະເວລາ ເພື່ອຕິດຕາມລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ໃນຄື້ນ FM ແລະ ຕິດຕາມບັນດາບົດຂຽນຂອງພວກເພື່ອນຢູ່ທາງ Facebook”.

ເພື່ອນ ຕາດຳ ພວມດຳລົງຊີວິດຢູ່ແຂວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາລາວດ້ວຍເນື້ອໃນຄືດັ່ງນີ້: ສະບາຍດີປີໃໝ່, ອວຍພອນປີໃໝ່, ໃນໂອກາດບຸນປີໃໝ່ຂ້າພະເຈົ້າຂໍສົ່ງ ຄຳອວຍພອນດີງາມທີ່ສຸດໄປຍັງຄະນະບັນນາທິການ, ນັກຂ່າວຂອງ ວິທະຍຸກະຈາຍສຽງ ຫວຽດນາມ ເວົ້າລວມ ແລະ ລາຍການພາສາລາວ ເວົ້າສະເພາະ, ປີໃໝ່ຂໍໃຫ້ ອ້າຍເອື້ອຍນ້ອງບັນນາທິການທຸກຄົນ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດຫຼາຍຢ່າງໃນໜ້າທີ່ວຽກງານ ແລະ ການດຳລົງຊີວິດ. ອວຍພອນໃຫ້ລາຍການພາກພາສາລາວ ນັບມື້ນັບພັດທະນາ ແລະ ມີຫຼາຍລາຍການມ່ວນເພື່ອຮັບໃຊ້ທ່ານຜູ້ຟັງ, ຜູ້ອ່ານ.

ເພື່ອນຕາດຳທີ່ຮັກແຮງ: ກ່ອນອື່ນໝົດ, ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ຄຳອວຍພອນປີໃໝ່ ເຊິ່ງເພື່ອນໄດ້ຝາກມາລາຍການ. ພວກຂ້າພະເຈົ້າຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອມີບັນດາລາຍການມ່ວນ ຮັບໃຊ້ທ່ານຜູ້ຟັງ ທັງຢູ່ພາຍໃນ ແລະ ຕ່າງປະເທດ, ພິເສດແມ່ນທ່ານຜູ້ຟັງລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ພວກເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນວຽກງານຂອງຕົນ, ສືບຕໍ່ປະກອບຄຳຄິດເຫັນເພື່ອກໍ່ສ້າງລາຍການໃຫ້ນັບມື້ນັບອຸດົມສົມບູນ, ມີຄວາມດູດດື່ມ ແລະ ຮອບດ້ານກ່ວາ. ຂໍຂອບໃຈ.

ໃນຈົດໝາຍຝາກມາຍັງລາຍການ ເພື່ອນ ວົງດາລາ ຢູ່ແຂວງ ຊຽງຂວາງໃຫ້ຮູ້ວ່າ: “ພວກຂ້າພະເຈົ້າແມ່ນນັກສຶກສາລາວ ເຄີຍຮ່ຳຮຽນຢູ່ ຫວຽດນາມ. ແຕ່ລະເທື່ອ ເມື່ອໂອກາດປີໃໝ່ລາວວຽນມາ, ພວກຂ້າພະເຈົ້າພັດຄິດເຖິງໄລຍະທີ່ພວມຮ່ຳຮຽນ ແລະ ຕ້ອນຮັບປີໃໝ່ລາວຢູ່ ຫວຽດນາມ. ເຖິງວ່າຢູ່ໄກກັບຄອບຄົວ, ບ້ານເກີດເມືອງນອນກໍ່ຕາມ ແຕ່ພວກຂ້າພະເຈົ້າກໍ່ຍັງໄດ້ຮັບຄວາມເອົາໃຈໃສ່ເປັນພິເສດຈາກການນຳແຂວງ, ນະຄອນ, ຄູອາຈານ ແລະ ນັກສຶກສາ ຫວຽດນາມ ຢູ່ບ່ອນທີ່ພວກຂ້າພະເຈົ້າຮ່ຳຮຽນ. ພວກຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດກ່ຽວກັບບັນຍາກາດທີ່ຟົດຟື້ນມ່ວນຊື່ນໃນການຕ້ອນຮັບປີໃໝ່ລາວ ທີ່ໄດ້ຈັດຕັ້ງຢູ່ບາງມະຫາວິທະຍາໄລຂອງ ຫວຽດນາມ . ໃນໂອກາດນີ້, ຂ້າພະເຈົ້າກໍ່ຢາກຊອກຮູ້ການເຄື່ອນໄຫວຈັດຕັ້ງບຸນປີໃໝ່ລາວໃຫ້ແກ່ນ້ອງໆນັກສຶກສາລາວ ໃນຊ່ວງເວລານີ້?ຂໍຂອບໃຈ!

ເພື່ອນ ວົງດາລາ ທີ່ຮັກແພງ! ອາທິດຜ່ານມາ, ມີຫຼາຍບ່ອນຢູ່ຫວຽດນາມ, ພິເສດແມ່ນມະຫາວິທະຍາໄລແຫ່ງຕ່າງໆໄດ້ຈັດຕັ້ງບຸນປີໃໝ່ ລາວ ໃຫ້ແກ່ບັນດານັກສຶກສາ ລາວທີ່ພວມຮ່ຳຮຽນ ແລະ ດຳລົງຊີວິດຢູ່ ຫວຽດນາມ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນຳບາງການເຄື່ອນໄຫວຄື ດັ່ງນີ້:

ວັນທີ 8 ເມສາທີ່ຜ່ານມາ, ຢູ່ມະຫາວິທະຍາໄລ ສ້າງຄູ - ມະຫາວິທະຍາໄລດ່ານັ້ງ ໄດ້ຈັດຕັ້ງວັນບຸນວັດທະນະທຳ ຫວຽດນາມ - ລາວ ປີ 2022 ເພື່ອຕ້ອນຮັບບຸນປີໃໝ່ ຂອງປະຊາຊົນລາວ ບັນດາເຜົ່າ, ແນໃສ່ເຊື່ອມຕໍ່, ພົວພັນແລກປ່ຽນວັດທະນະທຳລະຫວ່າງນັກສຶກສາ ຫວຽດນາມ ແລະ ລາວ. ລາຍການລວມມີ 2 ພວກສ່ວນແມ່ນ: ພິທິກຳ ແລະ ງານບຸນ. ພາຍຫຼັງສຳເລັດພິທີກຳ, ບັນດາຜູ້ແທນ ແລະ ນັກສຶກສາລາວ, ນັກສຶກສາຫວຽດນາມ ໄດ້ພ້ອມກັນເຂົ້າຮ່ວມບັນດາການລະຫຼິ້ນພື້ນເມືອງ, ຮັບປະມານອາຫານ ຮັບຊົມລາຍການແລກປ່ຽນວັດທະນະທຳອາຫານການກິນ ລະຫວ່າງ ຫວຽດນາມ - ລາວຢູ່ຕາມຮ້ານວາງສະແດງຂາຍອາຫານຂອງນັກສຶກສາ, ຮັບຊົມການແຂ່ງຂັນບານເຕະຊາຍ ແລະ ບານເຕະຍິງ ລະຫວ່າງນັກສຶກສາຫວຽດນາມ ແລະ ນັກສຶກສາລາວ.

ກໍ່ໃນວັນທີ 8 ເມສາ, ຄະນະປະຈຳສະມາຄົມມິດຕະພາບ ຫວຽດນາມ - ລາວ ແຂວງທ໊າຍງວຽນ ໄດ້ສົມທົບກັບໂຮງຮຽນວິທະຍາໄລໄທງວຽນ ຈັດຕັ້ງບຸນປີໃໝ່ (ລາວ), Chol Chnam Thmay (ກຳປູເຈຍ) ໃຫ້ແກ່ນ້ອງໆນັກສຶກສາລາວ ແລະ ກຳປູເຈຍທີ່ພວມຄົ້ນຄ້ວາ, ຮ່ຳຮຽນຢູ່ ມະຫາວິທະຍາໄລ 11 ແຫ່ງໃນບໍລິເວນແຂວງທ໊າຍງວຽນ. ນະທີ່ນີ້, ນ້ອງໆນັກສຶກສາໄດ້ເຂົ້າຮ່ວມການເຄື່ອນໄຫວຕ້ອນຮັບປີໃໝ່ຄື: ການສະແດງສິລະປະ, ການແຂ່ງຂັນກິລາ, ທັດສະນະສຶກສາ, ພິທີມັດແຂນ, ຫົດນ້ຳ, ຫຼິ້ນປີໃໝ່ຕາມປະເພນີຂອງລາວ, ຜ່ານນັ້ນເພີ່ມກຳລັງແຮງໃຫ້ແກ່ພວກນ້ອງໆບຸກຄົນໃສ່ການຮ່ຳຮຽນ ແລະ ຮັດແໜ້ນນ້ຳໃຈມິດຕະພາບ, ຄວາມສາມັກຄີ ລະຫວ່າງ ຫວຽດນາມ - ລາວ, ຫວຽດນາມ - ກຳປູເຈຍ.

ເພື່ອນວົງດາລາທີ່ຮັກແພງ, ດັ່ງທີ່ກ່າວມານັ້ນແມ່ນບາງຂໍ້ມູນກ່ຽວກັບການເຄື່ອນໄຫວຕ້ອນຮັບບຸນປີໃໝ່ລາວຢູ່ ຫວຽດນາມ ອີກຄັ້ງໜຶ່ງ, ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນພ້ອມກັບທ່ານຜູ້ຟັງ ລາວ ຕ້ອນຮັບບຸນປີໃໝ່ຢ່າງເບີກບານມ່ວນຊື່ນ, ປອດໄພ ແລະ ຜາສຸກ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການໃນອາທິດຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ:ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີແມວlaovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ