ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ

(VOVWORLD) - ກຳລັງທະຫານປ້ອງກັນຊາຍແດນ 2 ປະເທດ ຫວຽດນາມ - ລາວ ສືບຕໍ່ເອົາໃຈໃສ່ຮັກສາບັນດາການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກຳ, ຈັດຕັ້ງການລາດຕະເວນ, ປົກປັກຮັກສາຊາຍແດນ
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 365 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 13 ສະບັບຈາກທ່ານຜູ້ຟັງລາວ.
ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ  - ảnh 1ທີ່ການການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ
(ພາບ: qdnd.vn)

ເພື່ອນ ຄຳສຸວັນ, ພວມດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້ ຫວຽດນາມ ແລະ ລາວ ໄດ້ຈັດການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ ຢູ່ແຂວງ ກວາງຈິ, ຫວຽດນາມ. ຂ້າພະເຈົ້າຢາກຊອກຮູ້ກ່ຽວກັບງານພົບປະນີ້ຕື່ມອີກ.

ເພື່ອນ ຄຳສຸວັນ ທີ່ຮັກແພງ! ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ ໄດ້ດຳເນີນຢູ່ດ່ານຊາຍແດນ ລາວບ໋າວ, ແຂວງ ກວາງຈິ, ຫວຽດນາມ. ການຮ່ວມມືໃນວຽກງານປ້ອງກັນຊາດແມ່ນໜຶ່ງໃນບັນດາເສົາຄ້ຳສຳຄັນໃນການພົວພັນລະຫວ່າງ 2 ປະເທດ.

ຢູ່ທີ່ນີ້, ກຳລັງທະຫານປ້ອງກັນຊາຍແດນ 2 ປະເທດ ຫວຽດນາມ - ລາວ ສືບຕໍ່ປະຕິບັດບາງເນື້ອໃນຢ່າງມີປະສິດທິຜົນ. ໃນນັ້ນ, ເອົາໃຈໃສ່ຮັກສາບັນດາການເຄື່ອນໄຫວປ້ອງກັນ, ຕ້ານອາດຊະຍາກຳ, ເຄື່ອນຍ້າຍພູມສຳເນົາແບບຊະຊາຍ; ຈັດຕັ້ງການລາດຕະເວນ, ປົກປັກຮັກສາຊາຍແດນ; ເປັນເຈົ້າການແລກປ່ຽນຂໍ້ມູນຂ່າວກ່ຽວກັບສະພາບການ, ພົບເຫັນຕໍ່ສູ້ສະກັດກັ້ນການເຄື່ອນໄຫວຕ້ານຄືນຂອງບັນດາອົງການ, ພວກປະຕິການ, ພັດຖິ່ນ ແລະ ບັນດາການເຄື່ອນໄຫວຂອງພວກອາດຊະຍາກຳຂ້າມຊາດຢ່າງທັນການ. ຕີລາຄາກ່ຽວກັບການເຄື່ອນໄຫວດັ່ງກ່າວ, ທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ, ໃຫ້ຮູ້ວ່າ:

(ທ່ານເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ແສງເພັດ ຮຸ່ງບຸນຍວງ)

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ  - ảnh 2ໂບດໃຫຍ່ ຮ່າໂນ້ຍ ກະກຽມຕ້ອນຮັບວັນບຸນຄຼິດສະມາດ 2021
(ພາບ: tienphong.vn)

ເພື່ອນ ຄຳພະສົງ, ນັກສຶກສາລາວ ພວມກຽມພາສາ ຫວຽດ ຢູ່ ເຊີນໄຕ ໃຫ້ຮູ້ວ່າ: ໃນເດືອນນີ້, ພວກຂ້າພະເຈົ້າຄາດວ່າຈະໄປຢ້ຽມຢາມ ແລະ ຕ້ອນຮັບວັນບຸນຄຼິດສະມາດ ຢູ່ນະຄອນ ຮ່າໂນ້ຍ. ຂ້າພະເຈົ້າຢາກໄດ້ຮັບການແນະນຳກ່ຽວກັບບາງສະຖານທີ່ຈັດການເຄື່ອນໄຫວຕ້ອນຮັບວັນບຸນຄຼິດສະມາດປີ 2021 ນີ້.

ເພື່ອນ ຄຳພະສົງ ທີ່ຮັກແພງ! ຍັງອີກປະມານ 10 ວັນກໍ່ຈະຮອດວັນບຸນຄຼິດສະມາດ 2021 ແລ້ວ. ເມື່ອເວົ້າເຖິງສະຖານທີ່ລະຫຼີ້ນວັນບຸນຄຼິດສະມາດຢູ່ ຮ່າໂນ້ຍ, ແນ່ນອນວ່າມີຫຼາຍຄົນບໍ່ສາມາດພາດໂອກາດໄດ້, ຕໍ່ໄປນີ້ແມ່ນສະຖານທີ່ບາງແຫ່ງເຊິ່ງເພື່ອນຄວນໄປຄື:

-     ໂບດໃຫຍ່ - ນີ້ແມ່ນໜຶ່ງໃນບັນດາໂບດໃຫຍ່ທີ່ໄດ້ຮັບການກໍ່ສ້າງ ດົນນານກວ່າໝູ່ຂອງນະຄອນຫຼວງ. ໃນໂອກາດວັນບຸນຄຼິດສະມາດ, ວຽກງານກະກຽມ ແລະ ປະດັບປະດາເພື່ອຕ້ອນຮັບວັນບຸນແມ່ນດຳເນີນໄປຢ່າງຄຶກຄື້ມ ດ້ວຍແສງໄຟຮຸ່ງຍິບຍັບ ແລະ ຕົ້ນແປກໃຫຍ່.

-     ໂຮ່ເກືອມ - ໜອງເຕົາ ບໍ່ພຽງແຕ່ແມ່ນສະຖານທີ່ລະຫຼີ້ນໃນໂອກາດວັນບຸນຄຼິດສະມາດ ເທົ່ານັ້ນ, ແຫ່ງນີ້ຍັງດຳເນີນຫຼາຍເຫດການໃຫຍ່, ຢ່າງຄຶກຄື້ມມ່ວນຊື່ນທີ່ສຸດຢູູ່ຄຸ້ມຖະໜົນເກົ່າ. ແຕ່ດົນນານມາແລ້ວ, ເຂດນີ້ແມ່ນສະຖານທີ່ດຶງດູດຊາວ ຮ່າໂນ້ຍ ແລະ ນັບທັງນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ ອີກດ້ວຍ.

-     ຖະໜົນ ຮ່າງມ້າ - ແມ່ນຖະໜົນທີ່ຍາມໃດກໍ່ດຶງດູດພວກເພື່ອນໜຸ່ມມາຖ່າຍຮູບ, ຊື້ເຄື່ອງຂອງໃນໂອກາດວັນບຸນຄຼິດສະມາດ. ນີ້ແມ່ນເຂດເຕົ້າໂຮມຂາຍເຄື່ອງປະດັບຕ້ອນຮັບວັນບຸນຄຼິດສະມາດໃຫຍ່ທີ່ສຸດຢູ່ ຮ່າໂນ້ຍ, ຍ້ອນເຫດນັ້ນ ຮ້ານຂາຍເຄື່ອງທຸກຮ້ານລ້ວນແຕ່ໄດ້ຮັບການປະດັບປະດາຢ່າງສວຍງາມ ດ້ວຍຜະລິດຕະພັນຫຼາກຫຼາຍຊະນິດ. ເພື່ອນຄວນແວ່ຢາມເຂດນີ້ໃນຕອນຫົວຄ່ຳເມື່ອຮ້ານຂາຍເຄື່ອງເປີດໄຟແລ້ວ, ແນ່ນອນວ່າ ເພື່ອນຈະຮູ້ສຶກໄດ້ບັນຍາກາດຂອງວັນບຸນຄຼິດສະມາດຢູ່ແຫ່ງນີ້.

ນອກນັ້ນ, ບັນດາສູນການຄ້າໃຫຍ່ຂອງ ຮ່າໂນ້ຍ ກໍ່ໄດ້ຮັບການປະດັບປະດາຕົບແຕ່ງເພື່ອຕ້ອນຮັບວັນບຸນຄຼິດສະມາດເຊັ່ນດຽວກັນ, ເພື່ອນສາມາດມາຊື້ເຄື່ອງ, ຢ້ຽມຊົມແຫ່ງນີ້.

ຍ້ອນສະພາບການຂອງໂລກລະບາດໂຄວິດ-19 ຍັງມີການຜັນແປຢ່າງສັບສົນ, ສະນັ້ນ ເມື່ອເຂົ້າຮ່ວມການເຄື່ອນໄຫວລະຫຼີ້ນຕ່າງໆ ພວກເພື່ອນຢ່າລືມໃສ່ຜ້າອັດປາກ-ອັດດັງ ແລະ ຮັກສາໄລຍະຫ່າງເພື່ອຮັບປະກັນຄວາມປອດໄພ. ຂໍອວຍພອນໃຫ້ພວກເພື່ອນຈົ່ງຕ້ອນຮັບວັນບຸນຄຼິດສະມາດດ້ວຍຄວາມເບີກບ່ານມ່ວນຊື່ນ.

ເພື່ອນ ສຸກສະຫວັນ, ພວມດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການແບ່ງປັນວ່າ: ຄາດວ່າ, ລາວ ຈະເປີດປະຕູຕ້ອນຮັບນັກທ່ອງທ່ຽວນັບແຕ່ເດືອນ ມັງກອນ 2022. ຜູ້ໄດ້ສັກວັກຊິນກັນໂຄວິດ-19 ຄົບ 2 ເຂັມ ທັງໝົດລ້ວນແຕ່ສາມາດເຂົ້າມາ ລາວ ຜ່ານທາງການບິນໄດ້, ຍົກເວັ້ນຜູ້ທີ່ມາຈາກບາງປະເທດທີ່ບໍ່ໄດ້ຍອມຮັບວີຊາ. ຕາມແຜນການແລ້ວ, “ເຂດທ່ອງທ່ຽວຂຽວ” ຂອງ ລາວ ລວມມີນະຄອນ ຫຼວງ ວຽງຈັນ, ເທດສະບານເມືອງ ວັງວຽງ (ແຂວງ ວຽງຈັນ) ແລະ ນະຄອນ ຫຼວງພະບາງ. ຢູ່ “ເຂດຂຽວ” ພົນລະເມືອງຕ້ອງໄດ້ສັກວັກຊິນແຕ່ 70-80%, ໃນຂະນະທີ່ອັດຕາການສັກວັກຊິນຂອງພະນັກງານຮັບໃຊ້ບໍລິການແມ່ນ 90 – 95%. ລາວ ໄດ້ວາງເປົ້າໝາຍໃນປີ 2022 ຈະຕ້ອນຮັບນັກທ່ອງທ່ຽວສາກົນໃຫ້ໄດ້ປະມານ 1 ລ້ານເທື່ອຄົນ ແລະ ນັກທ່ອງທ່ຽວພາຍໃນປະເທດໃຫ້ໄດ້ 1,2 ລ້ານເທື່ອຄົນ.

ການພົບປະແລກປ່ຽນມິດຕະພາບປ້ອງກັນຊາດເຂດຊາຍແດນ ຫວຽດນາມ - ລາວ ຄັ້ງທີໜຶ່ງ  - ảnh 3ທິມນັກກິລາ ລາວ ແລະ ຫວຽດນາມ ທີ່ໄດ້ແຂ່ງຂັນຢູ່ AFF Cup 2020
(ພາບ: vietnamnet.vn)

ເພື່ອນ ຄຳພອນ, ຢູ່ແຂວງ ສະຫວັນນະເຂດ ໄດ້ຕິຊົມລາຍການມາທາງ Facebook ໂດຍແບ່ງປັນວ່າ: ຂ້າພະເຈົ້າໄດ້ຕິດຕາມການແຂ່ງຂັນບານເຕະຂອງທິມນັກກິລາ ລາວ ແລະ ຫວຽດນາມ ທີ່ໄດ້ແຂ່ງຂັນຢູ່ AFF Cup 2020. ໃນໄລຍະຜ່ານມາ, ເມື່ອທິມກິລາບານເຕະຂອງ ຫວຽດນາມ ແຂ່ງຂັນຮອບຄັດເລືອກທີ 3 World Cup 2021, ເຖິງວ່າຍັງບໍ່ທັນບັນລຸໝາກຜົນທີ່ດີກໍ່ຕາມ, ແຕ່ຕາມການຕີລາຄາຂອງບັນດານັກຊ່ຽວຊານລ້ວນແຕ່ຖືວ່າ, ບັນດານັກກິລາບານເຕະຂອງ ຫວຽດນາມ ໄດ້ສ້າງບົດບາດສຳຄັນຫຼາຍຢ່າງ. ຂ້າພະເຈົ້າຈະສືບຕໍ່ຕິດຕາມ ແລະ ໃຫ້ກຳລັງໃຈແກ່ທິມບານເຕະທັງ ລາວ ແລະ  ຫວຽດນາມ ໃນການແຂ່ງຂັນເຊິ່ງ 2 ທິມໄດ້ເຂົ້າຮ່ວມ.

ຕອບກັບ

ຂ່າວ/ບົດ​ອື່ນ