ການເຄື່ອນໄຫວຂອງຄອບຄົວຊາວ ຫວຽດນາມ ທີ່ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ

(VOVWORLD) - ເມື່ອໃກ້ຈະຮອດບຸນເຕັດ, ຕາມປະເພນີ, ວັນທີ 23 ເດືອນ 12 (ໄລ່ຕາມຈັນທະປະຕິທິນ) ແມ່ນວັນຂອງ ອົງກົງ, ອົງຕາວ ຂຶ້ນໄປລາຍງານທຸກວຽກງານໃນຄອບຄົວຂອງເຈົ້າຂອງເຮືອນໃຫ້ພະອິນຢູ່ ພະລາຊະວັງພະອິນ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 368 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 18 ສະບັບຈາກທ່ານຜູ້ຟັງລາວ.

ການເຄື່ອນໄຫວຂອງຄອບຄົວຊາວ ຫວຽດນາມ ທີ່ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 1ທຸກຄອບຄົວຢູ່ ຫວຽດນາມ ປ່ອຍເພື່ອສົ່ງ ອົງກົງ, ອົງຕາວ ຂຶ້ນຟ້າ
(ພາບ: TTXVN)

ເພື່ອນ ບົວວອນ ພູມາວົງໄຊ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບບາງການເຄື່ອນໄຫວຂອງຄອບຄົວຊາວ ຫວຽດນາມ ທີ່ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ (ບຸນເຕັດ).

ເພື່ອນ ບົວວອນ ພູມາວົງໄຊ ທີ່ຮັກແພງ! ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີຂານ 2022 ຂອງ ຫວຽດນາມ ໃກ້ຈະມາຮອດແລ້ວ, ໃນຊຸມມື້ນີ້, ຫຼາຍຄອບຄົວໄດ້ເລີ່ມຫ້າງຫາກະກຽມ, ຊື້ເຄື່ອງຂອງເພື່ອຕ້ອນຮັບບຸນເຕັດ. ຕາມຮີດຄອງປະເພນີຂອງຊາວ ຫວຽດນາມ ແລ້ວ, ໃນຊຸມມື້ໃກ້ຈະຮອດບຸນເຕັດ ຈະມີບາງການເຄື່ອນໄຫວຄື:

- ເມື່ອໃກ້ຈະຮອດບຸນເຕັດ, ຕາມປະເພນີ, ວັນທີ 23 ເດືອນ 12 (ໄລ່ຕາມຈັນທະປະຕິທິນ) ແມ່ນວັນຂອງ ອົງກົງ, ອົງຕາວ ຂຶ້ນໄປລາຍງານທຸກວຽກງານໃນຄອບຄົວຂອງເຈົ້າຂອງເຮືອນໃຫ້ພະອິນຢູ່ ພະລາຊະວັງພະອິນ. ຍ້ອນເຫດນັ້ນ ມາຮອດວັນນີ້ ທຸກຄອບຄົວຢູ່ ຫວຽດນາມ ຈະເກັບມ້ຽນເຮືອນຊານ, ອະນາໄມທຳຄວາມສະອາດ, ຊື້ປາໄນຄຳມາປ່ອຍເພື່ອສົ່ງ ອົງກົງ, ອົງຕາວ ຂຶ້ນຟ້າ.

- ຫໍ່ເຂົ້າຕົ້ມ - ເຂົ້າຕົ້ມແມ່ນເຍື່ອງອາຫານທີ່ເປັນມູນເຊື້ອມີມາແຕ່ສະໄໝເຈົ້າຊີວິດ ຮຸ່ງ (ເຈົ້າຊີວິດ ຮຸ່ງ ອົງທີ 6) ແລະ ເປັນສິ່ງທີ່ຂາດບໍ່ໄດ້ໃນຊຸມມື້ບຸນເຕັດ ຂອງຊາວ ຫວຽດນາມ ຈົນມາຮອດປະຈຸບັນ. ຄອບຄົວຕ່າງໆເຄີຍຫໍ່ເຂົ້າຕົ້ມແມ່ນນັບແຕ່ວັນທີ 27, 28, 29 ບຸນເຕັດ, ນີ້ແມ່ນສິ່ງທີ່ມີຄວາມໝາຍຂອງວົງຕະກຸນ ເພື່ອມອບເປັນຂອງຂວັນໃຫ້ເພື່ອນມິດພີ່ນ້ອງໃນໂອກາດນີ້.

- ຊື້ເຄື່ອງຂອງປະດັບປະດາ, ຕົ້ນດອກຄາຍຢູ່ທາງພາກເໜືອ, ຕົ້ນດອກເໝີຍຢູ່ທາງພາກໃຕ້. ນອກຈາກຕົ້ນດອກໄມ້ 2 ຊະນິດນີ້ແລ້ວ ຫຼາຍຄອບຄົວຍັງຊື້ຕົ້ນໝາກແປ້ນ, ດອກໄມ້ຊະນິດຕ່າງໆຕື່ມອີກ ເພື່ອປະດັບປະດາເຮືອນຊານໃນຊຸມມື້ນີ້.

- ພາໝາກໄມ້ 5 ຊະນິດທີ່ຕັ້ງຢູ່ແທ່ນບູຊາບັນພະບຸລຸດ ແມ່ນຮີດຄອງປະເພນີທີ່ຂາດບໍ່ໄດ້ໃນມື້ບຸນເຕັດຂອງຊາວ ຫວຽດນາມ ເພື່ອພາວະນາຂໍໃຫ້ປີໃໝ່ຈົ່ງມີແຕ່ຄວາມສະຫງົບສຸກ, ມີໂຊກມີລາບ. ພາໝາກໄມ້ດັ່ງກ່າວລວມມີໝາກໄມ້ 5 ຊະນິດທີ່ແຕກຕ່າງກັນ, ແຕ່ກໍ່ອີງຕາມມູນເຊື້ອປະເພນີວັດທະນະທຳຢູ່ພາກເໜືອ, ພາກກາງ, ພາກໃຕ້ແລ້ວ ຈະມີຄວາມແຕກຕ່າງເລັກນ້ອຍ

- ຄອບຄົວຊາວ ຫວຽດນາມ ເຄີຍເຮັດພາເຂົ້າບູຊາເຊື້ອເຊີນເທວະດາຟ້າແຖນ, ບັນພະບຸລຸດມາກິນບຸນເຕັດພ້ອມກັບຄອບຄົວໃນຕອນບ່າຍວັນທີ 30 ເດືອນ 12 (ໄລ່ຕາມຈັນທະປະຕິທິນ), ພ້ອມທັງເປັນການສິ້ນສຸດປີເກົ່າ ແລະ ກະກຽມຕ້ອນຮັບປີໃໝ່.

- ສຸດທ້າຍແມ່ນຈຸດເວລາ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ຂອງການເຕົ້າໂຮມສະມາຊິກໃນຄອບຄົວ, ສະມາຊິກໃນຄອບຄົວໝົດທຸກຄົນຈະພ້ອມກັນຕ້ອນຮັບຈຸດເວລາສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່.

        ເພື່ອນ ລຳເງິນ ແກ້ວວິຈິດ, ໄດ້ສະແດງຄວາມຄິດເຫັນໃນເວັບໄຊ ພາກພາສາລາວ ໂດຍໃຫ້ຮູ້ວ່າ: ໂດຍແມ່ນນັກສຶກສາທີ່ເຄີຍຮ່ຳຮຽນຢູ່ແຂວງ ວິງຟຸກ ຫວຽດນາມ (ສົກຮຽນ 1979 – 1982), ເນື່ອງໃນໂອກາດບຸນເຕັດໃກ້ຈະມາຮອດແລ້ວ, ຂ້າພະເຈົ້າຂໍອວຍພອນໃຫ້ການນຳພັກ, ລັດ ພ້ອມກັບປະຊາຊົນ ຫວຽດນາມ ທຸກຖ້ວນໜ້າ ຈົ່ງມີສຸຂະພາລະນາໄມສົມບູນ.

        ເພື່ອນ ແສງຟ້າ, ນັກສຶກສາ ລາວ ພວມຮ່ຳຮຽນຢູ່ ເຊີນໄຕ, ຮ່າໂນ້ຍ ໄດ້ສົ່ງອີແມວມາຫາລາຍການໂດຍໃຫ້ຮູ້ວ່າ: ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ໄປຊົມພິທີໄຂການເຄື່ອນໄຫວຕ້ອນຮັບບຸນເຕັດປີຂານ ແລະ ລາຍການ “ຫໍ່ເຂົ້າຕົ້ມພ້ອມກັບຜູ້ທຸກຍາກຕ້ອນຮັບບຸນເຕັດ” ປີ 2022 ຢູ່ບ້ານວັດທະນະທຳ, ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ) ເຊິ່ງຈັດຂຶ້ນໃນລະຫວ່າງວັນທີ 21 – 24 ມັງກອນ. ຜ່ານບັນດາການເຄື່ອນໄຫວຕ້ອນຮັບບຸນເຕັດຢູ່ທີ່ນີ້, ຂ້າພະເຈົ້າມີຄວາມເຂົ້າໃຈສ່ວນໃດສ່ວນໜຶ່ງກ່ຽວກັບວັດທະນະທຳຫຼາກຫຼາຍສີສັນຂອງບັນດາເຜົ່າຢູ່ ຫວຽດນາມ ແລະ ນີ້ແມ່ນການເຄື່ອນໄຫວມີຄວາມໝາຍທີ່ສຸດໃນໂອກາດບຸນເຕັດຂອງຊາວ ຫວຽດນາມ, ປະກອບສ່ວນໂຄສະນາ, ແນະນຳບັນດາເຜົ່າ ຫວຽດນາມ ໃຫ້ເພື່ອນມິດທັງຢູ່ພາຍໃນ ແລະ ຕ່າງປະເທດ.

ການເຄື່ອນໄຫວຂອງຄອບຄົວຊາວ ຫວຽດນາມ ທີ່ກະກຽມຕ້ອນຮັບບຸນປີໃໝ່ປະຈຳຊາດ - ảnh 2ຫ້ອງການຕຳຫຼວດບ້ານ ເຊຊາບ, ເມືອງ ກະລຶມ, ແຂວງ ເຊກອງ
(ພາບ: phapluatplus.vn)

ເພື່ອນ ສີວັນໄຊ, ໄດ້ສົ່ງອີແມວມາຫາລາຍການໂດຍໃຫ້ຮູ້ວ່າ: ພາຍຫຼັງເລີ່ມລົງມືກໍ່ສ້າງເປັນເວລາກວ່າ 1 ເດືອນ, ມາຮອດປະຈຸບັນ, ຫ້ອງການຕຳຫຼວດບ້ານ ເຊຊາບ, ເມືອງ ກະລຶມ, ແຂວງ ເຊກອງ ໂດຍກະຊວງຕຳຫຼວດ ຫວຽດນາມ ແລະ ຕຳຫຼວດປະຊາຊົນ ລາວ ເປັນເອກະພາບກໍ່ສ້າງ ໄດ້ສຳເລັດແລ້ວ. ຫ້ອງການດັ່ງກ່າວແມ່ນຊັ້ນດຽວ, ກໍ່ສ້າງໃນເນື້ອທີ່ 67 ຕາແມັດ, ຮັບປະກັນຄວາມຕ້ອງການໃນການປະຕິບັດງານ, ດຳເນີນຊີວິດໃຫ້ແກ່ພະນັກງານ, ຕຳຫຼວດຢູ່ທີ່ນີ້. ຂ້າພະເຈົ້າໄດ້ຮູ້ຂ່າວວ່າ, ມາຮອດປະຈຸບັນ ຕຳຫຼວດແຂວງ ເທື່ອທຽນເຫ້ວ ໄດ້ມອບຫ້ອງການເຮັດວຽກ 2 ຫຼັງໃຫ້ຕຳຫຼວດບ້ານ ກາໂລ ແລະ ບ້ານ ເຊຊາບ ເມືອງ ກະລຶມ, ແຂວງ ເຊກອງ ແລ້ວ. ຫົວໜ່ວຍກໍ່ສ້າງພວມສືບຕໍ່ກໍ່ສ້າງຫ້ອງການເຮັດວຽກທີ່ຍັງເຫຼືອໃຫ້ສຳເລັດເພື່ອມອບ-ຮັບໃຫ້ຖືກຕ້ອງຕາມກຳນົດ ຕາມຄວາມຮຽກຮ້ອງຕ້ອງການທີ່ໄດ້ວາງອອກຢູ່ເມືອງ ສະມ້ວຍ, ແຂວງ ສາລະວັນ ຂອງລາວ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ