ຄັດ​ສະ​ເໜີ​ຈົດ​ໝາຍ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ ເກາະ ແບ໊ງ​ເຊື໊ອ​ ແຂວງ ກວ໋າງ​ນິງ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍ 344 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄວ້ນ, ໃນນັ້ນ, ລາຍການພາສາລາວ ໄດ້ຮັບຈົດໝາຍ 15 ສະບັບ. ຕໍ່ໄປ, ເຊີນທ່ານຜູ້ຟັງພ້ອມກັບບັນນາທິການໄປເປີດອ່ານບັນດາຈົດໝາຍ, ຂໍ້ຄວາມຕ່າງໆເຫຼົ່ານັ້ນໄດ້ເລີຍ.
ອາທິດຜ່ານມາກໍແມ່ນຊ່ວງເວລາຕ້ອນຮັບບຸນປີໃໝ່ລາວ ພສ. 2565. ບໍ່ພຽງແຕ່ຢູ່ປະເທດລາວ ເທົ່ານັ້ນ, ຢູ່ມະຫາວິທະຍາໄລຕ່າງໆຢູ່ ຫວຽດນາມ ເຊິ່ງມີນັກສຶກສາລາວ ຮ່ຳຮຽນ, ດຳລົງຊີວິຢູ່ ກໍຈັດການເຄື່ອນໄຫວທີ່ເປັນເອກະລັກສະເພາະຕ້ອນຮັບປີໃໝ່ຕາມວັດທະນະທຳ, ຮີດຄອງປະເພນີຂອງລາວຢ່າງຟົດຟື້ນມ່ວນຊື່ນ ແລະ ປອດໄພ. ທາງລາຍການພາກພາສາລາວ ກໍໄດ້ຮັບຄຳອວຍພອນປີໃໝ່ເຊັ່ນດຽວກັນຈາກທ່ານຜູ້ຟັງຄື ທ່ານ ບຸນທຳ, ເພັດສະຫວັນ, ວັນໄຊ, ສີສະໝຸດ, ຄຳມາ, ດາວວຽງ, ຄຳສີ…. ໃນນັ້ນທ່ານ ຄຳມາ ໄດ້ຂຽນມາວ່າ: “ຂອບໃຈບັນນາທິການພາກພາສາລາວທີ່ໄດ້ລົງຂ່າວ, ບົດກ່ຽວກັບກິດຈະກຳຕ້ອນຮັບບຸນປີໃໝ່ຂອງນັກສຶກສາລາວ ຢູ່ ຫວຽດນາມ. ເນື່ອງໃນໂອກາດບຸນປີໃໝ່ລາວ, ຂໍອວຍພອນໃຫ້ບັນນາທິການໝົດທຸກຄົນ VOV ເວົ້າລວມ ແລະ ພາກພາສາລາວເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ນັບມື້ນັບມີຫຼາຍຂ່າວບົດ ແລະ ຂໍ້ມູນທີ່ເປັນປະໂຫຍດມາໃຫ້ທ່ານຜູ້ຟັງ, ຜູ້ອ່ານຄືພວກຂ້າພະເຈົ້າໄດ້ຮັບຟັງກັນ”.
ຄັດ​ສະ​ເໜີ​ຈົດ​ໝາຍ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ ເກາະ ແບ໊ງ​ເຊື໊ອ​ ແຂວງ ກວ໋າງ​ນິງ - ảnh 1ນັກສຶກສາ ລາວ ຕ້ອນຮັບບຸນປີໃໝ່ ພສ. 20565 ຢູ່ ສູນໜູນຊ່ວຍການບຳລຸງສ້າງສາກົນ ທີ່ຮ່າໂນ້ຍ (ພາບ: Thanh Nam - VOV5)

ສ່ວນທ່ານ ຄຳສີ ຢູ່ ຫຼວງພະບາງ ກໍໄດ້ແບ່ງປັນຄວາມຮູ້ສຶກຂອງຕົນເມື່ອຕິດຕາມບົດຂຽນ “ບຸນປີໃໝ່ລາວ ທີ່ເປັນເອກະລັກສະເພາະໃນໃຈກາງນະຄອນຫຼວງ ຮ່າໂນ້ຍ”. ທ່ານຂຽນມາດັ່ງນີ້: “ບັນຍາກາດຕ້ອນຮັບບຸນປີໃໝ່ລາວຢູ່ ຫວຽດນາມ ກໍຄຶກຄື້ນມ່ວນຊື່ນບໍ່ຕ່າງຫຍັງກັບຢູ່ລາວ. ຂ້າພະເຈົ້າຮູ້ສຶກມີຄວາມພາກພູມໃຈເມື່ອພິທີກຳທີ່ເປັນມູນເຊື້ອຂອງປະເທດຕົນໄດ້ຈັດຂຶ້ນຢູ່ປະເທດເພື່ອນບ້ານໃກ້ຄຽງ ແລະ ແນະນຳໃຫ້ເພື່ອນມິດສາກົນ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງຄຳອວຍພອນໄຊອັນປະເສີດມາຍັງບັນນາທິການ ລາຍການພາກພາສາລາວໝົດທຸກຄົນ ປີໃໝ່ຈົ່ງສົມດັ່ງປາດຖະໜາທຸກປະການ”.

ກອ່ນອື່ນ, ຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຕໍ່ຄຳອວຍພອນປີໃໝ່ທີ່ດີງາມຂອງທ່ານຜູ້ຟັງທຸກໆທ່ານທີ່ໄດ້ຝາກມາທາງລາຍການ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າຂໍອວຍພອນແດ່ທ່ານຜູ້ຟັງທຸກໆທ່ານ ຈົ່ງມີພາລະນາໄມສົມບູນ, ສະຫງົບສຸກ ແລະ ປາດຖະໜາສິ່ງໃດຂໍໃຫ້ໄດ້ສິ່ງນັ້ນ. 

ທ່ານ ບົວລະພາ, ຢູ່ແຂວງ ຈຳປາສັກ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດບຸກມາຫາລາຍການ ຢາກໃຫ້ລາຍການແນະນຳກ່ຽວກັບການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກຢູ່ ຫວຽດນາມ.

ເພື່ອນ ບົວລະພາ ທີ່ຮັກແພງ! ກ່ຽວກັບການສັກວັກຊິນກັນພະຍາດໂຄວິດ - 19 ໃນໄວເດັກ, ປັດຈຸບັນ, ຫວຽດນາມ ພວມຜັນຂະຫຍາຍການສັກວັກຊິນໃຫ້ເດັກທີ່ຢູ່ໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ. ລະອຽດແມ່ນ, ໄລ່ຮອດວັນທີ 17 ເມສາ, ມີສາມທ້ອງຖິ່ນຄື ກວ໋າງນິງ, ນະຄອນ ໂຮ່ຈີມິນ ແລະ ຮ່າໂນ້ຍ ໄດ້ຈັດຕັ້ງການສັກວັກຊິນໃຫ້ແກ່ເດັກຢູ່ໃນເກນອາຍຸດັ່ງກ່າວ. ສ່ວນບັນດາແຂວງ, ນະຄອນອື່ນໆກໍພວມຜັນຂະຫຍາຍເຊັ່ນດຽວກັນ. ຕາມການສະຖິຕິຂອງ ກົມການແພດປ້ອງກັນແລ້ວ, ມີເດັກນ້ອຍປະມານ 11,8 ລ້ານຄົນຢູ່ໃນເກນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ ນອນໃນເປົ້າໝາຍສັກວັກຊິນກັນພະຍາດໂຄວິດ - 19. ຊະນິດວັກຊິນທີ່ສັກແມ່ນ Moderna ແລະ Pfizer. ອົງການວິຊາການຂອງກະຊວງສາທາລະນະສຸກ ໄດ້ຈັດຊຸດຝຶກອົບຮົມໃນທົ່ວປະເທດກ່ຽວກັບວຽກງານສັກວັກຊິນໃຫ້ແກ່ເດັກ. ກ່ອນທີ່ສັກວັກຊິນ, ພວກນ້ອງໆຈະໄດ້ກວດສຸຂະພາບກ່ອນເພື່ອຮັບປະກັນ “ສັກຮອດໃສປອດໄພຮອດຫັ້ນ”. 

ກ່ອນທີ່ຈະສິ້ນສຸດລາຍການ, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ເກສອນ ເພື່ອນຢາກຊອກຮູ້ກ່ຽວກັບເກາະແບ໊ງເຊື໊ອ, ແຂວງ ກວ໋າງນິງ. ເພື່ອນແບ່ງປັນວ່າ: “ຂ້າພະເຈົ້າເຫັນຮູບກ່ຽວກັບເກາະ ແບ໊ງເຊື໊ອ ໃນສື່ສັງຄົມອອນລາຍ ງາມຫຼາຍ ແລະ ຢາກຊອກຮູ້ກ່ຽວກັບເກາະແຫ່ງນີ້ຕື່ມອີກ. ຫວັງວ່າທາງລາຍການ ຈະແນະນຳໃຫ້ນ້ອງເຂົ້າໃຈແຈ້ງແດ່.”

ຄັດ​ສະ​ເໜີ​ຈົດ​ໝາຍ​ຂອງ​ທ່ານ​ຜູ້​ຟັງ​ທີ່​ຢາກ​ຊອກ​ຮູ້​ກ່ຽວ​ກັບ ເກາະ ແບ໊ງ​ເຊື໊ອ​ ແຂວງ ກວ໋າງ​ນິງ - ảnh 2 ເກາະ ແບ໊ງເຊື໊ອເໝືອນດັ່ງຮູບໂຕເຕົ່ານ້ອຍຢູ່ທ່າມກາງທະເລ (ພາບ: vietnamtourism.gov.vn)

ເກາະ ແບ໊ງເຊື໊ອ ຕັ້ງຢູ່ເມືອງເກາະ ເວິນໂດ່ນ, ແຂວງ ກວ໋າງນິງຂອງ ຫວຽດນາມ, ມີເນື້ອທີ່ບໍ່ຮອດ 1 km2 ເໝືອນດັ່ງຮູບໂຕເຕົ່ານ້ອຍຢູ່ທ່າມກາງທະເລ ໂດຍອ້ອມຮອບໄປດ້ວຍເກາະຕ່າງໆຄື ແຖວ່າງ, ດົ່ງແຈ໊ນ, ໂນນ ຟີໝ໊າ ແລະ ບົ່ວທັວກ. ດັ່ງທີ່ເພື່ອນໄດ້ເຫັນຢູ່ໃນຮູບ, ຄວາມງາມພິເສດຂອງເກາະແບ໊ງເຊື໊ອ ແມ່ນບັນຍາກາດທີ່ສະຫງົບງຽບ.  ປັດຈຸບັນນີ້, ເກາະແບ໊ງເຊື໊ອ ບໍ່ພຽງແຕ່ແມ່ນເໝາະປູກລ້ຽງສິນໃນນ້ຳປະເພດຕ່າງໆຄື ຫອຍກີ້, ຫອຍງວງຊ້າງ ເທົ່ານັ້ນ ຫາກຍັງແມ່ນສະຖານທີ່ທ່ອງທ່ຽວຕ້ອນຮັບແຂກທ່ອງທ່ຽວຈາກທາງໄກມາຢ້ຽມຊົມເມື່ອມາທ່ຽວຢູ່ແຂວງ ກວ໋າງນິງ ໃນຍາມລະດູຮ້ອນອີກດ້ວຍ. ເມື່ອມາທີ່ນີ້, ເພື່ອນຈະໄດ້ຄົ້ນຫາຄວາມງາມແບບປະຖົມປະຖານຂອງເກາະ ດ້ວຍກະແສນ້ຳທີ່ຂຽວໃສ, ເຢັນສະບາຍທີ່ພົ້ນເດັ່ນຂຶ້ນໃນພື້ນຫາດຊາຍທະເລທີ່ມີສີນ້ຳຕານ, ໄດ້ລອຍນ້້ຳອ້ອມເກາະ ແລະ ດຳນ້ຳຊົມປາກະລັງທີ່ມີສີສັນຫຼາກຫຼາຍ. ພ້ອມດຽວກັນນັ້ນ, ເກາະ ແບ໊ງເຊື໊ອ ຍັງມີພູຫີນນ້ອຍ ເຊິ່ງເປັນບ່ອນທີ່ແຂກທ່ອງທ່ຽວມັກມາຊົມບັນຍາກາດທຳມະຊາດທີ່ສວຍງາມໃນຍາມຕາເວັນຂຶ້ນ ແລະ ຕາເວັນຕົກ.

ພວກຂ້າພະເຈົ້າຫວັງວ່າ ເພື່ອນ ເກສອນ ຈະຍາດເວລາມາຄົ້ນຫາ ເກາະແບ໊ງເຊື໊ອ ດ້ວຍໂຕເອງ ເພື່ອຊົມຄວາມງາມຂອງເກາະແຫ່ງນີ້ ເຊິ່ງມີບາງສິ່ງບາງຢ່າງທີ່ພວກຂ້າພະເຈົ້າບໍ່ສາມາດພັນລະນາໃຫ້ໄດ້.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ.ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ