ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດ​ສະ​ເໜີ​ບາງ​ຄຳ​ເຫັນ, ເນື້ອ​ໃນ​ຈົດໝາຍ ​ແລະ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ - ảnh 1ກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ - ລ້ານຊ້າງ 

ທ່ານຜູ້ຟັງທີ່ເຄົາລົບ! ປີ 2020 ແມ່ນປີທີ່ມີຄວາມໝາຍທີ່ສຸດສຳລັບ ຫວຽດນາມໃນທັງ ວຽກງານພາຍໃນ ແລະ ການຕ່າງປະເທດ. ສ່ວນການຕ່າງປະເທດ, ປີນີ້ ຫວຽດນາມ ດຳລົງ 2 ຕຳແໜ່ງນັ້ນແມ່ນ: ປະທານສະມາຄົມປະຊາຊາດບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ແລະ ກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021. ສ່ວນວຽກງານພາຍໃນ, ປີນີ້ແມ່ນປີ ທີ່ຫວຽດນາມຈະສະເຫຼີມສະຫຼອງວັນສຳຄັນຕ່າງໆຄື: 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດ ຫວຽດນາມ (3 ກຸມພາ 1930 - 3 ກຸມພາ 2020), 45 ປີແຫ່ງວັນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບຢ່າງສົມບູນ (30 ເມສາ 1975 – 30 ເມສາ 2020), 130 ປີ ວັນຄ້າຍວັນເກີດຂອງປະທານໂຮ່ຈີມິນ (19 ພຶດສະພາ 1890 – 19 ພຶດສະພາ 2020)… ແລະ ປີນີ້ກໍ່ແມ່ນປີສະເຫຼີມສະຫຼອງ 75 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ ( 7 ກັນຍາ 1945 – 7 ກັນຍາ 2020), ເນື່ອງໃນໂອກາດນີ້ິ້, ພະແນກກະຈາຍສຽງບັນດາລາຍການຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ (VOV5) ຈະຈັດຕັ້ງການສອບເສັງ: “ທ່ານຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ດ້ວຍ ຄຳຖາມ 5 ຂໍ້ທີ່ກ່ຽວຂ້ອງເຖິງບັນດາຂົງເຂດຄື: ການເມືອງ, ເສດຖະກິດ, ວັດທະນະທຳ - ສັງຄົມຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ. ການສອບເສັງຈະເລີ່ມຕົ້ນແຕ່ວັນທີ 15 ມີນາ - 15 ກໍລະກົດ 2020, ເວລາປະກາດລາງວັນຄາດວ່າ ໃນເດືອນກັນຍາ 2020. ພວກຂ້າພະເຈົ້າຈະສະໜອງຂໍ້ມູນກ່ຽວກັບການສອບເສັງຢ່າງລະອຽດກ່ວາອີກໃນໄລຍະຈະມາເຖິງ.

ທ່ານດາລາວັນມາຈາກແຂວງ ໄຊຍະບູລີ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກລາຍການວັດທະນະທຳທີ່ສຸດ, ຜ່ານລາຍການຂ້າພະເຈົ້າໄດ້ຮູ້ຈັກເຖິງຈຸດວັດທະນະທຳ, ຮີດຄອງປະເພນີ, ງານບຸນທີ່ເປັນເອກະລັກສະເພາະຂອງ ຫວຽດນາມ. ມື້ນີ້, ຂ້າພະເຈົ້າກໍ່ຢາກແບ່ງປັນກັບພວກເພື່ອນ ງານບຸນເຊິ່ງ ພວກຂ້າພະເຈົ້າຮູ້ສຶກພາກພູມໃຈທີ່ສຸດນັ້ນແມ່ນ ງານບຸນຊ້າງ ຢູ່ແຂວງ ໄຊຍະບູລີ ທີ່ໄດ້ຈັດຕັ້ງໃນວັນທີ 22 ກຸມພາທີ່ຜ່ານມາ, ໂດຍມີການເຂົ້າຮ່ວມຂອງ ຊ້າງ 72 ເຊືອກໃນທຸກແຖບຖິ່ນຂອງປະເທດລາວ. ງານບຸນປີນີ້ໄດ້ດຶງດູດ ການເຂົ້າຮ່ວມຂອງ ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດຢ່າງຫຼວງຫຼາຍ, ຍ້ອນວ່າ ປີນີ້ ມີການເຄື່ອນໄຫວຕ່າງໆຄື: ສະແດງວັດທະນະທຳສິນລະປະທີ່ເປັນເອກະລັກສະເພາະຂອງ ປະຊາຊົນ ແຂວງ ໄຊຍະບູລີ, ພິທີເດີນຂະບວນຊ້າງ, ປະກວດຊ້າງງາມ… ນອກຈາກບັນດາລາຍການສະແດງວັດທະນະທຳ, ໄດ້ຮັບຊົມຊ້າງທີ່ໃຫຍ່ໂຕແລ້ວ, ພວກເພື່ອນຍັງສາມາດໄດ້ຮັບຊົມຄວາມສາມາດ ແລະ ທັກສະໃນການຄວບຄຸມຊ້າງຂອງ ພວກຂ້າພະເຈົ້າຜ່ານບັນດາການສະແດງທີ່ພົ້ນເດັ່ນຂອງຊ້າງອີກດ້ວຍ. ຫວັງວ່າ ພວກເພື່ອນຈະມີໂອກາດມາເຂົ້າຮ່ວມງານບຸນນີ້ໃນຊຸມປີຈະມາເຖິງ.

ທ່ານດາລາວັນທີ່ຮັກແພງ! ພວກຂ້າພະເຈົ້າຂໍຂອບໃຈເພື່ອນຍ້ອນວ່າ ໄດ້ແບ່ງປັນຂໍ້ມູນກ່ຽວກັບງານບຸນຊ້າງດັ່ງກ່າວ. ຕາມຄວາມຈິງ, ງານບຸນຊ້າງແມ່ນ ງານບຸນທີ່ພົ້ນເດັ່ນທີ່ສຸດ, ດ້ວຍເປົ້າໝາຍອານຸລັກຮັກສາຊ້າງ, ເຊິ່ງເປັນມໍລະດົກແຫ່ງຊາດ, ສັນຍາລັກຂອງ ປະເທດລາວ, ກໍ່ຄືການຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມຂອງ ປະເທດລາວ ເວົ້າລວມ ແລະ ແຂວງໄຊຍະບູລີເວົ້າສະເພາະ. ປັດຈຸບັນ ຈຳນວນຊ້າງ ຢູ່ປະເທດລາວ ໄດ້ຫຼຸດລົງຫຼາຍແລ້ວ ແຕ່ພວກຂ້າພະເຈົ້າ ເຊື່ອໝັ້ນວ່າ ດ້ວຍຄວາມເອົາໃຈໃສ່, ການຊີ້ນຳ-ນຳພາຢ່າງໃກ້ຊິດຂອງການນຳທຸກຂັ້ນ, ກໍ່ຄືການຈັດຕັ້ງງານບຸນຕ່າງໆເພື່ອແນໃສ່ໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນ, ການອະນຸລັກຮັກສາຊ້າງຂອງ ພວກເພື່ອນຈະບັນລຸໄດ້ຜົນສຳເລັດທີ່ເປັນໜ້າຊື່ນຊົມ ໃນອະນາຄົດ. ອີກຄັ້ງໜຶ່ງ ພວກຂ້າພະເຈົ້າຂໍຂອບໃຈເພື່ອນ, ຫວັງວ່າ ເພື່ອນຈະສືບຕໍ່ປະກອບສ່ວນ ຄຳຄິດເຫັນຫຼາຍຢ່າງຕື່ມອີກ, ກໍ່ຄືສະໜອງຂໍ້ມູນຂ່າວສານໃຫ້ຫຼາຍກ່ວາອີກເພື່ອໃຫ້ ລາຍການຂອງພວກຂ້າພະເຈົ້ານັບມື້ນັບດຶງດູດໃຈ ແລະ ມີຄຸນນະພາບກວ່າເກົ່າ. ຂໍຂອບໃຈ!

ເພື່ອນ ພອນສະຫວັນ ຢູ່ແຂວງສາລາວັນໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານ ທາງ email ດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອຕິດຕາມພາກຂ່າວໃນເວັບໄຊ vovworld.vn, ກໍ່ຄືພາຫະນະສື່ມວນຊົນຕ່າງໆຂອງ ລາວ, ຂ້າພະເຈົ້າໄດ້ຮູ້ຈັກວ່າມີກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນ້ຳຂອງ - ລ້ານຊ້າງ ທີ່ໄດ້ຈັດຂຶ້ນ ຢູ່ ລາວ ໃນວັນທີ 20 ກຸມພາທີ່ຜ່ານມາ. ຂ້າພະເຈົ້າຢາກຮູ້ ຂໍ້ມູນຂ່າວສານຈຳນວນໜຶ່ງຕື່ມອີກກ່ຽວກັບກອງປະຊຸມກໍ່ຄືຢາກຮູ້ ກ່ຽວກັບເນື້ອໃນຂອງກອງປະຊຸມຄັ້ງນີ້ຢ່າງຈະແຈ້ງກ່ວາອີກ, ຫວັງວ່າ ບັນນາທິການພາກພາສາລາວຈະຊ່ວຍໃຫ້ຂ້າພະເຈົ້າເຂົ້າໃຈແຈ້ງກ່ວາ? ຂໍຂອບໃຈ.

ເພື່ອນພອນສະຫວັນທີ່ຮັກແພງ! ກົນໄກຮ່ວມມືແມ່ນ້ຳຂອງ - ລ້ານຊ້າງ (MLC) ໄດ້ສ້າງຕັ້ງມາແຕ່ປີ 2016 ໂດຍອີງໃສ່ 3 ເສົາຄ້ຳ ການຮ່ວມມືຕົ້ນຕໍແມ່ນ ຄວາມໝັ້ນຄົງ ການເມືອງ,  ເສດຖະກິດ, ວັດທະນະທຳ - ສັງຄົມ ດ້ວຍບັນດາຂົງເຂດບຸລິມະສິດຕົ້ນຕໍແມ່ນ ຄຸ້ມຄອງແຫຼ່ງຊັບພະຍາກອນນ້ຳ, ພັດທະນາກະສິກຳ ແລະ ຫຼຸດຜ່ອນຄວາມທຸກຍາກ, ເຊື່ອມໂຍງ ແລະ ເຊື່ອມຕໍ່, ການຮ່ວມມືຂ້າມຊາຍແດນ ແລະ ປັບປຸງກຳລັງຄວາມສາມາດໃນການຜະລິດ.

ໃນກອງປະຊຸມຄັ້ງນີ້, ບັນດາຝ່າຍໄດ້ພ້ອມກັນພິຈາລະນາຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງທີ່ບັນລຸໄດ້ຢູ່ ກອງປະຊຸມສຸດຍອດ MLC ຄັ້ງທີ 2, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ຄັ້ງທີ 4, ຍຸດທະສາດການຮ່ວມມື MLC 2018 – 2022, ເພື່ອກຳນົດທິດວິວັດການຮ່ວມມືໃນທົດສະວັດຈະມາເຖິງ. ນອກຈາກນັ້ນ, ກອງປະຊຸມລັດຖະມົນຕີການຕ່າງປະເທດ MLC ກໍ່ຈະປຶກສາຫາລືວຽກງານກະກຽມໃຫ້ກອງປະຊຸມສຸດຍອດ ແມ່ນ້ຳຂອງ - ລ້ານຊ້າງຄັ້ງທີ 3 ເຊິ່ງລາວຈະເປັນປະເທດເຈົ້າພາບຈັດຕັ້ງເດືອນມີນາ. ດັ່ງທີ່ກ່າວມາຂ້າງເທິງ, ແມ່ນບາງຂໍ້ມູນພື້ນຖານທີ່ກ່ຽວຂ້ອງເຖິງຄຳຖາມຂອງເພື່ອນ. ຫວັງວ່າຈະເຮັດໃຫ້ເພື່ອນມີຄວາມພໍໃຈ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ