ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ

(VOVWORLD) - ໃນອາທິດຜ່ານມາ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 229 ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ 48 ປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ…ໃນນັ້ນ, ທ່ານຜູ້ຟັງຫລາຍຄົນ ໄດ້ສະແດງຄວາມຮູ້ສຶກກ່ຽວກັບຄວາມງາມວັດທະນະທຳຂອງຊາວ ຫວຽດນາມ, ມີທ່ານຜູ້ຟັງລາວບາງຄົນໄດ້ສົ່ງອີແມວມາຍັງລາຍການ ຢາກຊອກຮູ້ກ່ຽວກັບບັນດາການເຄື່ອນໄຫວ ຫວຽດນາມ - ລາວ ໃນອາທິດຜ່ານມາ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກເຮົາຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ. ເຊີນທ່ານຕິດຕາມຮັບຟັງ.

ຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການ - ảnh 1 Caravan Tour “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ” (ພາບອິນເຕີແນັດ)

ທ່ານຜູ້ຟັງທີ່ຮັກແພງ! ເພື່ອນ Muhammad Shamim ຢູ່ ອິນເດຍ ໄດ້ສົ່ງຈົດໝາຍມາຍັງພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ ດ້ວຍເນື້ອໃນວ່າ: ບັນດາບົດຂຽນກ່ຽວກັບເຍື່ອງອາຫານທີ່ເປັນມູນເຊື້ອຂອງ ຫວຽດນາມ ເປັນໜ້າຈັບອົກຈັບໃຈ ແລະ ເປັນປະໂຫຍດ. ບັນດາຄໍລຳອື່ນໆກໍ່ສະໜອງຂໍ້ມູນຂ່າວ ໃຫ້ຂ້າພະເຈົ້າຮູ້ຕື່ມຫລາຍຢ່າງ ແລະ ມີລັກສະນະສຶກສາສູງ.

ເພື່ອນ Oscar Aguilera ຢູ່ ກູບາ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍໃຫ້ຮູ້ວ່າ ການຈັດແບ່ງຄໍລຳຢ່າງເໝາະສົມໃນລາຍການກະຈາຍສຽງ, ລວມມີຂ່າວພາຍໃນປະເທດ ແລະ ຂ່າວສາກົນ, ກໍ່ຄືຂ້າພະເຈົ້າມັກທີ່ສຸດແມ່ນລາຍການ “ໂອ້ລົມກັບທ່ານຜູ້ຟັງ” ປະຈຳອາທິດ.

ເພື່ອນ Jose Moacir Portera de Melo ຊາວ ບຣາຊິນ ໃຫ້ຮູ້ວ່າ: ຂ້າພະເຈົ້າໄດ້ຮັບຟັງບັນດາລາຍການຂອງພວກເພື່ອນແຕ່ຊຸມປີ 1960, ໃນຈຸດເວລາທີ່ ຫວຽດນາມ ຍັງຢູ່ໃນສົງຄາມ. ແລະ ປັດຈຸບັນ ຂ້າພະເຈົ້າມີຄວາມເບີກບານມ່ວນຊື່ນທີ່ສຸດ ຍ້ອນການພັດທະນາຢ່າງແຮງຂອງພວກເພື່ອນໃນຫລາຍຂົງເຂດ ແລະ ປາດຖະໜາວ່າ ຈະໄດ້ເຫັນປະຈັກຕາການພັດທະນາຢ່າງແຮງກ່ວາອີກ ຂອງພວກເພື່ອນໃນໄລຍະຈະມາເຖິງ.

ເພື່ອນ Waluyo Disman ຢູ່ Ciamis, ອິນໂດເນເຊຍ ໃຫ້ຮູ້ວ່າ: ມັກທີ່ສຸດແມ່ນ youtube ສອນພາສາ ຫວຽດນາມ ຂອງລາຍການພາສາ ອິນໂດເນເຊຍ.

ເພື່ອນ Hugo LeConteur ຢູ່ ເຢຍລະມັນ ຂຽນວ່າ: ຂ້າພະເຈົ້າໄດ້ຟັງລາຍການຂ່າວພາສາ ຝະຣັ່ງ ຂອງ VOV ແຕ່ປີ 2014 ມາຮອດປັດຈຸບັນ. ຂ້າພະເຈົ້າມັກທີ່ສຸດແມ່ນບັນດາບົດສາລະຄະດີກ່ຽວກັບວັດທະນະທຳ ຫວຽດນາມ ແລະ ບັນດາບົດເພງທີ່ພວກເພື່ອນອອກອາກາດໃນຊ່ວງສຸດທ້າຍຂອງລາຍການ.

ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳເຫັນຂອງທ່ານຜູ້ຟັງທີ່ມາຈາກບັນດາປະເທດ ອິນເດຍ, ກູບາ, ບຣາຊິນ, ອິນໂດເນເຊຍ, ເຢຍລະມັນ ແລະ ຕໍ່ໄປແມ່ນຄຳເຫັນຂອງທ່ານຜູ້ຟັງລາວ.

ເພື່ອນ ອານຸສິດ, ເພື່ອນ ແກ້ວດວງໃຈ ຢູ່ແຂວງ ຫລວງພະບາງ ແລະ ເພື່ອນ ອາມິນຕາ ຢູ່ແຂວງ ອັດຕະປຶ ໄດ້ສົ່ງອີແມວມາຍັງລາຍການ ດ້ວຍເນື້ອໃນຢາກຮູ້ແຈ້ງກ່ວາ ກ່ຽວກັບບັນດາການເຄື່ອນໄຫວຂອງບັນດາຕະນະຜູ້ແທນ ລາວ ຢູ່ ຫວຽດນາມ ໃນອາທິດຜ່ານມາ.

ເພື່ອນ ອານຸສິດ, ເພື່ອນ ແກ້ວດວງໃຈ ແລະ ເພື່ອນ ອາມິນຕາ ທີ່ຮັກແພງ ! ວັນທີ 30 ມີນາ ຜ່ານມາ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ລາວ ທອງລຸນ ສີສຸລິດ ທີ່ມາເຂົ້າຮ່ວມກອງປະຊຸມສຸດຍອດຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10. ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ເຊື່ອໝັ້ນວ່າ ດ້ວຍຜົນສຳເລັດຂອງປີສາມັກຄີມິດຕະພາບ ຫວຽດນາມ - ລາວ ຜ່ານມາ, ປີ 2018 ຈະແມ່ນປີມີຄວາມສະດວກ ເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດກ່ວາອີກ. ສ່ວນທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງວຽກງານຈັດຕັ້ງ ແລະ ບັນດາຂໍ້ລິເລີ່ມຂອງ ຫວຽດນາມ ທີ່ບັນດາກອງປະຊຸມສຸດຍອດການຮ່ວມມືອະນຸພາກພື້ນແມ່ນ້ຳຂອງເປີດກ້ວາງຄັ້ງທີ 6 ແລະ ການຮ່ວມມືເຂດສາມຫຼ່ຽມພັດທະນາ ກຳປູເຈຍ - ລາວ - ຫວຽດນາມ ຄັ້ງທີ 10.

ໃນອາທິດຜ່ານມາ, ຄະນະຜູ້ແທນສູນກາງແນວລາວສ້າງຊາດ ໂດຍທ່ານນາງ ຍອດແກ້ວມະນີ ສຸພານຸວົງ, ຮອງປະທານສູນກາງແນວລາວສ້າງຊາດເປັນຫົວໜ້າຄະນະໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ກວາງນິງ. ທີ່ການເຮັດວຽກ, 2 ຝ່າຍໄດ້ແລກປ່ຽນຂໍ້ມູນຂ່າວສານ, ບົດຮຽນໃນວຽກງານພັດທະນາແນວໂຮມປະເທດຊາດ. ທ່ານປະທານຄະນະກຳມະການແນວໂຮມປະເທດຊາດແຂວງ ກວາງນິງ ຫງວຽນວັນເຫືອງ ໄດ້ແນະນຳໂດຍສັງເຂບກ່ຽວກັບທີ່ຕັ້ງພູມສາດ, ຊັບພະຍາກອນທຳມະຊາດ, ປະຊາຊົນ ແລະ ເສດຖະກິດ - ສັງຄົມຂອງແຂວງ, ຄວາມສວຍງາມຂອງມໍລະດົກທຳມະຊາດໂລກ ອ່າວ ຫ້າລອງ.

ວັນທີ 01 ເມສາ, ຢູ່ມະຫາວິທະຍາໄລເສດຖະກິດ - ກົດໝາຍນະຄອນ ໂຮ່ຈີມິນ ໄດ້ດຳເນີນ ບຸນປີໃໝ່ປະຈຳຊາດ ຫວຽດນາມ - ລາວ - ກຳປູເຈຍ ປີ 2018, ໂດຍຄະນະຊາວໜຸ່ມນະຄອນ ໂຮ່ຈີມິນ ຈັດຕັ້ງ. ທີ່ງານບຸນ, ນັກສຶກສາ 3 ປະເທດໄດ້ເຂົ້າຮ່ວມການພົວພັນແລກປ່ຽນວັດທະນະທຳສະແດງສິລະປະ, ຟ້ອນ, ຮ້ອງເພງ, ສະແດງຊຸດອາພອນ, ການລະຫຼິ້ນພື້ນເມືອງຂອງ ຫວຽດນາມ - ລາວ - ກຳປູເຈຍ. ເຫດການດັ່ງກ່າວ ນອນໃນບັນດາການເຄື່ອນໄຫວບຸນປີໃໝ່ລາວ ແລະ ບຸນ Chol Chnam Thmay ຂອງປະຊາຊົນ ກຳປູເຈຍ. ຜ່ານນັ້ນ ສ້າງເງື່ອນໄຂເພື່ອໃຫ້ຊາວໜຸ່ມນະຄອນ, ນັກສຶກສາ ລາວ ແລະ ກຳປູເຈຍ ມີໂອກາດພົວພັນແລກປ່ຽນ, ຊອກຮູ້ກ່ຽວກັບປະຫວັດສາດການພົວພັນ ຫວຽດນາມ - ລາວ - ກຳປູເຈຍ, ປະກອບສ່ວນເພີ່ມພູນຄູນສ້າງນ້ຳໃຈສາມັກຄີທີ່ເປັນມູນເຊື້ອ, ການພົວພັນມິດຕະພາບອັນດີງາມລະຫວ່າງຊາວໜຸ່ມ 3 ປະເທດ.

ໃນຂອບເຂດງານຕະຫລາດນັດທ່ອງທ່ຽວສາກົນ ຫວຽດນາມ 2018, ສະຫະສະມາຄົມທ່ອງທ່ຽວ ຫວຽດນາມ ໄດ້ສົມທົບກັບບໍລິສັດທ່ອງທ່ຽວ hanoitourist, ບໍລິສັດທ່ອງທ່ຽວ ໄຊມຸນຄຸນ ລາວ ຈັດຕັ້ງການປະຊຸມຂ່າວ Caravan Tour “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ”. Caravan Tour “ໄລຍະທາງຜ່ານບັນດາເມືອງຫລວງ ຫວຽດນາມ - ລາວ” ໄດ້ປະຕິບັດດ້ວຍໄລຍະທາງເປັນເວລາ 7 ວັນ 6 ຄືນ: “ຮ່າໂນ້ຍ - ເຊີນລາ - ຊຳເໜືອ - ຫລວງພະບາງ - ວຽງຈັນ - ທົ່ງໄຫຫີນ - ເງ້ອານ - ຮ່າໂນ້ຍ”.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ ໃນອາທິດຜ່ານມາ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ Comment ໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ