ແນະ​ນຳ​ກ່ຽວ​ກັບ​ພາບ ດົງ​ໂຮ່ ຂອງ ຫວຽດ​ນາມ

(VOVWORLD) - ໃນອາທິດຜ່ານມາ ມີຈົດໝາຍ 459 ສະບັບ ໄດ້ສົ່ງມາຍັງ VOV5 ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 25 ສະບັບຈາກທ່ານຜູ້ຟັງລາວ
    ຮະລອງ ແລະ ກາດບ່າ ແມ່ນ 2 ສະຖານທີ່ທ່ອງທ່ຽວທີ່ລືຊື່ຂອງ ຫວຽດນາມ. ເມື່ອຂ້າພະເຈົ້າໄປທ່ຽວຢູ່ 2 ແຫ່ງດັ່ງກ່າວ ແລ້ວໂພສຮູບລົງເຟດບຸກ, ມີໝູ່ຄົນລາວ, ຄົນໄທ ຫຼາຍຄົນໄດ້ເຂົ້າໄປຄອມເມັ້ນວ່າ ທິວທັດທຳມະຊາດຢູ່ນີ້ງາມຫຼາຍ ແລະ ຂໍຂໍ້ມູນເພື່ອໄປຄົ້ນຫານຳ.” ທ່ານຜູ້ຟັງທີ່ເຄົາລົບ, ນີ້ແມ່ນຄຳແບ່ງປັນຂອງເພື່ອນ ຈັນທິມາ ຢູ່ນະຄອນຫຼວງ ວຽງຈັນ ທີ່ໄດ້ຝາກມາລາຍການ ພາຍຫຼັງທີ່ເພື່ອນຮັບຊົມພາບສາລະຄະດີທີ່ມີຫົວຂໍ້ “ອ່າວ ຮະລອງ - ໝູ່ເກາະ ກາດບ່າ: ມໍລະດົກທຳມະຊາດໂລກ ແຫ່ງທຳອິດທີ່ເຊື່ອມຕໍ່ແຂວງ - ນະຄອນ ຂອງ ຫວຽດນາມ ໂດຍໄດ້ຮັບການຮັບຮອງຈາກອົງການ UNESCO”.
ແນະ​ນຳ​ກ່ຽວ​ກັບ​ພາບ ດົງ​ໂຮ່ ຂອງ ຫວຽດ​ນາມ - ảnh 1ກາດບ່າ (ພາບ: catba.com.vn)
ຕໍ່ໄປແມ່ນຄຳແບ່ງປັນຂອງເພື່ອນ ຄຳປະເສີດ ຢູ່ແຂວງ ໄຊສົມບູນ. ເພືິ່ອນໄດ້ຂຽນມາວ່າ: ຜ່ານການຕິດຕາມຂ່າວ, ບົດໃນເວັບໄຊ vovworld.vn, ຂ້າພະເຈົ້າມັກວິທີການພັດທະນາການທ່ອງທ່ຽວຂອງ ຫວຽດນາມ ຫຼາຍ. ຂ້າພະເຈົ້າຫາກໍ່ໄປທ່ຽວ ດ່າໜັງ ກ່ອນນີ້ 2 3 ເດືອນ ແລ້ວເຫັນວ່າ ມີຫຼາຍຜະລິດຕະພັນທ່ອງທ່ຽວທີ່ຈັບອົກຈັບໃຈ, ໂດຍມີການສະຫຼັບຫຼາຍກິດຈະກຳເຂົ້າກັນ ບໍ່ວ່າຈະເປັນດ້ານວັດທະນະທຳ, ສິລະປະ, ກິລາ, ການຄ້າ... ທັງມີລັກສະນະພື້ນເມືອງ ທັງມີລັກສະນະທັນສະໄໝ, ຫຼາກຫຼາຍສີສັນ. ແຂກທ່ອງທ່ຽວຕ່າງປະເທດຄືຂ້າພະເຈົ້າ ຈະມີການສັງເກດແບບກວມລວມກວ່າກ່ຽວກັບ ປະເທດ ຫວຽດນາມ ພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ ແຕ່ຍັງຮັກສາໄດ້ຄຸນຄ່າທີ່ເປັນມູນເຊື້ອຂອງຊາດໄວ້.

ບັນດາຜູ້ຈັດທຳລາຍການພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ຮັບຈົດໝາຍ ແລະ ຄຳແບ່ງປັນຂອງຈາກທ່ານຜູ້ຟັງ. ຂໍສະແດງຄວາມຂອບໃຈທ່ານຜູ້ຟັງທີ່ໄດ້ໃຫ້ການສະໜັບສະໜູນ, ຕິດຕາມ ແລະ ຝາກຈົດໝາຍເຖິງລາຍການ.

ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າກໍຂໍແຈ້ງໃຫ້ທ່ານຮັບຊາບວ່າ: ນັບແຕ່ວັນທີ 1 ກໍລະກົດ ຈະມາເຖິງນີ້, ລາຍການກະຈາຍສຽງພາກພາສາລາວ ຈະອອກອາກາດໃນລະບົບ AM ດ້ວຍຄື້ນຄວາມຖີ່ 7285 Mhz ຈະເລີ່ມອອກອາກາດແຕ່ເວລາ 17 ໂມງ 30 ນາທີຫາ 18 ໂມງ 30 ນາທີ ແລະ ໃນຄື້ນຄວາມຖີ່ 1242 Mhz, ລາຍການຈະເລີ່ມອອກອາກາດແຕ່ເວລາ 20 ໂມງ 00 ນາທີ ຫາເວລາ 21 ໂມງ 00 ນາທີ. ພວກຂ້າພະເຈົ້າຫວັງວ່າ, ພວກທ່ານຈະເປັນຂົວຕໍ່ຊ່ວຍໃຫ້ຄື້ນກະຈາຍສຽງຂອງ VOV ໄດ້ແຜ່ກະຈາຍໄປກວ້າງໄກກວ່າ, ຊ່ວຍໃຫ້ຫຼາຍຄົນໄດ້ເຂົ້າເຖິງແຫຼ່ງຂ່າວ, ບົດສາລະໜ້າຮູ້, ມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ, ກ່ຽວກັບການພົວພັນລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ, ປະກອບສ່ວນເຮັດໃຫ້ໄມຕີຈິດມິດຕະພາບ ຫວຽດນາມ - ລາວ ພວກເຮົາໝັ້ນຄົງທະໜົງແກ່ນ, ໄປຊົ່ວກາລະນານ. 

ເພື່ອນ ອຸ່ນຄຳ ຢູ່ແຂວງ ຈຳປາສັກ ຖາມວ່າ: ຢູ່ ຫວຽດນາມ, ໝາກຖົ່ວລຽນໄດ້ປູກຢູ່ເຂດໃດແດ່? ໝາກຖົ່ວລຽນ ຫວຽດນາມ ໄດ້ສົ່ງອອກໄປປະເທດໃດແດ່ແລ້ວ?”

ຢູ່ ຫວຽດນາມ, ໝາກຖົ່ວລຽນ ໄດ້ປູກຢູ່ບັນດາເຂດຄື ເຕີຍງວຽນ, ພາກໃຕ້ຕາເວັນອອກ, ພາກໃຕ້ຕາເວັນຕົກ, ພາກກາງ ແລະ ບາງແຂວງຢູ່ເຂດແຄມທະເລພາກກາງຕອນໃຕ້ ເປັນສ່ວນຫຼາຍ. ຕາມການສະຖິຕິຂອງກະຂວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ປັດຈຸບັນ, ເນື້ອທີ່ປູກຖົ່ວລຽນຂອງ ຫວຽດນາມ ທັງໝົດຄາດວ່າບັນລຸ 131.000 ເຮັກຕາ, ເພີ່ມຂຶ້ນກວ່າ 24,5% ຕໍ່ປີ, ເຊິ່ງແມ່ນອັດຕາເພີ່ມສູງສຸດໃນຈໍານວນຕົ້ນໄມ້ກິນໝາກຫຼັກແຫຼ່ງຂອງ ຫວຽດນາມ. ໃນນັ້ນ, ເຂດ ເຕີຍງວຽນ ປູກຫຼາຍທີ່ສຸດ ດ້ວຍເນື້ອທີ່ 51.400 ເຮັກຕາ. ຖັດມາແມ່ນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ ຫວຽດນາມ ດ້ວຍເນື້ອທີ່ 33.000 ເຮັກຕາ.

ຖົ່ວລຽນ ພວມແມ່ນໝາກໄມ້ຊະນິດທີ່ມີມູນຄ່າສົ່ງອອກໃຫຍ່ສຸດຂອງ ຫວຽດນາມ, ຄາດວ່າໃນໄຕມາດທີ 1 ປີ 2024, ວົງເງິນສົ່ງອອກບັນລຸ 254 ລ້ານ USD. ມູນຄ່າການສົ່ງອອກຖົ່ວລຽນສົດໄປຍັງ ຈີນ ກວມເອົາເຖິງ 98% ໃນວົງເງິນສົ່ງອອກຖົ່ວລຽນທັງໝົດຂອງ ຫວຽດນາມ. ນອກຈາກນັ້ນແລ້ວ, ຫວຽດນາມ ຍັງສົ່ງອອກຖົ່ວລຽນແຊ່ແຂງໄປຍັງຕະຫຼາດ ອາເມລິກາ, ອົດສະຕາລີ, ໄທ, ໄຕ້ຫວັນ (ຈີນ) ອີກດ້ວຍ. 

ເຊີນທ່ານພ້ອມກັບລາຍການໄປຊອກຮູ້ກ່ຽວກັບພາບ ດົງໂຮ່ ຂອງ ຫວຽດນາມ. ນີ້ແມ່ນຄວາມສົນໃຈຂອງເພື່ອນ ຈິດລັດດາ ຢູ່ນະຄອນຫຼວງ ວຽງຈັນ. ໃນຈົດໝາຍ, ເພື່ອນໄດ້ສະແດງຄວາມປາດຖະໜາຢາກໃຫ້ລາຍການແບ່ງປັນສູ່ຟັງ ເພື່ອມີຄວາມເຂົ້າໃຈກ່ຽວກັບພາບຊະນິດນີ້ຕື່ມອີກ.

ແນະ​ນຳ​ກ່ຽວ​ກັບ​ພາບ ດົງ​ໂຮ່ ຂອງ ຫວຽດ​ນາມ - ảnh 2ພາບສັດ ແມ່ນ 1 ໃນ 7 ເນື້ອໃນຕົ້ນຕໍຂອງ ພາບດົງໂຮ່ (ພາບ: VOV)

ພາບ ດົງໂຮ່ ແມ່ນອາຊີບເຮັດພາບແບບແກະຄວັດສະຫຼັກໄມ້ ແລ້ວ ພິມສີແບບພື້ນເມືອງ ຂອງ ຫວຽດນາມ. ພາບ ດົງໂຮ່ ໂດຍປະຊາຊົນຢູ່ບ້ານ ດົງໂຮ່, ຕາແສງ ຊອງໂຮ່, ເມືອງ ທ້ວນແທ່ງ, ແຂວງ ບັກນິງ ປະດິດຄິດສ້າງອອກມາ ແລະ ພັດທະນາແຕ່ສະຕະວັດທີ 16. ດ້ວຍວິທີເຮັດທີ່ປະດິດປະດອຍ, ຄ່ອງແຄ້ວ, ຜ່ານຫຼາຍຂັ້ນຕອນ, ນັບແຕ່ການແກະຄວັດສະຫຼັກໄມ້, ຕະຫຼອດຮອດການຜະລິດເຈ້ຍສາເພື່ອພິມພາບລົງ ກໍຄືການປະສົມສີຈາກວັດຖຸດິບທີ່ຫາໄດ້ຕາມທຳມະຊາດ, ພາບ ດົງໂຮ່ ເຂັ້ມຂຸ້ນໄປດ້ວຍຄຸນຄ່າດ້ານປະຫວັດສາດ, ວັດທະນະທຳ ແລະ ສິລະປະ ທີ່ເປັນເອກະລັກສະເພາະ. ນີ້ແມ່ນປະເພດພາບທີ່ຕິດພັນ ແລະ ສະແດງເຖິງວິຖີຊີວິດ, ສັງຄົມຂອງຊາວກະສິກອນ ຫວຽດນາມ ໃນເມື່ອກ່ອນ, ນັບແຕ່ການອອກແຮງງານຂອງຊາວກະສິກອນຜູ້ລຽບງ່າຍ, ສັດຊື່ບໍລິສຸດ; ຮີດຄອງປະເພນີ, ການດຳເນີນຊີວິດຂອງປະຊາຊົນ ຫວຽດນາມ. ເນື້ອໃນຂອງພາບ ໄດ້ແບ່ງອອກເປັນ 7 ໝວດຕົ້ນຕໍ, ດັ່ງນີ້: ພາບບູຊາ, ພາບອວຍພອນ, ພາບປະຫວັດສາດ, ພາບເລົ່າເລື່ອງ, ພາບເລົ່າເລື່ອງຄຳສຸພາສິດ, ພາບສັດ ແລະ ພາບສ່ອງແສງການດຳເນີນຊີວິດ. ພວກຂ້າພະເຈົ້າຫວັງວ່າ, ການແນະນຳດັ່ງກ່າວຈະຊ່ວຍໃຫ້ເພື່ອນມີຄວາມເຂົ້າໃຈແຈ້ງກວ່າກ່ຽວກັບພາບ ດົງໂຮ່ ແລະ ຫວັງວ່າ ເພື່ອນຈະຍາດເວລາມາຢາມ ໝູ່ບ້ານອາຊີບພື້ນເມືອງເຮັດພາບ ດົງໂຮ່, ແຂວງ ບັກນິງ ເພື່ອມີການສຳຜັດຕົວຈິງທີ່ຈັບອົກຈັບອົກຢູ່ທີ່ນີ້.

 

ຕອບກັບ

ຂ່າວ/ບົດ​ອື່ນ