ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 279 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 34 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1 (ພາບປະກອບອິນເຕີແນັດ)

ໃນອາທິດຜ່ານມາ, ເພື່ອນ ແສງພະຈັນ; ເພື່ອນ ດາລາວັນ ພິຈິດ, ຢູ່ແຂວງ ຈຳປາສັກ; ເພື່ອນ ເພັດສະໝອນ, ຢູ່ແຂວງ ຄຳມ່ວນ, ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook, ອີແມວ ມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ເນື່ອງໃນໂອກາດວັນແມ່ຍິງສາກົນ 08/03, ບັນດາທ່ານຜູ້ຟັງຂໍອວຍພອນໃຫ້ບັນດາເອື້ອຍນ້ອງ ຫວຽດນາມ ເວົ້າລວມ ແລະ ເອື້ອຍນ້ອງ ທີ່ເຮັດວຽກຢູ່ VOV ກໍຄືພາກພາສາລາວ, VOV5 ເວົ້າສະເພາະ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ບັນລຸຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ.

ທ່ານຜູ້ຟັງທີ່ເຄົາລົບ, ປະຈຸບັນເຊື້ອພະຍາດ Covid-19 ໄດ້ແຜ່ລະບາດໃນທົ່ວໂລກ, ຈຳນວນຜູ້ຕິດໄວຣັດ SARS–CoV-2 ພວມນັບມື້ນັບເພີ່ມຂຶ້ນຢູ່ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້. ລັດຖະບານຫວຽດນາມ ພວມມານະພະຍາຍາມເພື່ອແນໃສ່ສະກັດກັ້ນ ແລະ ຄວບຄຸມໂລກລະບາດ. ຢູ່ບັນດາດ່ານຊາຍແດນໄດ້ປະຕິບັດການກວດກາ, ຄວບຄຸມຢ່າງເຄັ່ງຄັດ, ບັງຄັບຕ້ອງແຈ້ງອາການສຸຂະພາບສຳລັບນັກທ່ອງທ່ຽວທີ່ເດີນທາງເຂົ້າປະເທດຫວຽດນາມ. ນັບແຕ່ວັນທີ 10 ມີນາ, ຫວຽດນາມ ໄດ້ສ້າງໂປຼແກຼມ Vietnam health declaration ສຳລັບນັກທ່ອງທ່ຽວຕ່າງປະເທດ. ສ່ວນຢູ່ພາຍໃນປະເທດ, ຢູ່ຕາມສຳນັກງານ, ຕຶກອາຄານເຮັດວຽກໄດ້ນຳໃຊ້ບັນດາມາດຕະການປ້ອງກັນສຸຂະພາບໃຫ້ແກ່ຜູ້ອອກແຮງງານຄື: ສີດຢາຂ້າເຊື້ອຢູ່ບ່ອນເຮັດວຽກ, ມີນ້ຳຢາຂ້າເຊື້ອລ້າງມື, ຜ້າອັດປາກ…

ເພື່ອນ ສຸພາວອນ, ຢູ່ແຂວງ ວຽງຈັນ, ໄດ້ສະແດງຄວາມເຫັນຜ່ານທາງ Facebook ໂດຍແບ່ງປັນວ່າ: ບັນດາທ່ານໝໍຢູ່ຫວຽດນາມ ສົມເປັນໜ້າຊົມເຊີຍໃນໂລກ ເມື່ອສືບຕໍ່ປະກອບສ່ວນເຂົ້າໃນວຽກງານສະກັດກັ້ນ ແລະ ຄວບຄຸມໂລກລະບາດ Covid-19. ຫວຽດນາມ ແມ່ນໜຶ່ງໃນຈຳນວນໜ້ອຍປະເທດບໍ່ມີກໍລະນີເສຍຊີວິດຍ້ອນໂລກລະບາດ Covid – 19 ທີ່ອັນຕະລາຍນີ້ ແລະ ພ້ອມທັງສາມາດຜະລິດອຸປະກອນວິໄຈໄວຣັດ Covid – 19 ໄດ້ໂດຍໄວ. ຂໍອວຍພອນໃຫ້ຫວຽດນາມຈົ່ງບັນລຸຜົນສຳເລັດໃນການສະກັດກັ້ນ, ຄວບຄຸມໂລກລະບາດ Covid – 19.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 2 ຊາເອືອບດອກບົວ

(ພາບອິນເຕີແນັດ)

ເພື່ອນ ສຸກມະລີ ທຳມະວົງສາ, ຢູ່ແຂວງວຽງຈັນ ໄດ້ໂທລະສັບມາຍັງລາຍການຢາກຊອກຮູ້ກ່ຽວກັບວິທີດື່ມນ້ຳຊາຂອງຫວຽດນາມ, ເມື່ອທຽບໃສ່ປະເທດອື່ນໆ ແລ້ວມີຄວາມແຕກຕ່າງກັນຄືແນວໃດ? ແລະ ຊາຊະນິດໃດແຊບທີ່ສຸດ.

        ເພື່ອນ ສຸກມະລີ ທຳມະວົງສາ ທີ່ຮັກແພງ, ການດື່ມນ້ຳຊາໄດ້ກາຍເປັນເອກະລັກສະເພາະໃນວັດທະນະທຳດື່ມຊາຂອງຫວຽດນາມ. ຊາວຫວຽດນາມ ກໍ່ມີວິທີດື່ມຊາຕາມຄວາມຊິນເຄີຍສະເພາະຂອງຕົນມາແຕ່ດົນນານ, ແຕ່ມັນບໍ່ມີຄວາມລະອຽດ ຄືກັບວິທີດື່ມຊາຂອງຈີນ ຫຼື ຂອງຍີ່ປຸ່ນ. ຈຸດພົ້ນເດັ່ນຂອງວັດທະນະທຳດື່ມຊາຂອງຊາວຫວຽດນາມ ເຊິ່ງຫຼາຍຄົນໄດ້ຮູ້ຈັກເຖິງ, ນັ້ນແມ່ນຊາເອືອບດອກໄມ້ຫຼາຍຊະນິດຄື: ຊາເອືອບດອກຊ້ອນ (ຊາດອກຊ້ອນ), ຊາເອືອບດອກບົວ (ຊາດອກບົວ), ຊາເອືອບດອກສົ້ມໂອ (ຊາດອກສົ້ມໂອ)… ໃນນັ້ນ, ຊາດອກຊ້ອນແມ່ນຊາທີ່ຊາວຫວຽດນາມມັກດື່ມຫຼາຍທີ່ສຸດ. ເພື່ອປຸງແຕ່ງຊາຊະນິດນີ້ ເຂົາເຈົ້າເອົາຊາທ໊າຍງວຽນ (ຊາປູກຢູ່ ທ໊າຍງວຽນ)  ເອືອບໃສ່ກັບດອກຊ້ອນສົດໂດຍກົງ. ເມື່ອດື່ມນ້ຳຊາດອກຊ້ອນເພື່ອນຈະຮູ້ສຶກໄດ້ກິ່ນຫອມຂອງດອກຊ້ອນ, ພ້ອມກັບລົດຂົມ, ຝາດຂອງຊາ ທ໊າຍງວຽນ. ສຳລັບການປຸງແຕ່ງຊາດອກສົ້ມໂອ, ກໍເຮັດຄ້າຍຄືກັນກັບຊາດອກຊ້ອນ. ຊາຢູ່ ຫວຽດນາມ ບໍ່ພຽງແຕ່ໃຊ້ເພື່ອດື່ມເທົ່ານັ້ນ, ຫາກເຂົາເຈົ້າຍັງປຸງແຕ່ງເປັນແປ້ງເພື່ອເຮັດເຂົ້າໜົມ, ອາຫານ…ອີກດ້ວຍ. ພິເສດຊາດອກບົວ, ເຊິ່ງແມ່ນຊາທີ່ເອືອບໃສ່ກັບດອກບົວປົ່ງຢູ່ໜອງ ແມ່ນຊະນິດທີ່ມີຊື່ສຽງທີ່ສຸດບໍ່ສະເພາະແຕ່ຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງໄດ້ດຶງດູດຄວາມສົນໃຈຈາກບັນດານັກຜະລິດຊາທີ່ມີຊື່ສຽງໃນໂລກອີກດ້ວຍ.

          ເພື່ອນ ວິໄລສຸກ, ແຂວງ ຫົວພັນ ໄດ້ສົ່ງອີແມວມາຍັງລາຍການໂດຍຖາມວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າ, ຢູ່ຫວຽດນາມ ມີຫໍພິພິດຕະພັນທຳມະຊາດຫວຽດນາມ. ສະນັ້ນ, ຂ້າພະເຈົ້າຢາກຮູ້ວ່າ, ຫໍພິພິຕະພັນດັ່ງກ່າວຕັ້ງຢູ່ໃສ? ແລະໄດ້ວາງສະແດງວັດຖຸສິ່ງຂອງໃດແດ່? ເວລາເປີດບໍລິການຮັບໃຊ້ແຕ່ເວລາໃດໃນແຕ່ລະມື້?

ເພື່ອນ ວິໄລສຸກ, ທີ່ຮັກແພງ, ຫໍພິພິຕະພັນທຳມະຊາດຫວຽດນາມ, ຕັ້ງຢູ່ເຮືອນເລກທີ 18A, ຖະໜົນ ຮ່ວາງກ໊ວກຫວຽດ, ເມືອງເກົ່າໄຢ, ນະຄອນຫຼວງຮ່າໂນ້ຍ. ຫໍພິພິຕະພັນດັ່ງກ່າວໄດ້ວາງສະແດງວັດຖຸພັນນັບພັນຢ່າງກ່ຽວກັບຄວາມເປັນມາຂອງມະນຸດ ພ້ອມກັບທຳມະຊາດຫຼາຍຮູບຫຼາຍແບບ. ດ້ວຍເນື້ອທີ່ກວ້າງກວ່າ 300 ຕາແມັດ, ຫໍພິພິຕະພັນທຳມະຊາດຫວຽດນາມ ໄດ້ວາງສະແດງວັດຖຸພັນ ສັດ, ພືດຕ່າງໆຢູ່ຫວຽດນາມ ກວ່າ 40.000 ຢ່າງ, ໂດຍບັນດານັກຊ່ຽວຊານ, ອົງການຊີວະສາດເປັນຜູ້ເກັບສະສົມ. ບໍ່ພຽງແຕ່ແມ່ນສະຖານທີ່ຢ້ຽມຊົມ, ທັດສະນະສຶກສາເທົ່ານັ້ນ, ຫາກຫໍພິພິຕະພັນທຳມະຊາດຫວຽດນາມ ຍັງແມ່ນສະຖານທີ່ຄົ້ນຄວ້າວິທະຍາສາດຂອງບັນດານັກຊ່ຽວຊານ ແລະ ບັນດານັກສຶກສາພວມຮ່ຳຮຽນຂະແໜງຊີວະສາດ, ກະສິກຳ, ປ່າໄມ້… ອີກດ້ວຍ. ຢູ່ທີ່ນີ້ຍັງມີບັນດາວັດຖຸສິ່ງຂອງທີ່ມີມາແຕ່ບູຮານ ຄືຫີນ Granit ທີ່ໄດ້ຮັບການຕີລາຄາຈາກບັນດານັກຊ່ຽວຊານວ່າແມ່ນຫີນມີມາແຕ່ບູຮານເກົ່າແກ່ທີ່ສຸດໃນອາຊີຕາເວັນອອກສ່ຽງໃຕ້ ແລະ ໄດ້ຄົ້ນພົບຢູ່ອຽນບ໊າຍ ດ້ວຍອາຍຸໄດ້ 2,9 ຕື້ປີ. ປະຈຸບັນ, ຫໍພິພິດຕະພັນໄດ້ເປີດປະຕູ ຕອນເຊົ້ານັບແຕ່ 8ໂມງ 30 ນາທີ ຫາ 11 ໂມງ 30 ນາທີ, ຕອນບ່າຍເປີດປະຕູແຕ່ເວລາ 13 ໂມງ 30 ນາທີ ຫາ 16 ໂມງ 30 ນາທີ. ຫໍພິພິຕະພັນເປີດປະຕູຕ້ອນຮັບຜູ້ມາຢ້ຽມຢາມທຸກຄົນແມ່ນນັບແຕ່ວັນ ພະຫັດ ຫາ ວັນທິດ, ຕ້ອນຮັບຄະນະທີ່ມີແຜນການມາຢ້ຽມຢາມກ່ອນແມ່ນນັບແຕ່ວັນ ອັງຄານ ຫາ ວັນທິດ.

ທ່ານຜູ້ຟັງທີ່ເຄົາລົບ: ນັບແຕ່ວັນທີ 15 ມີນາ - 15 ກໍລະກົດ, VOV ຈະຈັດການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ”. ການເສັງນີ້ຈະມີຄຳຖາມ 6 ຂໍ້ ກ່ຽວກັບຂົງເຂດຄື: ເສດຖະກິດ, ວັດທະນະທຳ, ສັງຄົມ… ຂອງຫວຽດນາມ ແລະ ລາງວັນທີ 1 ຂອງການເສັງຈະແມ່ນການໄປທ່ອງທ່ຽວຢູ່ຫວຽດນາມ ເປັນເວລາ 7 ວັນ. ພວກຂ້າພະເຈົ້າຈະແຈ້ງລາຍລະອຽດກ່ຽວກັບລະບຽບການເສັງໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ