ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 279 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 46 ປະເທດ ແລະ ເຂດແຄ້ວນ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1(ພາບປະກອບອີນເຕີແນັດ)

ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ໄດ້ຮັບໂທລະສັບ, ຂໍ້ຄວາມ ແລະ ຄຳອວຍພອນເນື່ອງໃນໂອກາດວັນບຸນຄຼິດສະມາດ, ປີໃໝ່ສາກົນ 2020 ຜ່ານ Facebook ເຖິງບັນດາອ້າຍເອື້ອຍນ້ອງໃນຫຼາຍການ. ແລະເນື່ອງໃນໂອກາດວັນບຸນຄຼິດສະມາດ ແລະ ປີໃໝ່ສາກົນ 2020 ໃກ້ຈະມາເຖິງ, ບັນນາທິການ ພາກພາສາລາວ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານປີໃໝ່ຈົ່ງມີແຕ່ສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ສຳເລັດໜ້າທີ່ວຽກງານຂອງຕົນ. ຫວັງວ່າ, ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຫວັງວ່າຈະສືບຕໍ່ໄດ້ຮັບບັນດາຄຳເຫັນປະກອບຂອງທ່ານຜູ້ຟັງກ່ຽວກັບບັນດາຂ່າວ/ບົດ ທາງວິທະຍຸກະຈາຍສຽງ ກໍຄືໃນແວັບໄຊ vovworld.vn ຫຼື vov5.vn ຫຼາຍກວ່າເກົ່າ.

            ອາທິດຜ່ານມາ, ບັນນາທິການພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບອີແມວຈາກເພື່ອນ ວັນນາລີ. ໃນອີແມວເພື່ອນ ວັນນາລີ ໃຫ້ຮູ້ວ່າ: ຂ້າພະເຈົ້າຫາກໍ່ຮູ້ຈັກເວັບໄຊຂອງ VOV5, ໃນນັ້ນມີລາຍການພາກພາສາລາວ. ຂອບໃຈທີ່ພວກເພື່ອນໄດ້ຈັດບັນດາລາຍການດີໆເພື່ອຮັບໃຊ້ທ່ານຜູ້ຟັງ.

ເພື່ອນ ວັນນາລີ ທີ່ຮັກແພງ, ບັນນາທິການພາກພາສາລາວ, VOV ຂໍຂອບໃຈເພື່ອນໄດ້ສົ່ງອີແມວມາຍັງລາຍການ. ບັນດາລາຍການຂອງ VOV, ແມ່ນເພື່ອແນໃສ່ຕອບສະໜອງຄວາມຕ້ອງການຂອງຜູ້ຟັງ, ຜູ້ອ່ານໃນທົ່ວໂລກ ກ່ຽວກັບຂໍ້ມູນຂ່າວໃນໂລກເວົ້າລວມ ແລະ ຂອງຫວຽດນາມ ເວົ້າສະເພາະ. ປະຈຸບັນ, ໃນເວັບໄຊທາງການຂອງລະບົບບັນດາລາຍການກະຈາຍສຽງ ພາກພາສາຕ່າງປະເທດ (VOV5) ດ້ວຍທີ່ຢູ່ເວັບໄຊແມ່ນ vovworld.vn, ມີ 13 ພາສາຄື: ອັງກິດ, ຝລັ່ງ, ເຢຍລະມັນ, ຍີ່ປຸ່ນ, ໄທ, ລາວ, ອິນໂດເນເຊຍ, ກຳປູເຈຍ, ຈີນ, ລັດເຊຍ, ແອັດສະປາຍ, ສ.ເກົາຫຼີ ແລະ ລາຍການສະຫງວນໃຫ້ຊາວຫວຽດນາມ ຢູ່ຕ່າງປະເທດ ເພື່ອສ້າງຄວາມສະດວກໃຫ້ຜູ້ຟັງ, ຜູ້ອ່ານຂອງຫຼາຍປະເທດ. ໃນໄລຍະຈະມາເຖິງ, ຫວັງວ່າ, ເພື່ອນ ວັນນາລີ ຈະສືບຕໍ່ສົ່ງອີແມວມາຍັງລາຍການເພື່ອປະກອບຄຳເຫັນຫຼາຍກວ່າອີກ, ຊ່ວຍໃຫ້ລາຍການນັບມື້ນັບດີກວ່າເກົ່າ.

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 2

ໃນອາທິດຜ່ານມາ, ລາຍການພາກພາສາລາວ ໄດ້ຮັບຂໍ້ຄວາມສຽງຈາກເພື່ອນ ນິພາວັນ ບຸດດີ, ຢູ່ນະຄອນຫຼວງວຽງຈັນ, ໂດຍໃຫ້ຮູ້ວ່າ.

(ເພື່ອນ ນິພາວັນ ບຸດດີ)

        ເພື່ອນ ນິພາວັນ ບຸດດີ ທີ່ຮັກແພງ, ວັນມ໊ຽວ - ກວ໊ກຕືຢ໊າມ (ຮ່າໂນ້ຍ), ເຊິ່ງແມ່ນເຂດປູຊະນີຍະສະຖານປະຫວັດສາດ ມີຄວາມໝາຍເປັນສັນຍາລັກໃຫ້ວິວັດການພັດທະນາທາງດ້ານວັດທະນະທຳຂອງຫວຽດນາມ, ແມ່ນພະຍານຫຼັກຖານກ່ຽວກັບການປະກອບສ່ວນຂອງຫວຽດນາມ. ວັນມ໊ຽວ - ກວ໊ກຕືຢ໊າມ ແມ່ນກຸ່ມເຂດປູຊະນີຍະສະຖານທີ່ເປັນຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນແຖວໜ້າຂອງນະຄອນຫຼວງຮ່າໂນ້ຍ. ວັນມ໊ຽວ ໄດ້ຮັບການກໍ່ສ້າງມາແຕ່ປີ 1070 ພາຍໃຕ້ສະໄໝເຈົ້າຊີວິດ ລິ໊ແທ໊ງຕົງ (1054 -1072). ການອອກແບບສະຖາປັດຕະຍາກຳ ວັນມ໊ຽວ - ກວ໊ກຕືຢ໊າມ ຢູ່ 4 ແຈລ້ວນແຕ່ແມ່ນຖະໜົນ, ປະຕູໂຂງຕົ້ນຕໍທາງທິດໃຕ້ແມ່ນຖະໜົນ ກວ໊ກຕືຢ໊າມ, ທາງທິດເໜືອແມ່ນຖະໜົນ ຫງວຽນທ໊າຍຮອກ, ທາງທິດຕາເວັນຕົກແມ່ນຖະໜົນ ໂຕນດຶ໊ກທັ໊ງ, ທາງທິດຕາເວັນອອກແມ່ນຖະໜົນ ວັນມ໊ຽວ. ກຸ່ມເຂດສະຖາປັດຕະຍາກຳດັ່ງກ່າວມີເນື້ອທີ່ກວ້າງ 54,331 ຕາແມັດ. ຢູ່ຕໍ່ໜ້າ ວັນມ໊ຽວ ມີໜອງໃຫຍ່ເຊິ່ງເອີ້ນວ່າໜອງ ວັນເຈືອງ, ຊື່ເກົ່າແມ່ນ ທ໊າຍໂຮ່. ຢູ່ໃຈກາງໜອງມີດອນ ກິມເຈົາ, ເຊິ່ງແມ່ນບ່ອນດຳເນີນການຕີລາຄາບົດກະວີຂອງນັກຮຽນຮູ້ໃນເມື່ອກ່ອນ.

        ໃນເດືອນ ມິນາ 2010, UNESCO ໄດ້ຮັບຮອງເອົາແຜ່ນສີລາຫີນປະລິນຍາເອກ 82 ແຜ່ນໃນສະໄໝລາຊະວົງ ເລ - ໝາກ ຢູ່ວັນມ໊ຽວ - ກວ໊ກຕືຢ໊າມ ວ່າແມ່ນມໍລະດົກເອກະສານໂລກ ພາກພື້ນອາຊີ - ປາຊີຟິກ. ມາຮອດວັນທີ 27 ກໍລະກົດ 2011, ແຜ່ນສີລາຫີນເຫຼົ່ານັ້ນສືບຕໍ່ໄດ້ຮັບຮອງວ່າແມ່ນ ມໍລະດົກເອກະສານໂລກໃນຂອງເຂດທົ່ວໂລກ. ແຜ່ນສີລາຫີນ 82 ແຜ່ນຢູ່ ວັນມ໊ຽວ - ກວ໊ກຕືຢ໊າມ ແມ່ນບັນດາແຜ່ນສີລາປະລິນຍາເອກໜຶ່ງດຽວຢູ່ຫວຽດນາມ ແລະ ໂລກມີບົດບັນທຶກປະຫວັດສາດບັນດາການສອບສັງ ແລະ ທິດສະດີປັດຊະຍາຂອງເຈົ້ຳຊີວິດສະໄໝຕ່າງໆກ່ຽວກັບພື້ນຖານການສຶກສາ ແລະ ບຳລຸງສ້າງຂອງຫວຽດນາມ.

        ປະຈຸບັນ, ວັນມ໊ຽວ - ກວ໊ກຕືຢ໊າມ ແມ່ນສະຖານທີ່ທ່ອງທ່ຽວຂອງນັກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ, ພ້ອມກັນນັ້ນ ກໍ່ແມ່ນແຫ່ງເພື່ອຍ້ອງຍໍບັນດານັກຮຽນດີເດັ່ນ ແລະ ຍັງແມ່ນເຂດຈັດຕັ້ງວັນບຸນກະວີໃນວັນເພັງເດືອນຈຽງໃນແຕ່ລະປີອີກດ້ວຍ. ພິເສດ, ນີ້ຍັງແມ່ນແຫ່ງທີ່ນັກຮຽນ, ນັກສຶກສາມາ “ຂໍຄວາມໂຊກດີ” ກ່ອນການສອບສັງໃນແຕ່ລະເທື່ອ.

ຕອບກັບ

ຂ່າວ/ບົດ​ອື່ນ