ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍ ສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາ ລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1ພາບປະກອບ 

ເນື່ອງໃນໂອກາດປີໃໝ່ສາກົນ, ລາຍການພາສາລາວຂໍສົ່ງຄຳອວຍພອນໄຊໄປອັນປະເສີດຍັງບັນດາທ່ານຜູ້ຟັງ ແລະ ທ່ານຜູ້ອ່ານຂອງລາຍການພາກພາສາລາວ. ຂໍອວຍພອນໃຫ້ທ່ານຜູ້ຟັງ ຜູ້ອ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສຸກ ແລະ ບັນລຸໄດ້ຜົນສຳເລັດຫຼາຍຢ່າງໃນການດຳລົງຊີວິດຂອງຕົນ. ຕໍ່ໄປ, ພວກຂ້າພະເຈົ້າຂໍຄັດສະເໜີ ຄຳອວຍພອນຂອງເພື່ອນໄຊສົມພອນ ແລະ ເພື່ອນແກ້ວນິວົງ ທີ່ສົ່ງມາລາຍການໃນໂອກາດປີໃໝ່ນີ້:

ເພື່ອນພອນມານີ ໄດ້ສົ່ງ ຄຳຖາມ ມາຍັງລາຍການຜ່ານທາງອີແມວ ດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາເມື່ອຕິດຕາມຂ່າວຢູ່ເວັບໄຊ vovworld.vn, ຂ້າພະເຈົ້າຈຶ່ງຮູ້ວ່າ ເນື່ອງໃນໂອກາດໄປຢ້ຽມຢາມ ຫວຽດນາມຢ່າງເປັນທາງການຂອງທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ, ທ່ານໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 29 ລະຫວ່າງຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ. ຫວັງວ່າ ລາຍການຈະສະໜອງຂໍ້ມູນຂ່າວສານກ່ຽວກັບກອງປະຊຸມດັ່ງກ່າວໃຫ້ຂ້າພະເຈົ້າໄດ້ຮັບຮູ້ຕື່ມອີກ. ຂໍຂອບໃຈ!

ເພື່ອນ ພອນມະນີ ທີ່ຮັກແພງ! ວັນທີ 26 ທັນວາ, ຢູ່ຮ່າໂນ້ຍໄດ້ດຳເນີນກອງປະຊຸມປະຈຳປີຄັ້ງທີ 29 ລະຫວ່າງ ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ. ຄະນະຜູ້ແທນ ຫວຽດນາມແມ່ນ ທ່ານ ເລຮ່ວາຍຈຸງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ, ຫົວໜ້າຄະນະກຳມະການຊາຍແດນແຫ່ງຊາດເປັນຫົວໜ້າຄະນະ, ຄະນະຜູ້ແທນລາວແມ່ນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ, ຫົວໜ້າຄະນະກຳມະການຊາຍແດນລາວ - ຫວຽດນາມເປັນຫົວໜ້າຄະນະ.

        ທີ່ກອງປະຊຸມ, ສອງຝ່າຍໄດ້ເນັ້ນໜັກວ່າ ໃນໄລຍະທີ່ຜ່ານມາ ກຳລັງທີ່ມີໜ້າທີ່ຄວາມຮັບຜິດຊອບຂອງສອງຝ່າຍໄດ້ສົມທົບກັນຄຸ້ມຄອງຊາຍແດນຖືກຕ້ອງຕາມສັນຍາກ່ຽວກັບກົດລະບຽບຊາຍແດນ, ປະກອບສ່ວນປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາສະຖຽນລະພາບສະພາບການຄວາມໝັ້ນຄົງ, ຄວາມເປັນລະບຽບຮຽບຮ້ອຍຢູ່ເຂດຊາຍແດນ ເປັນຢ່າງດີ, ສືບຕໍ່ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ການຄົມມະນາຄົມ ແລະ ຂົນສົ່ງ, ເປັນຕົ້ນແມ່ນລະບົບຖະໜົນຫົນທາງຜ່ານບັນດາດ່ານຊາຍແດນລະຫວ່າງ ສອງປະເທດ.

        ບົນພື້ນຖານບັນດາໝາກຜົນທີ່ບັນລຸໄດ້, ສອງຝ່າຍໄດ້ເຫັນດີເປັນເອກະພາບ ຕໍ່ທິດທາງ ແລະ ມາດຕະການຮ່ວມມືໃນປີ 2020, ໃນນັ້ນຈຸດສຸມແມ່ນສົມທົບກັນປະຕິບັດ ເອກະສານ 2 ສະບັບແມ່ນ: ອະນຸສັນຍາກ່ຽວກັບເສັ້ນຊາຍແດນ ແລະ ຫຼັກໝາຍຊາຍແດນແຫ່ງຊາດ ແລະ ສັນຍາກ່ຽວກັບກົດລະບຽບຄຸ້ມຄອງຊາຍແດນ ແລະ  ດ່ານຊາຍແດນລະຫວ່າງ ຫວຽດນາມ - ລາວເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຢູ່ເຂດຊາຍແດນລະຫວ່າງສອງປະເທດ. ສິ້ນສຸດກອງປະຊຸມ, ສອງຝ່າຍໄດ້ລົງນາມບົດບັນທຶກລວມຮັບຮູູ້ໝາກຜົນຂອງກອງປະຊຸມ ແລະ ເຫັນດີເປັນເອກະພາບນຳກັນວ່າຈະຈັດຕັ້ງກອງປະຊຸມປະຈຳປີຄັ້ງທີ 30 ຂອງ ຄະນະຜູ້ແທນຊາຍແດນ ຫວຽດນາມ - ລາວ ໃນຕົ້ນ ໄຕມາດທີ IV ປີ 2020 ຢູ່ລາວ.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້. ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າພາກພາສາລາວ: ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມ ໃນເວັບໄຊ vovworld.vn ຂອງພວກເຮົາ

ຕອບກັບ

ຂ່າວ/ບົດ​ອື່ນ