ຈຸດ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ

(VOVWORLD) -ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 430 ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວ ໄດ້ຮັບຈົດໝາຍ 18 ສະບັບ.
ຈຸດ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 1U23  ຫວຽດນາມ ທີ່ຄວ້າໄດ້ແຊັມບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້ (ພາບ: tuoitre.vn)

ພາຍຫຼັງທິມບານເຕະ U23  ຫວຽດນາມ ທີ່ຄວ້າໄດ້ແຊັມບານເຕະ U23 ອາຊີຕາເວັນອອກສ່ຽງໃຕ້, ອາທິດຜ່ານມາ ພວກຂ້າພະເຈົ້າສືບຕໍ່ໄດ້ຮັບຄຳອວຍພອນເປັນຈຳນວນຫຼາຍຈາກທ່ານຜູ້ຟັງຕ່າງໆທີ່ໄດ້ຝາກມາ VOV5. ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ຊວນ ສີນາ, ຢູ່ ວຽງຈັນ ໄດ້ຂຽນວ່າ: “ໄຊຊະນະຂອງທິມບານເຕະ U23 ຫວຽດນາມ ມີຄວາມໝາຍພິເສດ ເຖິງວ່າຖືກຜົນກະທົບຈາກໂລກລະບາດໂຄວິດ - 19 ກໍ່ຕາມ ແຕ່ເຂົາເຈົ້າກໍ່ໄດ້ຜ່ານຜ່າຄວາມຫຍຸ້ງຍາກ ແລ້ວຢັ້ງຢືນເຈດຈຳນົງ, ນ້ຳໃຈຂອງຊາວ ຫວຽດນາມ. ສຸດຍອດຫຼາຍ!”. ເພື່ອນ Juan Diez ຢູ່ ແອັດສະປາຍ ຍັງແບ່ງປັນວ່າ: ໄຊຊະນະນີ້ ໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ພວມບືນຕົວຂຶ້ນດ້ວຍແຫຼ່ງກຳລັງວັງຊາທີ່ເຕັມປ່ຽມຂອງໄວໜຸ່ມ, ຂອງປະເທດທີ່ພວມພັດທະນາ ເພື່ອໄປທັນກັບປະເທດທີ່ພັດທະນາກ່ອນໃນທຸກຂົງເຂດ. ຫວຽດນາມ ໄດ້ກຽມພ້ອມເພື່ອຍາດໄດ້ໄຊຊະນະ ແລະ ຜົນງານຫຼາຍຢ່າງໃນທຸກດ້ານຂອງຊີວິດ, ເສດຖະກິດຕື່ມອີກ.”

ຂໍຂອບໃຈທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ສຳລັບຄຳອວຍພອນ ແລະ ຄຳແບ່ງປັນຂອງພວກທ່ານ , ພວກຂ້າພະເຈົ້າຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນທຸກໜ້າທີ່ການງານ ແລະ ສືບຕໍ່ເປັນກຳລັງໃຈໃຫ້ແກ່ກິລາ ຫວຽດນາມ ຕໍ່ໄປ. 

    ໃນຂໍ້ຄວາມຝາກເຖິງລາຍການຜ່ານ Facebook, ເພື່ອນ ຄຳມາ ຢູ່ ນະຄອນຫຼວງວຽງຈັນ ໄດ້ຂຽນມາວ່າ: ຜ່ານການຕິດຕາມຂ່າວໃນເວັບໄຊ vovworld.vn, ຂ້າພະເຈົ້າ ຮູ້ວ່າ ຮອດວັນທີ 15 ມີນນີ້, ການທ່ອງທ່ຽວ ຫວຽດນາມ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວສາກົນຢ່າງເປັນທາງການ. ປັດຈຸບັນ, ສະພາບການໂລກລະບາດໂຄວິດ - 19 ຢູ່ ລາວ ແລະ ຫວຽດນາມ ໄດ້ຮັບການຄວບຄຸມພໍສົມຄວນແລ້ວ. ໃນໄລຍະຈະມາເຖິງ, ຄອບຄົວຂ້າພະເຈົ້າຢາກໄປທ່ຽວ ຫວຽດນາມ ແຕ່ຍັງບໍ່ຮູ້ວ່າຊິເລືອກໄປທ່ຽວຢູ່ສດີ. ຫວັງວ່າ ທາງລາຍການຈະແນະນຳໃຫ້ຄອບຄົວຂ້າພະເຈົ້າດ້ວຍ. ຂໍຂອບໃຈ.”

ຈຸດ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 2ບັນຍາກາດໂຮ້ຍອານ ຍາມກາງຄືນ (ພາບ: dulichannam.com)

ເພື່ອນ ຄຳມາ ທີ່ຮັກແພງ! ຫວຽດນາມ ມີທິວທັດທຳມະຊາດ ແລະ ເຂດທ່ອງທ່ຽວທີ່ມີຊື່ສຽງຫຼາຍແຫ່ງຄື ອ່າວຮະລອງ, ຝູກວັກ, ຍາຈາງ, ດ່າໜັງ… ລ້ວນແຕ່ນອນໃນ Top ສະຖານທີ່ທ່ອງທ່ຽວດູດດື່ມ ໂດຍແຂກທ່ອງທ່ຽວ ແລະ ວາລະສານສາກົນຄັດເລືອກ. ປັດຈຸບັນ, ສະຖານທີ່ທ່ອງທ່ຽວຫຼາຍແຫ່ງຄື ຮ່າໂນ້ຍ, ກຽນຢາງ, ແຄັ໊ງຮວ່າ, ກວ໋າງນາມ… ລ້ວນແຕ່ກະກຽມແຜນການຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນ ຢ່າງປອດໄພ. ເພື່ອນ ພ້ອມດ້ວຍຄອບຄົວກໍສາມາດທາບທາມຂໍ້ມູນບັນດາສະຖານທີ່ດັ່ງກ່າວນັ້ນໄດ້. ແຕ່ໃນລາຍການມື້ນີ້, ພວກຂ້າພະເຈົ້າຢາກແນະນຳໃຫ້ເພື່ອນ ແລະ ທ່ານຜູ້ຟັງ ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ ແຂວງ ກວ໋າງນາມ - ເຊິ່ງເປັນເຈົ້າພາບຈັດປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2022.

ກວ໋າງນາມ ມີມໍລະດົກວັດທະນະທຳໂລກສອງແຫ່ງຄື ຄຸ້ມເມືອງເກົ່າໂຮ້ຍອານ ແລະ ເຂດວິຫານ ໝີເຊີນ. ຢູ່ທີ່ນີ້ຍັງມີຫາດຊາຍທະເລທີ່ສວຍງາມ ແລະ ດູດດື່ມຫຼາຍແຫ່ງຄື ຫາດຊາຍທະເລ ເກື໋ອດ້າຍ, ອານບ່າງ, ຮ່າມີ…. ພິເສດ, ປີ 2022 ນີ້ ແຂວງ ກວ໋າງນາມ ຈະຈັດຕັ້ງການເຄື່ອນໄຫວວັດທະນະທຳ, ສິລະປະຂະໜາດໃຫຍ່ນ້ອຍເກືອບ 700 ເຫດການ ສະຫຼັບກັບການບໍລິການທ່ອງທ່ຽວ. ບໍ່ພຽງແຕ່ເທົ່ານັ້ນ, ເມື່ອມາຢ້ຽມຢາມດິນແດນແຫ່ງນີ້, ທ່ານຍັງໄດ້ຊິມບັນດາເຍື່ອງອາຫານ ແລະ ຄົ້ນຫາຄວາມງາມທາງດ້ານວັດທະນະທຳ ຈຳປາ ທີ່ເປັນເອກະລັກສະເພາະອີກດ້ວຍ. ພວກຂ້າພະເຈົ້າຫວັງວ່າ ນີ້ຈະແມ່ນຂໍ້ມູນທີ່ເປັນປະໂຫຍດເພື່ອໃຫ້ທ່ານໄດ້ສຶກສາ ແລະ ຂຶ້ນແຜນໄປຄົ້ນຫາ ຫວຽດນາມ ໃຫ້ແກ່ຄອບຄົວຂອງຕົນ.

ກ່ອນທີ່ຈະສິ້ນສຸດລາຍການມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ເຫວີຍເວີ໊ຍ ຢູ່ ກວາງຕຸງ, ຈີນ ກ່ຽວກັບຈຸດພິເສດໃນການພົວພັນລະຫວ່າງ ຫວຽດນາມ - ລາວ.

ຈຸດ​ພິ​ເສດ​ໃນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ - ảnh 3ປະທານ ໂຮ່ຈີມິນ ແລະ ປະທານ ໄກສອນ ພົມວິຫານ  (ພາບເອກະສານ)

ພວກຂ້າພະເຈົ້າຮູ້ສຶກດີໃຈທີ່ເພື່ອນ ເຫວີຍເວີ໊ຍ ໄດ້ສົນໃຈເຖິງສາຍພົວພັນ ຫວຽດນາມ - ລາວ, ໃນຂະນະທີ່ສອງປະເທດພວມຈັດຕັ້ງການເຄື່ອນໄຫວຫຼາຍຢ່າງແກ່ປີສາມັກຄີມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022 - ສະເຫຼີມສະຫຼອງ 2 ເຫດການສຳຄັນຄື: ວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ, ລາວ - ຫວຽດນາມ ຄົບຮອບ 60 ປີ (5/9/1962 - 5/9/2022) ແລະ 45 ປີແຫ່ງວັນສອງປະເທດເຊັນສົນທິສັນຍາມິດຕະພາບຫວຽດນາມ - ລາວ, ລາວ ຫວຽດນາມ (18/07/1977 – 18/07/2022). ນີ້ກໍແມ່ນໂອກາດເພື່ອໃຫ້ພວກເຮົາຫວນຄືນມູນເຊື້ອອັນດີງາມຂອງທັງສອງຊາດ.

ໃນປະຫວັດສາດແຫ່ງການພົວພັນສາກົນ, ນັບແຕ່ກ່ອນມາຮອດປັດຈຸບັນ, ສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແມ່ນແບບຢ່າງທີ່ພົ້ນເດັ່ນ ແລະ ຫາຍາກກ່ຽວກັບຄວາມຜູກພັນອັນໝັ້ນແກ່ນໜຽວແໜ້ນ, ຊື່ສັດ, ບໍລິສຸດຜຸດຜ່ອງ ແລະ ເຕັມໄປດ້ວຍປະສິດທິຜົນລະຫວ່າງສອງຊາດໃນພາລະກິດຕໍ່ສູ້ເພື່ອເອກະລາດ, ເສລີພາບ ແລະ ຄວາມກ້າວໜ້າສັງຄົມ. ສາຍພົວພັນໄມຕີຈິດມິດຕະພາບ, ຄວາມສາມັກຄີແບບພິເສດ, ການຮ່ວມມມືຮອບດ້ານນັ້ນ ໄດ້ສ້າງຂີດໝາຍຜ່ານຫຼາຍໄລຍະປະຫວັດສາດ.

ຫວຽດນາມ - ລາວ ມີຫຼາຍຈຸດທີ່ຄ້າຍຄືກັນ. ດ້ວຍເສັ້ນຊາຍແດນຮ່ວມກັນມີຄວາມຍາວກວ່າ 2000 km, ແຕ່ກີ້ແຕ່ກ່ອນປະຊາຊົນຢູ່ລຽບຕາມ 2 ຟາກຊາຍແດນ ໄດ້ມີການໄປມາຫາສູ່, ພົວພັນແລກປ່ຽນຄ້າຂາຍເປັນປະຈຳ ແລະ ມີສາຍພົວພັນຢ່າງສະໜິດສະໜົມ, ໃກ້ຊິດກັນຄືບ້ານພີ່ເມືອງນ້ອງ.

ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ - ລາວ ໂດຍປະທານ ໂຮ່ຈີມິນ ພ້ອມດ້ວຍປະທານສຸພານຸວົງ, ປະທານ ໄກສອນ ພົມວິຫານ ແລະ ການນຳປະຕິວັດຂອງສອງປະເທດກໍ່ຕັ້ງໄດ້ເປັນພື້ນຖານ ເພື່ອໃຫ້ການນຳລຸ້ນຕ່າງໆ, ນັກຮົບປະຕິວັດ, ປະຊາຊົນສອງປະເທດເພີ່ມພູນຄູນສ້າງ ພັດທະນາໃຫ້ກາຍເປັນສາຍພົວພັນທີ່ຊື່ສັດ, ບໍລິສຸດຜຸດຜ່ອງ, ພິເສດ, ເປັນສາຍພົວພັນທີ່ເປັນແບບຢ່າງ, ແມ່ນຊັບສົມບັດອັນລ້ຳຄ່າຂອງປະຊາຊົນສອງປະເທດ.

ສາຍພົວພັນລະຫວ່າງ ຫວຽດນາມ ແລະ ລາວ ຍິ່ງສະໜິດແໜ້ນ ແລະ ພັດທະນາກວ່າ ເມື່ອທັງສອງປະເທດ ໄດ້ເຫັນດີສ້າງຕັ້ງສາຍພົວພັນທາງການທູດໃນປີ 1962 ແລະ ເຊັນສົນທິສັນຍາມິດຕະພາບການຮ່ວມມືຢ່າງເປັນທາງການໃນປີ 1977. ສອງປະເທດໄດ້ຄຽງບາຄຽງໄຫຼ່, ອູ້ມຊູຊ່ວຍເຫຼືອເຊິ່ງກັນແລະກັນໃນທຸກຍຸກ, ທຸກສະໄໝ, ໂດຍສະເພາະແມ່ນໃນພາລະກິດຕໍ່ສູ້ຕ້ານສັດຕູຕົວດຽວກັນ; ຊ່ວຍເຫຼືອກັນໃນເວທີປາໄສຂອງພາກພື້ນ ແລະ ສາກົນ. ທຸກຂັ້ນ, ທຸກຂະແໜງການນັບແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນລ້ວນແຕ່ຮ່ວມມື, ຊ່ວຍເຫຼືອກັນ, ພ້ອມກັນພັດທະນາໃນທຸກຂົງເຂດ. ຫວ່າງມໍ່ໆມານີ້, ເມື່ອໂລກລະບາດໂຄວິດ - 19 ແຜ່ລະບາດຢູ່ລາວ, ຫວຽດນາມ ແມ່ນປະເທດທຳອິດທີ່ຈັດຖ້ຽວບິນພິເສດຂົນສົ່ງວັດຖຸອຸປະກອນການແພດ, ນັກຊ່ຽວຊານຂັ້ນສູງໄປຊ່ວຍເຫຼືອລາວ ຕ້ານໂລກລະບາດໂຄວິດ - 19. ເຖິງວ່າປະສົບກັບຄວາມຫຍຸ້ງຍາກກໍຕາມ, ແຕ່ ລາວ ກໍຊ່ວຍເຫຼືອ ແລະ ປະກອບສ່ວນບໍ່ໜ້ອຍເຂົ້າໃນບັ້ນຕ້ານໂລກລະບາດໂຄວິດ - 19 ທີ່ແຜ່ລະບາດຄັ້ງທີ 4 ຢູ່ ຫວຽດນາມ.

ໃນຂົງເຂດລົງທຶນຂອງວິສາຫະກິດ ຫວຽດນາມ ຢູ່ ລາວ, ມາຮອດປັດຈຸບັນ, ມີຫຼາຍໂຄງການໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ. ທຶນຊ່ວຍເຫຼືອຫຼ້າຂອງ ຫວຽດນາມ ທີ່ສະຫງວນໃຫ້ລາວ ກໍເພີ່ມຂຶ້ນຕາມແຕ່ລະປີ. ຍ້ອນ ລາວ ແມ່ນປະເທດທີ່ບໍ່ທາງອອກສູ່ມີທະເລ, ສະນັ້ນ ຫວຽດນາມ ໄດ້ສ້າງເງື່ອນໄຂເພື່ອໃຫ້ ລາວ ໄດ້ນຳໃຊ້ທ່າກ່ຳປັ່ນ ຫວູງອ໊າງ 1, 2, 3 ຊ່ວຍໃຫ້ລາວ ມີຄວາມສະດວກໃນການຂົນສົ່ງນຳເຂົ້າ - ສົ່ງອອກສິນຄ້າຜ່ານການເດີນເຮືອ. ຫວຽດນາມ ກໍໃຫ້ການຊ່ວຍເຫຼືອບັນດາກິດຈະກຳທີ່ຈຳເປັນຄືໂຮງຮຽນ, ໂຮງໝໍ, ຖະໜົນຫົນທາງໃຫ້ແກ່ລາວ. ເພື່ອພ້ອມເພີ່ມພູນຄູນສ້າງສາຍພົວພັນແບບພິເສດຂອງສອງປະເທດ, ສອງປະເທດໄດ້ຊຸກຍູ້ການສ້າງບັນດາໂຄງການເຊື່ອມຕໍ່ເສດຖະກິດ ແລະ ທາງຄົມມະນາຄົມ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ ແລະ ວຽກງານການທູດປະຊາຊົນ, ເອົາໃຈໃສ່ ແລະ ຍູ້ແຮງວຽກງານການສຶກສາຄົນລຸ້ນໜຸ່ມ, ພົ້ນເດັ່ນແມ່ນຈຳນວນທຶນການສຶກສາແລກປ່ຽນລະຫວ່າງສອງປະເທດນັບມື້ນັບເພີ່ມຂຶ້ນ… ສ້າງກຳລັງສືບທອດເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ພ້ອມກັນພັດທະນາເພື່ອຜົນປະໂຫຍດລວມຂອງສອງປະເທດ ແລະ ຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນຂໍ້ມູນພື້ນຖານໃນສາງປະຫວັດສາດມູນເຊື້ອອັນລ້ຳຄ່າຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ. ເພື່ອມີຄວາມເຂົ້າໃຈຈະແຈ້ງກວ່າກ່ຽວກັບການເຄື່ອນໄຫວພົວພັນແລກປ່ຽນ, ການຮ່ວມມືຂອງສອງປະເທດ, ເຊີນທ່ານຕິດຕາມຄໍລຳ ຫວຽດນາມ - ລາວ ໃນເວັບໄຊ vovworld.vn ຂອງພວກຂ້າພະເຈົ້າ. ພິເສດ, ໃນປີ 2022  - ປີສາມັກຄີ, ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ ພວກຂ້າພະເຈົ້າຈະອັບເດດການເຄື່ອນໄຫວທີ່ມີຄວາມໝາຍຫຼາຍຢ່າງ ທີ່ຈັດຂຶ້ນຢູ່ທັງສອງປະເທດເພື່ອໃຫ້ທ່ານຜູ້ຟັງໄດ້ຮັບຊາບ. ເຊີນທ່ານຕິດຕາມອ່ານ.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂໍຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີ ຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ