ໃນອາທິດຜ່ານມາ ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, email, ແລະໂທລະສັບຈາກທ່ານຜູ້ຟັງທີ່ຝາກມາລາຍການ, ໃນນັ້ນໄດ້ສະແດງຄວາມສົນໃຈເຖິງບັນ ດາສະຖານທີ່ທ່ອງທ່ຽວທີ່ລືຊື່ຢູ່ນະຄອນໃຫຍ່ຈຳນວນໜຶ່ງຂອງຫວຽດນາມ. ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກເຮົາຂໍຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງມີຄວາມສົນໃຈ. ເຊີນທ່ານຮັບຟັງ.
ເພື່ອນ ບົວຈັນ ເພງສະຫວັດຢູ່ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ. ຂ້າ ພະເຈົ້າໄດ້ຍີນວ່າ ນະຄອນ ຫາຍຝ່ອງ ແມ່ນນະຄອນທ່າກ່ຳປັ່ນ. ຫາຍຝ່ອງຍັງແມ່ນສະຖານທີ່ຕິດພັນກັບປະຫວັດສາດແຫ່ງການຕໍ່ສູ້ຕ້ານລ່າເມືອງຂຶ້ນ ຝລັ່ງ. ປະຈຸບັນ ທ່າກ່ຳປັ່ນ ຫາຍຝ່ອງ ແມ່ນແຫ່ງພັດທະນາເສດຖະກິດທີ່ຂະຫຍັນຂັນເຂື່ອນຢູ່ພາກເໜືອຫວຽດນາມ. ຜ່ານລາຍການຂ້າພະເຈົ້າຢາກຮູ້ຕື່ມອີກກ່ຽວກັບ ທ່າກ່ຳປັ່ນ ຫາຍຝ່ອງ.
ເພື່ອນ ບົວຈັນ ເພງສະຫວັດ ທີ່ຮັກແພງ. ທ່າກ່ຳປັ່ນ ຫາຍຝ່ອງ ໄດ້ຮັບການກໍ່ສ້າງຂຶ້ນເມື່ອປີ 1874 ແລະເລີ່ມນຳເຂົ້າເຄື່ອນໄຫວເມື່ອປີ 1876. ໃນສະໄໝລ່າເມືອງຂຶ້ນຝລັ່ງ ເມື່ອທ້າຍສະຕະວັດທີ 19 ຕົ້ນສະ ຕະວັດທີ 20, ທ່າກ່ຳປັ່ນ ຫາຍຝ່ອງ ແມ່ນທ່າກ່ຳປັ່ນໃຫຍ່ກວ່າໝູ່ຢູ່ພາກເໜືອ, ແມ່ນຊຸມທາງຄົມມະນາຄົມບົນທະເລທີ່ສຳຄັນ, ທັງແມ່ນສູນກາງອຸດສາຫະກຳ. ໃນໄລຍະ 1955 – 1975, ດ້ວຍບົດບາດແມ່ນນະຄອນທ່າກ່ຳປັ່ນໃຫຍ່ກວ່າໝູ່ຂອງພາກເໜືອ, ທ່າກ່ຳປັ່ນ ຫາຍຝ່ອງ ແມ່ນແຫ່ງຮັບເອົາເຄື່ອງຊ່ວຍເຫຼືອຈາກສາກົນ, ນີ້ກໍ່ແມ່ນບ່ອນເລີ່ມຕົ້ນຂອງເສັ້ນທາງ ໂຮ່ຈີມິນ ບົນທະເລ. ປະຈຸບັນ, ເມື່ອເຕື້ອງເຖິງ ຫາຍຝ່ອງ, ຄວາມປະທັບໃຈທຳອິດຂອງນັກທ່ອງທ່ຽວແຕ່ລະຄົນນັ້ນແມ່ນ ຢູ່ທີ່ນີ້ມີກ່ຳປັ່ນເຂົ້າອອກຢ່າງຄຶກໂຄມໜາແໜ້ນ, ສິນຄ້າກໍ່ຖືກຂົນສົ່ງໄປຍັງທົ່ວປະເທດ, ພິເສດແມ່ນຢູ່ 17 ແຂວງ ທາງພາກເໜືອ, ບັນດາແຂວງທາງພາກໃຕ້ຂອງຈີນ, ພາກເໜືອຂອງລາວ ແລະ ໄປຍັງປະເທດຕ່າງໆ. ທ່າກ່ຳປັ່ນ ຫາຍຝ່ອງ ກໍ່ມີຊື່ໃນແຜນທີ່ເດີນທະເລສາກົນ. ນອກນັ້ນ, ຈາກ ທ່າກ່ຳປັ່ນ ຫາຍຝ່ອງ ລູກຄ້າສາມາດຂົນສົ່ງສິນຄ້າໄປຍັງທ່າກ່ຳປັ່ນຕ່າງໆຢູ່ໃນໂລກທາງທະເລ ຫຼືຂົນສົ່ງດ້ວຍທາງນ້ຳ, ທາງລົດໄຟ, ທາງບົກ ໄປຍັງບັນດາເຂດເສດຖະ ກິດຈຸດສູມຂອງຫວຽດນາມ, ບັນດາແຂວງທາງພາກໃຕ້ຂອງຈີນ ໃນໄລ ຍະເວລາສັ້ນສຸດ ແລະ ມີປະສິດທິຜົນທີ່ສຸດ.
ສ່ວນເພື່ອນ ວຽງສະຫວັນ ຢູ່ແຂວງ ອຸດົມໄຊ ກໍ່ຝາກຈົດໝາຍເຖິງລາຍການໂດຍແບ່ງປັນວ່າ: ປະຈຸບັນ ຂ້າພະເຈົ້າແມ່ນນັກສຶກສາລາວທີ່ພວມຮ່ຳຮຽນໃນພະແນກປະຫວັດສາດມະຫາວິທະຍາໄລ ວິທະຍາສາດ ສັງຄົມ ມະນຸດຊາດ. ກ່ານທີ່ຈະຊອກຮູ້ຫໍພິພິດທະພັນປະຫວັດສາດ ຫວຽດນາມ, ຂ້າພະເຈົ້າຂໍໃຫ້ທາງວິທະຍຸກະຈາຍສຽງພາກພາສາລາວແນະນຳໂດຍຫຍໍ້ກ່ຽວກັບຫໍພິພິດທະພັນດັ່ງກ່າວ ເພື່ອໃຫ້ການຄົ້ນຄ້ວາຂອງຂ້າພະເຈົ້າໄດ້ຮັບໝາກຜົນດີ.
ເພື່ອນ ວຽງສະຫວັນ ທີ່ຮັກແພງ! ຫໍພິພິດທະພັນ ປະຫວັດສາດ ຫວຽດນາມ ຕັ້າຢູ່ໄກ້ກັບໂຮງລະຄອນໃຫຍ່ຂອງນະຄອນຫຼວງ ຮ່າໂນ້ຍ, ປະຈຸບັນ, ຫໍພິພິດທະພັນ ໄດ້ວາງສະແດງວັດຖຸພັນຫຼາຍຢ່າງທີ່ມີຄຸນຄ່າໃນໄລຍະປະຫວັດສາດຕ່າງໆຂອງຫວຽດນາມ. ຫໍພິພິດທະພັນ ແມ່ນກິດຈະກຳ ສະຖາປັດຕະຍາກຳທີ່ສວຍງາມ ມີເນື້ອທີ່ວາງສະແດງ ກວ່າ 2000 ຕາລາງແມັດ. ເມື່ອມາຢ້ຽມຢາມຫໍພິພິດທະພັນປະຫວັດສາດ ຫວຽດນາມ, ເພື່ອນຈະມີໂອກາດຊອກຮູ້ປະຫວັດສາດຫວຽດນາມ ນັບແຕ່ສະໄໝກ່ອນປະຫວັດສາດ. ທຳອິດແມ່ນຫ້ອງວາງສະແດງແນະນຳບັນດາ ວັດຖຸພັນໃນສະໄໝກ່ອນປະຫວັດສາດ, ເຊິ່ງລວມມີວັດຖຸພັນນັບແຕ່ສະໄໝເຄື່ອງຫີນກ່ອນນີ້ນັບແສນປີ. ຕໍ່ຈາກນັ້ນແມ່ນຫ້ອງວາງສະແດງວັດຖຸພັນກ່ຽວກັບພື້ນຖານອະລິຍະທຳຂອງຊາວ ຫວຽດ ບູຮານໃນບັນດາສະໄໝເຈົ້າຊີວິດ ຮຸ່ງ. ບັນດາວັດຖຸພັນທີ່ວາງສະແດງຢູ່ທີ່ນີ້ແມ່ນອຸດົມສົມ ບູນ, ມັນຈະຊ່ວຍໃຫ້ຜູ້ຊົມເຫັນໄດ້ການພັດທະນາຢ່າງຕໍ່ເນື່ອງຂອງພື້ນ ຖານວັດທະນະທຳບູຮານຢູ່ຫວຽດນາມ. ພິເສດແມ່ນບັນດາວັດຖຸພັນ ທີ່ຂຶ້ນກັບພື້ນຖານວັດທະນະທຳ ດົງເຊີນ, ໃນນັ້ນມີກອງທອງທີ່ເປັນສັນຍາລັກ. ສຸດທ້າຍແມ່ນຫ້ອງວາງສະແດງກ່ຽວກັບໄຊຊະນະຂອງການປະຕິວັດເດືອນ 8/1945 ພ້ອມກັບວັດຖຸພັນອື່ນໆອີກຫຼາຍຢ່າງ. ມາຢ້ຽມຢາມຫໍພິພິດທະພັນປະຫວັດສາດຫວຽດນາມ ເພື່ອນຈະມີຄວາມເຂົ້າໃຈກວ່າກ່ຽວກັບປະຫວັດແຫ່ງການສ້າງສາ ແລະປົກປັກຮັກສາປະເທດຫວຽດນາມທີ່ມີມາແຕ່ດົນນານ.
ທ່ານຜູ້ຟັງທີ່ເຄົາລົບ! ຜ່ານການແນະນຳດັ່ງກ່າວຫວັງວ່າເພື່ອນບົວຈັນ ເພງສະຫວັດ ສາມາດມີຄວາມເຂົ້າໃຈຕື່ມກ່ຽວກັບນະຄອນ ທ່າກ່ຳປັ່ນ ຫາຍຝ່ອງ ກໍ່ຄືຊ່ວຍໃຫ້ເພື່ອນ ວຽງສະຫວັນ ມີຄວາມເຂົ້າໃຈກວ່າກ່ຽວກັບປະຫວັດສາດຂອງຫວຽດນາມ. ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍສຽງຫວຽດນາມ ຂໍຂອບໃຈທ່ານຜູ້ຟັງທີ່ໄດ້ມີຄວາມເອົາໃຈໃສ່ ແລະ ຝາກຈົດໝາຍມາແບ່ງປັນ, ປະກອບຄວາມເຫັນໃຫ້ແກ່ລາຍການ ເພື່ອເຮັດໃຫ້ລາຍການນັບມື້ນັບມ່ວນກວ່າ.