ເຂົ້າເໝົ້າ - ຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ

(VOVWORLD) - ເຂົ້າເໝົ້າແມ່ນຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ ແລະ ແມ່ນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳອາຫານການກິນຂອງນະຄອນຫຼວງ ຮ່າໂນ້ຍ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 440 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 32 ສະບັບຈາກທ່ານຜູ້ຟັງລາວ.
ເຂົ້າເໝົ້າ - ຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ - ảnh 1(ສະເຫຼີມສະຫຼອງ 79 ປີແຫ່ງວັນສ້າງຕັ້ງ VOV)

ໃນອາທິດຜ່ານມາ, ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍ, ອີເມວຫຼາຍ, ສົ່ງມາອວຍພອນ, ເນື່ອງໃນໂອກາດວັນຊາດທີ 2 ກັນຍາ ແລະ 79 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ. ໃນນັ້ນ:

ເພື່ອນ ນິລະພອນ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງອີເມວມາຫາລາຍການ, ໃນອີເມວມີຕອນຂຽນວ່າ: ຜ່ານເວັບໄຊຂອງ VOV5, ຂ້າພະເຈົ້າໄດ້ມີຫຼາກຫຼາຍຄວາມຮູ້ກວ່າກ່ຽວກັບບັນດາຜົນງານເຊິ່ງປະເທດ ແລະ ປະຊາຊົນ ຫວຽດນາມ ບັນລຸໄດ້ໃນໄລຍະ 79 ປີຜ່ານມາ. ຈາກປະເທດທີ່ຖືກຕັດແຍກ, ຂວ້ຳບາດ, ຫວຽດນາມ ບໍ່ພຽງແຕ່ປົດປ່ອຍຕົນເອງ, ໂຮມປະເທດຊາດເປັນເອກະພາບເທົ່ານັ້ນ, ຫາກຍັງບືນຕົວຂຶ້ນພັດທະນາຢ່າງແຮງ, ກາຍເປັນຄູ່່ວມມືສຳຄັນຂອງຫຼາຍປະເທດມະຫາອຳນາດໃນໂລກອີກດ້ວຍ”.

ເພື່ອນ ບຸນທະວີ ອິນທະວົງ, ຢູ່ນະຄອນຫຼວງ ວຽງຈັນ, ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: ຂ້າພະເຈົ້າໄດ້ຮູ້ວ່າ, ພະແນກກະຈາຍສຽງພາກພາສາຕ່າງປະເທດຂອງ VOV ໄດ້ອອກອາກາດແຕ່ວັນທີ 07 ກັນຍາ 1945. ຄາວນັ້ນ, ມີພຽງແຕ່ລາຍການພາກພາສາ ລັ່ງ, ັງກິດ ແລະ ພາສາ ກວາງຕຸງ (ຈີນ). ຕໍ່ຈາກນັ້ນມາ, ມີຫຼາຍພາສາຕ່າງປະເທດຕື່ມອີກ, ໄດ້ຊ່ວຍໃຫ້ຫຼາຍຄົມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ກວ່າ. ໃນໄລຍະ 79 ປີຜ່ານມາ, ບັນດາລາຍການກະຈາຍສຽງພາກສາຕ່າງປະເທດ VOV ໄດ້ພັດທະນາຢ່າງບໍ່ຢຸດຢັ້ງ ເພື່ອໃຫ້ສອດຄ່ອງກັບຄວາມນິຍົມຂອງຜູ້ຟັງຫຼາຍຄົນ. ຂ້າພະເຈົ້າຂໍອວຍພອນໃຫ້ VOV ພັດທະນາ, ບັນລຸຜົນສຳເລັດໃນການຫັນເປັນດີຈີຕອນ”.

ເພື່ອນ ຈັນທະວີໄຊ, ຢູ່ແຂວງ ຜົ້ງສາລີ ໄດ້ສົ່ງຂໍ້ຄວາມທາງ Facebook, ໃຫ້ຮູ້ວ່າ: ຜ່ານບັນດາພາຫະນະສື່ມວນຊົນ, ຂ້າພະເຈົ້າໄດ້ຮູ້ວ່າ, ຢູ່ຫຼາຍແຂວງທາງພາກເໜືອຂອງ ຫວຽດນາມ ຖືກພາຍຸ Yagi ພັດເຂົ້າທຳລາຍ, ໂດຍສະເພາະແມ່ນບັນດາແຂວງ, ຄື: ກວາງນິງ, ຫາຍຟ່ອງ. ວຽກງານແກ້ໄຂຜົນຮ້າຍພາຍຫຼັງພາຍຸພັດເຂົ້າຍັງບໍ່ທັນປະຕິບັດສຳເລັດໝົດ, ບັນດາແຂວງພູດອຍທາງພາກເໜືອ ພັດຖືກນ້ຳຖ້ວມ. ຂ້າພະເຈົ້າຂໍແບ່ງເບົາຄວາມເສົ້າສະຫຼົດໃຈຕໍ່ບັນດາຄອບຄົວຖືກເຄາະຮ້າຍ ແລະ ຂໍໃຫ້ມີສຸຂະພາບແຂງແຮງ, ຂໍໃຫ້ທຸກຄົນມີຄວາມປອດໄພ, ໄພທຳມະຊາດຈະຜ່ານໄປໂດຍໄວເພື່ອໃຫ້ການດຳລົງຊີວິດກັບຄືນສູ່ເປັນປົກກະຕິ.

ເຂົ້າເໝົ້າ - ຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ - ảnh 2(ປູຊະນີຍະສະຖານກຸງເກົ່າ ເຫ້ວ ໄດ້ຮັບການຮັບຮອງເອົາໃນປີ 1993)

ເພື່ອນ ບຸນທັດ, ຢູ່ແຂວງ ບໍລິຄຳໄຊ, ໄດ້ສົ່ງອີເມວມາຫາລາຍການ ຢາກຮູ້ວ່າ, ປະຈຸບັນ, ຫວຽດນາມ ມີມໍລະດົກທຳມະຊາດ ແລະ ວັດທະນາທຳໂລກຈັແຫ່ງທີ່ໄດ້ຮັບການຮັບຮອງເອົາຈາກອົງການ UNESCO. ນັ້ນແມ່ນບັນດາມໍລະດົກໃດແດ່?

ເພື່ອນ ບຸນທັດ ທີ່ຮັກແພງ, ປະຈຸບັນ, ມີທັງໝົດ 8 ມໍລະດົກໂລກຢູ່ ຫວຽດນາມ ແລະ ໄດ້ແບ່ງຄືດັ່ງຕໍ່ໄປນີ້:

ລະດົກທຳມະຊາດໂລກຢູ່ ຫວຽດນາມ: ລວມມີ 3 ມໍລະດົກ, ນັ້ນແມ່ນ

1.  ເຂດອ່າວ ຮະລອງ (ແຂວງ ກວາງນິງ): ໄດ້ຮັບການຮັບຮອງເອົາໃນປີ 1994.

2.  ປ່າສະຫງວນແຫ່ງຊາດ ຟອງຍາ - ແກບາງ (ແຂວງ ກວາງບິງ): ໄດ້ຮັບການຮັບຮອງເອົາໃນປີ 2003.

3.  ເຂດພູພຽງຫີນ ດົ່ງວັນ (ແຂວງ ຮ່າຢາງ): ໄດ້ຮັບການຮັບຮອງເອົາໃນປີ 2010.

ລະດົກວັດທະນະທຳໂລກຢູ່ ຫວຽດນາມ: ລວມມີ 5 ມໍລະດົກ, ນັ້ນແມ່ນ

1.  ປູຊະນີຍະສະຖານກຸງເກົ່າ ເຫ້ວ: ໄດ້ຮັບການຮັບຮອງເອົາໃນປີ 1993

2.  ເຂດດິນແດນສັກສິດ ມີ້ິ້ເຊີນ (ແຂວງ ກວາງນາມ): ໄດ້ຮັບການຮັບຮອງເອົາໃນປີ 1999

3.  ຖະໜົນເກົ່າ ໂຮ້ຍອານ (ແຂວງ ກວາງນາມ): ໄດ້ຮັບການຮັບຮອງເອົາໃນປີ 1999

4.  ເຂດປູຊະນີຍະສະຖານພະລາຊະວັງ ທັງລອງ (ຮ່າໂນ້ຍ): ໄດ້ຮັບການຮັບຮອງເອົາໃນປີ 2010.

5.  ກຳແພງສະໄໝ ໂຮ່ (ແຂວງ ແທັງຮວາ): ໄດ້ຮັບການຮັບຮອງເອົາໃນປີ 2011.

ນອກນັ້ນ, ໄລ່ມາຮອດປະຈຸບັນ, ຍັງມີ 31 ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງ ຫວຽດນາມ ໄດ້ຮັບການຮັບຮອງເອົາ ແລະ ຈົດຊື່ເຂົ້າບັນຊີລາຍຊື່ມໍລະດົກບໍ່ເປັນວັດຖຸທີ່ຕາງໜ້າໃຫ້ມວນມະນຸດຈາກອົງການ UNESCO, ຄື: ດົນຕີພະລາຊະວັງ ເຫ້ວ, ຂັບ ກວານຫໍ້ (ບັກນິງ, ບັກຢາງ), ງານບຸນ ຢອງ ຢູ່ວິຫານ ຊອັກ ແລະ ວິຫານ ຝູ່ດົງ (ຮ່າໂນ້ຍ)…

ເຂົ້າເໝົ້າ - ຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ - ảnh 3ເຂົ້າເໝົ້າແມ່ນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳອາຫານການກິນຂອງນະຄອນຫຼວງ ຮ່າໂນ້ຍ
(ພາບອິນເຕີເນັດ)

       ເພື່ອນ ນາດຕາມອນ ພັນທຸວົງ, ດຳລົງຊີວິດຢູ່ແຂວງ ຊຽງວາງ ໄດ້ໂທລະສັບມາຫາລາຍການ, ແບ່ງປັນວ່າ: ຮ່າໂນ້ຍ ມີຫຼາຍເຍື່ອງອາຫານທີ່ມີຊື່ສຽງ, ໃນນັ້ນ, ເຂົ້າເໝົ້າແມ່ນເຍື່ອງອາຫານທີ່ຂ້າພະເຈົ້າມັກທີ່ສຸດ. ຂ້າພະເຈົ້າຢາກຮູ້ວ່າ, ເຂົ້າເໝົ້າໄດ້ຂາຍໃນເວລາໃດ? ເຂົ້າເໝົ້າມີຈັກຊະນິດ?.

        ເພື່ອນ ນາດຕາມອນ ພັນທຸວົງ ທີ່ຮັກແພງ, ແຕ່ດົນນານມາແລ້ວ, ເຂົ້າເໝົ້າແມ່ນຂອງຕ້ອນຂອງຝາກທີ່ດີຍອດຂອງລະດູໃບໄມ້ຫຼົ່ນ ແລະ ແມ່ນຈຸດທີ່ເປັນເອກະລັກສະເພາະໃນວັດທະນະທຳອາຫານການກິນຂອງນະຄອນຫຼວງ ຮ່າໂນ້ຍ. ເຂົ້າເໝົ້າ ແມ່ນເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງ ຮ່າໂນ້ຍ, ໄດ້ເຮັດຈາກເຂົ້າໜຽວຫອມອ່ອນ. ເຂົ້າເໝົ້າເຄີຍໄດ້ຫໍ່ໄວ້ໃນໃບບົວ, ເຮັດໃຫ້ມີກິ່ນຫອມອ່ອນບວກກັບກິ່ນຫອມຂອງເມັດເຂົ້າ. ເຂົ້າເໝົ້າມີແຕ່ຕົ້ນເດືອນ 7 (ໄລ່ຕາມຈັນທະປະຕິທິນ) ແລະ ແກ່ຍາວເປັນເວລາປະມານ 3 ເດືອນ. ນີ້ກໍ່ແມ່ນຈຸດເວລາເມື່ອອາກາດເລີ່ມກ້າວໄປສູ່ລະດູໃບໄມ້ຫຼົ່ນ, ເໝາະສົມເພື່ອຮັບປະທານເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງຮ່າໂນ້ຍ.

        ເຂົ້າເໝົ້າ ຮ່າໂນ້ຍ ມີຫຼາຍຊະນິດທີ່ແຕກຕ່າງກັນ, ວິທີກິນ ແລະ ປຸງແຕ່ງເຂົ້າເໝົ້າກໍ ແຕກຕ່າງກັນ.

-     ເຂົ້າເໝົ້າຍາມຕົ້ນລະດູການ: ນີ້ແມ່ນເຂົ້າເໝົ້າເຮັດຈາກເຂົ້າອ່ອນຕົ້ນລະດູການ, ເມັດອ່ອນ, ໜຽວ.

-     ເຂົ້າເໝົ້າກາງລະດູການ: ເຂົ້າເໝົ້ານີ້ນຳໃຊ້ເຮັດຢໍ່ເຂົ້າເໝົ້າ.

-     ເຂົ້າເໝົ້າຍາມທ້າຍລະດູການ: ເຂົ້າເໝົ້າຈະມີເມັດໃຫຍ່ ແລະ ເຄີຍປຸງແຕ່ງເປັນເຂົ້າໜຽວເຂົ້າເໝົ້າ ຫຼື ເພື່ອເຮັດນ້ຳຫວານ.

ຕອບກັບ

ຂ່າວ/ບົດ​ອື່ນ