ບັນດາຜູ້ຖືກຕິດເຊື້ອພະຍາດ Covid-19 ຢູ່ຫວຽດນາມ ຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 302 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 37 ປະເທດ ແລະ ເຂດແຄ້ວນ.
ບັນດາຜູ້ຖືກຕິດເຊື້ອພະຍາດ Covid-19 ຢູ່ຫວຽດນາມ ຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ - ảnh 1(ພາບອີນເຕີແນັດ)

ໃນອາທິດຜ່ານມາ, ລາຍການພາກພາສາລາວ, VOV ສືບຕໍ່ໄດ້ຮັບອີແມວ ແລະ ຜ່ານ Facebook ຈາກທ່ານຜູ້ຟັງທີ່ສົ່ງຄຳອວຍພອນມາໃຫ້ ເນື່ອງໃນໂອກາດສະເຫຼີມສະຫຼອງ 90 ປີແຫ່ງວັນສ້າງຕັ້ງພັກກອມມູນິດຫວຽດນາມ (03 ກຸມພາ 1930 – 03 ກຸມພາ 2020). ໃນນັ້ນ,ເພື່ອນ ຈັນທະລາດ ໄດ້ສົ່ງຄຳອວຍພອນສະແດງຄວາມຊົມເຊີຍ ແລະ ປາດຖະໜາວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດຫວຽດນາມ, ຫວຽດນາມ ຈະບັນລຸໄດ້ບັນດາຜົນງານທີ່ໃຫຍ່ຫຼວງກວ່າອີກ, ປະກອບສ່ວນປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ພ້ອມທັງຍົກສູງທີ່ຕັ້ງ, ບົດບາດຂອງຫວຽດນາມ ໃນເວທີສາກົນ.

        ສ່ວນໃນຄຳສະແດງຄວາມເຫັນຜ່ານ Facebook ຂອງເພື່ອນ ອະນຸສັກ ໃຫ້ຮູ້ວ່າ: ໃນສະພາບການທີ່ລາວ ແລະ ຫວຽດນາມ ພວມເຊື່ອມໂຍງເຂົ້າກັບສາກົນຢ່າງເລິກເຊິ່ງ, ກວ້າງຂວາງຄືໃນປະຈຸບັນ, ພັກກອມມູນິດຫວຽດນາມ ແລະ ພັກປະຊາຊົນປະຕິວັດລາວ ສືບຕໍ່ເສີມຂະຫຍາຍມູນເຊື້ອມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ພັກ, 2 ລັດ ແລະ ປະຊາຊົນ 2 ປະເທດ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ປະເທດ.

ເພື່ອນ ຈະເລີນສຸກ, ຢູ່ ທ່າແຂກ,  ໄດ້ໂທລະສັບມາຍັງລາຍການ ໂດຍແບ່ງປັນວ່າ: ຂ້າພະເຈົ້າຕິດຕາມລາຍການກະຈາຍສຽງພາກພາສາລາວ ຂອງ VOV ເປັນປະຈຳ. ຂໍຂອບໃຈລາຍການພາກພາສາລາວທີ່ໄດ້ນຳເອົາບັນດາຂໍ້ມູນຂ່າວທີ່ມີປະໂຫຍດມາໃຫ້ຂ້າພະເຈົ້າ ກໍຄືປະຊາຊົນລາວ ຫຼາຍຄົນ. ຂ້າພະເຈົ້າເຫັນວ່າ, ລາຍການໄດ້ປະກອບສ່ວນບໍ່ແມ່ນໜ້ອຍໃຫ້ແກ່ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ. ເຖິງວ່າ, ບັນດາອ້າຍເອື້ອຍບັນນາທິການໃນລາຍການ ຄ້າງຄາກັບວຽກງານກໍ່ຕາມ, ແຕ່ວ່າ ໃນແຕ່ລະເທື່ອເມື່ອພວກຂ້າພະເຈົ້າມີຄຳຖາມສົ່ງເຖິງລາຍການ ເພື່ອຢາກຊອກຮູ້ບັນຫາໃດໜຶ່ງນັ້ນ, ອ້າຍເອື້ອຍບັນນາທິການ ກໍ່ມີຄຳຕອບໃຫ້ຢ່າງວ່ອງໄວ ແລະ ທັນການ. ຂໍອວຍພອນໃຫ້ພວກອ້າຍເອື້ອຍບັນນາທິການຈົ່ງປະຕິບັດສຳເລັດວຽກງານທີ່ໄດ້ຮັບມອບໝາຍເປັນຢ່າງດີ, ຂຽນບັນດາຂ່າວ, ບົດມ່ວນໆໃຫ້ທ່ານຜູ້ຟັງໄດ້ຮັບຊົມ, ຮັບຟັງຢ່າງທັນການ ແລະ ເປັນຂົວຕໍ່ຢ່າງແໜ້ນແຟ້ນໃຫ້ແກ່ການພົວພັນລະຫວ່າງ 2 ປະເທດຫວຽດນາມ - ລາວ.

ບັນດາຜູ້ຖືກຕິດເຊື້ອພະຍາດ Covid-19 ຢູ່ຫວຽດນາມ ຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ - ảnh 2Covid-19 ແມ່ນເຊື້ອພະຍາດຕິດແປດກຸ່ມ A

(ພາບປະກອບ: thanhnien.vn)

ເພື່ອນ ແກ້ວຄຳຕາ, ປະຈຸບັນພວມດຳລົງຊີວິດຢູ່ນະຄອນຫຼວງວຽງຈັນ ໄດ້ໂທລະສັບມາລາຍການໂດຍແບ່ງປັນວ່າ, ບັນດາຜູ້ຖືກຕິດເຊື້ອພະຍາດປອດອັກເສບທີ່ເກີດມາຈາກໄວຣັດ ໂຄໂຣນາ ສາຍພັນໃໝ່ (Covid-19) ຢູ່ຫວຽດນາມ ຈະໄດ້ຮັບການປິ່ນປົວໂດຍບໍ່ເສຍຄ່າ. ນີ້ແມ່ນຂໍ້ມູນຖືກຕ້ອງຕາມຄວາມຈິງຫຼືບໍ່?

ເພື່ອນ ແກ້ວຄຳຕາ ທີ່ຮັກແພງ! ຂໍ້ມູນຂ່າວເຊິ່ງເພື່ອນໄດ້ຮັບຮູ້ມານັ້ນແມ່ນຖືກຕ້ອງຕາມຄວາມຈິງ. ລະອຽດແມ່ນ, ໃນຂໍ້ຕົກລົງປະກາດເຊື້ອພະຍາດ ໂຄໂຣນາ ເຊິ່ງທ່ານນາຍົກລັດຖະມົນຕີຫວຽດນາມ ເຊັນປະກາດໃຊ້ໃນວັນທີ 01 ກຸມພາ ນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ກຳນົດວ່າ ນີ້ແມ່ນເຊື້ອພະຍາດຕິດແປດກຸ່ມ A, ມີໄພອັນຕະລາຍໃນລະດັບສຸກເສີນທົ່ວໂລກ ແລະ ຕິດແປດລະຫວ່າງຄົນຕໍ່ຄົນ. ຕາມຂໍ້ກຳນົດຂອງກົດໝາຍວ່າດ້ວຍການປ້ອງກັນ, ຕ້ານເຊື້ອພະຍາດຕິດແປດ ແລ້ວ, ບັນດາຜູ້ຕິດເຊື້ອພະຍາດທີ່ນອນໃນກຸ່ມ A ຈະໄດ້ປິ່ນປົວພະຍາດໂດຍບໍ່ເສຍຄ່າ. ສະນັ້ນ, ຜູ້ຕິດເຊື້ອພະຍາດ Covid-19 - ທີ່ກນອນໃນກຸ່ມ A ຈະໄດ້ປິ່ນປົວພະຍາດໂດຍບໍ່ເສຍຄ່າ. ທ່ານ ຫງວຽນນາມລຽນ, ຫົວໜ້າກົມແຜນການການເງິນ - ກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ສຳລັບບັນດາຜູ້ຖືກສົງໄສຕິດເຊື້ອພະຍາດ Covid-19 ຕ້ອງໄດ້ຕິດຕາມ, ແຍກຕົວອອກຢູ່ຕ່າງຫາກ, ຖ້າຫາກຜົນການວິໄຈອອກມາວ່າບໍ່ໄດ້ຕິດເຊື້ອພະຍາດ ຄົນເຈັບຜູ້ນັ້ນຈະໄດ້ຈ່າຍຄ່າປະກັນສຸຂະພາບຕາມຂໍ້ກຳນົດ. ສ່ວນໃນກໍລະນີຖືກຕິດເຊື້ອພະຍາດ Covid-19, ຈະໄດ້ປິ່ນປົວພະຍາດໂດຍບໍ່ເສຍຄ່າ.

ມີຂໍ້ມູນຂ່າວທີ່ກ່ຽວຂ້ອງກັບສະພາບການປ້ອງກັນ, ຕ້ານເຊື້ອພະຍາດ Covid-19. ໃນອາທິດຜ່ານມາ, ຫວຽດນາມ ໄດ້ສະເໜີຕົວເວັບໄຊດ້ວຍລະຫັດ https://ncov.moh.gov.vn/ ແລະ ໂປຼແກຼມມີຊື່ວ່າ “Sức khỏe Việt Nam” (ສຸຂະພາບຫວຽດນາມ) ເພື່ອແນໃສ່ຊ່ວຍໃຫ້ປະຊາຊົນກຳແໜ້ນສະພາບການເຊື້ອພະຍາດ ແລະ ຮັບເອົາຄວາມຮູ້ຕື່ມອີກໃນການປ້ອງກັນ, ຕ້ານເຊື້ອພະຍາດ ຕາມຄຳແນະນຳ, ຄຳກ່າວເຕືອນຈາກອົງການສາທາລະນະສຸກທີ່ມີວິຊາສະເພາະ ເພື່ອປ້ອງກັນຕົນເອງ ແລະ ວົງຄະນະຍາດ.

ຕອບກັບ

ຂ່າວ/ບົດ​ອື່ນ