ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2015

ອາ​ທິດ​ຜ່ານ​ມາ, ມີ​ຜູ້​ຟັງ, ຜູ້​ອ່ານຫຼາຍ​ທ່ານ​ໄດ້​ຝາກ​ຈົດ​ໝາຍ, ອີ​ແມວ ແລະ ໂທ​ລະ​ສັບ​ມາຫາ​ລາຍ​ການ​ຖາມ​ກ່ຽວ​ກັບ​ກອງ​ປະ​ຊຸມ​ໃຫ​ຍ່​ສະ​ຫະ​ພັນ​ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ຫາກໍ່​ດຳ​ເນີນ​​ຢູ່ ຮ່າ​ໂນ້ຍ. ນອກ​ຈາກນັ້ນ, ທ່ານ​ຜູ້​ຟັງ, ຜູ້​ອ່ານກໍ່​ເອົາ​ໃຈ​ໃສ່​ເຖິງ “ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ 2015” ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື​ແນວ​ໃດ?. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວ​ກ​ເຮົາ​ຂໍ​ຕອບ​ຄ​ຳ​ຖາ​ມ​ທີ່ທ່ານ​ຜູ້​ຟັງ​ຝາກ​ມາ​​ເຊິ່ງກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ເນື້ອ​ໃນ​ດັ່ງ​ກ່າວ.

        ເພື່ອນ ດອກ​ຕາ​ເວັນ, ແຂວງ ບໍ່​ແກ້ວ ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​​ໂດຍ​ແບ່ງ​ປັນ​​ວ່າ: “ຜ່ານສື່ມວນ​ຊົນ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ວ່າ: ທ່ານ​ນາງ​ປ​ະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ປາ​ນີ ຢາ​ທໍ່​ຕູ້ ໄດ້​​ຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132. ຂ້າ​ພະ​ເຈົ້າ​ຮູ້​ວ່າ, IPU ຄັ້ງ​ນີ້​ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ຂອບ​ຂະ​ໜາດ​ໃຫຍ່ທີ່​ສຸດ, ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ກ່​ວາ 1500 ທ່ານ ທີ່​ມາ​ຈາກ​ 5 ທະ​ວີບ. ຜ່ານ​ຊຸມ​ວັນ​ທຳ​ອິດ​​ຂອງ IPU 132, ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ບັນ​ດາ​ຜູ້​ແທນ​ສາ​ກົນ​ໄດ້ຕີ​ລາ​ຄາ​ສູງວຽກ​ງານ​ຈັດ​ຕັ້ງ​​ເຫດ​ການນີ້​ຂອງ ຫວຽດ​ນາມ. ແຕ່ຂ້າ​ພະ​ເຈົ້າ​​ຢາກ​ຮູ້​ລະ​ອຽດ​ກ່ຽວ​ກັບ​ການ​ຕີ​ລາ​ຄາ​ຂອງ​ຝ່າຍ ລາວ ຕໍ່ເຫດ​ການ​ສຳ​ຄັນ​ນີ້?”

        ເພື່ອນ ດອກ​ຕາ​ເວັນ ທີ່​ຮັກ​ແພງ, ແຕ່​ວັນ​ທີ 28/3 – 1/4, ກອງ​ປະ​ຊຸມ​ໃຫຍ່​ສ​ະ​ຫະ​ພັນ ລັດ​ຖະ​ສະ​ພາ​ສາ​ກົນ 132 (IPU 132) ແລະ ບັນ​ດາ​ກອງ​ປະ​ຊຸມ​ທີ່​ກ່ຽວ​ຂ້ອງ​ໄດ້​ດຳ​ເນີນ​ໄປ​ຢູ່ ຮ່າ​ໂນ້ຍ. ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ໃນ​ປະ​ຫວັດ​ສາດ​ຂອງ​ການ​ທູດ ຫວຽດ​ນາມ ນັບ​ແຕ່​ເມື່ອ ຫວຽດ​ນາມ ກາຍ​ເປັນ​ສະ​ມາ​ຊິກ​ທາ​ງ​ການ​ຂອງ​ IPU. ເນື່ອງ​ໃນ​ໂອ​ກາດນີ້, ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳ ລາວ ໄດ້​ມີ​ບົດ​ສຳ​ພາດ​ທ່ານ ດ​ຣ ກຸແກ້ວ ອັກ​ຄະ​ມົນ​ຕີ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ, ກຳ​ມະ​ການ​ຄະ​ນະ​ປະ​ຈຳ​ສະ​ພາ​ແຫ່ງ​ຊາດ, ຫົວ​ໜ້າ​​ກຳ​ມາ​ທິ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ແຫ່ງ​ຊາດ ລາວ, ສະ​ມາ​ຊິກ​ຄະ​ນະ​ຜູ້​ແທນ ລາວ ​ທີ່ເຂົ້າ​ຮ່ວມກອງ​ປະ​ຊຸມ IPU 132. ທ່ານ​ໄດ້​ຕີ​ລາ​ຄາ​ບົດ​ບາດ​ຂອງ ຫວຽດ​ນາມ ໃນ IPU ວ່າ:

ເທບ​ສຽງ​ທ່ານ  ກຸແກ້ວ ອັກ​ຄະ​ມົນ​ຕີ

        ເມື່ອ​ຕີ​ລາ​ຄາ​ກ່ຽວ​ກັບ​ຫົວ​ຂໍ້​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ເຊິ່ງ ຫວຽດ​ນາມ ໄດ້​ຍົກ​ອອກ​ມາ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້, ທ່ານ ດ​ຣ ກຸ​ແກ້ວ ອັກ​ຄະ​ມົນ​ຕີ, ໃຫ້​ຮູ້​ວ່າ:

ເທບ​ສຽງ​ທ່ານ  ກຸແກ້ວ ອັກ​ຄະ​ມົນ​ຕີ

ປີທ່ອງທ່ຽວແຫ່ງຊາດ ຫວຽດນາມ 2015 - ảnh 1

        ໃນ​ອາ​ທິດ, ທ່ານ ແກ້ວ​ມະ​ລີ, ແຂວງ ຫົວ​ພັນ ກໍ່​ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: “ຂ້າ​ພ​ະ​ເຈົ້າ​ຮູ້​ວ່າ, ປີ 2015 ໄດ້​ຮັບ​ການ​ເລືອກ​ເຟັ້ນແມ່ນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ ຫວຽດ​ນາມ ດ້ວຍ​ຫົວ​ຂໍ້ວ່າ “ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ”. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ບາງ​ເຫດ​ການ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ໃນ​ລາຍ​ການນີ້​ໄດ້​ບໍ່?

        ທ່ານ ແກ​້ວ​ມະ​ລີ ທ​ີ່​ເຄົາ​ລົບ, ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ ຫວຽດ​ນາມ ປີ 2015 ດ້ວຍ​ຫົວ​ຂໍ້ “ເຊື່ອມ​ຕໍ່​ບັນ​ດາ​ມໍ​ລະ​ດົກ​ໂລກ” ໂດຍ​ແຂວງ ແທງ​ຮ໋​ວາ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​. ນີ້​ແມ່ນ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້ ຫວຽດ​ນາມ ​ແນະ​ນຳ, ໂຄ​ສະ​ນາບັນ​ດາ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ມີ​ຮ​ູບ​ຮ່າງ ແລະ ບໍ່​ມີ​ຮູບ​ຮ່າງ, ບັນ​ດາ​ທັດ​ສະ​ນີ​ຍະ​ພາບທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ, ເປີດ​ກ້​ວາງ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພ​າບ, ການ​ເຊື່ອມ​ໂຍງ ແລະ ພັດ​ທະ​ນ​າ, ຍົກ​ສູງ​ທີ່ຕັ້ງ​ບົດ​ບາດ, ພາບ​ພົດ​ຂອງ​ປະ​ເທດ​ຊາດ, ຊາວ ຫວຽດ​ນາມ ເວົ້າ​ລ​ວມ, ຂອງ​ແຂວງ ແທງ​ຮ່​ວາ ເວົ້​າ​ສະ​ເພາະ​ກັບ​ແຂກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ. ຈະ​ມີ 44 ເນື້ອ​ໃນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ 2015 ເຊິ່ງ​ລວມ​ມີ: 12 ເຫດ​ການ​ໂດຍ​ກະ​ຊ​ວງ​ວັດ​ທະ​ນະ​ທຳ - ກິ​ລາ ແລະ ທ່ອງ​ທ່ຽວ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ, 12 ເຫດ​ການ​ໂດຍ​ແຂວງ ແທງ​ຮ໋​ວາ ຈັດ​ຕັ້ງ ແລະ 20 ເຫດ​ການ​ໂດຍ 15 ແຂວງ, ນະ​ຄອນ ​ທີ່ມີ​ມໍ​ລະ​ດົກ​ໂລກ​ຄື: ຟູ໋​ທໍ​້, ຮ່າ​ໂນ້ຍ, ກວາງ​ນີງ, ນິງ​ບີ່ງ, ເງະ​ອານ, ກວາງ​ບີ່ງ, ເທື່ອ​ທຽນ​ເຫ້ວ, ດ່າ​ໜັ້ງ, ນະ​ຄອນ ໂຮ່​ຈີ​ມິນ, ເລີມ​ດົ່ງ…  ຈັດ​ຕັ້ງ​ ແລະ ຈະ​ມີ 9 ເຫດ​ການ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ດຳ​ເນີນ​ໄປ​ໃນ​ເດືອນ 4/2015, ພົ້ນ​ເດັ່ນ​ແມ່ນ​ພິ​ທີ​ໄຂ​ປີ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈະໄດ້​ຮັບ​ການ​ຖ່າຍ​ທອດ​ສົດ​ທາງ​ໂທ​ລະ​ພາບ​ໃນ​ເວ​ລາ 20 ໂມງ​ຂອງ​ວັນ​ທີ 3/4, ຖະ​ໜົນ​ດອກ​ໄມ້ ເລ​ເລີ້ຍ, ງານ​ວາງ​ສະ​ແດງ​​ຮູບສິ​ລະ​ປະ “ດອກ​ບົວ​ໃນ​ຊີ​ວິດ​ການ​ເປັນ​ຢູ່​ຂອງວັດ​ທະ​ນະ​ທຳ ຫວຽດ”…

        ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 


ຕອບກັບ

ຂ່າວ/ບົດ​ອື່ນ