ແນະ​ນຳ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ​ອາ​ທິດ​ຜ່ານ​ມາ

(VOVWORLD) - ໃນອາທິດ, ເພື່ອນ ວິໄລສຸກ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ໃນຊຸມວັນຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ, ຢູ່ແຂວງຊາຍແດນ ລາວ - ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວ ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບການເຄື່ອນໄຫວນີ້ໄດ້ບໍ່? ຂໍຂອບໃຈ.”

ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 222 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 09 ສະບັບ. ທ່ານຜູ້ຟັງ, ຜູ້ອ່ານມີຄວາມສົນໃຈເຖິງບັນດາຂ່າວກ່ຽວກັບການພົວພັນ ຫວຽດນາມ - ລາວ ເຊິ່ງໄດ້ຈັດຕັ້ງໃນອາທິດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ. 

ແນະ​ນຳ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ​ອາ​ທິດ​ຜ່ານ​ມາ - ảnh 1ພາບປະກອບ

ໃນອາທິດ, ເພື່ອນ ວິໄລສຸກ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຍັງລາຍການດ້ວຍເນື້ອໃນວ່າ: “ໃນຊຸມວັນຜ່ານມາ, ຂ້າພະເຈົ້າໄດ້ຮູ້ວ່າ, ຢູ່ແຂວງຊາຍແດນ ລາວ - ຫວຽດນາມ ໄດ້ຈັດຕັ້ງການເຄື່ອນໄຫວ ກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນ. ຂ້າພະເຈົ້າຢາກຮູ້ແຈ້ງກ່ວາກ່ຽວກັບການເຄື່ອນໄຫວນີ້ໄດ້ບໍ່? ຂໍຂອບໃຈ.”

ເພື່ອນ ວິໄລສຸກ ທີ່ຮັກແພງ, ໃນລະຫວ່າງວັນທີ 28 – 29 ເມສາ, ກອງບັນຊາການທະຫານຊາຍແດນແຂວງ ດ້ຽນບຽນ ໄດ້ສົມທົບກັບຄະນະກຸສົນ ວັດ ລີງເຊີນ (ຮ່າໂນ້ຍ) ຈັດຕັ້ງການກວດ, ປິ່ນປົວພະຍາດ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ແລະ ມອບຂອງຂວັນໃຫ້ປະຊາຊົນຕາແສງ ຊີປາພິ່ນ, ເມືອງ ນ້ຳໂປ, ແຂວງ ດ້ຽນບຽນ ແລະ ບ້ານ ຫ້ວຍຫຼາ, ກຸ່ມບ້ານ ນາເລີມ, ເມືອງໃໝ່, ແຂວງ ຜົ້ງສາລີ (ສປປ ລາວ). ຄະນະໄດ້ດຳເນີນການກວດ, ປິ່ນປົວພະຍາດ, ໃຫ້ຄຳປຶກສາດ້ານສຸຂະພາບ, ແຈກຢາຍຢຸກຢາໂດຍບໍ່ເສຍຄ່າໃຫ້ປະຊາຊົນ 1.500 ເທື່ອຄົນຂຶ້ນກັບ 13 ບ້ານຢູ່ເຂດຊາຍແດນ 2 ປະເທດ. ບັນດາພະຍາດທີ່ພໍ່ແມ່ປະຊາຊົນເຄີຍຕິດກ່ຽວຂ້ອງເຖິງລະບົບທາງເດີນຫາຍໃຈ, ຜິວໜັງ, ກະດູກ…

ໃນວິວັດການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນ, ບັນດາທ່ານໝໍໄດ້ພົບເຫັນພະຍາດຮ້າຍແຮງບາງກໍລະນີຄື: ເປັນພະຍາດໝາກຫົວໃຈມາແຕ່ເກີດ, ປອດອັກແສບ ແລະ ດຳເນີນການຊ່ວຍສຸກເສີນໃຫ້ 2 ກໍລະນີຖືກອຸປະຕິເຫດທາງຫຼອດເລືອດໃນສະໝອງ… ນອກຈາກນັ້ນ, ຄະນະໄດ້ແຈກຢາຍຢຸກຢາໂດຍບໍ່ເສຍຄ່າ ດ້ວຍມູນຄ່າຂຶ້ນເຖິງ 150 ລ້ານດົ່ງ.

ກໍ່ເນື່ອງໃນໂອກາດນີ້, ຄະນະກຸສົນວັດ ລີງເຊີນ ໄດ້ມອບຂອງຂວັນ 500 ພູດໃຫ້ບັນດາຄອບຄົວທີ່ປະສົບກັບຄວາມຫຍຸ້ງຍາກຢູ່ບັນດາບ້ານ 2 ຝາກຊາຍແດນ 2 ປະເທດ ຫວຽດນາມ - ລາວ. ຂອງຂວັນແຕ່ລະພູດລວມມີ ເຂົ້າສານ, ໝີ່ສຳເລັດຮູບ, ເຄື່ອງປຸງແຕ່ງອາຫານ…ດ້ວຍມູນຄ່າປະມານ 400.000 ດົ່ງ/ພູດ, ຂອງຂວັນລວມຍອດມູນຄ່າທັງໝົດແມ່ນກ່ວາ 200 ລ້ານດົ່ງ. ຫວັງວ່າ, ແຫຼ່ງຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນ ວິໄລສຸກ ເຂົ້າໃຈກ່ວາກ່ຽວກັບການເຄື່ອນໄຫວນີ້.

ແນະ​ນຳ​ການ​ເຄື່ອ​ນ​ໄຫວ​ຕ່າງໆ​ລະ​ຫວ່າງ ຫວຽດ​ນາມ - ລາວ ໃນ​ອາ​ທິດ​ຜ່ານ​ມາ - ảnh 2 ແມ່ຍິງ 2 ຝ່າຍທີ່ພິທີແຮກສ່ຽວ

(baonghean.vn)

ສ່ວນເພື່ອນ ຈັນສະໝອນ, ຢູ່ແຂວງ ຫົວພັນ ໄດ້ມີຄວາມສົນໃຈເຖິງພິທີແຮກສ່ຽວລະຫວ່າງແມ່ຍິງບ້ານ ລອງກັງ, ແຂວງຫົວພັນ ກັບຕາແສງ ໝີ້ຫຼີ, ແຂວງເງະອານ, ເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າແມ່ນຊາວແຂວງ ຫົວພັນ, ປະຈຸບັນພວມເຮັດວຽກຢູ່ນະຄອນຫຼວງ ວຽງຈັນ, ຫວ່າງແລ້ວນີ້, ຄອບຄົວຂ້າພະເຈົ້າໄດ້ໂທລະສັບຫາ ແລະ ແຈ້ງຂ່າວວ່າບ້ານຂອງຕົນໄດ້ແຮກສ່ຽວກັບຕາແສງໜຶ່ງຂອງແຂວງ ເງະອານ. ບັນນາທິການຂອງພາກພາສາລາວ ອາດຈະສະໜອງຂໍ້ມູນຂ່າວແຈ້ງກ່ວາກ່ຽວກັບການເຄື່ອນໄຫວດັ່ງກ່າວໃຫ້ຂ້າພະເຈົ້າແຈ້ງກ່ວາໄດ້ບໍ່?”

ເພື່ອນ ຈັນສະໝອນ ທີ່ຮັກແພງ, ອາທິດຜ່ານມາ, ຕາແສງ ໝີ້ຫຼີ, ເມືອງ ກີ່ເຊີນ (ແຂວງ ເງະອານ) ຫາກໍ່ຈັດຕັ້ງພິທີແຮກສ່ຽວລະຫວ່າງສະຫະພັນແມ່ຍິງ ຕາແສງ ໝີ້ຫຼີ  ກັບແມ່ຍິງ ບ້ານ ລ້ອງກັງ, ເມືອງ ເມື່ອງກັນ, ແຂວງ ຫົວພັນ ( ສປປ ລາວ)

ເລື່ອງແຮກສ່ຽວນີ້ເພື່ອແນໃສ່ເພີ່ມທະວີການພົວພັນສາມັກຄີ, ມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ, ໝັ້ນຄົງລະຫວ່າງປະຊາຊົນຢູ່ຊາຍແດນ 2 ປະເທດ, ພ້ອມກັນສ້າງສາຊາຍແດນ ຫວຽດນາມ - ລາວ ສັນຕິພາບ - ມິດຕະພາບ - ການຮ່ວມມື ແລະ ພັດທະນາ.

ຜ່ານການແຮກສ່ຽວເພື່ອປະຕິບັດວຽກງານໂຄສະນາເຜີຍແຜ່, ຂົນຂວາຍປະຊາຊົນປະຕິບັດສັນຍາ, ກົດລະບຽບເຂດຊາຍແດນ ຫວຽດນາມ - ລາວ ເປັນຢ່າງດີ; ສົມທົບກັນພ້ອມກັນແກ້ໄຂບັນດາກໍລະນີເກີດຂຶ້ນທີ່ກ່ຽວຂ້ອງເຖິງຊາຍແດນ 2 ຝ່າຍ, ໜູນຊ່ວຍ, ຊ່ວຍເຫຼືອພ້ອມກັນພັດທະນາເສດຖະກິດ - ວັດທະນະທຳ - ສັງຄົມ. ສ້າງສາ ແລະ ປົກປັກຮັກສາເຂດຊາຍແດນ, ຫຼັກໝາຍຊາຍແດນ, ຮັກສາອະທິປະໄຕຜືນແຜ່ນດິນລະຫວ່າງ 2 ຝ່າຍ. 2 ຝ່າຍເປັນເອກະພາບກັນເພີ່ມທະວີການໂຄສະນາເຜີຍແຜ່ໃຫ້ແກ່ປະຊາຊົນປະຕິບັດບັນດາຂໍ້ກຳນົດກ່ຽວກັບການໄປ ມາຢູ່ເຂດຊາຍແດນຢ່າງເຂັ້ມງວດ, ບໍ່ບຸກລຸກການປູກຝັງທີ່ຢູ່ອາໄສ, ເຮັດໄຮ່ຢູ່ຂອບຊາຍແດນຂອງແຕ່ລະຝ່າຍ; ບໍ່ຂ້າມຊາຍແດນໄປຂຸດຄົ້ນແຮ່ທາດ ແລະ ບັນດາຊັບພະຍາກອນປ່າໄມ້ຢູ່ເຂດຊາຍແດນຂອງ 2 ປະເທດ, ບໍ່ເຂົ້າຮ່ວມການໃຫ້ທີ່ພັກ, ປົກປິດຜູ້ລ່າສັດຜິດກົດໝາຍ; ບໍ່ປ່ອຍຂີ້ເຫຍື່ອກໍ່ມົນລະພິດສິ່ງແວດລ້ອມ, ບໍ່ເຂົ້າຮ່ວມ ຫຼື ສົ່ງເສີມການເອົາຜົວ, ເອົາເມຍຜິດກົດໝາຍຢູ່ເຂດຊາຍແດນ…

ໂດຍໄດ້ຮູ້ວ່າ, ນີ້ແມ່ນຄູ່ແຮກສ່ຽວລະຫວ່າງສະຫະພັນແມ່ຍິງຕາແສງ - ກຸ່ມບ້ານທຳອິດໃນເຂດຊາຍແດນ ຫວຽດນາມ - ລາວ ຢູ່ເມືອງ ກີ່ເຊີນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ