ແນະ​ນຳ​ກ່ຽວ​ກັບພາບ​ແຕ້ມ​ເຈ້ຍປໍສາ ແລະ ການ​ຜະ​ລິດ​ເຈ້ຍປໍສາ​ ຢູ່ຫວຽດ​ນາມ

(VOVWORLD) - ພາບແຕ້ມເຈ້ຍປໍສາ ແມ່ນພາບແຕ້ມບົນເຈ້ຍທີ່ໄດ້ຜະລິດຈາກເປືອກຕົ້ນປໍສາ, ດ້ວຍຂັ້ນຕອນຜະລິດດ້ວຍມືທີ່ໄດ້ຖ່າຍທອດຜ່ານຫຼາຍລຸ້ນຄົນຢູ່ໝູ່ບ້ານຫັດຖະກຳຈຳນວນໜຶ່ງຢູ່ ຫວຽດນາມ.
ແນະ​ນຳ​ກ່ຽວ​ກັບພາບ​ແຕ້ມ​ເຈ້ຍປໍສາ ແລະ ການ​ຜະ​ລິດ​ເຈ້ຍປໍສາ​ ຢູ່ຫວຽດ​ນາມ - ảnh 1ພາບແຕ້ມດົງໂຮ່ໃນເຈ້ຍປໍສາ (ພາບ: tranhdongho.info)

ໃນອາທິດຜ່ານມາ, ພະແນກກະຈາຍສຽງພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມໄດ້ຮັບຈົດໝາຍ, ອີເມວ 416 ສະບັບ ແລະ ໂທລະສັບຫຼາຍສາຍມາຈາກຫຼາຍປະເທດ ແລະ ເຂດແຄ້ວນໃນໂລກ. ໃນນັ້ນ ລາຍກການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 20 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.

ທ່ານ ຈິດມະນີ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: “ຂ້າພະເຈົ້າມັກຟັງລາຍການຂອງພວກເພື່ອນທີ່ສຸດ; ມາຮອດປັດຈຸບັນ, ຂ້າພະເຈົ້າຍັງຮັກສາຂອງຂວັນທີ່ລະນຶກ ເຊິ່ງພວກເພື່ອນສົ່ງມາໃຫ້ຂ້າພະເຈົ້າ ໃນໂອກາດທີ່ຂ້າພະເຈົ້າຂຽນຈົດໝາຍໄປຍັງລາຍການພາກພາສາລາວ ຄັ້ງທຳອິດ. ຂໍອວຍພອນໃຫ້ລາຍການພາກພາສາລາວ ເວົ້າສະເພາະ ແລະ VOV ເວົ້າລວມ ນັບມື້ນັບພັດທະນາ, ນຳຂໍ້ມູນທີ່ເປັນປະໂຫຍດຫຼາຍຢ່າງມາໃຫ້ທ່ານຜູ້ຟັງທັງຢູ່ພາຍໃນປະເທດ ແລະ ສາກົນ”.

ທ່ານຜູ້ຟັງ Muhammad Aqeel Bashir ມາຈາກປາກິດສະຖານ ໄດ້ສົ່ງຈົດໝາຍຂອບໃຈລາຍການພາສາລັດເຊຍ ຍ້ອນໄດ້ເຜີຍແຜ່ບັນດາເນື້ອໃນທີ່ມີຄຸນນະພາບ. ທ່ານຂຽນວ່າ: ລາຍການກະຈາຍສຽງຂອງພວກເພື່ອນໄດ້ນຳມາເຊິ່ງມູມມອງທີ່ດີກ່ຽວກັບວັດທະນະທຳ, ດົນຕີ ແລະ ຂໍ້ມູນກ່ຽວກັບ ຫວຽດນາມ. ຄວາມເປັນຫຼາຍຮູບຫຼາຍແບບ ແລະ ເລິກເຊິ່ງຂອງລາຍການພວກເພື່ອນ ເຮັດໃຫ້ຄວາມຮູ້ ແລະ ຄວາມນິຍົມຂອງຊາວລັດເຊຍ ຕໍ່ວັດທະນະທຳ ຫວຽດນາມ ອຸດົມສົມບູນຂຶ້ນຕື່ມ.

ທ່ານ José Ignacio Cos Lezama ມາຈາກ ແອັດສະປາຍ ໄດ້ມີຄຳເຫັນກ່ຽວກັບການພັດທະນາການທ່ອງທ່ຽວແບບຍືນຍົງຢູ່ລາວກາຍ. ທ່ານຂຽນວ່າ: ແຂວງລາວກາຍ ໄດ້ວາງອອກເປົ້າໝາຍພັດທະນາໂດຍອີງຕາມຄວາມຕ້ອງການໃນຕົວຈິງ ແລະ ສາມາດຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ ແລະ ສາກົນໄດ້ 8,5 ລ້ານເທື່ອຄົນໃນປີນີ້, ເພື່ອແນໃສ່ສ້າງລາຍຮັບ 1 ຕື້ USD ຈາກການເຄື່ອນໄຫວທ່ອງທ່ຽວ, ປະກອບສ່ວນເຂົ້າໃນການປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ.

ທ່ານຜູ້ຟັງ ໜູເພັດ ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບພາບແຕ້ມເຈ້ຍປໍສາ ແລະ ການຜະລິດເຈ້ຍປໍສາ ຢູ່ຫວຽດນາມ.

ເພື່ອນ ໜູເພັດ ທີ່ຮັກແພງ! ພາບແຕ້ມເຈ້ຍປໍສາ ແມ່ນພາບແຕ້ມບົນເຈ້ຍທີ່ໄດ້ຜະລິດຈາກເປືອກຕົ້ນປໍສາ, ດ້ວຍຂັ້ນຕອນຜະລິດດ້ວຍມືທີ່ໄດ້ຖ່າຍທອດຜ່ານຫຼາຍລຸ້ນຄົນຢູ່ໝູ່ບ້ານຫັດຖະກຳຈຳນວນໜຶ່ງຢູ່ ຫວຽດນາມ.

ພາບແຕ້ມເຈ້ຍປໍສາ ໄດ້ນຳໃຊ້ໃນການແຕ້ມພາບວິຈິດສິນພື້ນເມືອງ ຫວຽດນາມ, ພິເສດແມ່ນເພື່ອເຮັດເຈ້ຍແຕ້ມພາບດົງໂຮ່ ຫຼື ຮັກສາເອກະສານຕ່າງ, ດ້ວຍການມີຈຸດດີຫຼາຍຢ່າງ ແລະ ພົ້ນເດັ່ນທີ່ສຸດແມ່ນມີຄວາມທົນທານດົນນານຕາມການເວລາ. ເພື່ອຜະລິດເຈ້ຍປໍສານີ້ໄດ້ ກໍ່ບໍ່ແມ່ນເລື່ອງງ່າຍ.

ດ້ວຍອາຊີບຜະລິດເຈ້ຍປໍສາ, ຊ່າງຜະລິດເຈ້ຍຕ້ອງແມ່ນນາຍຊ່າງຜູ້ທີ່ມີຄວາມຊຳນານ, ມີຄວາມຕັ້ງໝັ້ນ, ມີຄວາມລະອຽດລະອໍໃນແຕ່ລະຂັ້ນຕອນ. ຕາມທຳມະດາແລ້ວ, ເຈ້ຍປໍສາໄດ້ຜະລິດດ້ວຍມື ບໍ່ໃສ່ທາດເຄມີທີ່ເປັນ ອາຊິດ ໃນເຈ້ຍ. ເປືອກຕົ້ນໄມ້ປໍສາ ໄດ້ນຳມາຕົ້ມ ແລະ ແຊ່ນ້ຳປູນເປັນເວລາປະມານ 3 ເດືອນ, ຫຼັງຈາກນັ້ນຈະໜຶ້ງໃນເວລາປະມານ 3 ວັນ 2 ຄືນ ຈົນຮອດເວລາມີກີ່ນຫອມ ຫຼື ສ່ວນໃນຂອງເປືອກໄມ້ໃສ. ເມື່ອແຕ້ມໃນເຈ້ຍປໍສາ ຕ້ອງກຳໄດ້ຈຸດພິເສດສະເພາະຂອງເຈ້ຍປໍສາ ຈຶ່ງສາມາດແຕ້ມໄດ້. ໃນການແຕ້ມ ຖ້າໄມ້ແຕ້ມມີນ້ຳມຶກຫຼາຍເກີນໄປຈະເຮັດໃຫ້ເຈ້ຍປໍສາເສຍຫາຍໄດ້ງ່າຍ.

ເພື່ອນ ຄຳພັນ ມາຈາກແຂວງຫົວພັນ ໄດ້ສົ່ງຂໍ້ຄວາມມາຍັງລາຍການດ້ວຍເນື້ອໃນຄືດັ່ງນີ້: ອາທິດຜ່ານມາ, ເມື່ອຕິດຕາມຂ່າວ ຂ້າພະເຈົ້າໄດ້ຮູ້ວ່າ ຫວຽດນາມ ນອນໃນກຸ່ມບັນດາປະເທດນຳໜ້າກ່ຽວກັບຄວາມໄວໃນການເຕີບໂຕ ປີ 2024 ດ້ວຍລະດັບການເຕີບຢູ່ສູງກ່ວາ 6%, ໃນຂະນະທີ່ບັນດາປະເທດຢູ່ອາຊີ ມີພຽງແຕ່ 5%. ຂໍສະແດງຄວາມຍິນດີຕໍ່ ຫວຽດນາມ ກ່ຽວກັບໝາກຜົນນີ້, ໃນໂອກາດນີ້ ຂ້າພະເຈົ້າກໍ່ຢາກຮູ້ກ່ຽວກັບຍອດເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າ ຫວຽດນາມ ໃນ 6 ເດືອນນັ້ນ? ຂໍຂອບໃຈ.

ເພື່ອນ ຄຳພັນ ທີ່ຮັກແພງ! ຕາມກະຊວງແຜນການ ແລະ ການລົງທຶນ ຫວຽດນາມ ແລ້ວ, ຍອດເງິນລົງທຶນໂດຍກົງຈາກຕ່າງປະເທດຈົດທະບຽນໃນ 6 ເດືອນຕົ້ນປີບັນລຸເກືອບ 15,2 ຕື້ USD, ເພີ່ມຂຶ້ນ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ, ມີ 1.538 ໂຄງການໃໝ່ໄດ້ຮັບການອອກໃບອະນຸຍາດຈົດທະບຽນລົງທຶນ, ດ້ວຍຍອດເງິນລົງທຶນບັນລຸເກືອບ 9,54 ຕື້USD, ເພີ່ມຂຶ້ນ 18,9% ກ່ຽວກັບຈຳນວນໂຄງການ ແລະ ເພີ່ມຂຶ້ນ 46,9% ກ່ຽວກັບທຶນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023. ບໍ່ພຽງແຕ່ມີແຫຼ່ງເງິນທຶນທີ່ອຸດົມສູມບູນເທົ່ານັ້ນ ຄຸນນະພາບຂອງແຫຼ່ງເງິນລົງທຶນເຂົ້າມາຫວຽດນາມ ກໍ່ເພີ່ມຂຶ້ນຢ່າງແຮງ ຍ້ອນມີການຄັດເລືອກໃນການດຶງດູດເງິນລົງທຶນຢ່າງລະອຽດ.

6 ເດືອນຕົ້ນປີນີ້, ທຶນ FDI ປະຕິບັດບັນລຸ 10,84 ຕື້ USD ແມ່ນຈຳນວນທຶນປະຕິບັດສູງທີ່ສຸດໃນໄລຍະ 5 ປີຜ່ານມາ. ສິ່ງທີ່ເປັນໜ້າສົນໃຈນັ້ນແມ່ນ ກະແສທຶນທີ່ມີຄຸນນະພາບສູງສະແດງໃຫ້ເຫັນທ່າອ່ຽງນັບມື້ນັບຢ່າງຈະແຈ້ງ, ບໍ່ພຽງແຕ່ອາສັງຫາລິມະຊັບລະດັບສູງເທົ່ານັ້ນ ຫາກຍັງແມ່ນທັງຂະແໜງເຄິ່ງຊັກນຳໄຟຟ້າ, ເອເລັກຕນິກ, ພະລັງງານ… ບັນລຸໄດ້ສິ່ງນີ້ກໍ່ຍ້ອນບັນດາທ້ອງຖິ່ນມີວິທີການຄັດເລືອກເງິນລົງທຶນຢ່າງຈະແຈ້ງ.

ເພື່ອນ ຄຳພັນ ທີ່ຮັກແພງ, ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບໂດຍພື້ນຖານສຳລັບຄຳຖາມຂອງເພື່ອນ, ຫວັງວ່າຈະເຮັດໃຫ້ເພື່ອນໄດ້ມີຄວາມຮູ້ ແລະ ເຂົ້າໃຈຕື່ມ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມານັ້ນແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນ ຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ບັນດາທ່ານກໍ່ສາມາດຝາກຈົດໝາຍມາຍັງລາຍການ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມຜ່ານບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ