ແນະ​ນຳ​ກ່ຽວ​ກັບ​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຢູ່​ ຮ່າ​ໂນ້ຍ

(VOVWORLD) - ໃນອາທິດຜ່ານມາ, ມີຈົດໝາຍທັງໝົດ 412 ສະບັບ ໄດ້ສົ່ງມາຍັງ VOV5, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 22 ສະບັບຈາກທ່ານຜູ້ຟັງລາວ.

ໃນອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍຂອງເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ ດ້ວຍຄຳແບ່ງປັນຄືດັ່ງນີ້: “ຂ້າພະເຈົ້າມີຄວາມປະທັບໃຈກັບພາບຖ່າຍທົ່ງນາຂັ້ນໄດປູກດອກ Crocosmia ທີ່ເຕັມໄປດ້ວຍສີສົ້ມ ກໍຄືວິທີຈັດງານບຸນດອກໄມ້ຕິດພັນກັບການໂຄສະນາວັດທະນະທຳທີ່ເຂັ້ມຂົ້ນໄປດ້ວຍສີສັນຊາດ ທັງດຶງດູດແຂກທ່ອງທ່ຽວ ຂອງ ຫວຽດນາມ”.

ເພື່ອນ ຈຳປາ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການໂດຍຖາມວ່າ: ໃກ້ຈະຮອດວັນບຸນໄຫວ້ພະຈັນແລ້ວແມ່ນບໍ່? ຂ້າພະເຈົ້າຈື່ວ່າ ງານບຸນໄດ້ຈັດຂຶ້ນໃນລະດູໃບໄມ້ຫຼົ່ນ. ຂ້າພະເຈົ້າເຄີຍເຫັນພາບບັນຍາກາດວັນບຸນໄຫວ້ພະຈັນ ທີ່ຈັດຂຶ້ນຢູ່ແຂວງ ຕວຽນກວາງ ໃນເວັບໄຊ vovworld.vn ແລ້ວຮູ້ສຶກຢາກເຊື່ອມຕົວເຂົ້າກັບບັນຍາກາດຂອງວັນບຸນນັ້ນປັດຈຸບັນ, ຂ້ພະເຈົ້າກຳລັງຝຶກອົບຮົມຢູ່ ຫວຽດນາມ ຮອດທ້າຍເດືອນ 10 ຈຶ່ງສຳເລັດ. ບໍ່ຮູ້ວ່າ, ຂ້າພະເຈົ້າຈະທັນມີເວລາເຂົ້າຮ່ວມງານບຸນທີ່ຈັບອົກຈັບໃຈນີ້ບໍ?”

ຮ່າໂນ້ຍ ເລີ່ມເຂົ້າລະດູໃບໄມ້ຫຼົ່ນ ແລະ ວັນບຸນໄຫວ້ພະຈັນກໍກຳລັງໝູນວຽນມາແລ້ວ. ງານບຸນໄຫວ້ພະຈັນ ຫຼື ຍັງໄດ້ເອີ້ນວ່າ ວັນບຸນແຫ່ງການເຕົ້າໂຮມກັນ ໄດ້ຈັດຂຶ້ນໃນມື້ເພັງ ເດືອນ 8 ໄລ່ຕາມຈັນທະປະຕິທິນ. ເຊິ່ງປີນີ້ ຖືກມື້ວັນສຸກ, ກົງກັບວັນທີ 29 ກັນຍາ. ແຕ່ລະປີ, ວັນບຸນໄຫວ້ພະຈັນຢູ່ແຂວງ ຕວຽນກວາງ ໄດ້ດຳເນີນໃນຫຼາຍມື້ດ້ວຍຫຼາຍກິດຈະກຳທີ່ຟົດຟື້ນມ່ວນຊື່ນ ແລະ ເປັນເອກະລັກ. ຂ້າພະເຈົ້າຫວັງວ່າ ເພື່ອນຈະຍາດເວລາໄປເຂົ້າຮ່ວມງານບຸນທີ່ໜ້າຈັບອົກຈັບໃຈນີ້.

ແນະ​ນຳ​ກ່ຽວ​ກັບ​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຢູ່​ ຮ່າ​ໂນ້ຍ - ảnh 1ແຂກທ່ອງທ່ຽວເຊື່ອມຕົວກັບວັດທະນະທຳຂອງເຜົ່າຜູ້ໄທ ຢູ່ບ້ານວັດທະນະທຳ ແລະ ການທ່ອງທ່ຽວບັນດາເຜົ່າ (ພາບ: dangcongsan.vn)

ໃນຈົດໝາຍສົ່ງເຖິງລາຍການ, ເພື່ອນ ແສງຈັນ ຢູ່ແຂວງ ຄຳມ່ວນ ໄດ້ຂຽນວ່າ: “ຂ້າພະເຈົ້າກຳລັງຝຶກອົບຮົມທິດສະດີການເມືອງຢູ່ ຮ່າໂນ້ຍ. ໃນໄລຍະເວລາ 2 ເດືອນ ຢູ່ ຫວຽດນາມ, ຂ້າພະເຈົ້າຢາກໄປຊອກຮູ້ກ່ຽວກັບວັດທະນະທຳຂອງຊົນເຜົ່າຕ່າງໆຂອງ ຫວຽດນາມ, ແຕ່ບໍ່ມີເວລາຫຼາຍພໍທີ່ຈະໄປຄົ້ນຫາຢູ່ແຕ່ລະແຂວງ. ບໍ່ຮູ້ວ່າ ຢູ່ຮ່ໂນ້ຍ ມີຫໍພິພິທະພັນ ຫຼື ໝູ່ບ້ານວັດທະນະທຳບັນດາເຜົ່າບໍ?

ສຳລັບຄຳຖາມຂອງເພື່ອນ, ຂ້າພະເຈົ້າຂໍຕອບມາຄືດັ່ງນີ້: ໃນນະຄອນ ຮ່າໂນ້ຍ ມີຫໍພິພິທະພັນຊົນເຜົ່າວິທະຍາ ແລະ ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າ ຫວຽດນາມ ດ້ວຍແຫຼ່ງຂໍ້ມູນເອກະສານ, ວັດຖຸພັນ ແລະ ຮູບພາບທີ່ອຸດົມສົມບູນເພື່ອໃຫ້ເພື່ອນຊອກຮູ້ສຶກສາ ໂດຍບໍ່ຈຳເປັນຕ້ອງເຄື່ອນຍ້າຍໄປໃນໄກ. ພິເສດ, ຢູ່ໝູ່ບ້ານວັດທະນະທຳ - ການທ່ອງທ່ຽວບັນດາເຜົ່າຂອງ ຫວຽດນາມ ທີ່ຫ່າງຈາກໃຈກາງນະຄອນ ຮ່າໂນ້ຍ ປະມານ 40 ກິໂລແມັດ, ແມ່ນບ່ອນອະນຸລັກຮັກສາ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງວົງຄະນະຍາດ 54 ຊົນເຜົ່າຂອງ ຫວຽດນາມ. ປັດຈຸບັນ, ຢູ່ໝູ່ບ້ານດັ່ງກ່າວ ມີວົງຄະນະຍາດບັນດາເຜົ່າພວມດຳເນີນຊີວິດໃນແຕ່ລະມື້, ເຊັ່ນ: ໄຕ່, ຢ້າວ, ມົ້ງ, ເມື່ອງ, ຜູ້ໄທ, ເຄີມູ, ຕະໂອ້ຍ, ເກີຕູ, ຣາເກີຣາຍ, ເອເດ, ຂະແມ… ເພື່ອແນໃສ່ວາດພາບຄືນວິຖີການດຳລົງຊີວິດ, ວັດທະນະທຳ, ການເຫຼື້ອມໃສເຊື່ອຖືສາສະໜາ, ອະນຸລັກຮັກສາຄຸນຄ່າມູນເຊື້ອວັດທະນະທຳຂອງຊາດຕົນ. ເມື່ອມາຮອດນີ້, ເພື່ອນຈະໄດ້ສຳຜັດ, ຢ້ຽມຊົມຊອກຮູ້ກ່ຽວກັບຮີດຄອງປະເພນີ, ງານບຸນຕ່າງໆຂອງບັນດາເຜົ່າ; ຖ່າຍຮູບ ແລະ ພົບປະແລກປ່ຽນກັບວົງຄະນະຍາດບັນດາເຜົ່າ; ໄດ້ສຳຜັດກັບບັນດາປະເພດສິລະປະພື້ນເມືອງ, ເຊັ່ນ: ຂັບແທນ, ຮ້ອງລຳທຳເພງ, ຟ້ອນແຄນ, ຕີພິນ ຈາປີ, ຟ້ອນ ຈູຈາຍ…; ໄດ້ສຳຜັດກັບບັນດາປະເພດລະຫຼີ້ນພື້ນເມືອງ; ຊອກຮູ້ ແລະ ເຫັນປະຈັກຕາ ກໍຄື ລອງເຮັດຕົວຈິງກ່ຽວກັບບັນດາອາຊີບຫັດຖະກຳທີ່ເປັນມູນເຊື້ອ, ໄດ້ຊີມອາຫານພື້ນບ້ານຂອງບັນດາເຜົ່າ ແລະ ຮັບຊົມລາຍການສິລະປະທີ່ເປັນເອກະລັກໃນຊຸມວັນທ້າຍອາທິດ…

ກ່ອນທີ່ຈະສິ້ນສຸດລາຍການ, ຂ້າພະເຈົ້າຂໍຕອບຄຳຖາມຂອງເພື່ອນ ດາວວຽງ ຢູ່ນຄອນຫຼວງ ວຽງຈັນ ກ່ຽວກັບບັນດາຈຸດພົ້ນເດັ່ນຂອງແຂວງ ຮ່ານາມ ທີ່ເຮັດໃຫ້ແຂວງນີ້ໄດ້ຮັບການເຊີດຊູວ່າເປັນຈຸດໝາຍປາຍທາງວັດທະນະທຳທ້ອງຖິ່ນແຖວໜ້າໂລກໃນລາງວັນການທ່ອງທ່ຽວໂລກ (World Travel Awards - WTA) ປີ 2023.

ແນະ​ນຳ​ກ່ຽວ​ກັບ​ໝູ່​ບ້ານ​ວັດ​ທະ​ນະ​ທຳ - ການ​ທ່ອງ​ທ່ຽວ​ບັນ​ດາ​ເຜົ່າ​ຢູ່​ ຮ່າ​ໂນ້ຍ - ảnh 2ວັດເດ້ຍຕັ້ງຟີລາຍ ຢູ່ຮ່ານາມ (ພາບ:vietnam.vnanet.vn)

                 ເພື່ອນ ດາວວຽງ ພ້ອມດ້ວຍທ່ານຜູ້ຟັງທີ່ຮັກແພງທັງຫຼາຍ! ຮ່ານາມ ແມ່ນແຂວງໜຶ່ງທີ່ມີຊື່ສຽງກັບກຳລັງບົ່ມຊ້ອນທາງດ້ານການທ່ອງທ່ຽວ, ບໍ່ວ່າຈະເປັນການທ່ອງທ່ຽວທາງຈິດວິນຍານ, ວັດທະນະທຳ, ນິເວດ ຕະຫຼອດຮອດອາຫານການກິນ, ດ້ວຍຮ່ອງຮອຍປະຫວັດສາດ ແລະ ທັດສະນີຍະພາບທີ່ຫຼາກຫຼາຍ ແລະ ເຂັ້ມຂົ້ນໄປດ້ວຍສີສັນ.  ແຂວງ ຮ່ານາມ ມີບາງຈຸດພົ້ນເດັ່ນ ດຶງດູດແຂກທ່ອງທ່ຽວມາທ່ຽວເປັນຈຳນວນຫຼາຍຄື: ລະບົບທັດສະນີຍະພາບທາງຈິດວິນຍານ ຕາມຈຸກ, ວັດ ເດ້ຍຕ້າງຟີລາຍ, ວັດ ບ່າແດັງ, ວັດ ລອງດ້ອຍເຊີນ… ນອກຈາກນັ້ນແລ້ວ, ແຂວງ ຮ່ານາມ ຍັງມີຫຼາຍສະຖານທີ່ຈັບໃຈອື່ນໆຄື ເຮືອນຂອງ ບ໊າກຽນ - ເຊິ່ງເປັນຕົວລະຄອນໜຶ່ງທີ່ເປັນທີ່ຮູ້ຈັກກັນດີຂອງຫຼາຍຄົນໃນສາງວັນນະຄະດີ ຫວຽດນາມ ແລະ ແມ່ນສ່ວນໜຶ່ງຂອງເລື່ອງລາວປະຫວັດສາດ, ໂດຍສະເພາະແມ່ນໄລຍະ 1940 – 1945 ຂອງ ຫວຽດນາມ; ເຂດທ່ອງທ່ຽວ ແກ໊ມຈົ໊ງ, ວິຫານ ເຈິ່ນເທືອງ, ໝູ່ບ້ານຕົ້ມປາເຄັມ ຫວູດ້າຍ, ໝູ່ບ້ານເຮັດຄ້ອງ ດ້ອຍຕາມ, ໝູ່ບ້ານຕ່ຳຫູກທໍໄໝ ຍາຊ໊າ ແລະ ເຂດທ່ອງທ່ຽວ ວິຫານ ຈຸກ - ຫງູດົ້ງເຊີນ. ເນື່ອງຈາກສິ່ງນັ້ນ, ປີ 2023, ຮ່ານາມ ຈຶ່ງໄດ້ຮັບການເຊີດຊູວ່າເປັນ “ຈຸດໝາຍປາຍທາງວັດທະນະທຳທ້ອງຖິ່ນແຖວໜ້າຂອງໂລກ”.

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn.

ຕອບກັບ

ຂ່າວ/ບົດ​ອື່ນ