ແນະນຳປະພາຄານງາມແຫ່ງຕ່າງໆຢູ່ຫວຽດນາມ

(VOVWORLD) -

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 426 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 22 ສະບັບຈາກທ່ານຜູ້ຟັງ.

ໃນອາທິດ, ທ່ານ ວັນໄຊ, ແຂວງ ວຽງຈັນ ໄດ້ສົ່ງອີແມວ ເຖິງລາຍການ ອີແມວ ເຖິງລາຍການ, ໃນນັ້ນໄດ້ຕີລາຄາກ່ຽວກັບບາງບົດໃນຄຳລຳກ່ຽວກັບວັດທະນະທຳ, ຄົ້ນຫາ ຂອງ ຫວຽດນາມ, ທ່ານໃຫ້ຮູ້ວ່າ: ຂ້າພະເຈົ້າມັກຟັງບັນດາບົດຂຽນກ່ຽວກັບວັດທະນະທຳຂອງ ຫວຽດນາມ ຜ່ານວິທະຍຸກະຈາຍສຽງ ຫວຽດນາມ. ຜ່ານບັນດາບົດຂຽນນີ້, ຂ້າພະເຈົ້າເຂົ້າໃຈໄດ້ວ່າ, ແຕ່ລະຊົນເຜົ່າ, ເຂດພາກຂອງ ຫວຽດນາມ ມີສີສັນວັດທະນະທຳທີ່ແຕກຕ່າງກັນ. ເຖິງວ່າ ສັງຄົມໄດ້ພັດທະນາຄືແນວໃດກໍ່ຕາມ, ແຕ່ວັດທະນະທຳ, ກົກເຄົ້າເຫງົາກໍຍັງຄົງໄດ້ຮັບການຮັກສາ ແລະ ພັດທະນາ. ຜ່ານບັນດາບົດຂຽນ, ຜູ້ຟັງ, ຜູ້ອ່ານກໍ່ເຫັນໄດ້ຄວາມມານະພະຍາຍາມຂອງອຳນາດການປົກຄອງແຕ່ສູນກາງລົງຮອດທ້ອງຖິ່ນ ຂອງ ຫວຽດນາມ ຍັງຮັກສາໄດ້ບັນດາຄວາມງາມດ້ານວັດທະນະທຳນັ້ນໄວ້ຢູ່.

ເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ, ໃຫ້ຮູ້ວ່າ: ຜ່ານບັນດາພາບສາລະຄະດີຂອງ VOV5, ຂ້າພະເຈົ້າເຫັນໄດ້ ຫວຽດນາມ ດ້ວຍທີ່ມີສີສັນທີ່ອຸດົມສົມບຸນ ແລະ ຂ້າພະເຈົ້າມັກບັນດາສີສັນງາມຕານັ້ນ. ບັນດາພາບສາລະຄະດີຄືດັ່ງວາດພາບຮູບແຕ້ມກ່ຽວກັບຫວຽດນາມ. ຂ້າພະເຈົ້າມັກເບິ່ງພາບກ່ຽວກັບຫາດຊາຍທະເລ, ໝູເກາະຂອງ ຫວຽດນາມ ທີ່ສຸດ.

ເພື່ອນ ວິໄລວັນ, ແຂວງບໍ່ແກ້ວ, ໄດ້ແຈ້ງໃຫ້ທາງລາຍການໄດ້ຮັບຊາບ ກ່ຽວກັບເຫດການທີ່ປະຊາຊົນ ລາວ ມີຄວາມສົນໃຈຫຼາຍທີ່ສຸດໃນອາທິດຜ່ານມາວ່າ: ອາທິດຜ່ານມາ, ຢູ່ດອນເຜິ້ງຄໍາ ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ ຂຸດຄົ້ນໄດ້ພະພຸດທະຮູບຫຼາຍອົງທີ່ມີຂະໜາດແຕກຕ່າງກັນ, ເປັນໜ້າສົນໃຈແມ່ນຂຸດໄດ້ພະພຸດທະຮູບສູງກ່ວາ 2 ແມັດ ແລະ ຄາດວ່າມີອາຍຸນັບພັນປີ. ນີ້ແມ່ນຄວາມເບີກບານມ່ວນຊື່ນ, ຄວາມເອກອ້າງທະນົງໃຈຂອງປະຊາຊົນທ້ອງຖິ່ນເວົ້າສະເພາະ ແລະ ປະຊາຊົນລາວ ເວົ້າລວມ.

ແນະນຳປະພາຄານງາມແຫ່ງຕ່າງໆຢູ່ຫວຽດນາມ - ảnh 1ຮ້ານວາງສະແດງບັນດາຜະລິດຕະພັນ OCOP ຂອງແຂວງດ້ຽນບຽນ

ໃນອາທິດ, ເພື່ອນ ມາໄລວັນ, ແຂວງ ຫົວພັນ ໄດ້ສົ່ງອີແມວເຖິງລາຍການໂດຍແບ່ງປັນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະ ດ້ຽນບຽນຝູ ຈັດຂຶ້ນຢູ່ແຂວງດ້ຽນບຽນ ຜ່ານມາ, ຂ້າພະເຈົ້າ ພ້ອມກັບຄອບຄົວ ໄດ້ເຂົ້າຮ່ວມ ແລະ ຊື້ຫຼາຍຜະລິດຕະພັນ OCOP ຂອງແຂວງ. ຂ້າພະເຈົ້າເຫັນວ່າ, ນອກຈາກບາງຜະລິດຕະພັນທີ່ຂ້າພະເຈົ້າ ແລະ ຄອບຄົວຊຶ້ນັ້ນ, ຍັງມີຫຼາຍຜະລິດຕະພັນ OCOP ອື່ນຂອງແຂວງ. ຂໍຖາມກ່ຽວກັບບັນດາຜະລິດຕະພັນ OCOP ຂອງແຂວງ ດ້ຽນບຽນ ໄດ້ບໍ່?

          ເພື່ອນ ມາໄລວັນ ທີ່ຮັກແພງ, ໃນຊຸມປີຜ່ານມາ, ການພັດທະນາບັນດາຜະລິດຕະພັນ OCOP ໃນບໍລິເວນແຂວງ ດ້ຽນບຽນ ໄດ້ຮັບບັນດາໝາກຜົນຕັ້ງໜ້າ. ດ້ວຍຫຼາຍມາດຕະການຄົບຊຸດ, ການພັດທະນາບັນດາຜະລິດຕະພັນ OCOP ໄດ້ ແລະ ພວມປະກອບສ່ວນບໍ່ໜ້ອຍເຂົ້າໃນການພັດທະນາຂອງເຂດດິນແດນ ດ້ຽນບຽນ ປະຫວັດສາດ. ຕາມສະຖິຕິປະຈຸບັນ, ໃນບໍລິເວນແຂວງດ້ຽນບຽນ ມີ 72 ຜະລິດຕະພັນໄດ້ຢັ້ງຢືນແມ່ນຜະລິດຕະພັນ OCOP ຂັ້ນແຂວງ; ໃນນັ້ນມີ 2 ຜະລິດຕະພັນ OCOP 4 ດາວ, 64 ຜະລິດຕະພັນ OCOP 3 ດາວ ແລະ 6 ຜະລິດຕະພັນພວມໄດ້ຍືນສະເໜີຕໍ່ສະພາແຂວງຈັດອັນດັບເປັນຜະລິດຕະພັນ OCOP 4 ດາວປີ 2023. ເພື່ອໃຫ້ບັນດາຜະລິດຕະພັນ OCOP ຂອງແຂວງ ດ້ຽນບຽນ ພັດທະນາ, ແຂວງໄດ້ເຂົ້າຮ່ວມບັນດາລາຍການເຄື່ອນໄຫວໃນສັບປະດາວັດທະນະທຳ, ທ່ອງທ່ຽວ ດ້ຽນບຽນ - ເຂດຕາເວັນຕົກພາກເໜືອ ຢູ່ນະຄອນ ໂຮ່ຈີມິນ ແລະ ສັບປະດາ ວັດທະນະທຳ, ທ່ອງທ່ຽວແຂວງ ດ້ຽນບຽນ ຢູ່ ຮ່າໂນ້ຍ…

ແນະນຳປະພາຄານງາມແຫ່ງຕ່າງໆຢູ່ຫວຽດນາມ - ảnh 2ປະພາຄານ ເກກາ

          ເພື່ອນ ຈັນສະໝອນ, ແຂວງ ຊຽງຂວາງ, ໄດ້ຝາກອີແມວ ເຖິງລາຍການ ຢາກຖາມກ່ຽວກັບບັນດາປະພາຄານຂອງ ຫວຽດນາມ, ເພື່ອນຂຽນວ່າ: ຫວຽດນາມ ມີເສັ້ນທາງແຄມທະເລຍາວກ່ວາ 3.000 ກມ, ຢາກຖາມວ່າມີທັງໝົດປະພາຄານຈັກອັນ ແລະ ຢາກຮູ້ບາງປະພາຄານງາມຂອງ ຫວຽດນາມ ໄດ້ບໍ່?

          ເພື່ອນ ຈັນສະໝອນ ທີ່ຮັກແພງ, ຕາມຕົວເລກສະຖິຕິຂອງກົມໃຫຍ່ການເດີນເຮືອ, ຫວຽດນາມແລ້ວ, ປະຈຸບັນ, ຢູ່ ຫວຽດນາມ ມີປະພາຄານ 92 ແຫ່ງ ແຕ່ ມ໋ອງກ່າຍ (ແຂວງ ກ໋ວາງນິງ) ຕະຫຼອດຮອດ ຮ່າຕຽນ (ແຂວງ ກຽນຢາງ). ໃນນັ້ນ, ມີປະພາຄານ 5 ແຫ່ງທີ່ໄດ້ຮັບຖືວ່າງາມທີ່ສຸດຢູ່ ຫວຽດນາມ, ເຊິ່ງລວມມີ: ປະພາຄານ ເກກາ, ຢູ່ຕາແສງ ເຕີນແທັ່ງ, ເມືອງ ຮ່າມທ້ວນນາມ, ແຂວງ ບິ່ງທ້ວນ. ປະພາຄານແຫ່ງນີ້ສູງ 35ມ ແລະ ມີອາຍຸກ່ວາ 125 ປີ. ປະພາຄານ ດ້າຍແຫຼງ, ຂຶ້ນກັບບ້ານ ເຟືອກເຕີນ, ຕາແສງ ຮ່ວາເຕີມ, ເມືອງ ດົງຮ່ວາ, ແຂວງ ຝູອຽນ, ໄດ້ຮັບການກໍ່ສ້າງໃນປີ 1890, ສູງ 5 ແມັດ ແລະ ມີເນື້ອທີ່ 320 ມ2 ແລະ ປະພາຄານ ແກ່ງແດ່ນ, ສູງ 10 ແມັດ ຢູ່ຕາແສງ ນິງດົງ, ເມືອງ ຕຸຍອານ, ແຂວງ ຝູອຽນ ເຊັ່ນດຽວກັນ. ປະພາຄານ ຫວູງເຕົາ, ນອນໃນຈອມພູ ຫຍໍ, ຢູ່ແຂວງ ບ່າເຣ້ຍ - ຫວູງເຕົາ, ໄດ້ຮັບການກໍ່ສ້າງໃນປີ 1862. ປະພາຄານ ຮອນເຢົາ ນອກນໃນເກາະ ຮ່ອນເຢົາ, ຂຶ້ນກັບເຂດທ່ອງທ່ຽວບັນເທິງ ໂດ໋ເຊີນ (ແຂວງ ຫາຍຟ່ອງ). ນີ້ແມ່ນກິດຈະກຳໂດຍບັນດາສະຖາປະນິກຊາວ ຝລັ່ງ ອອກແບບ ແລະກໍ່ສ້າງໃນເດືອນ ມິຖຸນາ ປີ 1898. ປະພາຄານ ແຫ່ງນີ້ມີ 5 ຊັ້ນ, ຈຸດສູງສຸດແມ່ນສູງ 140 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວບໄຊດັ່ງກ່າວ. ຂໍຂອບໃຈ.

ຕອບກັບ

ຂ່າວ/ບົດ​ອື່ນ