ແນະ​ນຳ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ

(VOVWORLD) - ໃນອາທິດຜ່ານມາ,ມີຈົດໝາຍ 421 ສະບັບໄດ້ສົ່ງມາຍັງ VOV5 ໃນອາທິດຜ່ານມາ, ສະເພາະລາຍການພາສາລາວ ໄດ້ຮັບຈົດໝາຍ 20 ສະບັບຈາກທ່ານຜູ້ຟັງລາວ. 

ໃນອາທິດຜ່ານມາ, ພວກຂ້າພະເຈົ້າໄດ້ຮັບຈົດໝາຍຈາກເພື່ອນ ສີສະໜຸກ ຢູ່ແຂວງ ວຽງຈັນ. ປັດຈຸບັນ, ເພື່ອນ ສີສະໜຸກ ກຳລັງເຂົ້າຮ່ວຊຸດຝຶກອົບຮົມຢູ່ ຮ່າໂນ້ຍ, ເພື່ອນໄດ້ແບ່ງປັນວ່າ: “ໃນຊຸມວັນຂ່ຳນັບຮັບຕ້ອນວັນຊາດຫວຽດນາມ ທີ 2 ກັນຍາ, ຂ້າພະເຈົ້າເຫັນວ່າ ຮູບພາບທຸງຊາດສີແດງດາວເຫຼືອງ ຂອງ ຫວຽດນາມ ໄດ້ປິວສະບັດ ແລະ ປະກົດຢູ່ທຸກແຫ່ງຫົນ, ນັບແຕ່ຖະໜົນສາຍຕ່າງໆ, ເທິງຫຼັງຄາເຮືອນ, ປະຊາຊົນພາກັນນຸ່ງເສື້ອທຸງຊາດລຽນແຖວເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ ແລະ ປ່ຽນຮູບ ໂປຼຟາຍໃນຊື່ສັງຄົມອອນໄລ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ພາບພົດດັ່ງກ່າວທີ່ສຸດ, ມັນສະແດງໃຫ້ເຫັນເຖິງມູນເຊື້ອຮັກຊາດຢ່າງລົ້ນເຫຼືອ ແລະ ການເຄົາລົບຄຸນຄ່າເອກະລາດຂອງປະຊາຊົນ ຫວຽດນາມ”.

ແນະ​ນຳ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ - ảnh 1ຄະນະແຂກທ່ອງທ່ຽວ ອິນເດຍ ມາຢ້ຽມຢາມ ຄຸກຫວາຫຼໍ່ (ພາບ: VOV)
ເພື່ອນ ຈຳປາພັນ ຢູ່ແຂວງ ຈຳປາສັກ ກໍໄດ້ສົ່ງຈົດໝາຍເຖິງລາຍການ ດ້ວຍເນື້ອໃນ: "ຂະແໜງທ່ອງທ່ຽວ ຫວຽດນາມ ນັບມື້ນັບພັດທະນາ. ເມື່ອໄດ້ອ່ານຂ່າວ, ຂ້າພະເຈົ້າມີຄວາມປະທັບໃຈຕໍ່ຕົວເລກທີ່ນັກທ່ອງທ່ຽວ ອິນເດຍ 4.500 ຄົນ ມາທ່ຽວ ຫວຽດນາມ ໃນເວລາ 1 ອາທິດ”.

ແມ່ນແລ້ວ, ໃນຊຸມວັນນີ້, ຫວຽດນາມ ພວມຕ້ອນຮັບຄະນະນັກທ່ອງທ່ຽວ ອິນເດຍ ຈຳນວນ 4.500 ຄົນ. ນີ້ລ້ວນແຕ່ແມ່ນພະນັກງານຂອງກຸ່ມບໍລິສັດໃຫຍ່ຢູ່ ອິນເດຍ, ບໍລິຫານໂດຍເສດຖີອິນເດຍ - ທ່ານ Dilip Shanghvi. ເຂົາເຈົ້າໄດ້ແບ່ງອອກເປັນຫຼາຍຄະນະນ້ອຍ ແລ້ວໄປຢ້ຽມຊົມ, ຄົ້ນຫານະຄອນຫຼວງ ຮ່າໂນ້ຍ ແລະ ບາງທ້ອງຖິ່ນອື່ນໆຄື ນິງບິ່ງ, ກວ໋າງນິງ,… ນັບແຕ່ວັນທີ 27 ສິງຫາ ຫາວັນທີ 7 ກັນຍາ 2024. ພວກຂ້າພະເຈົ້າກໍຂໍເຜີຍໃຫ້ຮູ້ຕື່ມອີກວ່າ: ອິນເດຍ ແມ່ນໜຶ່ງໃນ 10 ປະເທດ ທີ່ມີການຈຳນວນຜູ້ຄົ້ນຫາກ່ຽວກັບການທ່ອງທ່ຽວ ຫວຽດນາມ ຫຼາຍທີ່ສຸດ ນັບແຕ່ຕົ້ນປີ 2022 ມາຮອດປັດຈຸບັນ. ປີ 2022, ຫວຽດນາມ ໄດ້ຕ້ອນຮັບ ແລະ ຮັບໃຊ້ແຂກທ່ອງທ່ຽວ ອິນເດຍ ປະຈຳ 137.875 ເທື່ອຄົນ ແລະ ຈຳນວນດັ່ງກ່າວ ໄດ້ເພີ່ມຂຶ້ນເຖິງເກືອບ 3 ເທົ່າໃນປີ 2023 (392.000 ເທື່ອຄົນ).

  ເພື່ອນ ທິບພະວົງ ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍເຖິງລາຍການ ອວຍພອນວັນຊາດ ຫວຽດນາມ ທີ 2 ກັນຍາ ພ້ອມດ້ວຍຄຳຖາມຄືດັ່ງນີ້: “ຂ້າພະເຈົ້າຢາກຊອກຮູ້ເພີ່ມເຕີມກ່ຽວກັບປະທານ ໂຮ່ຈີມິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ແຕ່ຢູ່ ລາວ ຂໍ້ມູນຍັງບໍ່ຫຼາຍ. ຂໍໃຫ້ລາຍການແນະນຳແຫຼ່ງຂໍ້ມູນ, ເອກະສານກ່ຽວກັບການນຳຜູ້ຍິ່ງໃຫຍ່ສອງທ່ານດັ່ງກ່າວແດ່.”

ຂອບໃຈເພື່ອນ ທິບພະວົງ ທີ່ໄດ້ສົ່ງຄຳອວຍພອນວັນຊາດເຖິງລາຍການ. ສຳລັບຄຳຖາມທີ່ເພື່ອນໄດ້ຖາມມານັ້ນ, ພວກຂ້າພະເຈົ້າຂໍຕອບຄືດັ່ງນີ້: ໂດຍເຫັນໄດ້ເຖິງຄວາມສຳຄັນ ແລະ ບັນດາຄຸນຄ່າທີ່ລ້ຳຄ່າ ເຊິ່ງປະທານ ໂຮ່ຈີມິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ປະໄວ້ໃຫ້ຄົນລຸ້ນຫຼັງ, ພັກ ແລະ ລັດ ຫວຽດນາມ ໄດ້ສ້າງເວັບໄຊຂໍ້ມູນເອເລັກໂຕນິກພິເສດ ກ່ຽວກັບປະທານ ໂຮ່ຈີມິນ ແລະ ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ຂຶ້ນມາ ເພື່ອໃຫ້ມະຫາຊົນ ໄດ້ເຂົ້າເຖິງ ແລະ ເສີມຂະຫຍາຍບັນດາຄຸນຄ່າເຫຼົ່ານັ້ນ. ເພື່ອນທິບພະວົງ ແລະ ຜູ້ຟັງທີ່ຮູ້ພາສາ ຫວຽດ, ສາມາດເຂົ້າອ່ານໃນເວບໄຊ: hochiminh.vn, hochiminh.nhandan.vn ແລະ nguyenphutrong.nhandan.vn. ບົດຂຽນ, ຜົນງານວັນນະຄະດີ, ປຶ້ມ, ໜັງສືພິມ, ເອກະສານທັງໝົດທີ່ກ່ຽວຂ້ອງເຖິງການນຳຜູ້ຍິ່ງໃຫຍ່ສອງທ່ານນີ້ ລ້ວນແຕ່ໄດ້ເອົາລົງ ແລະ ອັບເດດເປັນປະຈຳໃນບັນດາເວັບໄຊດັ່ງກ່າວ.

ເພື່ອນ ວົງເພັດ ຢູ່ແຂວງ ຫົວພັນ ໄດ້ສົ່ງຄຳຖາມເຖິງລາຍການກ່ຽວກັບການທ່ອງທ່ຽວ ຮ່າໂນ້ຍ. ລະອຽດຄື: ຂ້າພະເຈົ້າກະກຽມໄປປະຕິບັດງານຢູ່ ຫວຽດນາມ ໃນກາງເດືອນກັນຍານີ້. ຂ້າພະເຈົ້າຢາກໄປຄົ້ນຫານະຄອນ ຮ່າໂນ້ຍ, ແຕ່ມີເວລາຫວ່າງພຽງແຕ່ມື້ດຽວ, ບໍ່ຮູ້ວ່າຈະໄດ້ທ່ຽວສະຖານທີ່ໃດແດ່ເນາະ?

ແນະ​ນຳ​ບັນ​ດາ​ລາຍ​ການ​ທ່ອງ​ທ່ຽວ​ຂອງ ຫວຽດ​ນາມ - ảnh 2ດ້ວຍການໄປຜ່ານຖະໜົນ 25 ສາຍ, ເພື່ອນສາມາດນັ່ງຊົມວິວນະຄອນຫຼວງ, ຮັບຊົມຄວາມງາມຂອງສະຖານທີ່ທ່ອງທ່ຽວ, ກິດຈະກຳສະຖາປັດຕະຍາກຳທີ່ມີສື່ສຽງ, ສະຖານທີ່ປະຫວັດສາດ, ວັດທະນະທຳຂອງນະຄອນຫຼວງ (ພາບ: VOV2)
ຍິນດີຕ້ອນຮັບເພື່ອນມາ ຫວຽດນາມ. ເພື່ອໄປຄົ້ນຫາ ຮ່າໂນ້ຍ ໄດ້ໝົດນັ້ນ ແມ່ນຕ້ອງເສຍເວລາຫຼາຍກວ່າ 1 ມື້, ບາງເທື່ອເປັນເດືອນ ເປັນປີຈຶ່ງສຳຜັດໄດ້ຄວາມງາມຂອງນະຄອນ ຮ່າໂນ້ຍ ໝົດ ກໍຄືຊີວິດທີ່ມີຊີວິດຊີວາ, ວັດທະນະທຳທີ່ຫຼາກຫຼາຍສີສັນຂອງນະຄອນແຫ່ງອະລິຍະທຳນັບພັນປີ. ຖ້າມີເວລາ 1 ມື້, ເພື່ອນກໍສາມາດໄປຢ້ຽມຢາມບັນດາສະຖານທີ່ຄື: ສຸສານປະທານ ໂຮ່ຈີມິນ, ໜອງຮວ່ານກຽມ, ວັນໝຽວກວັກຕື໋ຢາມ - ມະຫາວິທະຍາໄລແຫ່ງທຳອິດຂອງ ຫວຽດນາມ. ຫຼື ເພື່ອນສາມາດຄົ້ນຄວ້າໃນລາຍການທ່ອງທ່ຽວ ຮ່າໂນ້ຍ ດ້ວຍການຂີ່ລົດເມສອງຊັ້ນ. ນີ້ແມ່ນໜຶ່ງໃນບັນດາລາຍການທ່ອງທ່ຽວ ເຊິ່ງແຂກທ່ອງທ່ຽວສາກົນມັກໃຊ້ການບໍລິການ. ພິເສດ, ປັດຈຸບັນ, ຮ່າໂນ້ຍ ເລີ່ມກ້າວເຂົ້າສູ່ລະດູໃບໄມ້ຫຼົ່ນ, ແມ່ນຈຸດເວລາທີ່ເໝາະສົມກັບການເຂົ້າຮ່ວມລາຍການທ່ອງທ່ຽວທີ່ສຸດ. ດ້ວຍການໄປຜ່ານຖະໜົນ 25 ສາຍ, ເພື່ອນສາມາດນັ່ງຊົມວິວນະຄອນຫຼວງ, ຮັບຊົມຄວາມງາມຂອງສະຖານທີ່ທ່ອງທ່ຽວ, ກິດຈະກຳສະຖາປັດຕະຍາກຳທີ່ມີສື່ສຽງ, ສະຖານທີ່ປະຫວັດສາດ, ວັດທະນະທຳຂອງນະຄອນຫຼວງ ເຊັ່ນ: ຄຸກຫວາຫຼໍ່, ພະລາດຊະວັງທັງລອງ, ສຸສານປະທານ ໂຮ່ຈີມິນ, ໂຮງລະຄອນໃຫຍ່ຮ່າໂນ້ຍ.... ຈາກມູມສູງ, ຖ່າຍຮູບ ແລະ ສູບອາກາດເຢັນສະບາຍຂອງລະດູໃບໄມ້ຫຼົ່ນ. ສິ້ນສຸດລາຍການທ່ອງທ່ຽວນີ້, ເພື່ອນຍັງມີເວລາເພື່ອຊິມບັນດາເຍື່ອງອາຫານແຄມທາງທີ່ເປັນເອກະລັກຂອງຮ່າໂນ້ຍຄື ເຝີ, ເຂົ້າປຸ້ນຊີ້ນປີ້ງ ແລະ ຈິບກາເຟ, ກິນເຂົ້າເໝົ້າທີ່ໜຽວນຸ້ມ ເຊິ່ງເປັນກິດຈະກຳທີ່ຊາວນະຄອນຫຼວງມັກເຮັດເພື່ອເພີດເພິນກັບບັນຍາກາດຂອງລະດູໃບໄມ້ຫຼົ່ນ ຮ່າໂນ້ຍ. ຫວັງວ່າ, ການແນະນຳຂອງພວກຂ້າພະເຈົ້າ ຈະນຳມາເຊິ່ງການສຳຜັດທີ່ໜ້າຈັບອົກຈັບໃຈໃນໄລຍະເພື່ອນມາເຄື່ອນໄຫວຢູ່ ຮ່າໂນ້ຍ.

ດັ່ງທີ່ກ່າວມາຂ້າງທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາ ໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວບໄຊ vovworld.vn. ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ