ຫວຽດນາມ ໜູນຊ່ວຍ ລາວ ພັດທະນາກະສິກຳແບບຍືນຍົງ

(VOVWORLD) - ໂດຍໄດ້ຮັບການໜູນຊ່ວຍຈາກລັດຖະບານ ຫວຽດນາມ ໃນການກໍ່ສ້າງ 4 ລະບົບຊົນລະປະທານຢູ່ເມືອງ ອານຸວົງ ແລະ ທ່າໂທມ, ຂຶ້ນກັບແຂວງ ໄຊສົມບູນ ເຊິ່ງໄດ້ຜັນຂະຫຍາຍກໍ່ສ້າງນັບແຕ່ທ້າຍປີ 2022
ຫວຽດນາມ ໜູນຊ່ວຍ ລາວ ພັດທະນາກະສິກຳແບບຍືນຍົງ - ảnh 1(ລະບົບຊົນລະປະທານຢູ່ແຂວງ ໄຊສົມບູນ)

ໃນຊຸມປີຜ່ານມາ, ມີຫຼາຍກິດຈະກຳ, ໂຄງການອຸປະຖຳຂອງ ຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ ໃນການພັດທະນາກະສິກຳແບບຍືນຍົງຢູ່ຫຼາຍບໍລິເວນທີ່ປະສົບກັບຄວາມຫຍຸ້ງຍາກ, ເຂດຫ່າງໄກສອກຫຼີກ, ນຳມາເຊິ່ງປະສິດທິຜົນຢ່າງແທ້ຈິງ, ສ້າງຫຼາຍວຽກເຮັດງານທຳ, ເພີ່ມລາຍຮັບ ແລະ ຊ່ວຍໃຫ້ປະຊາຊົນ ລາວ ລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມຫຍຸ້ງຍາກ, ປັບປຸງການດຳລົງຊີວິດ, ຮັບປະກັນຊີວິດສັງຄົມ . ບົດຂຽນຂອງນັກຂ່າວ VOV ປະຈຳ ລາວ.

ໄຊສົມບູນ ແມ່ນແຂວງເຂດພູດອຍທາງພາກກາງຂອງ ລາວ, ໄດ້ສ້າງຕັ້ງຂຶ້ນແຕ່ທ້າຍປີ 2013, ສະນັ້ນ, ລະບົບພື້ນຖານໂຄງລ່າງຍັງປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ໂດຍສະເພາະແມ່ນບັນດາກິດຈະກຳຄອງເໝືອງ, ຊົນລະປະທານຮັບໃຊ້ການຜະລິດກະສິກຳ, ເຮັດໃຫ້ການດຳລົງຊີວິດ, ການຫາເງິນລ້ຽງຊີບບໍ່ຖາວອນ.

ໂດຍໄດ້ຮັບການໜູນຊ່ວຍຈາກລັດຖະບານ ຫວຽດນາມ ໃນການກໍ່ສ້າງ 4 ລະບົບຊົນລະປະທານຢູ່ເມືອງ ອານຸວົງ ແລະ ທ່າໂທມ, ຂຶ້ນກັບແຂວງ ໄຊສົມບູນ ເຊິ່ງໄດ້ຜັນຂະຫຍາຍກໍ່ສ້າງນັບແຕ່ທ້າຍປີ 2022, ດ້ວຍຍອດເງິນລົງທຶນກວ່າ 159 ຕື້ດົ່ງ. ມາຮອດປະຈຸບັນ, ກິດຈະກຳໄດ້ກໍ່ສ້າງສຳເລັດແລ້ວ, ຊ່ວຍໃຫ້ພໍ່ແມ່ປະຊາຊົນດຳເນີນການຜະລິດກະສິກຳບັນລຸສະມັດຕະພາບ ແລະ ມີຄຸນນະພາບສູງ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ. ກ່າວຄຳເຫັນທີ່ພິທີມອບຮັບກິດຈະກຳຫວ່າງມໍ່ໆມານີ້, ທ່ານ ພອຍຄຳ ຮຸ່ງບຸນຍວງ, ເຈົ້າແຂວງໆ ໄຊສົມບູນ, ໃຫ້ຮູ້ວ່າ:

(ທ່ານ ພອຄຳ ຮຸ່ງບຸນຍວງ)

        ໂຄງການກໍ່ສ້າງລະບົບຊົນລະປະທານຢູ່ເມືອງ ໜອງບົກ, ໂດຍລັດຖະບານ ຫວຽດນາມ ອຸປະຖຳ ພວມຜັນຂະຫຍາຍ. ຄາດວ່າ, ເມື່ອໄດ້ກໍ່ສ້າງສຳເລັດ, ກິດຈະກຳດັ່ງກ່າວຈະສາມາດສະໜອງນ້ຳໃຫ້ເນື້ອທີ່ດິນກວ່າ 500 ເຮັກຕາ, ເມືອງ ໜອງບົກ ສາມາດເພີ່ມສະມັດຕະພາບດ້ານກະສິກຳ, ເພີ່ມລະດູການປູກຝັງແຕ່ 1 ລະດູການ/ປີ ຂຶ້ນເປັນ 2 ລະດູການ/ປີ, ອັນໄດ້ຕອບສະໜອງຄວາມມຸ່ງຫວັງຂອງ 863 ຄອບຄົວທີ່ຍາກເພີ່ມປະລິມານການຜະລິດກະສິກຳ, ແນໃສ່ເພີ່ມລາຍຮັບຕື່ມອີກ. ທ່ານ ອຸທອນຖະຫວິນ ວໍລະຈັກ, ຮອງເຈົ້າເມືອງ ໜອງບົກ, ໃຫ້ຮູ້ວ່າ:

(ທ່ານ ອຸທອນ ທະວີໂນລັກ)

ຫວຽດນາມ ໜູນຊ່ວຍ ລາວ ພັດທະນາກະສິກຳແບບຍືນຍົງ - ảnh 2(ພິທີມອບຮັບແນວພັນເຂົ້າ)

ນອກນັ້ນ, ໃນປີ 2023 ຜ່ານມາ, ບໍລິສັດຮ່ວມມືສາກົນ 705, ຂຶ້ນກັບກອງທະຫານເຂດ 2, ກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ໜູນຊ່ວຍພະແນກກະສິກຳ ແລະ ປ່າໄມ້ແຂວງ ອຸດົມໄຊ ແນວພັນເຂົ້າ 10 ໂຕນ, ດ້ວຍມູນຄ່າປະມານ 430 ລ້ານດົ່ງ. ນີ້ແນວພັນເຂົ້າລ້ວນແຕ່ໄດ້ປູກສຳເລັດຢູ່ ຫວຽດນາມ, ດ້ວຍສະມັດຕະພາບແມ່ນ 7 ໂຕນ/ເຮັກຕາ. ທ່ານ ຄຳພອນ  ມູນລະໄມ, ຫົວໜ້າພະແນກສິກຳ ແລະ ປ່າໄມ້ ແຂວງ ອຸດົມໄຊ, ໃຫ້ຮູ້ວ່າ:

(ທ່ານ ຄຳພອນ ລາໄມ)

ທ່ານ ວຽງສະຫວັນ ວິໄລພອນ, ຮອງປະທານຜູ້ປະຈຳການຄະນະກຳມະການຮ່ວມມື ລາວ - ຫວຽດນາມ, ຕີລາຄາວ່າ, ບັນດາໂຄງການຮ່ວມມືດ້ານກະສິກຳລະຫວ່າງ ຫວຽດນາມ ແລະ ລາວ ໄດ້ຮັບການຜັນຂະຫຍາຍຢ່າງມີປະສິດທິຜົນ, ໃຫ້ຮູ້ວ່າ:

(ວຽງສະຫວັນ ວິໄລພອນ)

ຕາມຄະນະກຳມະການຮ່ວມມື ລາວ - ຫວຽດນາມ ແລ້ວ, ການກໍ່ສ້າງບັນດາກິດຈະກຳຮັບໃຊ້ການຜະລິດກະສິກຳ, ຮັບປະກັນຄຸນນະພາບ, ຖືກຕາມການອອກແບບໄດ້ເສີມຂະຫຍາຍຄຸນຄ່າຢ່າງສູງສຸດ, ຊ່ວຍໃຫ້ພໍ່ແມ່ປະຊາຊົນຜະລິດກະສິກຳ ບັນລຸສະມັດຕະພາບ ແລະ ຄຸນນະພາບສູງ, ປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນທ້ອງຖິ່ນ, ຊ່ວຍລົບລ້າງຄວາມອຶດຫິວ, ຫຼຸດຜ່ອນຄວາມທຸກຍາກເທື່ອລະກ້າວ, ພ້ອມທັງປັບປຸງສະພາບແວດລ້ອມຊີວະພາບໃນເຂດຕາມທິດຕັ້ງໜ້າ, ຜ່ານນັ້ນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງ 2 ລັດຖະບານ ຫວຽດນາມ ແລະ ລາວ ໃນການຍູ້ແຮງການຮ່ວມມືໃນຂົງເຂດກະສິກຳລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ