ການ​ພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ 4 ແຂວງຂອງ ຫວຽດ​ນາມ ແລະ ລາວ

(VOVWORLD) - ນັບແຕ່ວັນທີ 27 -  29 ສິງຫາ, ຄະນະຊາວໜຸ່ມແຂວງ ກວ໋າງຈິ (ຫວຽດນາມ) ແລະ ຄະນະຊາວໜຸ່ມ 3 ແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ (ລາວ), ໄດ້ຈັດລາຍການພົບປະມິດຕະພາບຊາວໜຸ່ມ 4 ແຂວງຢູ່ ກວ໋າງຈິ.
ການ​ພົບ​ປະ​ມິດ​ຕະ​ພາບ​ຊາວ​ໜຸ່ມ 4 ແຂວງຂອງ ຫວຽດ​ນາມ ແລະ ລາວ - ảnh 1 ບັນດາຝ່າຍກໍ່ເປັນເອກະພາບກັນສືບຕໍ່ສົ່ງເສີມຊາວໜຸ່ມອະນຸຊົນເຍົາວະຊົນບັນດາເມືອງລຽບຕາມຊາຍແດນ ຫ້າວຫັນເຂົ້າຮ່ວມການປົກປັກຮັກສາສະພາບການເດີມຂອງຊາຍແດນ (ພາບ: TTXVN)

ໃນໄລຍະຈະມາເຖິງ, ຄະນະຜູ້ແທນຊາວໜຸ່ມ 4 ແຂວງ ກວ໋າງຈິ, ສະຫວັນນະເຂດ, ສາລະວັນ, ເຊກອງ ໄດ້ໄປທັດສະນະສຶກສາບັນດາຮູບແບບການຜະລິດດຳເນີນທຸລະກິດດີເດັ່ນ, ບັນດາທັດສະນີຍະພາບທີ່ມີຊື່ສຽງຢູ່ແຂວງ ກວ໋າງຈິ; ຈັດຕັ້ງກອງປະຊຸມສຳມະນາແລກປ່ຽນປະສົບການວຽກງານຊາວໜຸ່ມ ແລະ ຂະບວນການອະນຸຊົນເຍົາວະຊົນ, ເປັນເອກະພາບແຜນການຮ່ວມມືໃນໄລຍະຈະມາເຖິງ.

        ໃນພິທີລົງນາມສານຮ່ວມຂອງລາຍການພົບປະມິດຕະພາບຄະນະຊາວໜຸ່ມ  4 ແຂວງ ເຊິ່ງໄດ້ດຳເນີນໃນຕອນບ່າຍວັນທີ 28 ສິງຫາ, ຄະນະຊາວໜຸ່ມ 4 ແຂວງ ໄດ້ເປັນເອກະພາບເນື້ອໃນສືບຕໍ່ວຽກງານສຶກສາສະມາຊິກຊາວໜຸ່ມ, ອະນຸຊົນເຍົາວະຊົນໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບມູນເຊື້ອ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ ຫວຽດນາມ - ລາວ ກໍຄືສາຍພົວພັນມິດຕະພາບ, ການຮ່ວມມືລະຫວ່າງແຂວງ ກວ໋າງຈິ (ຫວຽດນາມ) ກັບບັນດາແຂວງ ສະຫວັນນະເຂດ, ສາລະວັນ, ເຊກອງ (ລາວ); ພິເສດແມ່ນສົມທົບກັນ, ແລກປ່ຽນແບ່ງປັນບົດຮຽນປະສົບການໃນການພັດທະນາເສດຖະກິດ, ກໍ່ຮ່າງສ້າງຕົວ, ສະຕາດອັບ, ແລກປ່ຽນວັດທະນະທຳລະຫວ່າງຊາວໜຸ່ມບັນດາເມືອງທີ່ມີຊາຍແດນຮ່ວມກັນ.

        ບັນດາຝ່າຍກໍ່ເປັນເອກະພາບກັນສືບຕໍ່ສົ່ງເສີມຊາວໜຸ່ມອະນຸຊົນເຍົາວະຊົນບັນດາເມືອງລຽບຕາມຊາຍແດນ ຫ້າວຫັນເຂົ້າຮ່ວມການປົກປັກຮັກສາສະພາບການເດີມຂອງຊາຍແດນ, ຫຼັກໝາຍແຫ່ງຊາດ; ສະກັດກັ້ນສະພາບການອົບພະຍົບແບບຜິດກົດໝາຍ, ການຄ້າມະນຸດ, ການຄ້າຂາຍຢາເສບຕິດ, ການຄ້າເຖື່ອນຢູ່ເຂດຊາຍແດນ ຫວຽດນາມ - ລາວ, ປະກອບສ່ວນສ້າງເສັ້ນຊາຍແດນ ຫວຽດນາມ-ລາວ ສັນຕິພາບ, ມິດຕະພາບ.

ຕອບກັບ

ຂ່າວ/ບົດ​ອື່ນ