ການອະນຸລັກຮັກສາປຶ້ມບູຮານຂອງຊາວເຜົ່າຢ້າວຊີ່ນໂຮ່

ການອະນຸລັກຮັກສາປຶ້ມບູຮານຂອງຊາວເຜົ່າຢ້າວຊີ່ນໂຮ່ - ảnh 1
ປຶ້ມບູຮານຂອງ​ຊາວ​ເຜົ່າ​ຢ້າວ​-ຊີ່​ນ​ໂຮ່ (ພາບ: baolaichau)


ໃນ​ສາງ​ວັດທະນະທຳ​ພື້ນ​ເມືອງທີ່​ຫຼາຍ​ຮູບ​ຫຼາຍ​ສີ ​ແລະ ອຸດົມສົມບູນ​ຂອງ​ພໍ່​ແມ່​ປະຊາຊົນ​ເຜົ່າ​ຢ້າວ​ເຄົາ​ທີ່​ເມືອງ​ຊີ່​ນ​ໂຮ່, ແຂວງລາຍເຈົານັ້ນ, ແມ່ນຕ້ອງເວົ້າເຖິງ ປຶ້ມບູຮານ, ​ເພາະວ່າ ນີ້​ແມ່​ນເອກະສານ​ຄົ້ນ​ຄ້ວາວັດທະນະທຳ​ການ​ເຫຼື້ອມ​ໄສ, ຕົວ​ໜັງສື​ຂອງ​ຊາວ​ເຜົ່າ​ຢ້າວ. ​ແຕ່​ໃນ​ປະຈຸ​ບັນ, ສິ່ງ​ທີ່​ໜ້າ​ເປັນ​ຫ່ວງ​ແມ່ນ​ສາງ​ວັດທະນະທຳ​ນີ້​ພວມ​ຄອຍສູນຫາຍ​ໄປ ​ແລະ ຖືກ​ຫຼົງ​ລືມ. ​ໃນ​ລາຍການ​ວັດທະນະທຳ​ຫວຽດນາມ​ພາກ​ນີ້, ພວກ​ເຮົາ​ມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ “​ ອະນຸລັກ​​ຮັກສາປຶ້ມ​ບູຮານຂອງ​ຊາວ​ເຜົ່າ​ຢ້າວ​ຊີ່​ນ​ໂຮ່”. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

    ລຸງ Tan Menh Xieu ອາຍຸ 76 ປີ, ຢູ່​ບ້ານ​ຕາຟິນ I , ​ຕາ​ແສງຕາຟິນ, ເມືອງ​ຊີ່​ນ​ໂຮ່, ແຂວງລາຍເຈົາ​ໄດ້​ຮັບ​ຄວາມ​ເຄົາລົບ​ນັບຖື​ຈາກ​ຊາວບ້ານ ​ແລະ ​ເຂົາ​ເຈົ້າ​ໄດ້​ເອີ້ນ​ລຸງ​ແມ່ນ​ອາຈານ.​ ລຸງ Tan Menh Xieu ​ແມ່ນ​ລູກສິດ​ທີ່​ດີ​ເດັ່ນ​ຂອງ​ເຈົ້າ​ເຫຼົ່າ​ວົງ​ຕະກູນ Tan  ​ແລະ ​ໄດ້​ຮັບ​ຍົດ ​ແລະ ຮັບ​ການຖ່າຍ​ທອດ​ຈາກ​ເຈົ້າ​ເຫຼົ່າ. ລຸງ​​ແມ່ນ​ຄົນ​ທີ່​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ຢ່າງ​ກ້ວາງ​ຂວາງ, ​ໄດ້​ມີ​ໄວ້​ໃນ​ຄອບ​ຄອງ ​ແລະ ​ເກັບ​ຮັກສາ​ປຶ້ມ​ບັນທຶກ, ປຶ້ມ​ອ່ານ​ຂອງວົງ​ຕະກູນ​​ແຕ່ສະ​ໄໝ​ປູຍ່າ​ຕາ​ຍາຍມາ​ຮອດ​ປະຈຸ​ບັນ. ລຸງ Tan Menh Xieu ພວມເກັບ​ຮັກສາ​ປຶ້ມເຈັ້ຍ​ສາຂຽນເປັນ​ພາສາ​ຢ້າວທີ່​ມີ​ມາ​ກ່ອນ​ນີ້ 150 ປີ. ພິ​ເສດ​ມີ​ປຶ້ມ​ບັນທຶກ​ບັນດາ​ປະກົດ​ການ​ທຳ​ມະ​ຊາດ, ບັນດາ​ຮີດຄອງ​ປະ​ເພນີ, ປຶ້ມ​ສອນ​ມະນຸດ​ສຳພັນ. ສິ່ງ​ທີ່ລຸງ Tan Menh Xieu ມີ​ຄວາມ​ເປັນ​ຫ່ວງ​ໃນ​ປະຈຸ​ບັນ​ຢູ່​ຊີ່​ນ​ໂຮ່ນັ້ນ ​ແມ່ນ​ບໍ່​ສູ້ມີ​ຫຼາຍ​ຄົນມັກ​ຄົ້ນ​ຄ້ວາ​ວັດທະນະທຳ​ເຜົ່າ​ຢ້າວ​ຄື​ທ່ານ​ອີກ​ແລ້ວ. ລຸງ Tan Menh Xieu ​ເວົ້າ​ວ່າ 

   “ ປະຈຸ​ບັນ, ​ໃນສັງຄົມ​ທີ່​ກ້າວໜ້າ, ​ໄວ​ໜຸ່ມ​ສ່ວນ​ຫຼວງ​ຫຼາຍ​ມີ​ແນວ​ໂນ້ມນິຍົມ​ຊົມ​ຊອບ ​ແລະ ມັກ​ສຳ​ຜັດກັບ​ສີສັນວັດທະນະທຳ​ຕ່າງ​ໆຫຼາຍກ່ວາ​ວັດທະນະທຳ​ເຜົ່າ​ຕົນ, ​ເພາະສະ​ນັ້ນ, ​ເຂົາ​ເຈົ້າ​ຄ່ອຍຫຼົງ​ລືມ​ກົກ​ເຄົ້າ​ດ້ານ​ວັດທະນະທຳ​ທີ່​ດີງາມ​ຂອງ​ເຜົ່າ​ຕົນ. ຂ້າພະ​ເຈົ້າຫວັງ​ວ່າ ບັນດາ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ​ຈົ່ງ​ເອົາ​ໃຈ​ໃສ່, ມີ​ນະ​ໂຍບາຍ​ດຶງ​ດູດ ​ແລະ ​ເປີດ​ຊຸດ​ຮຽນ​ໜັງສືພາສາ​ເຜົ່າ​ຢ້າວ​ໃຫ້​ເດັກນ້ອຍ ”

     ຜູ້​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ວັດທະນະທຳ​ຄື ລຸງ Tan Menh Xieu ​ແມ່ນ​ມີ​ພຽງ 2-3 ຄົນ​ເທົ່າ​ນັ້ນ, ​ແຕ່​ລ້ວນ​ແຕ່​ມີ​ອາຍຸ​ສູງ ​ແລະ ສຸຂະພາບ​ໄດ້​ອ່ອນ​ເພຍ​ແລ້ວ. ສ່ວນ​ລຸ່ນ​ຊາວ​ໜຸ່ມ​, ​ເຍົາວະ​ຊົນແມ່ນ​ພຽງ​ສາມາດ​ເວົ້າ​ໄດ້ຟັງ​ເຂົ້າ​ໃຈ ​ແຕ່​ໃຊ້​ການ​ບໍ່​ເປັນ. ຢູ່​ບ້ານ ​ໂລ່​ໂຕ​ຟີ່ນ ຕາ​ແສງ ຟັງ​ໂຊ​ລີ່​ນ ມີ 485 ຄົວ​ເຮືອນ ກໍ​ລ້ວນ​ແຕ່​ແມ່ນ​ຊາວ​ເຜົ່າ​ຢ້າວ​ເຄົາ. ​ເມື່ອ​ພວກ​ຂ້າພະ​ເຈົ້າມາ​ຖາມຊາວບ້ານ​ກ່ຽວ​ກັບ​ຄວາມ​ຮູ້​ດ້ານ​ວັດທະນະທຳ, ກ່ຽວ​ກັບ​ຕົວ​ໜັງສື ນົມ​ຢ້າວນັ້ນ, ພວກ​ເຂົາ​ເຈົ້າ ຈາກ​ຜູ້​ໃຫຍ່​ຕະຫຼອດ​ຮອດ​ເດັກນ້ອຍ​ຕ່າງ​ກໍ​ບໍ່​ຮູ້ຈັກ. ຕາມ​ທ່ານ Nguyen Duc Truong ຫົວໜ້າ​ຂະ​ແໜງ​ວັດທະນະທຳ​ກິລາ ​ແລະ ທ່ອງ​ທ່ຽວ​ເມືອງ​ຊີ່​ນ​ໂຮ່​ແລ້ວ, ປະຈຸ​ບັນ​ສາງ​ປຶ້ມບູຮານ​ຂອງ​ຊາວ ເຜົ່າ​ຢ້າວ​ເຄົາ​ທີ່​ເມືອງ​ຊີ່​ນ​ໂຮ່ ​ແມ່ນ​ເຫຼືອ​ພຽງ​ປະມານ 500 ຫົວໂດຍ​ຊາວ​ເຜົ່າຢ້າວຢູ່​ຕາ​ແສງ​ຕ່າງໆ​ພວມ​ເກັບ​ຮັກສາ. ມີ​ບາງ​ຄອບຄົວ​ເຜົ່າ​ຢ້າວຍັງ​​ເກັບ​ຮັກສາ​ປຶ້ມ​ບັນທຶກ​ວົງ​ຕະກູນ​ຂອງ​ຕົນ, ​ແຕ່​ເຂົາ​ເຈົ້າ​ພັດ​ບໍ່​ເຂົ້າ​ໃຈ​ເນື້ອ​ໃນ​ຂອງ​ປຶ້ມ​ຫົວ​ນັ້ນ​ຄື​ແນວ​​ໃດ. ຜູ້​ໃຫຍ່​ບໍ່​ຮູ້, ບໍ່​ສົນ​ໃຈ ກໍ​ແມ່ນ​ສາຍ​​ເຫດ​ພາ​ໄປ​ເຖິງ​ເລື່ອງ​ເດັກນ້ອຍ​ເຜົ່າ​ຢ້າວ​ບໍ່​ຮູ້ຈັກ​ອີຫຍັງກ່ຽວ​ກັບ​ວັດທະ​ນະ​ທຳ​ບູຮານ. ນ້ອງ Phan Thanh Son ​ເປີດ​ເຜີຍ​ວ່າ ຍ້ອນ​ປູຍ່າ, ພໍ່​ແມ່​ຄ່າ​ວຽກ​ຫຼາຍ​ຢ່າງ, ດັ່ງ​ນັ້ນ​ບໍ່​ມີ​ເວລາ​ເລົ່າ​ໃຫ້​ນ້ອງ​ຟັງ​ ​ເລື່ອງ​ລາວ ກ່ຽວ​ກັບປູ​ຍ່າ​ຕາ​ຍາຍ, ກົກ​ເຄົ້າ​ເຫງົ້າ​ກໍ . ນ້ອງ Phan Thanh Son ​ເວົ້າ​ວ່າ :

    “ ພວກ​ນ້ອງ​ບໍ່​ໄດ້​ຮັບ​ຟັງປູຍ່າ, ພໍ່​ແມ່​ເລົ່າ​ກ່ຽວ​ກັບກົກ​ເຄົ້າ​ເຫງົ້າ​ກໍຂອງ​ເຜົ່າ​ຢ້າວ​ຈັກ​ເທືອ່, ຮອດ​ອາຍຸ​ໄປ​ໂຮງຮຽນ, ພວກ​ນ້ອງ​ໄດ້​ຮຽນພຽງ​ພາສາ​ຫວຽດ​ຕາມ​ໝູ່ຄູ່ເທົ່າ​ນັ້ນ, ດັ່ງ​ນັ້ນ​ບໍ່​ຮູ້​ຕົວ​ໜັງສື​ເຜົ່າ​ຢ້າວ​ຈັກ​ໜ້ອຍ ”

   ​ເຮັດ​ແນວ​ໃດ​ເພື່ອ​ອະນຸລັກ​ຮັກສາສາງ​ປຶ້ມ​ບູຮານ​ທີ່​ປະ​ເສິດ​ເລີດ​ລ້ຳນີ້ ? ​ແມ່ນ​ບໍ່​ມີ​ສິ່ງ​ໃດ​ດີ​ກ່ວາ​ເລື່ອງ​ຕ້ອງ​ມີ​ຄວາມ​ເອົາ​ໃຈ​ໃສ່​ຈາກ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ, ຂອງ​ແຕ່​ລະ​ວົງ​ຄະນະ​ຍາດ ກໍ​ຄື​ຊາວ​ເຜົ່າ​ຢ້າວ​ແຕ່ລະຄົນ​ເພື່ອ​ປົກປັກຮັກສາ​ມໍລະດົກ​ວັດທະນະ​ທຳທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ເຜົ່າ​ຕົນ. ບັນດາ​ໂຮງຮຽນ​ກໍ​ຄວນ​ນຳ​ເລື່ອງ​ຄົ້ນ​ຄ້ວາ​ຕົວ​ໜັງສື​ພາສາ ນົມ​ຢ້າວ ​ເຂົ້າ​ໃນ​ຫຼັກສູດ​ການ​ຮຽນ​ຫຼື​ໃນ​ບັນດາ​ໂຄງ​ການ​ນອກ​ລະບົບ, ​ແນ​ໃສ່​ຟື້ນ​ຟູ​ຄວາມ​ຮູ້ດ້ານ​ວັດທະນະທຳ​ພື້ນເມືອງຂອງ​ຊົນ​ເຜົ່າ​ໃຫ້​ລຸ່ນຊາວ​ໜຸ່ມ​ເຍົາວະ​ຊົນ​ປະຈຸ​ບັນ. ​ເພາະ​ໃນ​ຈິດ​​ໃຈ​ຂອງ​ຊາວ​ເຜົ່າ​ຢ້າວ​ລຸ່ນປະຈຸ​ບັນ, ລ້ວນ​ແຕ່​ຫວັງ​ວ່າ​ ນອກຈາກ​ມີ​ຄວາມ​ຮູ້​ຄວາມ​ເຂົ້າ​ໃຈດີ​ດ້ານ​ພາສາ​ຫວຽດ​ແລ​້ວ, ​ແມ່ນ​ຕ້ອງ​ຮູ້​ດີ​ພາສາ​ຂອງ​ເຜົ່າ​ຕົນ. ​ເຮັດ​ໄດ້​ເຊັ່ນ​ນັ້ນ, ສີສັນ​ວັດທະ ນະທຳຈຶ່ງ​ໄດ້​ຮັບ​ການ​ຮັກສາ​​ໄວ້ໃຫ້​ຍືນ​ຍົງ​ຄົງ​ຕົວຕະຫຼອດ​ກາລະ​ນານ.

ຕອບກັບ

ຂ່າວ/ບົດ​ອື່ນ