ເວທີສະແດງເຍົາວະຊົນລະດູພັກແລ້ງ 2024: ບັນດາລາຍການສະແດງສິລະປະທີ່ດູດດື່ມ

(VOVWORLD) - ລະດູພັກແລ້ງປີນີ້, ໂຄງລະຄອນຫວຽດນາມຢູ່ຮ່າໂນ້ຍໄດ້ຈັດບັນດາລາຍການສະແດງສິລະປະພິເສດທີ່ສະຫງວນໃຫ້ແກ່ນ້ອງໆເຍົາວະຊົນ
ເວທີສະແດງເຍົາວະຊົນລະດູພັກແລ້ງ 2024: ບັນດາລາຍການສະແດງສິລະປະທີ່ດູດດື່ມ - ảnh 1ນັກສິລະປິນປະຊາຊົນ ຊວັນບັກ, ຫົວໜ້າໂຮງລະຄອນ ຫວຽດນາມ
(ພາບ: daibieunhandan.vn)

        ເພື່ອຕ້ອນຮັບໄລຍະພັກແລ້ງ, ບັນດາໂຮງລະຄອນ, ກອງສິລະປະກອນໃນທົ່ວປະເທດໄດ້ແນະນຳບັນດາລາຍການສະແດງສິລະປະທີ່ດູດດື່ມແລະມີຄວາມໝາຍເຖິງນ້ອງໆເຍົາວະຊົນ. ມີຫຼາຍລາຍການສະແດງບົນເວທີບໍ່ພຽງແຕ່ສ້າງຄວາມດຶງດູດໃຈ, ເຕັມໄປດ້ວຍລັກສະນະສິລະປະທາງດ້ານເນື້ອໃນເທົ່ານັ້ນ, ຫາກຍັງມີລັກສະນະສຶກສາສູງ, ຫວັງວ່າຈະນຳມາເຊິ່ງຄວາມມ່ວນຊື່ນໃຫ້ແກ່ເດັກໆໃນໂອກາດລະດູພັກແລ້ງປີນີ້.

        ລະດູພັກແລ້ງປີນີ້, ໂຄງລະຄອນຫວຽດນາມຢູ່ຮ່າໂນ້ຍໄດ້ຈັດບັນດາລາຍການສະແດງສິລະປະພິເສດທີ່ສະຫງວນໃຫ້ແກ່ນ້ອງໆເຍົາວະຊົນ, ດ້ວຍຫົວຂໍ້ “ການເດີນທາງທີ່ມະຫັດສະຈັນ”, ລວມມີ 3 ບົດລະຄອນ. ໃນນັ້ນ, ບົດລະຄອນ “ຊຸດເຄື່ອງນຸ່ງໃໝ່ຂອງເຈົ້າຊີວິດ” ໄດ້ສ້າງໂດຍເອົາຈາກນິທານ Andersen, ຜ່ານບັນດາປັດໄຈສຶກສາ, ພ້ອມທັງປັດໄຈບັນເທິງໄດ້ນຳລາຍການສະແດງສິລະປະທີ່ດຶງດູດໃຈມາໃຫ້ພວກນ້ອງໆເຍົາວະຊົນ, ຊ່ວຍໃຫ້ເດັກນ້ອຍສາມາດຮ່ຳຮຽນເອົາບົດຮຽນກ່ຽວກັບຈິດໃຈທີ່ສັດຊື່ໃນການດຳລົງຊີວິດ. ນັກສິລະປິນປະຊາຊົນ ຊວັນບັກ, ຫົວໜ້າໂຮງລະຄອນຫວຽດນາມ, ໃຫ້ຮູ້ວ່າ:

        ມີເດັກນ້ອຍຫຼາຍລຸ້ນຄົນໃນທົ່ວໂລກມັກເລື່ອງນິທານຂອງ Andersen. ພວກຂ້າພະເຈົ້າໄດ້ເຊື້ອເຊີນຜູ້ກຳກັບການສະແດງຊາວຍີ່ປຸ່ນ Hiroyuki Muneshige ມາຈັດສ້າງລາຍການ ເປັນເວລາປະມານ 2 ເດືອນ. ວິທີການເລົ່າເລື່ອງແມ່ນໃໝ່ອ່ຽມທີ່ສຸດ, ຜູ້ກຳກັບການສະແດງໄດ້ສົມທົບກັບການເຕັ້ນຟ້ອນ, ດົນຕີ, ແສງສີສ້າງຄວາມດຶງດູດໃຈວກນ້ອງເພື່ອໃຫ້ພວກນ້ອງເຊື່ອມຕົວເຂົ້າກັບເລື່ອງລາວ”.

        ໃນຂະນະນັ້ນ, ໃນໂອກາດພັກແລ້ງປີນີ້, ສະຫະພັນກາຍຍະສິນຫວຽດນາມໄດ້ຈັດສ້າງ, ນຳສະເໜີຕໍ່ຜູ້ຊົມລາຍການສະແດງດ້ວຍຫົວຂໍ້ “ຄວາມໄຝ່ຝັນໃນເກັ່ນອາຍຸເຍົາວະຊົນອະນຸຊົນ”, ດ້ວຍການເຂົ້າຮ່ວມຂອງບັນດານັກສິລະປິນ, ນັກສະແດງກາຍຍະສິນຂອງສະຫະພັນກາຍຍະສິນ ຫວຽດນາມ. ດ້ວຍພາສາແລະຮູບແບບພິເສດສະເພາະຂອງກາຍຍະສິນນັ້ນ, ລາຍການສະແດງ “ຄວາມໄຝ່ຝັນໃນເກັ່ນອາຍຸເຍົາວະຊົນອະນຸຊົນ” ໄດ້ນຳພາພວກນ້ອງເຊື່ອມຕົວເຂົ້າກັບໂລກແຫ່ງຄວາມໄຝ່ຝັນ, ພົບປະກັບບັນດາຕົວລະຄອນທີ່ຕົນນິຍົມຊົມຊອບ, ພ້ອມທັງຍົກສູງນ້ຳໃຈສາມັກຄີ, ສ້າງກຳລັງແຮງເພື່ອຜ່ານຜ່າຄວາມຫຍຸ້ງຍາກ, ຕ້ານສິ່ງຊົ່ວຮ້າຍ, ປົກປ້ອງມະນຸດ…

        ໂຮງລະຄອນຕວຍແຈ (ໄວໜຸ່ມ) ຕ້ອນຮັບລະດູພັກແລ້ງ 2024 ດ້ວຍລາຍການ “ລະດູພັກແລ້ງແຫ່ງຄວາມຮັກ”, ໄດ້ແນະນຳຫຼາຍບົດລະຄອນພິເສດ, ສ້າງເປັນການເຄື່ອນໄຫວທີ່ສະຫງວນໃຫ້ພວກນ້ອງເຍົາວະຊົນທີ່ອຸດົມສົມບູນ, ຫຼາຍຮູບຫຼາຍແບບໃນຕະຫຼອດໄລຍະພັກແລ້ງ. ຜູ້ກຳກັບການສະແດງ, ນັກສິລະປິນດີເດັ່ນເລແອັງຕວຽດ, ຫົວໜ້າກອງສິລະປະຟ້ອນລຳທຳເພງ, ໂຮງລະຄອນຕວຍແຈ, ໃຫ້ຮູ້ວ່າ:

        ສຳລັບບັນດາເດັກນ້ອຍເຍົວະຊົນ, ການຮັບຊົມເລື່ອງລາວຜ່ານດົນຕີຍາມໃດກໍ່ໄດ້ສ້າງຄວາມດຶງດູດໃຈສະເພາະ. ບັນດາເລື່ອງລາວທີ່ອາລົມຂັນ ແຕ່ນຳມາເຊິ່ງຄຸຄ່າການສຶກສາສູງ ປະສານສົມທົບກັບບົດເພງ, ວາດຟ້ອນແລະບົດລະຄອນບົນເວທີໄດ້ນຳມາເຊິ່ງບັນດາບົດຮຽນທີ່ເປັນປະໂຫຍດ. ພວກຂ້າພະເຈົ້າຫວັງວ່າ, ຈະສົ່ງເສີມການປະດິດຄິດສ້າງ, ມັກຄົ້ນຫາໃຫ້ແກ່ພວກນ້ອງແລະພວກນ້ອງແຕ່ລະຄົນຈະມີຄວາມໄຝ່ຝັນສະເພາະຂອງຕົນ”.

        ຢູ່ນະຄອນໂຮ່ຈີມິນ, ມີຫຼາຍໂຮງລະຄອນ, ເວທີສະແດງໄດ້ແລະພວມເລີ່ມເຄື່ອນໄຫວຫຼາຍລາຍການສະແດງສິລະປະ, ລາຍການສະແດງທີ່ເປັນເອກະລັກສະເພາະ, ມີຊີວິດຊີວາ ໄດ້ນຳມາເຊິ່ງສານທີ່ມີຄວາມໝາຍແລະເປັນປະໂຫຍດເພື່ອດຶງດູດພວກນ້ອງເຍົາວະຊົນໃນໂອກາດພັກແລ້ງນີ້.

        ແຕ່ວັນທີ 23ພຶດສະພາ, ຢູ່ຫໍວັດທະນະທຳຊາວໜຸ່ມ (ເມືອງ 1, ນະຄອນໂຮ່ຈີມິນ), ເວທີສະແດງຮົ່ງຫາກໄດ້ເລີ່ມຈັດລາຍການສະແດງລະຄອນເທວະດານ້ອຍຂອງຂ້ອຍ. ເວທີສະແດງບານມາຍແລະໂຮງລະຄອນເວທີສະແດງຫຍໍກໍ່ແມ່ນບັນດາສະຖານທີ່ລື້ງເຄີຍສຳລັບເດັກໆເຍົາວະຊົນໃນໂອກາດລະດູແລ້ງປີນີ້. ນັກສິລະປິນປະຊາຊົນມີອວຽນ, ຫົວໜ້າໂຄງລະຄອນເວທີສະແດງຫຍໍ, ໃຫ້ຮູ້ວ່າ:

        “ບັນດາບົດລະຄອນຮັບໃຊ້ພວກນ້ອງເຍົາວະຊົນໃນໄລຍະຜ່ານມາໄດ້ສ້າງຄວາມປະທັບໃຈຫຼາຍຢ່າງໃຫ້ແກ່ຜູ້ເປັນພໍ່ເປັນແມ່ແລະພວກນ້ອງ. ບັນດາຜູ້ເປັນພໍ່, ເປັນແມ່ກໍ່ມັກຮັກຍ້ອນຜ່ານເລື່ອງລາວທີ່ມີເນື້ອໃນລຽບງ່າຍແຕ່ມີຄວາມໝາຍສຶກສາຢ່າງເລິກເຊິ່ງແລະສ້າງຄວາມສຸກໃຫ້ແກ່ເດັກນ້ອຍ. ພວກຂ້າພະເຈົ້າຕ້ອງມມານະພະຍາຍາມສືບທອດບັນດາຜົນສຳເລັດດັ່ງກ່າວເພື່ອຮັບໃຊ້ຜູ້ຊົທີ່ເປັນເຍົວະຊົນ.

       ພ້ອມກັບບັນດາສຽງຫົວທີ່ມ່ວນຊື່ນນັ້ນ, ບັນດາເລື່ອງລາວທີ່ສະແດງໃນໂອກາດພັກແລ້ງນີ້ກໍ່ໄດ້ສົ່ງແຫຼ່ງບັນດານໃຈໃຫ້ພວກນ້ອງຜ່ານບັນດາບົດຮຽນທີ່ເລິກເຊິ່ງກ່ຽວກັບຄວາມສາມັກຄີ, ສະຕິຝຶກຝົນຕົວເອງຜ່ານຜ່າສິ່ງທ້າທາຍນາໆປະການ. ພ້ອມທັງ, ເຊີດຊູແລະ ຍົກສູງຄວາມສຳຄັນຂອງສາຍພົວພັນໃນຄອບຄົວ, ນຳມາເຊິ່ງຄວາມປິຕິຊົມຊື່ນ, ການປະດິດຄິດສ້າງໃຫ້ແກ່ສະມາຊິກທຸກໆຄົນ./.

ຕອບກັບ

ຂ່າວ/ບົດ​ອື່ນ