ຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ - ແຜ່ຂະຫຍາຍດົນຕີພື້ນເມືອງ ໃນໝູ່ນັກຮຽນ

(VOVWORLD) - ຮູບແບບ “ຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ” ໂດຍສູນໜູນຊ່ວຍນັກຮຽນນັກສຶກສານະຄອນ ເກິ່ນເທີ ແລະ ໂຮງຮຽນສາມັນຖາຍບິ່ງເຢືອງ ສົມທົບກັນປະຕິບັດ ໄດ້ເປີດໂຕໃນເດືອນ ພຶດສະພາ ທີ່ຜ່ານມາ. ໂດຍໄດ້ຜັນຂະຫຍາຍນັບແຕ່ວັນ 10  ມິຖູນາ ຊຸດຮຽນຂັບຮ້ອງເພງພື້ນເມືອງ ເຄື່ອນໄຫວໃນຕອນເຊົ້າວັນສຸກປະຈຳອາທິດຢູ່ ໂຮງຮຽນສາມັນຖາຍບິ່ງເຢືອງ. ຜ່ານນັ້ນກໍ່ເປັນການປຸກລຸກຄວາມເມົາມົວເພງພື້ນເມືອງໃຫ້ແກ່ນັກຮຽນ ຊ່ວຍໃຫ້ພວກນ້ອງເພີ່ມຄວາມນິຍົມດົນຕີພື້ນເມືອງຂອງບັນດາເຜົ່າ
ຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ - ແຜ່ຂະຫຍາຍດົນຕີພື້ນເມືອງ ໃນໝູ່ນັກຮຽນ - ảnh 1ລາຍການດົນຕີປະສານສຽງຂອງນັກຮຽນໃນຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ

    ຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າແກ່ຍາວໃນໂອກາດຍາມພັກແລ້ງ 2024 ເຊິ່ງບໍ່ຈຳກັດຈຳນວນ ແລະ ເກນອາຍຸເຂົ້າຮ່ວມ. ໃນຊຸດຮຽນ, ພວກນ້ອງນັກຮຽນຈະໄດ້ຮັບການສິດສອນຈາກຄູອາຈານກ່ຽວກັບປະຫວັດຄວາມເປັນມາຂອງດົນຕີພື້ນເມືອງ ຫວຽດນາມ, ແນະນຳການສະແດງບັນດາທຳນອງເພງຂັບຫຼີ, ຂັບຫໍ່, ຂັບແວ່… ກໍ່ຄືຮຽນເສບເຄື່ອງດົນຕີພື້ນເມືອງບາງປະເພດຄື ເປົ່າຂຸ່ຍ, ພິນສາຍດຽວ… ອ້າຍຄູ ເຈືອງຕາຍລິງ ເປີດຜີຍວ່າ:

 “ເມື່ອເຫັນພວກນ້ອງຕອບສະໜອງຢ່າງສຸດໃຈນັ້ນ, ນັບແຕ່ຫົວທີບັນດານັກຮຽນກໍ່ໄດ້ມີຄວາມຫ້າວຫັນເຂົ້າຮ່ວມລາຍການ. ມີເພື່ອນຫຼາຍຄົນຍັງຊອກຮູ້, ຊອກຖາມກ່ຽວກັບເຄື່ອງດົນຕີປະເພດຕ່າງໆ”.

ໂດຍຫາກໍ່ສ້າງຕັ້ງຂຶ້ນ, ດັ່ງນັ້ນຊຸດຮຽນຍັງມີເພື່ອນບາງຄົນຍັງບໍ່ທັນສາມາດເສບເຄື່ອງດົນຕີໄດ້ຢ່າງຄ່ອງແຄ້ວ, ສຳນຽງຂັບຮ້ອງຍັງບໍ່ມ່ວນ, ແຕ່ການຮຽກຮ້ອງນັກຮຽນຫຼາຍຄົນມາຈົດຊື່ເຂົ້າຮ່ວມຊຸດຮຽນກໍ່ແມ່ນຜົນສຳເລັດເບື້ອງຕົ້ນຂອງຄະນະຈະຕັ້ງຊຸດຮຽນແລ້ວ. ນ້ອງ ຟາມທຽນຟຸກ ແລະ ນ້ອງ ຢຽບວັນຟາດ ນັກຮຽນຮ່ວມຫ້ອງ ປໍ5 ໂຮງຮຽນສາມັນຖາຍບິ່ງເຢືອງ ເປີດເຜີຍວ່າ:

“ເມື່ອລູກ ເສບເຄື່ອງດົນຕີ organ  ສຳລັບບັນດາບົດເພງພື້ນເມືອງ, ລູກກໍ່ຮູ້ສຶກດີໃຈ ແລະ ເອກອ້າງທະນົງໃຈຕໍ່ຊາດ ຫວຽດນາມ ຂອງຕົນ. ລູກເຫັນວ່າ ພວກອ້າຍເອື້ອຍຄູຢູ່ທີ່ນີ້ເສບເຄື່ອງດົນຕີມ່ວນຫຼາຍ ແລະ ລູກກໍ່ມີຄວາມຫວັງຢາກໄດ້ເຂົ້າຮ່ວມຊຸດຮຽນນີ້ໃນທັນທີ”.

“ລູກເຫັນວ່າເຄື່ອງດົນຕີພື້ນເມືອງມ່ວນຫຼາຍ, ລູກກໍ່ໄດ້ຝຶກແອບຢູ່ເຮືອນຫຼາຍແລ້ວ ເພື່ອສະແດງບົດເພງ “ຫຼີໄກບົງ”. ລູກຮູ້ສຶກວ່າມ່ວນຫຼາຍ ຍ້ອນວ່າບົດເພງພື້ນເມືອງນີ້ມີຄວາມຮັກແພງ ແລະ ອາລົມຈິດ. ລູກກໍ່ພວມຢູ່ໃນໄລຍະຝຶກແອບ ເພື່ອຈະກາຍເປັນນັກຮ້ອງເພງພື້ນເມືອງສຽງດີ”.

ຮູບແບບຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່ານີ້ ໄດ້ຖ່າຍທອດໃຫ້ໄວໜຸ່ມສາມາດເຂົ້າໃຈ ແລະ ຮັກສາບັນດາປະເພດວັດທະນະທຳຂອງບັນດາເຜົ່າ. ເພາະສະນັ້ນຮູບແບບຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ ໄດ້ຮັບການສະໜັບສະໜູນ ແລະ ຮ່ວມແຮງຮ່ວມໃຈຂອງບັນດາອົງການຈັດຕັ້ງສ່ວນບຸກຄົນ. ທຸກໆກໍ່ມີຄວາມຫວັງຢາກແຜ່ຂະຫຍາຍຄຸນຄ່າວັດທະນະທຳອັນດີງາມຂອງບັນດາເຜົ່າ ສູ່ພວກນ້ອງນັກຮຽນ. ທ່ານ ເຟືອງເຕິ໊ນດາດ ຜູ້ອຳນວຍການສູນໜູນຊ່ວຍນັກຮຽນນັກສຶກສາ ເກິ່ນເທີ ໃຫ້ຮູ້ວ່າ:

 “ນີ້ກໍ່ແມ່ນໜຶ່ງໃນບັນດາກິດຈະກຳຂອງບັ້ນເຄື່ອນໄຫວລະດູແລ້ງ ເພື່ອສ້າງບ່ອນເຕົ້າໂຮມໃຫ້ຊາວໜຸ່ມເຍົາວະຊົນໃນໂອກາດທ້າຍອາທິດ. ທາງສູນພວມເຊື່ອມຕໍ່ກັບສະຖາບັນສົງນິການນິຣະຍານຂະແມ ເພື່ອເປີດຊຸດຮຽນເສບເຄື່ອງດົນຕີ 5 ປິເພດໃຫ້ແກ່ຊາວເຜົ່າຂະແມ ເວົ້າສະເພາະ ແລະ ບັນດາເພື່ອນທີ່ມີຄວາມເມົາມົວປະເພດດົນຕີີນີ້ ເວົ້າລວມ. ນີ້ແມ່ນໂອກາດເພື່ອໃຫ້ພວກເພື່ອນມີຄາມເຂົ້າໃຈກ່ຽວກັບສີສັນວັດທະນະທຳຂອງບັນດາເຜົ່າ. ນີ້ກໍ່ແມ່ນໜຶ່ງໃນບັນດາລາຍການກຳນົດທິດສຶກສາອົບຮົມທາງດ້ານແນວຄິດໃຫ້ແກ່ຊາວໜຸ່ມ ໄວໜຸ່ມ ເຍົາວະຊົນ ອະນຸຊົນ”.

ຮູບແບບຊຸດຮຽນຂັບຮ້ອງເພງພື້ນເມືອງໂດຍບໍ່ເສຍຄ່າ ເຄື່ອນໄຫວດ້ວຍທິດນຳນັກຮຽນແຕລະຄົນມີຄວາມເຂົ້າໃຈກ່ຽວກັບເຄື່ອງດົນຕີ ແມ່ນບັນດາທູດວັດທະນະທຳ ຫວຽດນາມ ເພື່ອໂຄສະນາ ແລະ ນຳວັດທະນະທຳ ຫວຽດນາມ ສູ່ເພື່ອນມິດສາກົນ”. ໄລຍະທີ່ຈະມາເຖິງ ຮູບແບບຊຸດຮຽນນີ້ ຈະເປີດກວ້າງອອກສູ່ບັນດາໂຮງຮຽນປະຖົມ,ໂຮງຮຽນມັດທະຍົມຕອນຕົ້ນ ຕອນປາຍທຸກແຫ່ງໃນນະຄອນ ເກິ່ນເທີ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ