ຍົກລະດັບຄວາມໝາຍ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງ Feastival ເຫວ໊

(VOVWORLD) -Feastival ເຫວ໊ 2024 ດ້ວຍຈຸດທີ່ພົ້ນເດັ່ນແມ່ນສັບປະດາ Feastival ສິລະປະສາກົນ ເຫວ໊ 2024 ມີຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ ພັດທະນາ” ເຊິ່ງດຳເນີນແຕ່ວັນທີ 7 ຫາວັນທີ 12 ມິຖຸນາຢູ່ນະຄອນ ເຫວ໊  ແລະ ຫຼາຍທ້ອງຖິ່ນໃນບໍລະເວນແຂວງ ເທື່ອທຽນເຫວ໊. ເຫດການເປັນຂີດໝາຍປີທີ 24  ເຊິ່ງງານບຸນວັດທະນະທຳສິລະປະມີຂອບຂະໜາດລະດັບຊາດ ແລະ ສາກົນໄດ້ຖືກຈັດຂຶ້ນຢູ່ ເຫວ໊. 
 ຍົກລະດັບຄວາມໝາຍ ແລະ ຢັ້ງຢືນທີ່ຕັ້ງບົດບາດຂອງ Feastival ເຫວ໊  - ảnh 1Feastival ໄດ້ກາຍເປັນເຄື່ອງໝາຍທ່ອງທ່ຽວຂອງເຫວ້

     ສືບຕໍ່ຜົນສຳເລັດຂອງການຈັດຕັ້ງສອງຄັ້ງກ່ອນ, ແຂວງ ເທື່ອທຽນເຫວ໊ ສືບຕໍ່ຈັດຕັ້ງ Feastival 2024 ຕາມກຳນົດທິດສີ່ລະດູກັບບັນດາເຫດການ, ງານບຸນທີ່ຈັດຂຶ້ນຢ່າງຕໍ່ເນື່ອງໃນຕະຫຼອດປີ. Feastival ປີນີ້ຖືກເລີ່ມຕົ້ນດ້ວຍວິທີບານຊັອກ ໃນວັນທີ 1 ມັງກອນ ປີ 2024  ແລະ ສິ້ນສຸດລົງດ້ວຍລາຍການນັບຖອຍຫຼັງໃນວັນທີ 31 ທັນວາ ປີ 2024 ໃນນັ້ນຈຸດທີ່ພົ້ນເດັ່ນແມ່ນສັບປະດາ Feastival ສິລະປະສາກົນ ເຫວ໊ 2024 ດ້ວຍຫົວຂໍ້ “ມໍລະດົກວັດທະນະທຳກັບການເຊື່ອມໂຍງ ແລະ  ການພັດທະນາ” ເຊິ່ງດຳເນີນແຕ່ວັນທີ 7 ຫາວັນທີ 12 ມິຖຸນາ. ທ່ານ ຫງວຽນວັນເຟືອງ ປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ໊ ໃຫ້ຮູ້ວ່າ:

   “ສັບປະດາ Feastival ສິລະປະສາກົນ ເຫວ໊ 2024 ລວມມີລາຍການສະແດງນັບສິບລາຍການ ແລະ ການເຄື່ອນໄຫວຕອບສະໜອງຂອງບັນດາກອງສິລະກອນທີ່ດີເດັ່ນຈາກ 7 ປະເທດ ເຊິ່ງຈະມີບັນດາລາຍການຮັບໃຊ້ແຂກທ່ອງທ່ຽວ ແລະ ມວນຊົນດ້ວຍສີສັນຫຼາກຫຼາຍກ່ຽວກັບວັດທະນະທຳສິລະປະ, ເພີ່ມທະວີການຮ່ວມມືພວມພັນແລກປ່ຽນສາກົນ. ສັບປະດາ Feastival ສິລະປະສາກົນ ເຫວ໊ 2024 ສືບຕໍ່ໄດ້ຮັບການປັບປຸງ ແລະ ແຜ່ກະຈາຍລັກສະນະວົງຄະນາຍາດ ເພື່ອໃຫ້ປະຊາຊົນເປັນເຈົ້າກຳປະດິດຄິດສ້າງ ແມ່ນເປົ້າໝາຍຊົມໃຊ້ຂອງ Feastival”. 

Feastival ເຫວ້ ໂດຍແຂວງ ເທື່ອທຽນເຫວ້ ສົມທົບກັບສະຖານທູດ ຝຣັ່ງ ປະຈຳ ຫວຽດນາມ ຈັດຂຶ້ນຄັ້ງທຳອິດໃນປີ 2000. ໃນໄລຍະທາງກວ່າ 20 ປີທີ່ຜ່ານມາ Feastival ເຫວ໊ ດ້ວຍຄຸນຄ່າເຄື່ອງໝາຍທີ່ມີມາແລ້ວ ໄດ້ກາຍເປັນງານບຸນວັດທະນະທຳສິລະປະທີ່ມີຂອບຂະໜາດະດັບຊາດ ແລະ ລະດົບສາກົນ ປະກອບສ່ວນແນະນຳສິ່ງທີ່ຍອດຍິ່ງທາງດ້ານວັດທະນະທຳ ໂຄສະນາສະຖານທີ່ທ່ອງທ່ຽວທີ່ປອດໄພ ສ້າງກຳລັງດັນຊຸກຍູ້ການພັດທະນາເສດຖະກິດສັງຄົມ ຂອງທ້ອງຖິ່ນເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ ທ່ານ ນາງ ເລທິທູຮັ່ງ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ເນັ້ນໜັກວ່າ:

 “Feastival ເຫວ໊ ໄດ້ປະກອບສ່ວນຢ່າງຕັ້ງໜ້າ ແລະ ສອດຄ່ອງກັບຄວາມສົນໃຈລວມຂອງວົງຄະນາຍາດສາກົນ. Feastival ເຫວ໊ ບໍ່ພຽງແຕ່ໂຄສະນາທາງດ້ານວັດທະນະທຳ ເຫວ໊ ເທົ່ານັ້ນຫາກຍັງແມ່ນໂອກາດທີ່ສຳຄັນເພື່ອໂຄສະນາ ແລະ ແຜ່ກະຈາຍວັດທະນະທຳຂອງ ຫວຽດນາມ ທີ່ເຂັ້ມຂົ້ນໄປດ້ວຍສີສັນລັກສະນະວັດທະນະທຳມະນຸດ ເຕັມໄປດ້ວຍກຳລັງດຶງດູດໃຈທີ່ໄດ້ມີມາຜ່ານປະຫວັດສາດນັບພັນປີຂອງຊາດ ຫວຽດນາມ”

 ໂດຍໄດ້ເຂົ້າຮ່ວມ Feastival ເຫວ້ ຫຼາຍຄັ້ງ, ນາງ ເຈິ່ນທູຈາງ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຂໍ້ສັງເກດວ່າ:

 “ມາຢາມ ເຫວ໊, ພວກຂ້າພະເຈົ້າມີຄວາມຮູ້ສຶກໄດ້ເຖິງຄຸນຄ່າວັດທະນະທຳເປັນວັດຖຸ ແລະ ບໍ່ເປັນວັດຖຸທີ່ເປັນເອກະລັກ. ພວກຂ້າພະເຈົ້າໄດ້ຢ້ຽມຊົມບັນດາທັດຊະນີຍະພາບທີ່ງົດງາມ, ບັນດາກິດຈະກຳສະຖາປັດຕະຍາກຳຂອງກຸ່ມປູຊະນີຍະສະຖານເມືອງຫຼວງເກົ່າ, ໄດ້ເຊື່ອມຕົວເຂົ້າກັບດົນຕີໃນພະລາດຊະວັງເມື່ອກ່ອນນີ້ ແລະ ໄດ້ຊີມອາຫານເຍື່ອງຕ່າງໆຂອງ ເຫວ໊”.

ຜ່ານການຈັດຕັ້ງ Feastival ແຕ່ລະຄັ້ງກໍ່ມີລາຍການຕ່າງໆໃນງານບຸນ ແທດເໝາະກັບທ່າອ່ຽງ ແລະ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງມວນຊົນ ແລະ ແຂກທ່ອງທ່ຽວ. ຈາກນັ້ນກໍ່ສ້າງ ເຫວ໊ ກາຍເປັນນະຄອນຂຶ້ນກັບສູນກາງບົນພື້ນຖານອະນຸລັກເສີມຂະຫຍາຍອະນຸລັກຄຸນຄ່າມໍລະດົກເມືອງຫຼວງເກົ່າ ແລະ ສີສັນວັດທະນະທຳ ເຫວ໊. ທ່ານ ຫງວຽນແທັງບິ່ງ ຮອງປະທານຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ໊ ໃຫ້ຮູ້ວ່າ:

“ໃນຕະຫຼອດເວລາຈັດຕັ້ງ Feastival, ພວກຂ້າພະເຈົ້າເຫັນວ່າ Feastival ຕ້ອງສືບຕໍ່ປ່ຽນແປງໃໝ່ ເສີມຂະຫຍາຍເຄື່ອງໝາຍຂອງ Feastival ນັ້ນແມ່ນການພົວພັນແລກປ່ຽນລະຫວ່າງພື້ນຖານວັດທະນະທຳໃນໂລກ. ພ້ອມກັນນັ້ນກໍ່ຂຸດຄົ້ນບັນດາປັດໄຈກ່ຽວກັບມໍລະດົກ, ກ່ຽວກັບກຸ່ມປູຊະນີຍະສະຖານເມືອງຫຼວງເກົ່າ ເຫວ໊ ກັບບັນດາເຂດມໍລະດົກອື່ນໆໃນທົ່ວປະເທດ”.

ດ້ວຍບັນດາລາຍການສິລະປະທີ່ມີລັກສະນະດີເດັ່ນ ເປັນຕົວແທນ ແລະ ມີຂີດໝາຍຂອງບັນດາພື້ນຖານວັດທະນະທຳທັງຢູ່ພາຍໃນ ແລະ ຕ່າງປະເທດ, ບັນຍາກາດຂອງງານບຸນທີ່ຟົດຟື້ນເປັນເອກະລັກ, Feastival ໄດ້ຢັ້ງຢືນເຄື່ອງໝາຍຂອງຕົນ ແລະ ກາຍເປັນສະຖານທີ່ວັດທະນະທຳສິລະປະທີ່ເປັນເອກະລັກແມ່ນເຂດພົບປະແລກປ່ຽນວັດທະນະທຳພິເສດຂອງຫວຽດນາມກັບເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ