ກາບກອນໃນສະຖາປັດຕະຍະກຳພະລາຊະວັງເຫວ໋, ມໍລະດົກເອກະສານຂອງ ຫວຽດນາມ

(VOVWORLD) - ກາບກອນໃນສະຖາປັດຕະຍະກຳ ພະລາຊະວັງເຫວ໋ ແມ່ນມໍລະດົກເອກະສານທີ 3 ຂອງສະໄໝລາຊະວົງ ຫງວຽນ ທີ່ໄດ້ຮັບການຮັບຮອງວ່າເປັນມໍລະດົກເອກະສານໂລກເມື່ອປີ 2016.

ໃນງານວາງສະແດງ “ສຳຜັດກັບມໍລະດົກເອກະສານໂລກຢູ່ ຫວຽດນາມ ຜ່ານມໍລະດົກເອກະສານໃນສະໄໝລາຊະວົງ ຫງວຽນ“ ທີ່ດຳເນີນຢູ່ ຮ່າໂນ້ຍນັ້ນ ໄດ້ແນະນຳບັນດາກາບກອນເປັນຕົວໜັງສືຈີນທີ່ແກະສະຫຼັກໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋, ດ້ວຍຫຼາຍຫົວຂໍ້ທີ່ແຕກຕ່າງກັນ. ເນື້ອໃນພົ້ນເດັ່ນຂອງກາບກອນນີ້ນັ້ນແມ່ນນ້ຳໃຈຮັກຊາດຜ່ານການຢັ້ງຢືນບັນດາມູນເຊື້ອແຫ່ງອະລິຍະທຳອັນດີງາມ, ຄວາມເອກອ້າງທະນົງໃຈຕໍ່ບ້ານເກີດເມືອງນອນຂອງຕົນ.

ກາບກອນໃນສະຖາປັດຕະຍະກຳພະລາຊະວັງເຫວ໋, ມໍລະດົກເອກະສານຂອງ ຫວຽດນາມ - ảnh 1 (ກາບກອນໃນສະຖາປັດຕະຍະກຳ ພະລາຊະວັງເຫວ໋ ແມ່ນມໍລະດົກເອກະສານທີ 3 ຂອງສະໄໝລາຊະວົງ ຫງວຽນ)

        ກາບກອນເປັນຕົວໜັງສື ຈີນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ ແມ່ນກາບກອນທີ່ມີຄວາມໝາຍເລິກເຊິ່ງ ແລະ ໄດ້ຮັບການເລືອກເຟັ້ນຈາກບັນດາບົດກອນຂອງມະຫາກະສັດ, ເສນາອາມາດໃນສະໄໝລາຊະວົງ ຫງວຽນ. ບັນດາກາບກອນເຫຼົ່ານີ້ໄດ້ຮັບການຄວັດ, ແກະ, ສະຫຼັກ, ເຄືອບ ຫຼືເປັນຕົວໜັງສືນູນໃນບັນດາກິດຈະກຳຢູ່ພະລາຊະວັງ ເຫວ໋ ໃນໄລຍະ 1802-1945. ກາບກອນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ ມີຫຼາຍຫົວຂໍ້, ເນື້ອໃນທີ່ແຕກຕ່າງກັນ, ແຕ່ສ່ວນຫຼາຍແມ່ນບັນດາຫົວຂໍ້ທີ່ຍ້ອງຍໍສະພາບສັນຕິສຸກ, ປະເທດເອກະລາດ, ເອກະພາບ, ຍ້ອງຍໍຄວາມງາມຂອງກຸງເກົ່າ, ຕົ້ນໄມ້ໃບຫຍ້າ, ບັນດາລະດູການໃນປີ; ສົ່ງເສີມກະສິກຳ, ແບ່ງປັນຄວາມທຸກຄວາມສຸກກັບປະຊາຊົນ. ທ່ານ ຫງວຽນເຟືອກຫາຍຈູງ, ຮອງຫົວໜ້າອຳນວຍການສູນອະນຸລັກຮັກສາມໍລະດົກກຸງເກົ່າ ເຫວ໋, ໃຫ້ຮູ້ວ່າ:

        “ພຽງແຕ່ມີສະຖາປັດຕະຍະກຳພະລາຊະວັງ ເຫວ໋ ໃນສະໄໝລາຊະວົງ ຫງວຽນເທົ່ານັ້ນຈຶ່ງມີລະບົບກາບກອນທີ່ແກະສະຫຼັກຢູ່ຕາມສະຖາປັດຕະຍະກຳພະລາຊະວັງ ແລະ ພິເສດແມ່ນກາບກອນໄດ້ຮັບການຄວັດຢູ່ບັນດາທີ່ຕັ້ງທີ່ແຕກຕ່າງກັນ. ສຳລັບກິດຈະກຳສຳຄັນຈຶ່ງໄດ້ຄວັດກາບກອນ, ສ່ວນບັນດາກິດຈະກຳບໍ່ສຳຄັນແມ່ນບໍ່ໄດ້ຄວັດກາບກອນ. ປັດຈຸບັນ, ຕາມການສະຖິຕິຂອງພວກຂ້າພະເຈົ້າແລ້ວມີ 2.909 ລີ້ນແມ່ນໄດ້ຮັບການຄວັດກາບກອນ“.

        ກາບກອນເປັນຕົວໜັງສື ຈີນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ ແມ່ນກາບກອນຕົ້ນສະບັບໜຶ່ງດ່ຽວທີ່ຍັງຄົງຮັກສາໄວ້ຢູ່ເຂດປູຊະນີຍະສະຖານກຸງເກົ່າ ເຫວ໋. ນີ້ແມ່ນບັນດາຜະລິດຕະພັນສິລະປະທີ່ມີຄຸນຄ່າສູງໃນການປະດັບປະດາກິດຈະກຳສະຖາປັດຕະຍະກຳ, ທັງສວຍງາມ, ສົມກຽດ, ທັງສະທ້ອນໃຫ້ເຫັນພູມປັນຍາ, ຊັ້ນຂຸນນາງອີກດ້ວຍ. ກາບກອນຖືກຄວັດເປັນຮູບພາບ, ເປັນຕົວໜັງສືສິລະປະ, ທັງເປັນຜະລິດຕະພັນສິລະປະຫັດຖະກຳທີ່ສະແດງໃຫ້ເຫັນຝີມືແຮງງານ ແລະ ຈິດວີນຍານຂອງບັນດານັກສິລະປະກອນໃນເມື່ອກ່ອນອີກດ້ວຍ. ທ່ານ ຫງວຽນເຟືອກຫາຍຈູງ, ໃຫ້ຮູ້ວ່າ:

        “ກາບກອນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ ມີຫຼາຍປະເພດຄື: ໄດ້ຄວັດເທິງໄມ້ແລ້ວທາສີໃສ່, ຫຼືຖືກເຄືອບເທິງເຄື່ອງທອງພິເສດມັນຍັງສະແດງໃຫ້ເຫັນຄຸນຄ່າດ້ານສິລະປະ, ແມ່ນຕົວໜັງສືທີ່ສວຍງາມຂອງບັນດາເສນາອາມາດໃນສະໄໝລາຊະວົງ ຫງວຽນ. ສິ່ງດັ່ງກ່າວສະແດງໃຫ້ເຫັນວ່າ ບັນດາເຈົ້າຊີວິດໃນສະໄມລາຊະວົງ ຫງວຽນ ລ້ວນແຕ່ເກັ່ງດ້ານໜັງສື, ທັງເປັນນັກກາບກອນ, ເປັນຜູ້ຂຽນຕົວໜັງສື ຈີນງາມທີ່ສຸດ“.

        ສິ່ງພິເສດນັ້ນແມ່ນ, ກາບກອນໃນສະຖາປັດຕະຍະກຳ ພະລາຊະວັງເຫວ໋ ມີຫຼາຍເນື້ອໃນທີ່ອຸດົມສົມບຸນ ແລະ ຂຶ້ນກັບບ່ອນທີ່ເຂົາເຈົ້າວາງບົດກອນນັ້ນ. ບັນດາກາບກອນເຫຼົ່ານັ້ນຍັງເປັນລວດລາຍທີ່ປະດັບປະດາໃຫ້ແກ່ກິດຈະກຳສະຖາປັດຕະຍະກຳອີກດ້ວຍ. ນີ້ແມ່ນຈຸດທີ່ເປັນເອກະລັກສະເພາະ ເຊິ່ງໄດ້ຮັບການຕີລາຄາສູງຈາກ UNESCO. ມັນບໍ່ພຽງແຕ່ເຜີຍຜ່າດ້ານເນື້ອໃນເທົ່ານັ້ນ, ຫາກຍັງເປັນຜະລິດຕະພັນສິລະປະອີກດ້ວຍ. ປີ 2016, ມໍລະດົກກາບກອນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ໄດ້ຮັບການຮັບຮອງຈາກ UNESCO ວ່າເປັນມໍລະດົກເອກະສານໂລກພາກພື້ນອາຊີ - ປາຊີຟິກ. ງານວາງສະແດງ“ສຳຜັດກັບມໍລະດົກເອກະສານໂລກຢູ່ ຫວຽດນາມ ຜ່ານມໍລະດົກເອກະສານໃນສະໄໝລາຊະວົງ ຫງວຽນ“ ທີ່ພວມດຳເນີນຢູ່ ວັນມ໋ຽວ - ກວົກຕືຢາມ, ຮ່າໂນ້ຍນັ້ນ ກໍ່ແມ່ນວິທີເພື່ອອະນຸລັກຮັກສາ ແລະ ແນະນຳເຖິງສາທາລະນະຊົນບັນດາຄຸນຄ່າທີ່ເປັນເອກະລັກສະເພາະຂອງມໍລະດົກກາບກອນໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋. ທ່ານ ເລຊວນກຽວ, ຜູ້ອຳນວຍການສູນເຄື່ອນໄຫວວັດທະນະທຳ ວິທະຍາສາດ ວັນມ໋ຽວ - ກວົກຕືຢ໋າມ, ຊີ້ແຈ້ງວ່າ:

        “ງານວາງສະແດງນີ້ດຳເນີນຢູ່ ວັນມ໋ຽວ - ກວົກຕືຢ໋າມ, ເຊິ່ງແມ່ນແຫ່ງທີ່ພວມຮັກສາສີລາເລກປະລິຍາເອກ 82 ແຜ່ນທີ່ເປັນມໍລະດົກເອກະສານໂລກນັ້ນ, ເພື່ອແນໃສ່ແນະນຳໃຫ້ສາທາລະນະຊົນນະຄອນຫຼວງແລະນັກທ່ອງທ່ຽວບັນດາມໍລະດົກອັນລ້ຳຄ່າເຊິ່ງລຸ້ນກ່ອນໄດ້ສ້າງຂຶ້ນ. ດ້ວຍບັນດາບົດກາບກອນທີ່ເຕັມໄປດ້ວຍນ້ຳໃຈຊາດ, ສະແດງໃຫ້ເຫັນບັນດາມູນເຊື້ອ, ນຳ້ໃຈຮັກຊາດຂອງຊາວ ຫວຽດນາມ ແລະ ບັນດາຄຸນຄ່າທີ່ມີຄວາມໝາຍທີ່ສຸດ“.

        ເພື່ອນ ຫງວຽນຮ່າມີ, ນັກສຶກສາ ວິທະຍາໄລການແພດ ຮ່າໂນ້ຍ, ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມປະທັບໃຈທີ່ສຸດຕໍ່ບັນດາບົດກອນໃນສະຖາປັດຕະຍະ ກຳ ພະລາຊະວັງ ເຫວ໋. ນັ້ນແມ່ນບັນດາກາບກອນທີ່ພັນລະນາກ່ຽວກັບບ້ານເກີດເມືອງນອນ, ການຮຳ່ຮຽນ… ເມື່ອອ່ານບັນດາບົດກາບກອນເຫຼົ່ານັ້ນ ຂ້າພະເຈົ້າກໍ່ສາມາດຈື່ຈຳໄດ້ຢ່າງງ່າຍດາຍ. ເມື່ອເຂົ້າໃຈຄວາມໝາຍຂອງບັນດາບົດກາບກອນທີ່ຄວັດໃນສະຖາປັດຕະຍະກຳທີ່ເກົ່າແກ່ນັ້ນ, ຂ້າພະເຈົ້າຮູ້ສຶກນັບຖືຖະນຸຖະໜອມທີ່ສຸດ“.

        ປັດຈຸບັນ, ສູນອະນຸລັກຮັກສາມໍລະດົກກຸງເກົ່າເຫວ໋ ໄດ້ຖ່າຍທຳຮູບເງົາ, ຖ່າຍຮູບ, ຫັນເປັນດີຈີຕອນລະບົບກາບກອນທັງໝົດໃນສະຖາປັດຕະຍະກຳ ພະລາຊະວັງ ເຫວ໋ ແລ້ວ. ແລະສູນຈັດຕັ້ງການແປພາສາໄດ້ ແລະ ພວມສ້າງລະບົບຖານຂໍ້ມູນແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກເພື່ອໃຫ້ຜູ້ອ່ານສາມາດຊອກຫາບັນດາເນື້ອໃນເອກະສານດັ່ງກ່າວໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ