ຂີດໝາຍ 60 ປີຂອງຂະແໜງຮູບເງົາຫວຽດນາມ ຜ່ານ ງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18

ຂີດໝາຍ 60 ປີຂອງຂະແໜງຮູບເງົາຫວຽດນາມ ຜ່ານ ງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18 - ảnh 1
ພິທີໄຂງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18

   ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມ ຄັ້ງທີ 18 ປີ 2013 ທີ່ຫາກໍອັດລົງຢູ່ແຂວງ ກວາງນິງ ​ແມ່ນ​ເຫດການ​ວັດທະນະທຳທີ່​ດຶງ​ດູດຄວາມ​ສົນ​ໃຈ​ຈາກ​ບັນດາ​ນິຍົມ​ຮູບ​ເງົາ​ໃນ​ທົ່ວ​ປະ​ເທດ. ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມຄັ້ງ​ນີ້​ບໍ່​ພຽງ​ແຕ່​ເຊີດ​ຊູ, ມອບ​ລາງວັນ​ໃຫ້​ແກ່​ບັນດາ​ຜູ້​ກຳກັບ​ການສະ​ແດງ, ຮູບ​ເງົາ​ທີ່​ດີ​ເດັ່ນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ນັກ​ສິລະ​ປີນ​ລຸ່ນຕ່າງໆ ທົບ​ທວນຄືນ​ມູນ​ເຊື້ອ​ປະຫວັດ ສາດ​ຜ່ານ 60​ ປີຂອງ​ພື້ນຖານ​ຮູບ​ເງົາຫວຽດນາມ.

      ນັບ​ຕັ້ງ​ແຕ່​ທ່ານ​ປະທານ​ໂຮ່ຈິ​ມິນ​ເຊັນ​ລັດຖະດຳລັດ​ສ້າງ​ຕັ້ງ​ຂະ​ແໜງຮູບ​ເງົາ​ເມື່ອ​ປີ 1953 ມາ​ຮອດ​ປະຈຸ​ບັນ, ຂະ​ແໜງ ຮູບ​ເງົາ​ຫວຽດນາມ​ໄດ້​ຜ່ານ​ຜ່າ​ບັນດາ​ໄລຍະ​ແຫ່ງ​ປະຫວັດສາດ​ຂອງ​ຊາດ ​ແລະ ​ໄດ້​ບັນດາ​ລຸ​ບັນດາ​ຜົນ​ງານ​ທີ່​ໜ້າ​ເອກອ້າງ​ທະ​ນົງ​ໃຈ. ຂີດ​ໝາຍ​ສຳຄັນ​ທຳ​ອິດ​ຂອງ​ພື້ນຖານ ຮູບ​ເງົາ​ປະຕິວັດ​ຫວຽດນາມ ​ແມ່ນ ຮູບ​ເງົາ​ເລື່ອງ : ຮ່ວມ​ແມ່ນ​ນ້ຳ​ສາຍ​ດຽວ ຊຶ່ງ​ໄດ້​ຮັບ​ການ​ຜະລິດ ​ແລະ ນຳ​ມາ​ສາຍ​ຮັບ​ໃຊ້​ມວນ​ຊົນ​ເມື່ອປີ 1959, ຮູບ​ເງົາ​ເລື່ອງ​ນີ້​ໄດ້​ຕິດ​ພັນ​ກັບ​ການ​ສ້າງ​ຕັ້ງ​​ໂຮງ​ຜະລິດ​ຮູບ​ເງົາ​ເລື່ອ​ງຫວຽດນາມ. ຫຼັງ​ຈາກ​ນັ້ນ, ມີຮູບ​ເງົາຫຼາຍ​ເລື່ອງ​​ໃນ​ໄລຍະ​ນີ້ ​ໄດ້​ບັນລຸ​ມາດຖານ​ທັງ​ດ້ານ​ເນື້ອ​ໃນກໍ​ຄື​ຮູບ​ການສະ​ແດງຄື ຮູບ​ເງົາ​ເລື່ອງ : ຜົວ​ເມຍອາ​ຝູ; ​ເອື້ອຍ​ຕື​ເຫົ້າ; ​ເສັ້ນທາງ​ກັບ​ຄືນ​ບ້ານ​ເກີດ, ​ເສັ້ນ​ຂະໜານ 17 - ວັນ ​ແລະ ຄືນ, ຫຼານ​ນ້ອນຊາວ​ຮ່າ​ໂນ້ຍ......ພ້ອມ​ກັບບັນດາຮູບ​ເງົາກ່ຽວ​ກັບ​ຫົວ​ເລື່ອງ​ສົງຄາມ​ນັ້ນ, ກໍຍັງມີຮູບ​ເງົາ​ບາງ​ເລື່ອງກ່ຽວ​ກັບ​ຫົວ​ເລື່ອງສ້າງ​ສາ​ປະ​ເທດ​ຊາດ​ໄດ້​ຮັບ​ຜົນສຳ​ເລັດ​ຄື : ​ເລື່ອງ​ຜົວ​ເມ​ຍອ້າຍ​ລຶກ; ພົບ​ກັນ​ໃໝ່​ທີ່​ນັດ... ພາຍຫຼັງ​ປີ 1975, ປະ​ເທດ​ຊາດ​ໄດ້​ໂຮມ​ເຂົ້າກັນ​ເປັນ​ເອກະ​ພາບ​ນັ້ນ, ​ໄດ້​ປະກົດ​ມີ ຮູບ​ເງົາ​ຫຼາຍ​ເລື່ອງ​ທີ່​ໄດ້ສ້້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຊົ​​ມຄື : ທົ່ງ​ນາ​ທີ່​ຮົກ​ເຮື້ອ; ​ແມ່​ບໍ່​ຢູ່​ເຮືອນ; ​ເມື່ອ​ໃດ​ຈະ​ຮອດ​ເດືອນ​ຕຸລາ....  ​ໃນ​ນັ້ນ ຮູບ​ເງົາ ເມື່ອ​ໃດ​ຈະ​ຮອດ​ເດືອນ​ຕຸລາ  ຂອງ​ນັກ​ກຳກັບ​ການສະ​ແດງ ດັ້ງ​ເຍິດມິ​ງ ​ໄດ້​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່ ຮູບ​ເງົາ 18 ​ເລື່ອງ​ທີ່​ມ່ວນ​ທີ່​ສຸດ​ຂອງ​ອາຊີ ​ໂດຍ​ສຳນັກ​ຂ່່າວສານ CNN ຂອງ​ອາ​ເມ​ລິ​ກາ​ຈັດ​ອັນ​ດັບ​ເມື່ອປີ 2008. ຫວນ​ຄືນ​ໄລຍະທຳ​ການ​ຜະລິດ ຮູບ​ເງົາ​ເລື່ອງ​ດັ່ງກ່າວ, ນັກ​ກຳກັບ​ການສະ​ແດງ ດັ້ງ​ເຍິດມິ​ງ ​ເລົ່າຄືນ​ສູ່​ຟັງ​ວ່າ :

   “ ຄາວ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຜະລິດຟິມຮູບ​ເງົາ ດ້ວຍ​ຄວາມ​ເມົາ​ມົວ​ກັບ​ອາຊີບ, ດ້ວຍ​ຈິດ​ໃຈ​ທີ່​ຍາມ​ໃດ​ກໍ​ຜູກ​ພັນ​ກັບ​ຊາຕາກຳ​ຂອງ​ປະ​ເທດຊາດ. ພວກ​ຂ້າພະ​ເຈົ້າ​ເຮັດ, ບໍ່​ແມ່ນ​ເພື່ອ​ສິ່ງ​ໃດໆນອກ​ເໜືອ​ຈາກ​ນ້ຳ​ໃຈ​ຮັກ​ຊາດ, ​ແລະ ມີ​ຄວາມ​ຫວັງພຽງຢ່່າງດຽວ​ວ່າ ​ເຮັດ​ແນວ​ໃດ​ເພື່ອ​ໃຫ້ ຮູບ​ເງົາ​ມີ​ຄຸນ​ນະພາ​ບສູ​ງສຸດ, ​ສໍ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ໃນ​ໃຈ​ຂອງ​ຕົນ​ເອງ, ສ່ອງ​ແສງດ້ວຍ​ຄວາມ​ສັດ​ຊື່​ກ່ຽວ​ກັບ​ຊີວິດ​ຕໍ່ສູ້​ຂອງ​ຊາດ ”

 

ຂີດໝາຍ 60 ປີຂອງຂະແໜງຮູບເງົາຫວຽດນາມ ຜ່ານ ງານມະຫາກຳຮູບເງົາຫວຽດນາມຄັ້ງທີ 18 - ảnh 2
ຕອນໜຶ່ງໃນຮູບເງົາເລື່ອງ“ທົ່ງ​ນາ​ທີ່​ຮົກ​ເຮື້ອ”

    
ກ້າວ​ເຂົ້າ​ສູ່​ໄລຍະ​ປ່ຽນ​ແປງ​ໃໝ່ຄື​ປີ 1986, ກໍ​ແມ່ນ​ໄລຍະ​ທີ່​ມີ ຮູບ​ເງົາ​ຫຼາຍ​ເລື່ອງ​ທີ່​ດີ​ເດັ່ນ​ໄດ້​ປະ​ສົບ​ຜົນສຳ​ເລັດ​ຄື : ນາງ​ສາວ​ບົນ​ລຳ​ແມ່​ນ້ຳ; ນາຍ​ພົນ​ພັກ​ກິນ​ເບ້ຍ​ບຳນານ;  ຄາວ​ເຍົາ​ໄວ​ທີ່​ແຮງ​ກ້າ; 3 ​ແຍກ​ດົ​ງ​ໂລກ; ຮ່າ​ໂນ້ຍ 12 ວັນ ​ແລະ ຄືນ.....ສຳລັບ ຮູບ​ເງົາ​ເອກະສານ​ໃນ​ໄລຍະ​ປ່ຽນ​ແປງ​ໃໝ່​ກໍ​ມີ​ການ​ຫັນປ່ຽນ​ຢ່າງ​ໜັກ​ແໜ້ນ ​ແລ​ະ ສາມາດ​ໄດ້​ຮັບ​ລາງວັນ​ຢ່າງ​ຕໍ່​ເນື່ອງ​ທີ່ ງານ​ມະຫາ​ກຳ​ຮູບ​ເງົາ ອາຊີ-ປາຊີ​ຟິກຄື : ກັບ​ຄືນ​ສູ່ ງືຖີ; ສຽງ​ພິນ​ຢູ່​ມີ້​ລາຍ; ​ເອື້ອຍ ນຳ ​ເປັນ​ບ້າ......

    ​ໃນ​ຊຸມ​ປີ 1990 ຂອງ​ສະຕະວັດ​ກ່ອນ, ​ໄດ້​ປະກົດ​ມີ​ບັນດາຮູບ​ເງົາພຽງ​ແຕ່​ເພື່ອ​ແນ​ໃສ່​ດຶງ​ດູດ​ຜູ້​ຊົມ​ຫຼາຍ​ກ່ວາ​​ເລື່ອງ​ເອົາ​ໃຈ​ເຖິງ​ຄຸນ​ນະພາ​ບ. ​ແຕ່​ທ່າ​ອຽງ​ນີ້​ກໍ​ບໍ່​ແກ່ຍາວ​​ປານ​ໃດ. ປີ 2003, ຮູບ​ເງົາ​ເລື່ອງ ສາວ​ຢູ່​ສະຖານ​ທີ່​ເຕັ້ນ​ລຳ ຂອງ ນັກ​ກຳກັບ​ການສະ​ແດງ ​ເລ​ຮ່ວາງ ດ້ວຍ​ຫົວ​ເລື່ອງ​ບັນ​ເທິງ​ເພື່ອ​ຫາ​ລາຍ​ໄດ້, ​ເມື່ອ​​ນຳ​ມາ​ສາຍ ​ໄດ້​ດຶງ​ດູດ​ຜູ້​ຊົມ​ນັບ​ນັບ​ແສນ​ເມື່ອ​ຄົນ​ມາ​ຊົມ, ​ອັນ​ໄດ້​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ. ນີ້​ຄື​ແມ່ນ​ການ​ລິ​ເລີ່​ມ​ໃຫ້​ແກ່ຮູບ​ເງົາປະ​ເພດ​​ເພື່ອຫາ​ລາຍ​ໄດ້, ພ້ອມ​ທັງ​ປະກອບສ່ວນ​ດຶງ​ດູດ​ຜູ້​ນິຍົມຮູບ​ເງົາ​ໃຫ້​ຫຼາຍ​ຂຶ້ນ. ຕາມ​ທ່າ​ອຽງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ​ໃນ 10 ປີ​ມາ​ນີ້, ພື້ນຖານຮູບ​ເງົາຫວຽດນາມ​ໄດ້​ມີ​ບາດກ້າວ​ຫັນປ່ຽນ​ຫຼາຍ​ຢ່າງ. ນັ້ນ​ແມ່ນ​ການ​ຂະຫຍາຍຕົວ​ຂອງ​ບັນດາ​ບໍລິສັດ ຮູບ​ເງົາ​ເອກະ​ຊົນ ​ແລະ ດຶງ​ດູດ​ນັກ​ຜະລິດຮູບ​ເງົາຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ ອັນ​ໄດ້​ເພີ່ມ​ຄວາມ​ອຸດົມສົມບູນ, ຫຼາຍ​ຮູ​ບຫຼາຍ​ສີ​ໃຫ້ ພື້ນຖານຮູບ​ເງົາຫວຽດນາມ​ໃນ​ໄລຍະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ. ນັກສະ​ແດງ​ຮູບ​ເງົາຍິງ ຮົ່ງ​ແອ້ງ ຜູ້​ເຄີຍ​ໄດ້​ຮັບ​ລາງ​ວັນ​ທີ່ ງານ​ມະຫາ​ກຳ​ຮູບ​ເງົາລະດັບ​ຊາດ​ເປີດ​ເຜີຍ​ວ່າ :

   “ ຫວນ​ຄືນ​ໄລຍະ​ທາງ​ແຫ່ງ​ການ​ພັດທະນາ​ຂອງ ພື້ນຖານຮູບ​ເງົາຫວຽດນາມ, ​ໄລ່​ມາ​ຮອດປະຈຸ​ບັນ ​ແມ່ນ 60 ປີ ​ແລ້ວ, ຂ້າພະ​ເຈົ້າພາກພູມ​ໃຈ ​ແລະ ​ເອກອ້າງ​ທະ​ນົງ​ໃຈ​ທີ່່ສຸດ​ເພາະ ພາລະກິດ​ຂອງ​ຕົນ​ໄດ້​ຜູກ​ພັນ​ກັບ ¼ ​ໄລຍະ​ທາງ​ນັ້ນ​ແລ້ວ. ຂ້າພະ​ເຈົ້າ​ເຫັນ​ວ່າ ພື້ນຖານຮູບ​ເງົາຫວຽດນາມພວມ​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ”

   ສ່ວນ​ທ່າ​ງນາງ ​ໂງ​​ເຟືອງລານ ຫົວໜ້າ​ກົມຮູບ​ເງົາຫວຽດນາມ ຢືນຢັນ​ວ່າ :

   “ ບັນດາ​ຜູ້​ເຮັດ​ວຽກ​ງານຮູບ​ເງົາຫວຽດນາມ ຍາມ​ໃດ​ກໍ​ມີ​ຄວາມ​ເອກອ້າງ​ທະ​ນົ​ງ ໃຈ ຕໍ່​ໄລຍະ​ທາງ 60 ປີ​ຂອງ ພື້ນຖານຮູບ​ເງົາປະຕິວັດຫວຽດນາມ. ​ໄລຍະ 60 ປີ ທີ່​ຜ່ານ​ມາ, ຮູບ​ເງົາຍາມ​ໃດ​ກໍ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຊາດ, ຍາມ​ໃດ​ກໍ​ຮ່ວມ​ເດີນທາງ​ພ້ອມ​ກັບ​ຜູ້​ຊົມ​ລຸ່ນຕ່າງໆ, ​ແຕ່ບັນດາ​ຜູ້​ເຮັດ​ວຽກ​ງານຮູບ​ເງົາ ບໍ່​ພຽງ​ແຕ່​ເອກອ້າງ​ທະ​ນົງ​ໃຈ​ຕໍ່​ອະດີດຕະການ​ເທົ່າ​ນັ້ນ, ສິ່ງ​ທີ່​ສຳຄັນ ນັ້ນ​ແມ່ນ​ພວກ​ເຮົາ​ຕ້ອງ​ສ້າງ​ເປັນ​ຂີດ​ໝາຍ​ໃນ​​ໄລຍະຮູບ​ເງົາຫວຽດນາມເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ”

    ງານ​ມະຫາ​ກຳ​ຮູບ​ເງົາຫວຽດນາມຄັ້ງ​ທີ່ 18 ທີ່​ຫາ​ກໍ​ຖືກ​ຈັດ​ຂຶ້ນ​ຢູ່​ແຂວງ​ກວາງ​ນິງນັ້ນ ​ແມ່ນ​ໄດ້​ບັນລຸ​ຕົວ​ເລກ​ທີ່​ປະ​ທັບ​ໃຈ​ກ່ຽວ​ກັບຈຳນວນ​ຟິມຮູບ​ເງົາ​ທີ່​ສົ່ງ​ມາເຂົ້າ​ຮ່ວມ ດ້ວຍຮູບ​ເງົາ 139 ​ເລື່ອງ​ຂອງ 44 ຮາກ​ຖານ​ຮູບ​ເງົາ​ໃນ​ທົ່ວ​ປະ​ເທດ. ມີ​ຫຼາຍ​ລາງວັນ​​ໄດ້​ຖືກ​ມອບ​ໃຫ້ຮູບ​ເງົາ​ປະ​ເພດ​ຕ່າງໆ​ຄື : ຮູບ​ເງົາ​ເລື່ອງ, ຮູບ​ເງົາ​ໂທລະພາບ, ຮູບ​ເງົາ​ເອກະສານ, ຮູບ​ເງົາວີດີ​ໂອ, ຮູບ​ເງົາກະຕູນ, ຮູບ​ເງົາວິທະຍາສາດ.........ໝາກຜົນ​ດັ່ງກ່າວ​ໄດ້​ເຮັດ​ໃຫ້​ມວນ​ຊົນ​ເພີ່ມ​ຄວາມ​ຮັກ​ຕໍ່​ການ​ພັດທະນາ​ຂອງພື້ນຖານຮູບ​ເງົາຫວຽດນາມ​ໃນ​ໄລຍະ​ທາງ​ໃໝ່, ສາມາດ​ຢັ້ງຢືນ​ກຳລັງ​ຄວາມ​ສາມາດ​ຢ່າງ​ພຽງພໍ​ເພື່ອເຊື່ອມ​ໂຍງ​ເຂົ້າ​ກັບ​ພາກ​ພື້ນ ​ແລະ ສາກົນ .

ຕອບກັບ

ຂ່າວ/ບົດ​ອື່ນ