ຂະແຫນງຮູບເງົາຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ


(vovworld)- ໃນ​ຊຸມມື້ນີ້ ຢູ່ ນະ​ຄອນ​ຫລວງ ຮ່າ​ໂນ້ຍ ແລະ ທ້ອງ​ຖິ່ນ​ຕ່າງໆ​ໃນ​ທົ່ວ​ປະ​ເທດ​ຫວຽດ​ນາມ ໄດ້​ດຳ​ເນີນ​ບັນ​ດາ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ, ສິ​ລະ​ປະ ມຸ່ງ​ໄປ​ເຖິງ​ເຫດ​ການ​ສຳ​ຄັນ​ຍິ່ງ​ຂອງ​ປະ​ເທດ​ຊາດ, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XII ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ. ເນື່ອງ​ໃນ​ໂອ​ກາດນີ້ ຜູ້​ຊົມ​ໃນ​ທົ່ວ​ປະ​ເທດ ໄດ້​ຮັບ​ເບິ່ງ​ຮູບ​ເງົາ​ຫລາຍ​ຊຸດ​ໂດຍ​ບັນ​ດາ​ຫົວ​ຫນ່ວຍ​ພາຍ​ໃນ​ປະ​ເທດ​ຜະ​ລິດ ໃນ​ຂອບ​ເຂດບັ້ນ​ສາຍ​ຮູບ​ເງົາ​ຂ່ຳ​ນັບ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ ແລະ ເນື່ອງ​ໃນ​ໂອ​ກາດ​ສະ​ເຫລີມ​ສະ​ຫລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ (3/2/1930-3/2/2016), ຕ້ອນ​ຮັບ​ປີ​ໃຫມ່​ປີ​ວອກ 2016.

ຂະແຫນງຮູບເງົາຂ່ຳນັບຊົມເຊີຍກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກກອມມູນິດຫວຽດນາມ - ảnh 1
ສູນ​ສາຍ​ຮູບ​ເງົາ​ແຫ່ງ​ຊາດ
ພາບ:chieuphimquocgia

        ບັ້ນ​ສາຍ​ຮູບ​ເງົາ​ຂ່ຳ​ນັບ​ຊົມ​ເຊີຍກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ, ສະ​ເຫລີມ​ສະ​ຫລອງ 86 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ດຳ​ເນີນ​ໄປ​ແຕ່​ວັນ​ທີ 18/1 – 5/2 ໃນ​ທົ່ວ​ປະ​ເທດ. ທ່ານ ເວືອງ​ຢູຍ​ບຽນ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງວັດ​ທະ​ນະ​ທຳ​ກິ​ລາ ແລະ ທ່ອງ​ທ່ຽວ​ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ບັ້ນ​ສາຍ​ຮູບ​ເງົາ​ຮັບ​ໃຊ້​ມະ​ຫາ​ຊົນ ແລະ ບັນ​ດາຜູ້​ທີ່ນິ​ຍົມຮູບ​ເງົາ​ໃນ​ທົ່ວ​ປະ​ເທດ ດ້ວຍ​ບັນ​ດາ​ຮູບ​ເງົາ​ກ່ຽວ​ກັບ​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່. ໃນ​ຂອບ​ເຂດ​ສາຍ​ຮູບ​ເງົາ, ຄະ​ນະ​ພະ​ນັກ​ງານ, ນັກ​ສິ​ລະ​ປິນ​ຂອງ​ຄະ​ນະ​ສາຍ​ຮູບ​ເງົາ “ຄວາມ​ສະ​ຫງົບ​ສຸກ” ຈະ​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກ​ປ່ຽນ​ກັບ​ຜູ້​ຊົມ ຊື່ງ​ແມ່ນ​ນັກ​ສຶກ​ສາ ແລະ ກຳ​ລັງ​ປະ​ກອບ​ອາ​ວຸດ​ແຂວງ ບີ່ງ​ທ້ວນ”

        ໃນ​ຕອນ​ຄ່ຳ​ຂອງມື້​ໄຂ​ບັ້ນ​ສາຍ​ຮູບ​ເງົາ​ນັ້ນ, ກົມ​ຮູບ​ເງົາ ຈະ​ແນະ​ນຳ​ໃຫ້​ມະ​ຫາ​ຊົນ​ນະ​ຄອນ​ຫລວງ​ດ້​ວຍ ຮູບ​ເງົາ 2 ເລື່ອງ, ນັ້ນ​ແມ່ນ​ຮູບ​ເງົາ​ເອ​ກະ​ສານ “ປະ​ເທດ​ຊາດ​ປ່ຽນ​ແປງ​ໃຫມ່” ໂດຍ​ບໍ​ລິ​ສັດ​ຜະ​ລິດ​ຮູບ​ເງົາ​ເອ​ກະ​ສານ ແລະ ວິ​ທະ​ຍາ​ສາດ​ສູນ​ກາງ​ຜະ​ລິດ ແລະ ຮູບ​ເງົາ “ຄວາມ​ສະ​ຫງົບ​ສຸກ” ຂອງ​ບໍ​ລິ​ສັດ​ຫຸ້ນ​ສ່ວນ​ຮູບ​ເ​ງົາ ​ເລກ1 ຜະ​ລິດ. ດ້ວຍ​ເວ​ລາ 30 ນາ​ທີ, ຮູບ​ເງົາ “ປະ​ເທ​ດ​ຊາດປ່ຽນ​ແປງ​ໃຫມ່” ໄດ້​ວາດ​ພາບ​ເຖິງ​ໄລ​ຍະ​ທາງ​ພັດ​ທະ​ນາ, ຜົນ​ງານ​ພົ້ນ​ເດັ່ນ​ຂອງ​ຫວຽດ​ນາມ ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ປ່ຽນ​ແປງ​ໃຫມ່ ແລະ ເຊື່ອມ​ໂຍງ. ເນື້ອ​ໃນ​ຂອງ​ຮູບ​ເງົາ​ໄດ້​ຢືນ​ຢັນ​ເຖິງ​ການ​ຊີ້​ນຳ​ນຳ​ພາ​ອັນ​ສະ​ຫລາດ​ສ່ອງ​ໃສ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ທີ່​ໄດ້​ນຳ​ປະ​ເທດ​ຊາດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ລຳ​ບາກ, ຢັ້ງ​ຢືນ​ທີ່​ຕັ້ງ​​ບົດ​ບາດຂອງ​ຕົນ​​ເທື່ອ​ລະ​ກ້າວໃນ​ພາກ​ພື້ນ​ແລະ ບົນ​ເວ​ທີ​ສາ​ກົນ. ສຳ​ລັບ​ຮູບ​ເງົາ “ຄວາມ​ສະ​ຫງົບ​ສຸກ” ໄດ້​ສ່ອງ​ແສ​ງ​ໃຫ້​ເຫັນ​ຊີ​ວິດ​ການ​ເປັນ​ຢູ່ ແລະ ການ​ອອກ​ແຮງ​ງານ​ຂອງ​ໝູ່​ບ້ານ​ອາ​ຊີບ​ຜະ​ລິດ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ທີ່​ທີ່​ມີ​ມາ​ແຕ່​ດົນ​ນານ​ຂອງ​ຊາວ​ເຜົ່າ ຈຳ ຢູ່ ທາງ​ທິດ​ໃຕ້​ພາກ​ກາງ​ຫວຽດ​ນາມ ແລະ ການ​ຫັນ​ປ່ຽນ​ເທື່ອ​ລະ​ກ້າວ​​ດ້ານວິ​ທີ​​ຄິດ, ວິ​ທີ​ເຮັດ​ຂອງ​ປະ​ຊາ​ຊົນ​ຢູ່​ທີ່ນີ້ ເພື່ອ​ສ້າງ​ສາ ແລະ ພັດ​ທະ​ນາ​ເສດ​ຖະ​ກິດ​ຄ​ອບ​ຄົວ. ບັນ​ດາ​ຜູ້​ຊົມ​ໄດ້​ຕີ​ລາ​ຄາ​ສູງ​ເນື້ອ​ໃນ​ຂອງ​ຮູບ​ເງົາ. ດ​ຣ ສິ​ລະ​ປະ​ກຳ ຮ​ວ່າງ​ເຊີນ, ອະ​ດີດ ຮອງ​ຫົວ​ຫນ້າ​ສະ​ຖາ​ບັນ​ວັດ​ທະ​ນະ​ທຳ​ສິ​ລະ​ປະ ຫວຽດ​ນາມ​ໄດ້ ຕີ​ລາ​ຄາ​ວ່າ:

        “ຮູບ​ເງົາ​ມີ​ເນື້ອ​ແທ້​ຢ່າງ​ເລິກ​ເຊິ່ງ ແລະ ມີ​ລັກ​ສະ​ນະ​ສຶກ​ສາ​ຢ່າງ​ສູງ. ຄຸນ​ຄ່າ​ກ່ຽວ​ກັບ​ການ​ໂຄ​ສະ​ນາ​ໃນ​ຮູບ​ເງົາ ແມ່ນ​ຄວາມ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຢູ່​ຫວຽດ​ນາມ. ໂດຍຜ່ານ​ຮູບ​ເງົາ​ເລື່ອງ​ຕ່າງໆ​ນັ້ນ ອາດ​ຈະ​ເຫັນ​ໄດ້​ຄວາມ​ເອົາ​ໃຈ​ໃສ່​ຂອງ​ພັກ​ທີ່​ມີ​ຕໍ່​ຊົ​ນ​ເຜົ່າ​ທັງ​ໝົດ ພິ​ເສດ ແມ່ນ​ຊົນ​ເຜົ່າ​ສ່ວນ​ຫນ້ອຍ. ທີ 2 ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ, ການ​ປ່ຽນ​ໃຫ່​ມ​ກ່ຽວ​ກັບ​ເສດ​ຖະ​ກິດ, ພວກ​ເຮົາ​ມີ​ຫລາຍ​ພາກ​ສ່ວນ​ເສດ​ຖະ​ກິດ ເພື່ອ​ສາ​ມາດ​ພັດ​ທະ​ນາ​ຂະ​ແຫນງ​ອາ​ຊີບ​ໃຫມ່, ຂະ​ແຫນງ​ອາ​ຊີບ​ປອດ​ຄວັນ​ຄື: ຂະ​ແຫນງ​ທ່ອງ​ທ່ຽວ.”

        ໃນ​ໂອ​ກາດນີ້ ມີ​ຮູບ​ເງົາ​ຫລາຍ​ເລື່ອ​ງ​ທີ່​ຂຶ້ນ​ກັບ​ປະ​ເພ​ດ​ຮູບ​ເງົາເອ​ກະ​ສານ, ປະ​ຫວັດ​ສາດ ໂດຍ​ບັນ​ດາ​ນັກ​ຜະ​ລິດ​ຮູບ​ເງົາ​ຢູ່​ພາຍ​ໃນ​ປະ​ເທດ​ປະ​ຕິ​ບັດ ກໍ​ໄດ້​ນຳ​ມາ​ສາຍ​ໃນ​ໂອ​ກາດນີ້. ໃນ​ນັ້ນ ຮູບ​ເງົາ “​ເຖົ້​າ​ຈີນ​ໃນ​ປະ​ເທດສະ​ຫຍາມ" ແມ່ນ​ຮູບ​ເງົາ​ເວົ້າ​ເຖິງ​ປະ​ທານ​ໂຮ່​ຈິ​ມີນ​ເຄື່ອນ​ໄຫວ​ຢູ່​ໄທໃນ​ໄລ​ຍະ ແຕ່​ວັນ​ທີ 7/1928 – 11/1929 ຢູ່ ພາກ​ອີ​ສານ​ຂອງ​ໄທ. ຮູບ​ເງົາ​ນີ້​ໄດ້​ຮັບ​ການ​ຊົມ​ເຊີຍ​ຈາກ​ຜູ້​ຊົມ​ພາຍ​ໃນ​ປະ​ເທດ ແລະ ຊາວ​ຫວຽດ​ນາມ​ອາ​ໃສ​ຢູ່​ຕ່າງ​ປະ​ເທດ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ເອື້ອຍ ຫງວ​ຽນ​ທູ​ຈາງ, ຜູ້​ຊົມ​ເຂົ້າ​ຮ່ວມ​ພິ​ທີ​ໄຂ​ບັ້ນ​ສາຍ​ຮູບ​ເງົາ​ໃຫ້​ຮູ້​ວ່າ:

        “ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ຮູບ​ເງົາ​ບາງ​ເລື່ອງ​ທີ່​ໄດ້​ສາຍ​ໃນ​ທົ່ວ​ປະ​ເທດ​ໃນ​ໂອ​ກາດ​ດຳ​ເນີນກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XII ຂອງ​ພັກ. ຕາມ​ຂ້າ​ພະ​ເຈົ້າ​ແລ້ວ ບັນ​ດາ​ຮູບ​ເງົາ​ນີ້​ແມ່ນ​ມີ​ຄຸນ​ຄ່າ​ໂຄ​ສະ​ນາ​ສູງ ແລະ ໄດ້​ຮັບ​ການ​ລົງ​ທຶນ​ຜະ​ລິດຢ່າງ​ໃຫຍ​່​ຫລວງ ດ້ວຍ​ເນື້ອ​ໃນ​ກ່ຽວ​ກັບ​ກິດ​ຈະ​ການ​ສ້າງ​ສາ ແລະ ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ໃນ​ໄລ​ຍະ​ໃຫມ່.”

        ຮ​ູບ​ເງົາ​ແຕ່​ລະ​ເລື່ອງ​ທີ່​ນຳ​ມາ​ສາຍ​ໃນ​ໄລ​ຍະ​ນີ້ ແມ່ນ​ຮູບ​ເງົາ​ປະ​ກອບ​ສ່ວນ​ສະ​ແດງ​ໃຫ້​ເຫັນ​ບົດ​ບາດ​ສຳ​ຄັນ​ຂອງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ທານ​ໂຮ່​ຈີ​ມີນ ພ້ອມ​ກັນ​ນັ້ນ ແມ່ນ​ການ​ເສຍ​ສະ​ຫລະ​ຊີ​ວິດ​ຢ່າງ​ກ້າ​ຫານ​ຂອງ​ປະ​ຊາ​ຊົນ​ຫວຽດ​ນາມ​ຜູ້​ທີ່​ຮັກ​ຊາດ ໃນ​ວິ​ວັດ​ການ​ຕໍ່​ສູ້​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ. ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ມີ​ຄວ​າມ​ໝາຍ​ແທດ​ຈິງ​ຂອງ​ຜູ້​ເຮັດ​ວຽກ​ງານ​ສິ​ລະ​ປະ​ເວົ້າ​ລວມ ແລະ ຜູ້​ຜະ​ລິດ​ຮູບ​ເງົາ​ເວົ້າ​ສະ​ເພາະ ເພື່ອ​ຂ່ຳ​ນັບ​ຊົມ​ເຊີຍ​ບັນ​ດາ​ເຫດ​ການ​ສຳ​ຄັນ​ຂອງ​ປະ​ເທດ​ຊາດ​ໃນ​ຊຸມມື້ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ