ຄຸນຄ່າຂອງສະແຕມທີ່ໂຄສະນາພາບພົດປະເທດຊາດຫວຽດນາມ

ຄຸນຄ່າຂອງສະແຕມທີ່ໂຄສະນາພາບພົດປະເທດຊາດຫວຽດນາມ - ảnh 1
ລຸງ ​ເຈີ​ນຫິ້ວ​​ເຫ້ວ ຊາວ​ແຂວງ ອານ​ຢາງ
 ​ແມ່ນ​ຜູ້​ຫຼິ້ນສະ​ແຕມມາ​ແຕ່​ດົນ​ນານ

    ກໍ​ເຊັ່ນ​ດຽວກັນກັບຫຼາຍປະເທດໃນໂລກ, ການ​ຫຼິ້ນສະ​ແຕມ​ໄດ້​ພັດທະນາ​ຢ່າງ​ກ້ວາງ​ຂວາງ​ຢູ່​ຫວຽດນາມ. ການ​ຫຼິ້ນສະ​ແຕມບໍ່​ພຽງ​ແຕ່​ເພື່ອ​ສະ​ສົມ​ຄວາມ​ຮູ້​ດ້ານ​ປະຫວັດສາດ​ວັດທະນະທຳ​ສິລະ​ປະ​ເທົ່າ​ນັ້ນ, ຫາກ​ຍັງ​ປະກອບສ່ວນ​ແນ​ະນຳ ໂຄສະນາພາບພົດປະເທດຊາດ ​ແລະ ຊາວຫວຽດນາມອອກ​ສູ່​ໂລກ​ພາຍ​ນອກ​ອີກ​ດ້ວຍ.

     ສະມາຄົມສະ​ແຕມຫວຽດນາມ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ກ່ອນ​ນີ້​ເຄິ່ງສະຕະວັດ ​ແລະ ນັບ​ແຕ່​ນັ້ນ​ເປັນ​ຕົ້ນ​ມາ, ​ໄດ້​ດຶງ​ດູດ​ຜູ້​​ເຂົ້າຮ່ວມການ​ຫຼິ້ນສະ​ແຕມ​ໃນ​ທຸກ​ເພດ​ທຸກ​ໄວ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ອັນ​ໄດ້​ສ້າງ​ຂະ​ບວນການ​ດຳ​ເນີນ​ຊີວິດ​ວັດທະນະທຳ​ທີ່​ຟົດ​ຟື້ນ​ໃນ​ທົ່ວ​ປະ​ເທດ. ຢູ່​ຫວຽດນາມ, ມີ​ສະຖານ​ທີ່​ຫຼິ້ນສະ​ແຕມ

ຫຼາຍ​ແຫ່ງ ສາມາດ​ຕອບ​ສະໜອງ​ຄວາມ​​ເມົາ​ມົວ​ຂອງ​ຜູ້ຫຼິ້ນສະ​ແຕມ, ຊຶ່ງພົ້ນ​ເດັ່ນ​ຄື​ຫ້ອງ​ວາງສະ​ແດງສະ​ແຕມຢູ່​ເຮ​ືອນ​ເລກທີ 14 ຖະໜົນ ​ເຈີ​ນຮຶງດ້າວ, ຮ່າ​ໂນ້ຍ ​ແລະ ເຮື​ອນ​ເລກທີ 18 ຖະໜົນ ດິງຕຽນ​ຮ່ວາງ, ນະຄອນ​ໂຮ່ຈິ​ມິນ. ນອກຈາກ​ນັ້ນ, ຍັງ​ມີ​ບັນດາ​ສະ​ໂມ​ສອນສະ​ແຕມ, ບັນດາ​ສະຖານ​ທີ່, ກຸ່ມ​ນັກຫຼິ້ນສະ​ແຕມຢູ່​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ນອກຈາກ​ນັ້ນ, ຢູ່​ຮ່າ​ໂນ້ຍ, ຍັງ​ມີ​ແຫ່ງ​ໜຶ່ງ​ຖືກ​ເອີ້ນ​ວ່າ ຕະຫຼາດສະ​ແຕມ, ນັ້ນ​ແມ່ນ ເຮ​ືອນ​ເລກທີ 160 ຖະໜົນ ຈ້ຽວຫວຽດເວື​ອງ, ​ໃນ​ທຸກໆ​ຕອນ​ເຊົ້າວັນ​ອາທິດ, ບັນດາ​ຜູ້​ຫຼິ້ນສະ​ແຕມ ພັດ​ມາ​ນີ້​ເພື່ອ​ພົບ​ປະ​ແລກປ່ຽນກ່ຽວ​ກັບ​ການ​ຫຼິ້ນສະ​ແຕມ. ​

   ​ໂດຍ​ເອີ້ນ​ວ່າ​ແມ່ນ​ຕະຫຼາດສະ​ແຕມ, ​ແຕ່​ທີ່​ຈິງ​ແລ້ວ, ນີ້​ແມ່ນ​ຮ້ານ​ກາ​ເຟນ້ອຍ​ຢູ່​ແຄມ​ທາງ. ເຈົ້າ​ຂອງ​ຮ້ານ​ແມ່ນ​ຜູ້ຫຼິ້ນສະ​ແຕມ. ​ເຖິງ​ວ່າ​ແມ່ນ​ຮ້ານ​ນ້ອຍ​ກໍ​ຕາມ, ​ແຕ່​ມີ​ຫຼາຍ​ຄົນ​ມາ​ນີ້​ແລກປ່ຽນ​ຊື້​ຂາຍສະ​ແຕມ. ທ່ານ ຝ້າ​ມຮ່າວ ຜູ້ຫຼິ້ນສະ​ແຕມ​ໃຫ້​ຮູ້​ວ່າ :

   “ຄຸນຄ່າ​ຂອງ​ສະ​ແຕມ​ແມ່ນ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຫຼາຍ​ຢ່່າງ, ​ເພາະສະ​ແຕມ​ແຕ່​ລະ​ອັນ​ປຽບ​ເໝືອນຜະລິດ​ຕະພັນ​ຈິດຕະກຳ​ທີ່​ມີ​ຫົວຄິດ​ປະດິດ​ສ້າງ ຊຶ່ງ​ໄດ້​ຮັບ​ການ​ອອກ​ແບບ​ຈາກ​ຈິດຕະກອນ​ຢ່າງລະອຽດ​ອ່ອນ, ​ແລ້ວ​ກໍ​ຕ້ອງຜ່ານ​ການ​ກວດກາ​ຈຶ່ງ​ຈະ​ອອກ​ຈຳໜ່າຍ. ບໍ່​ພຽງ​ແຕ່​ເຊັ່ນ​ນັ້ນ, ພາຍຫຼັງ​ຖືກ​ຈຳໜ່າຍ, ສະ​ແຕມຈະ​ຖືກ​ອອກ​ຕິດ​ໃສ່​ຊອງ​ຈົດໝາຍ ​ແລະ ຖືກ​ສົ່ງ​ໄປ​ທົ່ວ​ທຸກ​ແຫ່ງ. ສະ​ແຕມ​ໄປ​ຮອດ​ໄສກໍ​ຈະ​ໂຄສະນາ​ກ່ຽວ​ກັບ​ເຫດການ​ບົນສະ​ແຕມ. ຍົກ​ຕົວຢ່າງ​ຄື ມີ​ບາງຄົນ​ຍັງ​ບໍ່​ທັນ​ໄດ້​ໄປ​ຫ້າ​ລອງ​ຈັກ​ເທື່ອ, ​ແຕ່​ຜ່ານສະ​ແຕມ, ​ເຂົາ​ເຈົ້າ​ສາມາດ​ຮູ້​ໂລດ​ວ່າ ອ່າວ​ຫ້າ​ລອງ ​ແມ່ນ​ສວຍ​ງາມ​ຄື​ແນວ​ໃດ ”

ຄຸນຄ່າຂອງສະແຕມທີ່ໂຄສະນາພາບພົດປະເທດຊາດຫວຽດນາມ - ảnh 2
ສະ​ແຕມ​ມີ​ຮູບ​ທ່ານ​ປະທານ​ໂຮ່ຈິ​ມິນ​ເມື່ອ​ກ່ອນ​ນີ້

     ການ​ຫຼິ້ນສະ​ແຕມຢູ່​ຮ່າ​ໂນ້ຍ​ເຄີຍ​ຖືກ​ລວບ​ລວມຕາມ​ຫົວ​ເລື່ອງ​ຕ່າງໆ​ຄື: ສະ​ແຕມກ່ຽວ​ກັບ​ສັດປ່າ, ສະ​ແຕມກ່ຽວ​ກັບ​ພືດ​ພັນ, ສົງຄາມ, ທິວ​ທັດທຳມະ​ຊາດ....ສຳລັບ ສະ​ແຕມ​ຈົດໝາຍ​ເມື່ອ​ກ່ອນ​ນີ້​ຖືກ​ຈຳໜ່າຍ​ພຽງ​ຄັ້ງ​ດຽວ. ດັ່ງ​ນັ້ນ, ສະ​ແຕມຖືກ​ເກັບ​ມ້ຽນ​ໄວ້​ຍິ່ງ​ດົນ​ກໍ​ຍິ່ງ​ມີ​ຄຸນຄ່າ. ​ໃນ​ວົງ​ການ ຜູ້ຫຼິ້ນສະ​ແຕມຢູ່​ຮ່າ​ໂນ້ຍ, ລຸງ ​ເລ​ດຶກ​ເວີນ​​ແມ່ນ​ຄົນ​ມີ​ຊື່​ສຽງ​ຍ້ອນ​ມີ​ຊຸດສະ​ແຕມກ່ຽວ​ກັບ​ຫົວ​ເລື່ອງ​ແມ່ຍິງ​ທີ່​ມີຄ່າ​ຫາ​ຍາກ. ບັນດາ ສະ​ແຕມ​ທີ່​ມີ​ຄຸນຄ່າ​ແມ່ນ ສະ​ແຕມ​ເປັນ​ຂີດ​ໝາຍ​ແຫ່ງ​ປະຫວັດສາດ, ວັດ​ທະນະ​ທຳ​ເປັນ​ພິ​ເສດ ​ແລະ ຈຳໜ່າຍ​ເປັນ​ຈຳນວນ​ໜ້ອຍ. ລຸງ​ ຫງວຽນ​ຕ້ຽນດ້າຍ ຜູ້ຫຼິ້ນສະ​ແຕມມາ​ແຕ່​ດົນນານ​ຢູ່​ຮ່າ​ໂນ້ຍ​ໃຫ້​ຮູ້​ວ່າ :

“ ​ເມື່ອ​ເວົ້າ​ເຖິງຄຸນຄ່າ​ຂອງ​ສະ​ແຕມ ​ແມ່ນ​ມີ​ຫຼາຍ​ຢ່າງ, ສະ​ແຕມປຽບ​ເໝືອນ​ຫໍພິພິທະ​ພັນ​ຖືກ​ຮັດ​ແຄບ​ຂອງ​ປະ​ເທດ​ໜຶ່ງ, ມັນ​ເປັນ​ພະຍານ​ຫຼັກ​ຖານ​ປະຫວັດສາດ​ຜ່ານ​ທຸກ​ຍຸກສະ​ໄໝ. ສະ​ແຕມກໍ​ແມ່ນ​ຜະລິດ​ຕະພັນ​ຈິດຕະກຳ​ຖືກ​ຮັດ​ແຄບ. ຍ້ອນ​ເຫດ​ນີ້​ເອງ, ມັນ​ໄດ້​ດຶງ​ດູດ​ຄວາມ​ເມົາ​ມົວ​ຂອງ​ບັນດາ​ຜູ້ຫຼິ້ນສະ​ແຕມ ”

      ​ໃນ​ຍຸກ​ສະ​ໄໝ​ເຕັກ​ໂນ​ໂລ​ຢີພັດທະນາ, ການ​ແລກປ່ຽນ​ຂໍ້​ມູນ​ຂ່າວສານ​ແມ່ນ​ສາມາດ​ປະຕິບັດ​ໄດ້​ໄວ​ກ່ວາ. ຍ້ອນ​ເຫດ​ນີ້​ເອງ, ຈົດໝາຍ​ຂຽນ​ດ້ວຍ​ບິ​ກຖືກ​ຕິດ ສະ​ແຕມ​ເພື່​ອຝາກ​ໄປ​ນັ້ນ ​ແມ່ນ​ນັບ​ມື້​ນັບ​ຫຼຸດ​ໜ້ອຍ​ລົງ. ​ໂດຍ​ຜ່ານ​ການ​ເກັບ​ໂຮມ ສະ​ແຕມ, ບັນດາຜູ້ຫຼິ້ນສະ​ແຕມ​ໃນ​ວັນ​ນີ້ ບໍ່​ພຽງ​ແຕ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເມົາ​ມົວ​ເທົ່າ​ນັ້ນ, ຫາກ​ຍັງ​ສາມາດ​ເຂົ້າ​ໃຈ​ກ່ຽວ​ກັບ​ປະຫວັດສາດ,  ອະດີດຕະການ​ຕື່ມ​ອີກ. ດັ່ງ​ນັ້ນ, ບັນດາ​ຊຸດສະ​ແຕມ ຍິ່ງ​ມີ​ຄວາມ​ໝາຍ​ກ່ວາ​ໃນ​ການ​ດຳລົງ​ຊີວິດ ​ແລະ ມັນ​ກໍ​ແມ່ນ​ວິທີ​ທີ່​ດີ​ທີ່​ສຸດ​ເພື່ອ​ຮັກສາ, ໂຄສະນາບັນດາ​ຄຸນ​ຄາ​ປະຫວັດສາດ, ວັດທະນະທຳ​ຂອງຊາດຫວຽດນາມ. 

ຕອບກັບ

ຂ່າວ/ບົດ​ອື່ນ