ຄຸນຄ່າປະຫວັດສາດຂອງເຄື່ອງປັ້ນດິນເຜົາ ຈູເດົ້າຜ່ານບັນດາວັດຖຸບູຮານຄະດີ


(vovworld)-ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ຢູ່ ເມືອງ ນາມ​ແຊກ ແຂວງ ຫາຍ​ເຢືອງ ແມ່ນ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາທີ່​ມີ​ຊື່​ສຽງ​ໃນ​ປະ​ຫວັດ​ສາດ ຫວຽດ​ນາມ ມີ​ມາ​ໃນ​ລະ​ຫວ່າງ​ສັດ​ຕະ​ວັດ​ທີ 13-14 ແລະ ພັດ​ທະ​ນາ​ແຮງ​ທີ່​ສຸດໃນ​ລະ​ຫວ່າງສັດ​ຕະ​ວັດ​ທີ 15 – 16 ແຕ່​ມາ​ຮອດ​ສັດ​ຕະ​ວັດ​ທີ 17 ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ຖືກ​ສູນ​ເສຍ​ໄປ​ເກືອບ​ທັງ​ໝົດ. ມີ​ໄລ​ຍະ​ເຕັກ​ໂນ​ໂລ​ຊີ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ, ດິນ​ເຜົາ​ເຄືອບ​ຂອງ ຈູ​ເດົ້າ ໄດ້​ກາຍ​ເປັນ​ສິ່ງ​ເລິກ​ລັບ​ສຳ​ລັບ​ວົງ​ການ​ນັກ​ວິ​ທະ​ຍາ​ສາດ​ກໍ​ຄື​ບັນ​ດາ​ຜູ້​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຜ່ານ​ການ​ຄົ້ນ​ຄ້​ວາ, ບູ​ຮານຄະ​ດີ​ຢູ່​ບ້ານ ຈູ​ເດົ້າ ພ້ອມ​ກັບ​ບັນ​ດາ​ປ່ຽງ ເຄື່ອງ​ປັ້ນ​ດິນ​ເຜົາບູ​ຮານ​ທີ່​ຊອກ​ໄດ້​ຢູ່​ກຳ​ປັ່ນ​ຖືກ​ຈົ່ມ​ນ້ຳ​ຢູ່ ກູ​ລາວ​ຈາມ ແຂວງ ກວ໋າງ​ນາມ ໄດ້​ຢືນ​ຢັນ​ຢ່າງ​ແນວ​ແນ່​ກ່ຽວ​ກັບ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ ຈູ​ເດົ້າ, ສິ່ງຍອດ​​ຍິ່ງ​ຂອງ​ປະ​ເພດເຄື່ອງ​ປັ້ນ​ດິນ​ເຜົາຫວຽດ​ນາມ. ບົດ​ຂຽນ “ຄຸນ​ຄ່າ​ປະ​ຫວັດ​ສາດ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ຜ່ານ​ບັນ​ດາ​ວັດ​ຖຸ​ພັນ​ບູ​ຮານ​ຄະ​ດີ”ຂອງ​ນັກ​ຂ່າວ ດັ້ງ​ແຫ້ງ.

       

ຄຸນຄ່າປະຫວັດສາດຂອງເຄື່ອງປັ້ນດິນເຜົາ ຈູເດົ້າຜ່ານບັນດາວັດຖຸບູຮານຄະດີ - ảnh 1
ຫ້ອງວາງ​ສະ​ແດງ​ເຄື່ອງ​ປັ້ນ​ດິ​ນ​ເຜົາ​ຈູ​ເດົ້າ
ພາບ:xaluan.com

        ໃນ​ບໍ​ລິ​ເວນ​ຂຸມ​ທີ່​ຖືກ​​ຊອກ​ຄົ້ນ​ດ້ວຍ​ເນື້ອ​ທີ່​ເກືອບ 100 ຕາ​​ແມັດ ຢູ່ ບ້ານ ຈູ​ເດົ້າ ຕາ​ແສງ ທາຍ​ເຕີນ ເມືອງ ນາມ​ແຊກ ແຂວງ ຫາຍ​ເຢືອງ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ, ນັກ​ຄົ້ນ​ຄ້​ວາ​ກ່ຽວ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ຊອກ​ໄດ້​ປ່ຽງເຄື່ອງ​ປັ້ນ​ດິນ​ເຜົາແຕກຈຳ​ນວນ​ຫ​ນຶ່ງ​ຢູ່​ໃຕ້​ດິນນັບ​ຮ້ອຍໆ​ປີແລ້ວ.ຮອງ​ສາດ​ສະ​ດາ​ຈານ, ດ​ຣ ບູ່ຍ​ມີງ​ຈີ, ຜູ້​ອຳ​ນວຍ​ການ​ສູນ​ຄົ້ນ​ຄ້​ວາ​​ກ່ຽວ​ກັບ​ເມືອງ​ຫລວງ​ທັງ​ລອງ ໄດ້​ແບ່ງ​ປັນ​ວ່າ: 30 ກວ່າ​ປີ ນັບ​ແຕ່​ເມື່ອ​ຮ່ອງ​ຮອຍ​ທຳ​ອິດ​ຂອງ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າໄດ້​ຄົ້ນ​ພົບ, ຜ່ານ​ການ​ຊອກ​ຄົ້ນ 6 ຄັ້ງ, ຮອດ​ຄັ້ງ​ທີ 7 ນີ້​ແມ່ນ​ມີ​ຄຸນ​ຄ່າ​ຫລາຍ​ສຸດ​ຄື: ກ່ຽວ​ກັບ​ຂອບ​ຂະ​ຫ​ນາດ, ການ​ລົງ​ທຶນ ແລະ ໝາກ​ຜົນ​ບັນ​ລຸ​ໄດ້.

        “ພວກ​ຂ້າ​ພ​ະ​ເຈົ້າ​ຊອກ​ເຫັນ ເຄື່ອງ​ປັ້ນ​ດິນ​ເຜົາຄ້າຍ​ຄື​ກັນ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ຊອກ​ໄດ້​ຢູ່​ພະ​ລາດ​ຊະ​ວັງ​ທັງ​ລອງ. ສິ່ງ​ດັ່ງ​ກ່າວ​ແມ່ນ​ສະ​ແດງ​ໃຫ້​ເຫັນ​ສາຍ​ກ່ຽວ​ພັນ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ແລະ ພະ​ລາດ​ຊະ​ວັງ​ທັງ​ລອງ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ.ຈຸດ​ປະ​ສົງ​ຂອງ​ພວກ​ຂ້າ​ພະ​ເຈົ້າ​ໃນ​ການ​ຄົ້​ນ​ຄ້​ວາ, ປຽບ​ທຽບ​ຄຸນ​ຄ່າ​ຂອງ​ພະ​ລາດ​ຊະ​ວັງ​ທັງ​ລອງ​ກໍ​ຄື​ຕີ​ລາ​ຄາ​ບົດ​ບາດ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າໃນ​ປະ​ຫວັດ​ສາດ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ແລ້ວ. ບໍ່​ທັນ​ມີ​ເວ​ລາ​ໃດ​ການ​ຊອກ​ຄົ້ນ​ກ່ຽວ​ກັບ​ບັນ​ດາ​ສູນ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາໄດ້​ຮັບ​ໝາກ​ຜົນ​ຄົບ​ຖ້ວນ​ຄື​ຄັ້ງ​ນີ້, ຈາກ​ເຕົາ​​ເຜົາ​ຕະ​ຫລອດ​ຮອດ​ຂັ້ນ​ຕອນ​ການ​ຜະ​ລິດຕ່າງໆ. ບັນ​ດາ​ນາຍ​ຊ່າງ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ມີ​ສີ​ມື​ຄ່ອງ​ແຄ້ວ, ມີ​ຄວາມເກັ່ງ​ກ້າ​​ໃນ​ການ​ຜະ​ລິດ. ສະ​ນັ້ນ ມີເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າບາງ​ຢ່າງ​ອາດ​ຈະ​ທັດ​ທຽມ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ​ຂອງ​ຈີນ.”

        ນັບ​ແຕ່​ປີ 2003,ໂລ​ກ ມີ​ຄວາມ​ສົນ​ໃຈ​ກ່ຽວ​ກັບ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາປະ​ເພດນີ້ກວ່າ, ເມື່ອ​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ຊອກ​ຄົ້ນ​ໄດ້​ຜະ​ລິດ​ຕະ​ພັນ ເຄື່ອງ​ປັ້ນ​ດິນ​ເຜົາປະ​ມານ 40.000 ຢ່າງ​ຈາກ​ກຳ​ປັ່ນ​ຈົ່ມ​ນ້ຳ​ຢູ່ ກູ​ລາວ​ຈາມ ແຂວງ ກວ໋າງ​ນາມ. ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ຢັ້ງ​ຢືນ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ອອກ​ໄປ​ສູ່​ຕ່າງ​ປະ​ເທດ, ກາຍ​ເປັນ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​​ໄປ​ຍັງຫລາຍ​ປະ​ເທດ​ໃນ​ໂລກ. ເຖິ​ງ​ຢ່າງ​ໃດ​ກໍ​ຕາມ, ຍ້ອນບໍ່​ທັນ​ມີ​​ຮູບ​​ແບບຜະ​ລິດ​ຕະ​ພັນຢ່າງ​ພຽງ​ພໍ ສະ​ນັ້ນ​ໃນ​ໄລ​ຍະ​ນັ້ນ ບໍ່​ທັນ​ມີ​ນັກ​ວິ​ທະ​ຍາ​ສາດ​ໃດ​ຄິດ​ເຖິງ​ສາຍ​ກ່ຽວ​ພັນ​ລະ​ຫວ່າງ​ຜະ​ລິດ​ຕະ​ພັນ​ໝູ່​ບ້ານ​ອາ​ຊີບ​ກັບ​ບັ​ນ​ດາ​ເຄື່ອງ​ຂອງ​ທີ່​ຊອກ​ເຫັນ​ໄດ້​ຢູ່​ພະ​ລາດ​ຊະ​ວັງທັງ​ລອງ. ການ​ຊອກ​ຄົ້ນ​ຄັ້ງ​ນີ້​ໄດ້​ພົບ​ເຫັນ​​ຮາກ​ຖານຜະ​ລິດ​ແຫ່ງ​ຫ​ນຶ່ງ​ດ້ວຍ ເຄື່ອງ​ປັ້ນ​ດິນ​ເຜົານັບ​ຮ້ອຍ​ຢ່າງ​ຄ້າຍ​ຄື​ກັນ​ກັບ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຊອກ​ໄດ້​ຢູ່​ພະ​ລາດ​ຊະ​ວັງ​ທັງ​ລອງ. ຮອງ​ສາດ​ສະ​ດາ​ຈານ, ດ​ຣ ໂຮ່​ວັນ​ກວານ, ໃຫ້​ຮູ້​ວ່າ: ກ່ອນນີ້ ບັນ​ດາ​ວັດ​ຖຸ​ພັນ​ບູ​ຮານ ເຄື່ອງ​ປັ້ນ​ດິນ​ເຜົາເຄືອບ ຊອກ​ໄດ້​ຢູ່​ພະ​ລາດ​ຊະ​ວັງ​ທັງ​ລອງ​​ເຄີຍ​ຖືກ​ຫລົງ​ກັບ​ເຄື່ອງ​ປັ້ນ​ດິນ​ເຜົາ​ຂອງ​ຈີນ, ແຕ່​ຜ່ານ​ບັນ​ດາ​ວັດ​ຖຸ​ພັນ​ທີ່​ຊອກ​ຄົ້ນ​ໄດ້, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ​ໄດ້​ພິ​ສູດ​ໃຫ້​ເຫັນ​ວ່າ ນັ້ນ​ແມ່ນ​ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ. ສິ່ງ​ດັ່ງ​ກ່າວ​ໄດ້​ພິ​ສູດ​ໃຫ້​ເຫັນ​ກ​ານ​ພົວ​ພັນ​ດ້ານ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ພ້ອມ​ທັງ​ຢືນ​ຢັນ​ນັກ​ສິ​ລະ​ປະ​ການ ເຄື່ອງ​ປັ້ນ​ດິນ​ເຜົາ ຫວຽດ​ນາມ ສາ​ມາດ​ເປັນ​ເຈົ້າ​ໃນ​ການ​ຜະ​ລິດ ເຄື່ອງ​ປັ້ນ​ດິນ​ເຜົາທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຊາດ.

ຄຸນຄ່າປະຫວັດສາດຂອງເຄື່ອງປັ້ນດິນເຜົາ ຈູເດົ້າຜ່ານບັນດາວັດຖຸບູຮານຄະດີ - ảnh 2
ນັກ​ຄົ້ນ​ຄ້​ວາ​ບູ​ຮານ​ຄະ​ດີ​ພວມ​ຊອກ​ຄົ້ນ​ເຄື່ອງ​ປັ້ນ​ດິນ​ເຜົ່າ​ຈູ​ເດົ້າ​
ພາບ:giaoduc.net

        ເຄື່ອງ​ປັ້ນ​ດິນ​ເຜົາເຄືອບ ແມ່ນ​ຈຸດ​ພິ​ເສດ​ສະ​ເພາະ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ຍ້ອນ​ເຕັກ​ນິກ​, ສີ​ມື ກໍ​ຄື​ວິ​ທີ​ການ​ຜະ​ລິດ​ຂອງ​ນາຍ​ຊ່າງ​ຢູ່​ທີ່ນີ້​ແມ່ນ​ເກັ່ງ​ກ້າ​ທີ່​ສຸດ. ທ່ານ ຕັງ​ບາ​ຮ​ວ່າງ, ອະ​ດີດ​ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ຕະ​ພັນ ຫາຍ​ເຢືອງ ແບ່ງ​ປັນ​ວ່າ: ຜ່ານ​ ການ​ຊອກ​ຄົ້ນຄັ້ງ​ຕ່າງໆ ບັນ​ດາ​ນັກຄົ້ນ​ຄ້​ວາ ບູ​ຮານ​ຄະ​ດີ ຊອກ​​ຄົ້ນໄດ້​ວັດ​ຖຸ​ພັນ​ ເຄື່ອງ​ປັ້ນ​ດິນ​ເຄືອບ ເປັນ​ການ​ສະ​ແດງ​ໃຫ້​ເຫັນ​ການ​ພັດ​ທະ​ນາ​ຢ່າງ​ແຮງ​ຂອງ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາ​ຈູ​ເດົ້າ.

        “ການ​ຊອກຄົ້ນ​​ຢູ່ ຈູ​ເດົ້າ ແມ່ນ​ລ້ຳ​ຄ່າ​ທີ່​ສຸດ. ບັນ​ດາ​ວັດ​ຖຸ​ພັນ​ນີ້​ໄດ້​ພິ​ສູດ​ໃຫ້​ເຫັນ​ບັນ​ດາ​ຜະ​ລິດ​ຕະ​ພັນ ເຄື່ອງ​ປັ້ນ​ດິນ​ເຜົາທີ່​ມີ​ຄ່າ ພວມ​ໄດ້​ຮັບ​ການ​ວາງ​ສະ​ແດງ​ຢູ່​ບັນ​ດາ​ຫໍ​ພິ​ພິດ​ຕະ​ພັນ​ໃນ​ໂລກ ນັ້ນ​ແມ່ນ​ໄດ້​ຮັບ​ການ​ຜະ​ລິດ​ຢູ່​ຫວຽດ​ນາມ ໂດຍ​ສະ​ເພາະ​ແມ່ນ​ຢູ່ ຈູ​ເດົ້າ.”

        ຕາມ​ການ​ຄາດ​ຄະ​ເນ ທົ່ວ​ບໍ​ລິ​ເວນ​ທີ່​ໄດ້​ຄ​ົ້ນ​ພົບ​ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ເປັນ​ຫໍ​ພິ​ພິດ​ຕະ​ພັນ​ກາງແຈ້ງເພື່ອ​ຮັບ​ໃຊ້​ຄວາມ​ຕ້ອງ​ການ​ຊອກ​ຮູ້​ກ່ຽວ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ໃຫ້​ແກ່​ວົງ​ກ​ານ​ນັກ​ວິ​ທະ​ຍາ​ສາດ ແລະ ນັກ​ທ່ອງ​ທ່ຽວ​ຢູ່​ພາຍ​ໃນ​ປະ​ເທດ ແລະ ຕ່າງ​ປະ​ເທດ. ທ່ານ ຫວູ​ດີງ​ຕຽນ, ຜູ້​ອຳ​ນວຍ​ການ​ຫໍ​ພິ​ພິດ​ຕະ​ພັນ ຫາຍ​ເຢືອງ ໃຫ້​ຮູ້​ວ່າ:

        “ພາຍ​ຫລັງ​ຊອກ​ຄົ້ນ ແລະ ລາຍ​ງານ​ຕໍ່​ກະ​ຊວງວັດ​ທະ​ນະ​ທຳ ກິ​ລາ ແລະ ທ່ອງ​ທ່ຽວ, ພວກ​ຂ້າ​ພະ​ເຈົ້າ​​ໄດ້ອະ​ນຸ​ລັກ​ຮັກ​ສາ​ຖືກ​ຕ້ອງ​ຕາມ​ຂໍ້​ກຳ​ນົດ ດ້ວຍ​ວິ​ທີ​ຖົມ​ດິນ, ຖົມ​ຂີ້​ຊາຍ. ເມື່ອ​ມີ​ເງື່ອນ​ໄຂ ພວກ​ຂ້າ​ພະ​ເຈົ້າ​ຈະ​ສ້າງ​ແຜນ​ການກໍ່​ສ້າງ​ຫໍ​ພິ​ພິດ​ຕະ​ພັນ​ຢູ່​ກັບ​ທີ່​ໃນ​ບໍ​ລິ​ເວນ​ຊອ​ກ​ຄົ້ນ.”

        ຜ່ານ​ການ​ຊອກ​ຄົ້ນ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ​ 7 ຄັ້ງ ໄດ້​ສະ​ຫນອງ​ບັນ​ດາ​ຂໍ້​ມູນ​ທີ່​ສຳ​ຄັນ​ກ່ຽວ​ກັບ​ການ​ຜະ​ລິດ​ແລະ ພັດ​ທະ​ນາ​ຂອງ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ແລະ ຢືນຢັນ​ຄຸນ​ຄ່າ​ສິ່ງຍອດ​​ຍິ່ງຂອງ​ປະ​ເພດ ເຄື່ອງ​ປັ້ນ​ດິນ​ເຜົາຫວຽດ​ນາມ. ໝາກ​ຜົນ​ນີ້ ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຄົ້ນ​ຄ້​ວາ​ກ່ຽວ​ກັບ​ຮ່ອງ​ຮອຍ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ ເທົ່າ​ນັ້ນ ຫາກ​​ຍັງ​ສຳ​ລັບ​ວຽກ​ງານ​ຄົ້ນ​ຄ້​ວາ​ປຽບ​ທຽບ, ຕີ​ລ​າ​ຄາ​ຄຸນ​ຄ່າ ແລະ ສ້າງ​ສຳ​ເນົາ​ເອ​ກະ​ສານ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ໃນ​ສະ​ໄຫມ​ລາດ​ຊະ​ວົງ ເລ ປີ 1428 – 1527 ຂອງ​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ​ພະ​ລາດ​ຊະ​ວັງ​ທັງ​ລອງອີກ​ດ້ວຍ. ຜ່ານ​ໝາກ​ຜົນ​ແຫ່ງ​ການ​ຄົ້ນ​ຄ້​ວາ​ບູ​ຮານ​ຄະ​ດີ, ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ຈະ​ມີ​ແຜນ​ການ​ລົງ​ທຶນ, ຄົ້ນ​ຄ້​ວາ ເພື່ອ​ເຮັດ​ແຈ້ງ​ຄຸນ​ຄ່າ​ດ້ານ​ປະ​ຫວັດ​ສາດວັດ​ທະ​ນະ​ທຳ​ກ່ຽວ​ກັບ​ໝູ່​ບ້ານ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ, ຈາກນັ້ນ ມີ​ຍຸດ​ທະ​ສາດ​ວາງ​ແຜນ​ຜັງ, ອະ​ນຸ​ລັກ​ຮັກ​ສາ ແລະ ເສີມ​ຂະ​ຫ​ຍາຍ​ຄຸນ​ຄ່າ​ຂອງ​ໝູ່​ບ້ານຜະ​ລິດເຄື່ອງ​ປັ້ນ​ດິນ​ເຜົາ ພ້ອມ​ທັງ​ຕ້ອງ​ໂຄ​ສະ​ນາ​ເຜີຍ​ແຜ່​ຢ່າງກວ້າ​ງ​ຂວາງ ແລະ ເລິກ​ເຊິ່ງ, ຊັດ​ເຈນ​ກ່ຽວ​ກັບ ເຄື່ອງ​ປັ້ນ​ດິນ​ເຜົາ ຈູ​ເດົ້າ​ອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ